ກຸ່ມກັມມະກອນຢູ່ໄທເປັນຜູ້ ມີໜີ້

ອຸ່ນແກ້ວ ສຸກສວັນ
2014.04.24
F-default ກັມມະກອນ ຜູ້ທີ່ມີເງິນ ເດືອນ ຕ່ຳກວ່າ 15,000 ບາດ ຈະມີໜີ້ສິນ ເພື່ອຢູ່ລອດ
RFA

 

ສູນ ພຍາກອນ ເສຖກິດ ແລະ ທຸຣະກິດ ຂອງໄທ ເວົ້າວ່າ ບັນດາ ກັມມະກອນ ລູກຈ້າງ ຜູ້ໃຊ້ ແຮງງານ ກາຍເປັນ ໜີ້ ເພີ້ມຂຶ້ນ ໂດຍ ສະເພາະ ກັມມະກອນ ຜູ້ທີ່ໄດ້ ເງິນເດືອນ ຕ່ຳກວ່າ 15,000 ບາດ. ອີງຕາມ ຣາຍງານ ຂອງ ໜັງສືພິມ ເດີເນເຊີນ ຂອງໄທ.

ສູນ ພຍາກອນ ເສຖກິດ ແລະ ທຸຣະກິດ ມີການ ສຳຫຣວດ ດ້ວຍ ການ ສຳພາດ ບັນດາ ຜູ້ທີ່ ເຮັດວຽກ ເປັນລູກຈ້າງ 1,200 ຄົນ ຊຶ່ງມີການ ໄປ ສຳພາດ ແຕ່ວັນທີ 17 ຫາ 21 ເມສາ. ຜົນສຳ ຫຣວດ ພົບວ່າ 60 ສ່ວນຮ້ອຍ ຂອງ ກັມມະກອນ ທີ່ມີເງິນ ເດືອນ ຕ່ຳກວ່າ 15,000 ບາດ ມີເງິນ ບໍ່ພໍຈ່າຍ ສະນັ້ນ ເຂົ້າເຈົ້າ ຈະຕ້ອງ ໄປກູ້ຢືມ ເງິນເພື່ອມາ ໃຊ້ຈ່າຍ ແລະ ສຸດທ້າຍ ຈຶ່ງກາຍ ເປັນໜີ້. ນອກຈາກ ນັ້ນ ໂດຍທົ່ວໄປ ແລ້ວ ຈຳໜີ້ ສິນ ຄົວເຮືອນ ຢູ່ໃນ ປະເທດໄທ ປະມານ 100,000 ບາດ ຊຶ່ງໃນນັ້ນ 56 ສ່ວນຮ້ອຍ ຂອງ ຈຳນວນ ຄົວເຮືອນ ທີ່ ເປັນໜີ້ ແມ່ນຕິດໜີ້ ນອກຣະບົບ ສ່ວນທີ່ ເຫລືອ ແມ່ນຕິດໜີ້ ໃນຣະບົບ.

ເຖິງວ່າ ທີ່ຜ່ານມາ ຣັຖບານໄທ ຈະມີການ ປັບຄ່າຈ້າງ ຂັ້ນຕ່ຳ ຂຶ້ນເປັນ 300 ບາດ ຕໍ່ມື້ ກໍຕາມ, ແຕ່ບັນດາ ຫົວໜ່ວຍ ທຸຣະກິດ ທີ່ຈ້າງງານ ກໍມີການ ປົດຈຳນວນ ຄົນງານ ອອກ ແລະ ບໍ່ໃຫ້ ກັມມະກອນ ເຮັດວຽກ ເກີນເວລາ. ຊຶ່ງສິ່ງ ດັ່ງກ່າວ ກໍບໍ່ສາມາດ ຊ່ວຍໃຫ້ ຜູ້ໃຊ້ ແຮງງານ ມີເງິນເດືອນ ເພີ້ມຂຶ້ນ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.