ຈີນແຜ່ນດິນໃຫຍ່ຈະບໍ່ຈຳນົນ ຕໍ່ ກຸ່ມ ປະທ້ວງ

ສິດນີ
2014.10.14
F-hongkong ຈີນແຜ່ນດິນໃຫຍ່ຈະບໍ່ຈຳນົນ ຕໍ່ ກຸ່ມ ປະທ້ວງ
RFA

 

ບັນດາ ຜູ້ນຳ ພັກ ຄອມມຸນິດ ຈີນ ເຊື່ອວ່າ ພວກຕົນ ໄດ້ ໃຫ້ ສິດທິ ປໂຍດ ແກ່ ຮົງກົງ ມາຫລາຍປີ ແລ້ວ ໃນອະດີດ ແລະ ໃນເວລາ ນີ້ ຈະບໍ່ຍອມ ຈຳນົນ ຕໍ່ກຸ່ມ ປະທ້ວງ ເພື່ອ ປະຊາທິປະຕັຍ ໃນ ຮົງກົງ ອີກແລ້ວ ເພາະ ບໍ່ຢາກໃຫ້ ປະຊາຊົນ ຈີນ ແຜ່ນດິນໃຫຍ່ ເອົາ ແບບ ຢ່າງ ໃນການ ປະຕິຮູບ ໃນ ຮົງກົງ ອິງຕາມ ການຣາຍງານ ຂອງ ສຳນັກຂ່າວ ຣອຍເຕີ.

ສະພາບການ ໃນ ປັດຈຸບັນ ກ່ອນ ຈະຮອດ ກອງປະຊຸມ ຄນະ ກັມມາທິການ ຄວາມປອດພັຍ ແຫ່ງຊາດ ໃຫມ່ ທີ່ ເປັນ ປະທານ ໂດຍ ທ່ານ ຊີ ຊີງປີງ ໃນອາທິດ ທຳອິດ ຂອງ ເດືອນ ຕຸລາ ປີນີ້ ປາກົດ ວ່າ ມີຊ່ອງທາງ ນ້ອຍ ສຳລັບ ຜູ້ນຳ ຮົງກົງ ຈະຊອກ ຊ່ອງທາງ ຍຸຕິ ການປະທ້ວງ ແບບສັນຕິ ຈາກ ຈີນແຜ່ນດິນ ໃຫຍ່. ຜູ້ນຳຈີນ ແຜ່ນດິນໃຫຍ່ ຍັງໄດ້ສົ່ງ ສັນຍານ ທີ່ ບໍ່ ປະນິ ປະນອມ ກັບ ກຸ່ມປະທ້ວງ ໃນ ຮົງກົງ ນຳອີກ.

ການປະທ້ວງ ທີ່ ຮົງກົງ ຊື່ງ ຜູ້ນຳຈີນ ແຜ່ນດິນໃຫຍ່ ບອກວ່າ ເປັນເຣື້ອງ ຜິດ ກົດຫມາຍ ແລະ ເປັນການ ທ້າທາຍ ຕໍ່ ອຳນາດ ການ ປົກຄອງ ທາງດ້ານ ການເມືອງ ຂອງຈີນ ແຜ່ນດິນ ໃຫຍ່ ຢ່າງ ຮຸນແຮງ ຫລັງຈາກ ກອງທັບ ຈີນ ໄດ້ສລາຍ ການ ປະທ້ວງ ທີ່ ນຳໂດຍ ນັກສຶກສາ ຢ່າງ ນອງເລືອດ ໃນເຫດການ ທຽນອັນເໝີນ ທີ່ ກຸງປັກກີ່ງ ໃນ ວັນທີ 4 ມີຖຸນາ ປີ 1989. ແຫລ່ງຂ່າວ ສາມ ແຫລ່ງຂ່າວ ທີ່ ມີສ່ວນ ພົວພັນ ຢ່າງໃກ້ຊິດ ກັບ ຜູ້ນຳຈີນ ແຜ່ນດິນ ໃຫຍ່ ຣະບຸວ່າ ຜູ້ນຳຈີນ ແຜ່ນດິນໃຫຍ່ ຄິດວ່າຕົນ ໃຊ້ຄວາມ ອົດກັ້ນ ຕໍ່ກຸ່ມ ປະທ້ວງ ໃນຮົງກົງ ຫລາຍເກີນ ໄປແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.