ຊາວພະມ້າຕໍ່ຕ້ານ ເຂື່ອນ ໄມຊອນ ຂອງຈີນ

ສິດນີ
2019.04.02
f-Myitsone Dam ຮູບຈໍາລອງ ຂອງ ເຂື່ອນໄມຊອນ ທີ່ ຈີນ ຈະສ້າງໃນ ປະເທດພະມ້າ
Public Domain

ກຸ່ມນັກການເມືອງ ກຸ່ມຕໍ່ສູ້ເພື່ອສິດທິມະນຸດ ແລະ ພາກປະຊາສັງຄົມ ຮ່ວມທັງນັກຮຽນນັກສຶກສາ ນັກວິຊາການ ແລະປະຊາຊົນໂດຍທົ່ວໄປ ໃນພະມ້າ ໄດ້ພາກັນຊຸມນຸມປະທ້ວງ ໂຄງການສ້າງເຂື່ອນ ໄມຊອນ ທີ່ຈີນ ຈະລົງທຶນສ້າງ ຢ່າງຮຸ່ນແຮງ ໃນອາທິດນີ້ ທີ່ນະຄອນຢ້າງກຸ້ງ.
ທ່ານ ອອງ ໂຊມີນ ຫົວຫນ້າກຸ່ມປະທ້ວງກ່າວຕໍ່ຫນັງສືພິມ The Frontier ວ່າ ກຸ່ມຂອງພວກທ່ານໄດ້ເຊື້ອເຊີນ ອົງການທີ່ບໍ່ຂຶ້ນກັບຣັຖບານ ຫລື NGO ຈາກຫລາຍອົງການ, ກຸ່ມພັກການເມືອງຕ່າງໆ ໃນພະມ້າ ກຸ່ມປົກປ້ອງສິ່ງແວດລ້ອມ ແລະອົງກອນສິດທິມະນຸດ ໃຫ້ມາເຂົ້າຮ່ວມ ການປະທ້ວງ ຕ້ານການສ້າງເຂື່ອນຂນາດໃຫຍ່ ເຂື່ອນໄມຊອນໃນພະມ້າ ໃຫ້ມີການຍົກເລີກການສ້າງ ຍ້ອນມັນສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະຊີວິດການເປັນຢູ່ ຂອງຊຸມຊົນໃນເຂດດັ່ງກ່າວ.

ທ່ານຍັງບອກອີກວ່າ ທ່ານໄດ້ເຊື້ອເຊີນສະມາຊິກສະພາ ພັກສັນນິບາດ ເພື່ອປະຊາທິປະຕັຍ ຂອງຍານາງ ອອງຊານຊູຈີ ມາຮ່ວມປະທ້ວງນຳ ແຕ່ຍັງບໍ່ແນ່ວ່າຈະມີກຸ່ມດັ່ງກ່າວ ຈະມາຮ່ວມປະທ້ວງນຳຫລືບໍ ທ່ານເອງເປັນສະມາຊິກສະພາ ຈາກແຂວງມັນດາເລໄດ້ທຳການຊຸມນຸມປະທ້ວງ ກັບສະມາຊິກ ຂອງທ່ານໃນມື້ວັນທີ 26 ມິນານີ້ ທີ່ກຸງຢ້າງກຸ້ງ. ກຸ່ມດັ່ງກ່າວ ມີແຜນການຈະປະທ້ວງຄັ້ງໃຫຍ່ ອີກຄັ້ງນຶ່ງ ໃນມື້ວັນທີ 1 ເມສາ ຊິມານີ້ ດັ່ງນັ້ນ ຈຶ່ງໄດ້ຊັກຊວນ ທຸກພາກສ່ວນ ເຂົ້າມາຮ່ວມປະທ້ວງນຳ. ກຸ່ມຂອງທ່ານ ຈະແຕ່ງຕັ້ງ ຄນະກັມມະການ ເພື່ອວາງແຜນ ການ ປະທ້ວງ ຢ່າງໃຫຍ່ໃນມື້ນັ້ນ.ໃນຂນະດຽວກັນ ທ່ານ ຢູໄມກໍ້ ຫົວຫນ້າຄນະກັມມະການຕ້ານການສໍ້ຣາຊບັງຫລວງແລະສິດທິການນັບຖືສາສນາ ຊຶ່ງເປັນກຸ່ມຊາວພຸດຫົວຮຸ່ນແຮງກໍກ່າວວ່າ ປະຊາຊົນຊາວພະມ້າ ບໍ່ຄວນເມີນເສີຍແລະມິດງຽບ ຕໍ່ໂຄງການສ້າງເຂື່ອນຂອງຈີນ ໂດຍສະເພາະ ໂຄງການເຂື່ອນໄມຊອນ ທີ່ຖືກຍົກເລີກໃນປີ 2011 ໃນສມັຍການປົກຄອງ ຂອງປະທານາທິບໍດີ ທຽນຊຽນ ຍ້ອນການຕໍ່ຕ້ານຂອງປະຊາຊົນ ຊຶ່ງໃນປັດຈຸບັນນີ້ ຣັຖບານ ຂອງຍານາງ ອອງຊານຊູຈີ ກຳລັງພິຈາຣະນາໃຫ້ນັກລົງທຶນຈີນ ສືບຕໍ່ສ້າງເຂື່ອນດັ່ງກ່າວ ເພື່ອໃຊ້ຫນີ້ຈີນ ຍ້ອນ ຕິດຫນີ້ຈີນຫລາຍ ໃນຣະຍະທີ່ຜ່ານມາ.

ເຂຶ່ອນດັ່ງກ່າວ ນອກຈາກ ຈະສົ່ງຜົລກະທົບ ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມແລ້ວ ຍັງຈະສົ່ງຜົລກະທົບ ຕໍ່ການຄົມມະນາຄົມທາງນ້ຳ ແລະ ການປະມົງ ຮ່ວມທັງ ຂະນົບທຳນຽມ ວັທນະທຳອັນດັ້ງເດີມ ຂອງຊົນເຜົ່າໃນເຂດດັ່ງກ່າວນຳອີກ ຍ້ອນ ຂະເຈົ້າ ຈະຖືກໂຍກຍ້າຍຈາກ ບ່ອນຢູ່ອາສັຍ ແລະຫລາຍຄົນ ກໍບໍ່ຢາກໂຍກຍ້າຍ. ທ່ານ ໄມກໍ້ ຍັງບອກອີກວ່າ ເຖິງເວລາແລ້ວ ທີ່ຊາວພະມ້າ ຈະຮ່ວມກັນຕ້ານການ ສ້າງເຂື່ອນຂນາດໃຫຍ່ ໃສ່ແມ່ນ້ຳເອຣາວະດີ ທີ່ເປັນແມ່ນ້ຳສາຍເລືອດ ອູ່ເຂົ້າອູ່ນ້ຳ ຂອງປະຊາຊົນ ຊາວພະມ້າຫລາຍລ້ານຄົນ. ທ່ານວ່າ ເຖິງແມ່ນວ່າ ຣັຖບານພະມ້າ ຈະຖືກກົດດັນ ຈາກຈີນ ແຕ່ ເຂື່ອນດັ່ງກ່າວ ກໍອາດຈະຖືກຍົກເລີກໄດ້ ຖ້າປະຊາຊົນພະມ້າ ຮ່ວມກັນປະທ້ວງ ໂຄງການດັ່ງກ່າວ ຣັຖບານອາດຈະຢູ່ຄຽງຂ້າງປະຊາຊົນ ແທນທີ່ຈະເປັນຈີນ ແຕ່ຖ້າມິດງຽບເຂື່ອນດັ່ງກ່າວ ຈະຖືກສ້າງແນ່ນອນ ຜົລເສັຍ ກໍແມ່ນປະຊາຊົນ ຊາວພະມ້ານັ້ນເອງ.

ໃນຂນະດຽວກັນ ສະຖານທູດຈີນ ທີ່ນະຄອນຢ້າງກຸ້ງ ກໍອອກຖແລງການວ່າ ເອກອັຄຣາຊທູດຈີນ ປະຈຳພະມ້າ ທ່ານ ຮົງລຽງ ໄດ້ເດີນທາງ ໄປເຂດກາຈີນ ບ່ອນທີ່ຈະສ້າງເຂື່ອນ ເພື່ອສັງເກດການສະພາບຕົວຈີງ ຊຶ່ງໃນອະດີດ ປະຊາຊົນ ທ້ອງຖິິ່ນໃນເຂດນີ້ ເຫັນພ້ອມໃນການສ້າງ ເຂື່ອນດັ່ງກ່າວ ແຕ່ໃນປັດຈຸບັນ ພົບວ່າ ຊາວບ້ານ ຫລາຍຄົນຖືກຊັກຈູງ ຈາກກຸ່ມປະທ້ວງໃຫ້ມີການປະທ້ວງ ຕ້ານການສ້າງເຂື່ອນ ໃນນັ້ນ ຮ່ວມດ້ວຍ ການປະທ້ວງ ໃນເດືອນກຸມພາຜ່ານມາ ທີ່ມີປະຊາຊົນຫລາຍພັນຄົນ ເຂົ້າຮ່ວມ ປະທ້ວງແລະການປະທ້ວງທີ່ນະຄອນມັນດາເລ ວ່າງເດືອນກ່ອນ ກຸ່ມປະທ້ວງບອກວ່າ ເປັນເທື່ອທຳອິດ ທີ່ມີຫລາຍອົງການເຂົ້າຮ່ວມ ການປະທ້ວງຕ້ານການສ້າງເຂື່ອນຂອງຊຸມຊົນ. ດັ່ງນັກວິຊາການພະມ້າ ທ່ານນຶ່ງກ່າວກ່ຽວກັບໂຄງການ ເຂື່ອນໄມຊອນ ໃນຕອນນຶ່ງວ່າ:

“ປະຊາຊົນ ຊາວພະມ້າຫມົດທຸກຄົນ ຮ່ວມດ້ວຍຊົນເຜົ່າ ບໍ່ເຫັນພ້ອມໃນໂຄງການເຂື່ອນໄມຊອນ ຍ້ອນມັນກະທົບຕໍ່ສິ່ງແວດລ້ອມ ວິຖິີຊິວິດ ຂອງປະຊາຊົນທ້ອງຖິ່ນ ສັດສາວາສິ່ງແລະສິ່ງທີ່ມີຊີວິດຕ່າງໆ ໃນເຂດນັ້ນ ຈະໄດ້ຮັບຜົລກະທົບຫມົດ.”

ພະມ້າ ຕ້ານການສ້າງເຂື່ອນມາຕລອດ ຫລາຍເຂື່ອນ ກໍຖືກຍົກເລີກ ຍ້ອນການປະທ້ວງ ແຕ່ການປະທ້ວງເທື່ອນີ້ ຈະໄດ້ຜົລຫລືບໍ. ນັກວິຊາການພະມ້າ ທ່ານນີ້ກ່າວຕື່ມວ່າ:

“ການປະທ້ວງໃນອາທິດນີ້ ແມ່ນຕ້ານການສ້າງເຂື່ອນໄມຊອນຂອງຈີນ ຍ້ອນປະຊາຊົນ ບໍ່ຕ້ອງການເຂື່ອນດັ່ງກ່າວເພາະມັນຈະໃຫ້ປໂຍດ ຈີນຫລາຍກວ່າປະຊາຊົນພະມ້າ ຖ້າເຂື່ອນດັ່ງກ່າວຖືກສ້າງ ຈະສົ່ງຜົລກະທົບລາຍໃຫຍ່ ໃນພະມ້າ.”

ທ່ານວ່າ ປະຊາຊົນພະມ້າ ຮຸ່ນແຮງຕໍ່ການສ້າງເຂື່ອນໃນພະມ້າ ຊຶ່ງຣັຖບານພະມ້າ ໃນປັດຈຸບັນ ມີແຜນການຈະສ້າງເຂື່ອນ ປະມານ 200 ເຂື່ອນ ທັງຂນາດ ໃຫຍ່ ຂນາດກາງ ແລະຂນາດນ້ອຍ ໃນນັ້ນ ບາງເຂື່ອນ ກໍໄດ້ສ້າງແລ້ວ ບາງເຂື່ອນ ຍັງຢູ່ໃນ ແຜນການ ແລະຫລາຍເຂື່ອນກໍຖືກຍົກເລີກ ຍ້ອນການປະທ້ວງ ໂຄງການເຂື່ອນຕ່າງໆ ເຫລົ່ານີ້ ສ່ວນໃຫຍ່ແມ່ນຖືກສ້າງ ໃນຊ່ວງການປົກຄອງ ຂອງຣັຖບານຜເດັດການທະຫານ ຍ້ອນຕ້ອງການຣາຍໄດ້ ເພື່ອມາໃຊ້ຈ່າຍພາຍໃນປະເທດ ຍ້ອນພະມ້າ ຖືກຈຳແນກ ໃຫ້ຢູ່ໂດດດ່ຽວ ຈາກການຂ້ວມບາດ ຂອງປະເທດຕາເວັນຕົກ ໃນເວລານັ້ນ.

ປະເທດໃນຂົງເຂດອື່ນໆ ອີກທີ່ມີແຜນການສ້າງເຂື່ອນກໍແມ່ນກຳພູຊາ ໃນປັດຈຸບັນ ມີແຜນການຈະສ້າງປະມານ 5 ເຂື່ອນ ສອງເຂື່ອນແມ່ນ ສ້າງໃສ່ແມ່ນ້ຳຂອງ ເປັນຕົ້ນເຂື່ອນຊຳບົງ ແລະເຂືຶ່ອນເຊສານ 2 ທີ່ແຂວງຊຽງແຕງ ນອກຈາກນັ້ນ ກໍມີເຂື່ອນ han se san 2 ຢູ່ແມ່ນ້ຳເຊສານ ເຂື່ອນ Cheay Areng ແລະເຂື່ອນ Karison 1 ຢູ່ແຂວງເກາະກົງ ຍັງມີອີກຫລາຍເຂື່ອນ ຢູ່ໃນແຜນການຈະສ້າງ ປະຊາຊົນຊາວ ກຳພູຊາ ກໍມີການປະທ້ວງ ແຕ່ບໍ່ໄດ້ຜົລ ຍ້ອນຣັຖບານ ຮຸນເຊັນ ປາບປາມ, ເຂື່ອນດັ່ງກ່າວ ທັງຫມົດ ຈະຖືກສ້າງໂດຍຈີນ.

ສຳລັບວຽດນາມ ກໍມີຫລາຍເຂື່ອນຖືກສ້າງ ມາຮອດປັດຈຸບັນ ຣັຖບານວຽດນາມປະກາດຢຸດການສ້າງເຂື່ອນພາຍໃນປະເທດ ແລ້ວຫັນມາສ້າງໃນລາວ ທີ່ແຂວງເຊກອງແລະອັດຕະປື ດັ່ງເຂື່ອນເຊກອງ 1 ສອງແລະສາມ ເຂື່ອນເຊກະຫມານ ແລະອື່ນໆ.
ສຳລັບປະເທດໄທແລ້ວ ປະຊາຊົນໄທ ຕ້ານການສ້າງເຂື່ອນລາຍໃຫຍ່ ຈົນເຮັດໃຫ້ ຣັຖບານປະກາດ ເຊົາການສ້າງເຂື່ອນພາຍໃນປະເທດ ຫັນມາສ້າງແລະຊື້ໄຟຟ້າ ຈາກການສ້າງເຂື່ອນໃນລາວ ຊຶ່ງໃນປັດຈຸບັນ ໄທເປັນລູກຄ້າລາຍໃຫຍ່ ຂອງລາວ ໃນການຊື້ໄຟຟ້າ.

ບັນດາປະເທດດັ່ງກ່າວ ໃຫ້ຄວາມສຳຄັນ ຕໍ່ຄວາມເປັນຢູ່ຂອງປະຊາຊົນ ຈຶ່ງບໍ່ສ້າງເຂື່ອນພາຍໃນປະເທດ ຍ້ອນມັນສົ່ງຜົລກະທົບ ຕໍ່ວິຖີຊີວິດ ຂອງ ປະຊາຊົນ ຈຶ່ງໃຊ້ລາວ ເປັນພື້ນທີ່ສ້າງເຂື່ອນໃຫ້ຂະເຈົ້າ ເຖິງແມ່ນວ່າ ຈະສົ່ງຜົນກະທົບຕໍ່ ປະຊາຊົນຫລາຍ ປານໃດກໍຕາມ ຣັຖບານລາວ ກໍພຍາຍາມສ້າງເຂື່ອນ ຢູ່ຕລອດ ຍ້ອນປະຊາຊົນ ບໍ່ສາມາດປະທ້ວງໄດ້.

ນັກວິຊາການດ້ານການສ້າງເຂື່ອນເວົ້າວ່າ ພລັງງານການສ້າງເຂື່ອນໃນອານາຄົດ ອາດຈະຫຼຸດລົງ ພລັງງານທາງເລືອກເປັນຕົ້ນ ຈາກແສງແດດ ຄວາມຮ້ອນ ແລະຈາກການເຜົາໄຫມ້ຈະມາແທນທີ່ ຮ່ວມທັງ ພລັງງານຈາກນິວເຄລັຽ ເມື່ອຮອດເວລານັ້ນ ໂຄງການເຂື່ອນໃນລາວ ອາດມີບັນຫາ ໃນການຂາຍໄຟຟ້າ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:

“ທ່ານຄິດວ່າ ລາວຄວນມີແຜນການເສຖກິຈຄົບວົງຈອນ ການສ້າງເຂື່ອນຄວນຫລຸດລົງ ເສຖກິຈ ທີ່ຫລາກຫລາຍ ຄວນເຂົ້າມາແທນທີ່ ເປັນຕົ້ນ ການທ່ອງທ່ຽວ ແບບນິເວດ ຍ້ອນລາວ ມີແຫລ່ງທ່ອງທ່ຽວ ທີ່ສວຍສົດງົດງາມ, ການປູກພືດປອດສານພິດ ອຸດສາຫະກັມ ຂນາດເບົາ ແລະພລັງງານທາງເລືອກ ດັ່ງແສງແດດ ຄວາມຮ້ອນແລະການເຜົາໄຫມ້ ໃນແຜນການພັທນາສເຖກິຈ ສປປລາວ ໃນອາອານາຄົດ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.