ນັກເຄື່ອນໄຫວແກນນໍາ ວຽດນາມ ຖືກຈັບ

ຈໍາປາທອງ
2021.04.11
ນັກເຄື່ອນໄຫວແກນນໍາ ວຽດນາມ ຖືກຈັບ ນາງ Nguyen Thuy Hanh ຍົກປ້າຍຮຽກຮ້ອງໃຫ້ປ່ອຍນັກໂທດຈິດສໍານຶກເປັນອິສຣະ ໃນຣະຫວ່າງການປະທ້ວງທີ່ກຸງຮ່າໂນ່ຍ
Facebook / Nguyen Thuy Hanh

ຕໍາຣວດວຽດນາມ ໃນກຸງຮ່າໂນ່ຍ ຈັບນາງ Nguyen Thuy Hanh ນັກເຂື່ອນໄຫວຕົວຕັ້ງຕົວຕີ ພາຍຫຼັງທີ່ນາງ ໄດ້ສເນີຊື່ຕົນເອງ ເຂົ້າ ສມັກຮັບເລືອກຕັ້ງ ເປັນສມາຊິກສະພາ ແຫ່ງຊາດວຽດນາມ ອັນເປັນຂະບວນການ ທີ່ພັກຄອມມິວນິສວຽດນາມ ຜູ້ກໍາອໍານາດ ຄວບຄຸມຢ່າງເຂັ້ມງວດ ແລະ ກໍເປັນຂະບວນການ ທີ່ຈໍາກັດໄວ້ ໃຫ້ສະເພາະຜູ້ສມັກຮັບເລືອກຕັ້ງ ຈາກພັກຫຼືຜູ້ທີ່ໄດ້ຮັບການ ອະນຸ ມັດ ຈາກພັກເທົ່ານັ້ນ, ອີງຕາມຣາຍງານຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ເມສາ 2021 ຊຶ່ງອົງການ ນີຣະໂທດກໍາສາກົລ ກໍໄດ້ ຮຽກຮ້ອງໃຫ້ ທາງການວຽດນາມ ຍຸຕິການກະທໍາ ທີ່ວ່ານັ້ນ ຕໍ່ຜູ້ສມັກຮັບເລືອກຕັ້ງອິສຣະ ເຂົ້າເປັນສະມາຊິກ ສະພາແຫ່ງຊາດ ວຽດນາມ ຊຶ່ງກໍານົດ ຈະຈັດຂຶ້ນ ໃນມື້ວັນທີ 23 ພຶສພາ ທີ່ຈະມາເຖິງນີ້.

Dang Bich Phuong ໝູ່ໃກ້ຊິດ ຂອງນາງ Nguyen Thuy Hanh ເວົ້າຕໍ່ວິທຍຸເອເຊັຽ ເສຣີ ໂດຍອີງໃສ່ຄໍາເວົ້າ ຂອງສະມາຊິກ ຄອບຄົວຂອງນາງ ວ່າ Nguyen Thuy Hanh ຜູ້ໄດ້ສເນີຊື່ຕົນເອງ ເຂົ້າເປັນຜູ້ສມັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ວຽດນາມ ເມື່ອ ປີ 2016 ຄືກັນນັ້ນ ກໍຖືກ ຕໍາຣວດຈັບ ຢູ່ນອກຫ້ອງເຊົ່າ ຫຼື apartment ຂອງນາງເອງ ແລະ ຖືກນໍາຕົວໄປ ຢູ່ໃນ ຄວາມຄຸ້ມຄອງຂອງເຈົ້າໜ້າທີ່ຕໍາຣວດ ໃນຕອນເຊົ້າ ຂອງມື້ວັນພຸດຜ່ານມານີ້. Dang Bich Phuong ເວົ້າ ວ່າຕໍາຣວດ ໄດ້ຫ້າມ ບໍ່ໃຫ້ຜູ້ເຫັນເຫດການຄົນໃດ ຖ່າຍ ຮູບ ຫຼືວ່າ ຖ່າຍວິດິໂອ ເອົາເຫດການຂອງການຈັບນັ້ນ.

Dang Bich Phuong ເວົ້າຕໍ່ໄປວ່າ ອາດີດນັກໂທດຈິດສໍານຶກ ຫຼືນັກໂທດການເມືອງ Vu Hung ກໍໄດ້ເວົ້າກ່ຽວກັບ ກໍຣະນີ ຕໍາ ຣວດ ຈັບນາງ Nguyen Thuy Hanh ນັ້ນວ່າ ຕອນທີ່ນາງ Hanh ຖືກຈັບຕົວໄປນັ້ນ ເຂົາບໍ່ໄດ້ຢູ່ໃນກຸງຮ່າໂນຍ ແລະ ກໍບໍ່ໄດ້ຍິນ ຂ່າວກ່ຽວກັບນາງ ຈົນຮອດເວລາ 3 ໂມງແລງ ຂອງມື້ວັນພຸດ, ຫຼັງຈາກຮູ້ຂ່າວ ເຂົາກໍກັບມາ ກັບກຸງຮ່າໂນຍທັນທີ.

ເມື່ອ Vu Hung ຖາມພະນັກງານຕ້ອນຮັບ ຢູ່ໜ້າຫ້ອງເຮືອນພັກ ກ່ຽວກັບເຣື່ອງການຈັບນາງ Nguyen Thuy Hanh ນັ້ນ, ພະນັກ ງານບອກວ່າ ມີປະມານ 30 ຄົນ ຢູ່ໃນເຫດການຈັບນັ້ນ ແລະທໍາອິດຕໍາຣວດໄດ້ອ່ານໝາຍຈັບ ແລ້ວກໍປິດຫ້ອງເຊົ່າ ເອົາຕົວນາງໄປ. ມີນັກຂ່າວຜູ້ນຶ່ງ ໄດ້ໂທຣະສັບ ໄປຖາມຕໍາຣວດກຸງຮ່າໂນ່ຍ ກ່ຽວກັບ ກໍຣະນີການຈັບນັ້ນ, ໄດ້ຮັບຄໍາຕອບ ຈາກຕໍາຣວດຜູ້ນຶ່ງວ່າ ພວກເຮົາບໍ່ຮູ້ຈັກ ເຣື່ອງນີ້ ແລ້ວກໍວາງສາຍເລີຍ. ແຕ່ພະນັກງານຕ້ອນຮັບ ຢູ່ໜ້າຫ້ອງການ ຂອງສໍານັກງານຕໍາຣວດ ສືບສວນ ສອບສວນ ເວົ້າວ່າ ຖ້າຢາກຮູ້ເຣື່ອງ ທີ່ວ່ານັ້ນນັກຂ່າວທັງຫຼາຍ ກໍຄວນເຂົ້າມາພົວພັນ ດ້ວຍຕົນເອງ ເພື່ອຖາມຄໍາຖາມຕ່າງໆ.

ນາງ Nguyen Thuy Hanh ເກີດເມື່ອປີ 1963, ເປັນນັກເຄື່ອນໄຫວຕົວຕັ້ງຕົວຕີ ດ້ານສິດທິມະນຸດ ໃນກຸງຮ່າໂນຍ ແລະ ເປັນຜູ້ ສ້າງຕັ້ງກອງທຶນ ທີ່ມີຊື່ວ່າ ກອງທຶນ 50K ຫຼື 50K Fund ເພື່ອສນັບສນູນທາງດ້ານການເງິນ ໃຫ້ແກ່ສະມາຊິກຄອບຄົວ ນັກໂທດ ຈິດສໍານຶກ ຫຼືນັກໂທດ ການເມືອງ ທີ່ບໍ່ສາມາດ ເດີນທາງໄປຮອດຄຸກ ບ່ອນທີ່ ຄອບຄົວເຂົາ ຖືກຄຸກຄຸມຖຸມຂັງ ນັ້ນໄດ້.

ເມື່ອປີ 2020 ຜ່ານມາ ເລຂບັນຊີທະນາຄານ ຫຼື account ຂອງນາງ Nguyen Thuy Hanh ໃນທະນາຄານ Vietcombank ຖືກກີດກັ້ນ ຫຼັງ ຈາກທີ່ນາງຣະດົມທຶນ ຊ່ອຍເຫຼືອໄດ້ປະມານ 500 ລ້ານດົງ ຊຶ່ງເທົ່າກັບ 21,600 ໂດລາສະຫະຣັຖ ເພື່ອຊ່ອຍເຫຼືອ ຄອບຄົວ ຂອງ Le Dinh Kinh ຜູ້ນໍາອາວຸໂສ ຂອງຊຸມຊົນ Dong Tam ທີ່ຖືກເຈົ້າໜ້າທີ່ ຮັກສາຄວາມສງົບ ຍິງເສັຽຊີວິດ ຢູ່ເຂດ Dong Tam ໃນມື້ວັນທີ 9 ມົກຣາ 2020 ຖ່າມກາງເກີດບັນຫາຂັດແຍ່ງ ໃນເຣື່ອງທີ່ດິນ ເປັນເວລາຍາວນານ ອັນເຮັດໃຫ້ມີ ສະມາ ຊິກຄອບຄົວ ຫຼາຍຄົນ ຖືກຈັບຂັງຄຸກ.

ນາງ Nguyen Thuy Hanh ໄດ້ປິດກອງທຶນຊ່ອຍເຫລືອຂອງນາງ ໃນຕົ້ນເດືອນທັນວາ ປີກາຍ ພໍມີເວລາປິ່ນປົວຕົວເອງ, ແຕ່ນາງ ກໍຢືນຢັນວ່າ ຈະສນັບ ສນູນຊາວວຽດນາມ ທີ່ເປັນນັກໂທດຈິດສໍານຶກ ຢູ່ຕໍ່ໄປ.

ໃນຣາຍງານ ທີ່ເຜີຍແຜ່ເມື່ອວັນທີ 1 ເມສາ 2021 ນີ້ ອົງການນີຣະໂທດກໍາສາກົລ ໄດ້ຮຽກຮ້ອງໃຫ້ ທາງການວຽດນາມ ຍຸຕິການ ປາບປາມ ຜູ້ສມັກຮັບເລືອກຕັ້ງອິສຣະ ເຂົ້າເປັນ ສະມາຊິກສະພາ ແຫ່ງຊາດວຽດນາມ ແລະ ຜູ້ມີຄໍາເຫັນ ຕໍານິວິພາກວິຈານພັກ-ຣັຖ ວຽດນາມ ໂດຍເວົ້າວ່າ ເມື່ອຫຼາຍອາທິດຜ່ານມາ ມີຜູ້ສມັກຮັບເລືອກຕັ້ງ 2 ຄົນ ຖືກຈັບຕົວໄປ ແລະກໍຖືກຕັ້ງຂໍ້ຫາ ພາຍໃຕ້ກົດໝາຍ ອາຍາມາດຕຣາ 117 ຍ້ອນຈັດທໍາ, ສະສົມເກັບກໍາ ຫລືເຜີຍແຜ່ ຂໍ້ມູລຂ່າວສານ, ວັດຖຸ ຫຼືສິ່ງຂອງ ເພື່ອເປົ້າໝາຍ ຕໍ່ຕ້ານສາທາ ຣະນະຣັຖສັງ ຄົມນິຍົມ ວຽດນາມ ຊຶ່ງຕ້ອງໂທດຈໍາຄຸກ ແຕ່ 5 ປີເຖິງ 20 ປີ.

ອົງການ ນີຣະໂທດກໍາສາກົລ ຍັງໄດ້ຮັບຣາຍງານ ທີ່ເຊື່ອຖືໄດ້ຫຼາຍສບັບ ກ່ຽວກັບຄົນອື່ນໆ ໃນທົ່ວວຽດນາມ ທີ່ຖືກຕໍາຣວດຂົ່ມຂູ່ ຄຸກຄາມ ແລະກຸກກວນ ຍ້ອນມີ ສ່ວນກ່ຽວຂ້ອງ ກັບການເລືອກຕັ້ງ ແລະຕໍານິ ວິຈານແນວທາງ ນະໂຍບາຍ ຂອງຣັຖບານ ແລະ ການກະທໍາ ຂອງທາງການ ວຽດນາມ ທີ່ວ່ານັ້ນ ມີແນວໂນ້ມ ທີ່ອາດເຮັດໃຫ້ ສະພາບການຂີ້ຮ້າຍລົງ ກ່ອນໜ້າ ຮອດມື້ເລືອກຕັ້ງ ໃນມື້ວັນທີ 23 ພຶສພານີ້.

ທ່ານ Emerlynne Gill ຮອງຜູ້ອໍານວຍການ ປະຈໍາພາກພື້ນ ຂອງອົງການ ນີຣະໂທດກໍາ ສາກົລ ກ່າວວ່າ ໃນຂນະທີ່ວຽດນາມ ກໍາລັງເດີນໜ້າ ສມັກເປັນ ສະມາຊິກສະພາ ສິດທິມະນຸດ ສະຫະປະຊາຊາດ ທີ່ມີສໍານັກງານ ຕັ້ງຢູ່ນະຄອນ Geneva ປະເທດ Switzerland ຢູ່ນີ້, ທາງການວຽດນາມ ກໍຍັງຣະເມີດ ສິດທິມະນຸດ ຢ່າງຈະແຈ້ງ ແລະແຜ່ຫຼາຍ ຢູ່ພາຍໃນປະເທດ ຂອງຕົນນັ້ນຢູ່. ທ່ານເວົ້າວ່າ ວຽດນາມ ຕ້ອງຍຸຕິ ການປາບປາມດັ່ງກ່າວ ທີີ່ວ່ານັ້ນ ແລະ ອະນຸຍາດໃຫ້ທຸກຄົນ ໃນວຽດນາມ ໃຊ້ສິດຂອງຕົນຢ່າງ ເສຣີ ປາສຈາກ ການຄວາມຢ້ານກົວໃດໆ ທີ່ຈະເກີດຈາກ ການຕອບໂຕ້ຕາມມາ.

ແລະວ່າ ການເລືອກຕັ້ງ ເອົາຄະນະນໍາ ພັກຄອມມິວນິສວຽດນາມ ເມື່ອບໍ່ນານມານີ້ ໜ້າຈະເປັນການເລີ່ມຕົ້ນ ປັບປຸງເຣື່ອງສິດທິ ມະນຸດ ຢູ່ວຽດນາມ, ແຕ່ໃນຂນະນີ້ ການກະທໍາ ຂອງຄະນະນໍານັ້ນ ບົ່ງບອກວ່າ ຍັງມີການຣະເມີດ ສິດທິຕ່າງໆ ຂອງປະຊາຊົນ ແບບທີ່ເຄີຍເປັນມາ ແລະຫລາຍເພີ່ມຂຶ້ນ. ວຽດນາມ ມີໜ້າທີ່ຕ້ອງເຄົາຣົບນັບຖື, ສົ່ງເສີມແລະປະຕິ ບັດສິທິມະນຸດ ຮວມທັງສິດ ເສຣີພາບ ໃນການສະແດງອອກ ເຖິງຄວາມຄິດຄວາມເຫັນ, ການຈັດຕັ້ງສະມາຄົມ, ສິດເສຣີພາບ ທາງດ້ານການຂ່າວ.

ທາງການວຽດນາມ ຕ້ອງຮັບປະກັນວ່າ ຜູ້ສມັກຮັບເລືອກຕັ້ງ ພ້ອມທັງທຸກຄົນ ໃນວຽດນາມ ຕ້ອງໄດ້ຮັບກາ ນປະຕິບັດຕໍ່ ຢ່າງເທົ່າ ທຽມກັນ ແລະ ບໍ່ມີການຈໍາແນກ. ສິ່ງດັ່ງກ່າວ ເປັນສ່ວນນຶ່ງ ຂອງຫຼັກການພື້ນຖານ ຂອງສົນທິສັນຍາ ສາກົລ ກ່ຽວກັບ ສິດທິມະນຸດ ຊຶ່ງວຽດນາມເອງ ກໍໄດ້ສມັກໃຈ ໃຫ້ສັຕຍາບັນ, ທ່ານ Gill ກ່າວ.

Le Trong Hung ນັກຂ່າວພົລເຮືອນ ແລະທັງເປັນ ສະມາຊິກຂອງໂທຣະທັດ Chung Hung TV ທີ່ຖ່າຍທອດ ອອກອາກາດສົດ ກ່ຽວກັບບັນຫາສັງຄົມ ແລະ ການເມືອງ ຜ່ານເຟສບຸກ ນັ້ນ ກໍຖືກຕໍາຣວດຈັບ ໃນຣະຫວ່າງ ທີ່ຍ່າງຢູ່ໃນເຂດຄຸ້ມບ້ານຂອງທ່ານ ຢູ່ກຸງ ຮ່າໂນຍ ແລະ ໄດ້ຖືກນໍາຕົວໄປ ເຮືອນຂອງເຂົາໃນມື້ວັນທີ 27 ມິນາ ຜ່ານມານີ້ ແລະ ເຈົ້າໜ້າທີ່ຕໍາຣວດ ໄດ້ເຂົ້າກວດຄົ້ນ ເຮືອນ ຂອງເຂົາ.

ມາເຖິງປັດຈຸບັນ ກໍຍັງບໍ່ຮູ້ວ່າ ເຂົາຖືກກັກຂັງຢູ່ບ່ອນໃດ. ແລະກ່ອນໜ້ານັ້ນ ຄືເມື່ອວັນທີ 10 ມິນາ ນັກຂ່າວອອນລາຍ Tran Quoc Khanh ຜູ້ໄດ້ສະແດງອອກ ເຖິງຄວາມຕັ້ງໃຈ ທີ່ຈະເປັນ ຜູ້ລົງສມັກ ຮັບເລືອກຕັ້ງອິສຣະນັ້ນ ກໍຖືກທາງການຈັບ ແລະ ຖືກຕັ້ງຂໍ້ຫາ ຢູ່ ແຂວງ Ninh Binh ພາຍໃຕ້ກົດໝາຍ ອາຍາມາດຕຣາ 117 ຄືກັນ. ແຕ່ບໍ່ຮູ້ຢ່າງຄັກແນ່ ວ່າ ທ່ານໄດ້ຂຶ້ນທະບຽນ ຮັບສມັກ ເລືອກຕັ້ງ ຢ່າງເປັນທາງການ ແລ້ວຫຼືຍັງ.

ກ່ອນຖືກຈັບ Tran Quoc Khanh ໄດ້ຂຶ້ນທະບຽນ ສື່ສັງຄົມອອນລາຍຂອງຕົນ ທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍ ຊຶ່ງເຂົາມັກຈະ ລົງຄວາມເຫັນ ໃນບັນຫາ ສິດທິມະນຸດ ແລະ ສັງຄົມໃນປະເທດ ວຽດນາມ. ໃນການຖ່າຍທອດສົດ ເມື່ອວັນທີ 6 ມິນາ ຜ່ານມາ ທ່ານ ໄດ້ສົນທະນາ ເຣື່ອງການຕໍານິຕິຕຽນກະຊວງຕ່າງໆ ຂອງຣັຖບາລ ແລະຮຽກຮ້ອງ ໃຫ້ຣັຖບາລວຽດນາມ ນັບຖືການບັງຄັບ ໃຊ້ກົດໝາຍ.

ມາໃນມື້ ວັນທີ 22 ມິນາ ເຈົ້າໜ້າທີ່ຕໍາຣວດ ຈາກແຂວງ Nge An ໄດ້ຈັບທ່ານໝໍ Nguyen Duy Huong ໃນຂໍ້ຫາຂຽນ ແລະ ເຜີຍ ແຜ່ຄວາມຄິດເຫັນຂອງຕົນ ທາງອອນລາຍ ແຕ່ຖືກທາງການ ກ່າວຫາ ວ່າ ໃສ່ຮ້າຍປ້າຍສີ ບັນດາຜູ້ນໍາອາວຸໂສ ຂອງພັກ ຄອມມິວນິສ ວຽດນາມ. Dr. Nguyen Duy Huong ໃຊ້ເຟສບຸກຂອງຕົນ ຂຽນບົດຄວາມ ວິພາກວິຈານ ນະໂຍບາຍ ຂອງ ຣັຖບານ.

ເຖິງແມ່ນວ່າ ທ່ານຈະບໍ່ໄດ້ສມັກຮັບເລືອກຕັ້ງ ແຕ່ທ່ານກໍຖືກຈັບ ຖ່າມກາງທາງການວຽດນາມ ປາບປາມປະຊາຊົນຫຼາຍຂຶ້ນ ກ່ອນໜ້າ ການເລືອກຕັ້ງ ຈະມີຂຶ້ນ ທີ່ປາກົດວ່າ ມຸ້ງເປົ້າໝາຍ ໃສ່ນັກຂ່າວ ຮວມທັງ ນັກຂ່າວອອນລາຍ ແລະ ຜູ້ສມັກຮັບເລືອກຕັ້ງອິສຣະ.

ເຈົ້າໜ້າທີ່ອາວຸໂສ ອົງການນີຣະໂທດກໍາສາກົລ ເວົ້າວ່າ ອົງການຂອງພວກທ່ານ ຂໍຍໍ້າອີກເທື່ອນຶ່ງວ່າ ມາຕຣາ 117 ຂອງກົດໝາຍ ອາຍາວຽດນາມ ຣະເມີດສິດ ທິມະນຸດສາກົລ ຊຶ່ງຄວນລົບລ້າງຖິ້ມ ຫຼືບໍ່ກໍດັດແກ້ ເພື່ອໃຫ້ສອດຄ່ອງກັບຫຼັກການ ຕາມມາດຕຣາ 19 ຂອງສົນທິສັນຍາສາກົລ ກ່ຽວສິດທິພົລເຮືອນ ແລະການເມືອງ ຊຶ່ງວຽດນາມ ກໍເປັນຣັຖພາຄີ.

ທ່ານ ກ່າວຕື່ມອີກວ່າ ຂໍ້ກ່າວຫາ ຂອງທາງການວຽດນາມ ທີ່ວ່າເຫຼົ່ານັ້ນ ເປັນເຣື່ອງຫຼອກລວງ ຢ່າງເຫັນໄດ້ຈະແຈ້ງ ແລະກໍບໍ່ມີບ່ອນ ໃດ ໃນສັງຄົມວຽດນາມ ທີ່ນັບຖືສິດທິມະນຸດ. ມາດຕຣາ 117 ທີ່ວ່ານັ້ນ ຄວນຖືກກໍາຈັດໄປ ໂດຍໄວ ແລະ ທັງ 3 ທ່ານ ທີ່ຖືກຕັ້ງ ຂໍ້ຫາ ພາຍໃຕ້ມາດຕຣານັ້ນ ກໍຄວນຖືກປ່ອຍຕົວ ຢ່າງຮີບດ່ວນ. ແລະວ່າ ທາງການວຽດນາມ ຈະຕ້ອງຍົກເລີກ ທຸກຂໍ້ກ່າວຫາ ຕໍ່ ພວກເຂົາເຈົ້າ.

ມາຮອດເດືອນ ທັນວາ 2020 ປະຊາຊົນວຽດນາມ ຢ່າງໜ້ອຍ 173 ຄົນ ຖືກຈັບຂັງຄຸກ ຢູ່ວຽດນາມ ຖານເປັນນັກໂທດ ຈິດສໍານຶກ, ອີງຕາມຣາຍງານປະຈໍາປີ ຂອງອົງການນີຣະໂທດກໍາສາກົລ ທີ່ເຜີຍແຜ່ໃນມື້ວັນທີ 6 ເມສາ 2021 ນີ້ ຖືວ່າເປັນຈໍານວນຫຼາຍທີ່ສຸດ ຢ່າງເປັນປວັດການ ນັບຕັ້ງແຕ່ອົງການນີຣະໂທດກໍາສາກົລ ໄດ້ເລີ່ມພິມເຜີຍແຜ່ ຈໍານວນຜູ້ຖືກຈັບຄຸມຂັງ ຕັ້ງແຕ່ປີ 1996 ມາ.

ອົງການ ນີຣະໂທດກໍາສາກົລ ຍັງເວົ້າຕື່ມອີກວ່າ ຈໍານວນ 72 ຄົນ ທີີ່ໄດ້ສະແດງຄວາມຄິດ ຄວາມເຫັນຂອງຕົນ ຜ່ານທາງອອນລາຍ ຖືກທາງການວຽດນາມ ຈັບຂັງຄຸກນັ້ນ ເປັນຈໍານວນ ທີ່ເພີ່ມຂຶ້ນ ຈາກຫຼາຍປີຜ່ານໆມາ ແລະສະພາບ, ເງື່ອນໄຂຢູ່ໃນຄຸກຄຸມຂັງ ໂດຍ ທົ່ວໄປແລ້ວ ແມ່ນຍັງມີ ການໃຊ້ຄວາມຮຸນແຮງຕໍ່ນັກໂທດ ໂດຍສະເພາະຢ່າງຍິ່ງ ນັກໂທດ ຈິດສໍານຶກ ແມ່ນຍັງຖືກປະຕິບັດຕໍ່ ແບບ ບໍ່ດີ, ຖືກດູຖູກຢຽບຫຍາມ, ມິ່ນປະໝາດ ແລະຖືກກຸກກວນຕ່າງໆນາໆ ເປັນປະຈໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.