ສ່ວນນຶ່ງ ຕົ້ນເຫດໄຟໄໝ້ປ່າ ທີ່ສ້າງບັນຫາໝອກຄວັນໃນ ໄທຍ, ລາວ, ພະມ້າ

ສິດນີ
2023.04.23
ສ່ວນນຶ່ງ ຕົ້ນເຫດໄຟໄໝ້ປ່າ ທີ່ສ້າງບັນຫາໝອກຄວັນໃນ ໄທຍ, ລາວ, ພະມ້າ ມົນລະພິດ ທາງອາກາດ ສ້າງບັນຫາໃນເຂດເມືອງຊຽງດາວ ທີ່ຢູ່ໃກ້ກັບຊຽງໃໝ່ ພາກເໜືອຂອງໄທຍ ຢ່າງໜັກ. ວັນທີ 21 ເດືອນ ມີນາ 2023.
Credit: Nava Sangthong for BenarNews

ສອງສາເຫດ ເບື້ອງຫລັງ ທີ່ເຮັດໃຫ້ໝອກຄວັນມົນລະພິດ ປົກຫຸ້ມທ້ອງຟ້າ ໃນເຂດພາກເໜືອຂອງປະເທດໄທຍ, ລາວ ແລະ ພະມ້າ ວ່າງຫລັງມານີ້ ໃນບາງເຂດ ສູງເຖິງຂີດອັນຕຣາຍຕໍ່ສຸຂພາບ 16 ເທົ່າ ຈາກທັມມະດາ ທີ່ທາງການ ບໍ່ສາມາດຄວບຄຸມໄດ້ ເປັນຍ້ອນການຈູດປ່າເຮັດໄຮ່ ແລະຈູດສວນເຂົ້າໂພດ ຂອງຊາວບ້ານ ຫລັງຈາກເກັບກ່ຽວ ໃນເດືອນກຸມພາ ເພື່ອຕຣຽມການປູກ ໃໝ່ເດືອນເມສາ ປີນີ້.

ຢູ່ປະເທດໄທຍ ການຈູດປ່າ ເຮັດໄຮ່ ຂອງຊາວບ້ານ ຊົນເຜົ່າໃນເຂດພາກເໜືອ ທຸກຄັ້ງຕ້ອງເກີດໄຟລາມປ່າ ຍ້ອນຄວາມແຫ້ງແລ້ງ ລົມພັດແຮງ ແລະ ພື້ນທີ່ເຮັດໃຫ້ໄຮ່ ຂອງຊາວບ້ານ ເປັນພູສູງ ສອກຫລີກຮ່າງໄກ ໜ່ວຍດັບໄຟຂອງຣັຖບານ ບໍ່ສາມາດເຂົ້າເຖິງໄດ້ ແລະບາງແຂວງ ກໍຂາດງົບປະມານ ໃນການຄວບຄຸມໄຟໄໝ້ປ່າ ໃນແຕ່ລະປີ.

ນອກຈາກການຈູດປ່າ ເຮັດໄຮ່ແລ້ວ ຫລາຍແຂວງ ຍັງຈູດສິ່ງເສດເຫລືອຈາກສວນເຂົ້າໂພດ ນຳອີກ ຊຶ່ງຊາວກະສິກອນໄທຍ ໃນຫລາຍແຂວງພາກັນປູກ ເຂົ້າໂພດຫລາຍຂຶ້ນ ໃນໄລຍະຫລັງໆມານີ້ ເພື່ອຂາຍໃຫ້ບໍຣິສັດເຮັດອາຫານສັດ ທີ່ໄດ້ລາຄາດີກວ່າການພືດອື່ນ ໃນຣະດູແລ້ງ ນອກຈາກປູກເຂົ້າ.

ນັກເຄື່ອນໄຫວ ທາງດ້ານສິ່ງແວດລອ້ມ ຈາກອົງການ Greenpeace ໃນໄທຍ ນາງນຶ່ງ ກ່າວວ່າ ການຈູດປ່າເພື່ອເຮັດໄຮ່ ເປັນເວລາຫລາຍປີ ໃນປະເທດໄທຍ ເປັນການປະຕິບັດການ ກະເສດແບບບໍ່ຖືກຕ້ອງການກະທຳດັ່ງກ່າວ ເປັນການສ້າງມົນລະພິດຕໍ່ຊຸມຊົມ ໃນຂົງເຂດ ຊຶ່ງໃນປີນີ້ ຮ້າຍແຮງກວ່າເກົ່າ ຖ້າທຽບໃສ່  ໃນໄລຍະ 10 ປີຜ່ານມາ. ຍານາງເວົ້າວ່າ ສວນເຂົ້າໂພດຂອງຊາວກະສິກອນ ຍາວຢຽດຫລາຍຮ້ອຍເຮັກຕ້າຣ໌ ໃນຫລາຍພື້ນທີ່ ແລະ ຫລາຍແຂວງໃນເຂດພາກເໜືອ ຂອງໄທຍ ລະຫວ່າງປີ 2015 ຫາປີ 2019 ຄາດວ່າມີຢູ່ປະມານ 1 ລ້ານ 7 ແສນ ເຮັກຕ້າຣ໌ ຊົນເຜົ່າປ່ຽນຈາກການປູກເຂົ້າໄຮ່ ມາເປັນສວນເຂົ້າໂພດ.

ທາງການໄທຍໄດ້ ປະກາດຫ້າມ ບໍ່ໃຫ້ມີການຈູດປ່າເຮັດໄຮ່ ໃຫ້ເປັນສູນ (zero) ໃນເດືອນ ມີນາ ຜ່ານມາ ແຕ່ພາກປະຕິບັດໂຕຈິງ ບໍ່ສາມາດ ຄວບຄຸມໄດ້, ເຈົ້າໜ້າທີ່ໄທຍ ຢູ່ບາງກອກ ຫວັງວ່າ ໄຟໄໝ້ປ່າຈະສິ້ນສຸດລົງໃນໄວໆນີ້ ກ່ອນການເລືອກຕັ້ງໃນໄທຍ

2ab10abd-fee0-4c07-afcb-5f2afcc5fee3.jpeg

ສວນເຂົ້າໂພດ/ສາລີ ທີ່ຖືກຈູດຫຼັງຈາກເກັບກ່ຽວແລ້ວ ທີ່ຢູ່ໃນເຂດບ້ານດອຍສະໂງ້ ໃນແຂວງຊຽງຮາຍທາງພາກເໜືອຂອງໄທຍ. ວັນທີ 5 ເມສາ 2023. ຮູບພາບໂດຍ: Subel Rai Bhandari for RFA

ຊາວສວນເຂົ້າໂພດ ຢູ່ດອຍຊະໂງ້ ແຂວງຊຽງຮາຍ ຄົນນຶ່ງກ່າວວ່າ ບໍ່ເຫັນບັນຫາໃນການຈູດສິ່ງເສດເຫລືອ ຈາກສວນເຂົ້າໂພດຂອງທ່ານ ເປັນຂອງທັມມະດາ ຫລັງຈາກຣະດູເກັບກ່ຽວ ຕ້ອງຈູດສິ່ງເສດເຫລືອຖິ້ມ. ຊາວສວນ ທຸກຄົນເຮັດແບບນີ້ ມາຫລາຍປີແລ້ວ ແລະກໍບໍ່ເປັນຂອງແປກ ສຳລັບປີນີ້.

ລາວເວົ້າຕື່ມວ່າ ກ່ອນໜ້ານີ້ ຫລາຍປີ ຊາວສວນພາກັນປູກພືດຕ່າງໆ ເປັນຕົ້ນ ຜັກສົດ ມັນຕົ້ນ ໝາກນັດແລະດອກໄມ້ ເພື່ອສ້າງລາຍໄດ້ແກ່ຄອບຄົວ ຊຶ່ງໃນປີຫລັງໆມານີ້ ຊາວສວນສ່ວນໃຫຍ່ ຫັນມາປູກເຂົ້າໂພດຫລາຍຂຶ້ນ ຍ້ອນໄດ້ລາຄາດີ ແລະ ມີພໍ່ຄ້າຄົນກາງ ຈາກບໍຣິສັດເຮັດອາຫານສັດ ເຂົ້າມາຊື້ຢູ່ສວນທຸກມື້. ທ່ານວ່າ:

ຊາວສວນບໍ່ໄດ້ເຮັດຫຍັງໝົດ ມີແຕ່ປູກແລ້ວຂາຍໃຫ້ຂະເຈົ້າ ຊາວສວນໄດ້ເບັ້ຽປູກ ແລະ ປຸ້ຍຈາກບໍຣິສັດ ຖ້າບໍ່ມີທືນປູກບໍຣິສັດກໍໃຫ້ເງີນຢືມກ່ອນ ຈ່າຍຄືນຫລັງຈາກເກັບກ່ຽວ.

ທ່ານ Alliya Moun-Ob ນັກເຄື່ອນໄຫວ ທາງດ້ານສິ່ງແວດລ້ອມ ຈາກອົງການ Greenpeace ອີກຄົນນຶ່ງເວົ້າວ່າ ການຈູດປ່າເຮັດໄຮ່ ມີສ່ວນພົວພັນກັບການທຳລາຍປ່າໄມ້ ໃນເຂດພາກເໜືອຂອງໄທຍແລະການປູກເຂົ້າໂພດ ກໍມີສ່ວນພົວພັນກັບຂຍາຍອຸດສາຫະກັມ ຕລາດຊີ້ນໃນໄທຍ.

ອີງຕາມສະຖີຕິ ຂອງຣັຖບານ, ປະເທດໄທຍຕ້ອງການເຂົ້າໂພດ ຢ່າງນ້ອຍ 8 ລ້ານຕັນຕໍ່ປີ  5 ລ້ານຕັນແມ່ນສຳລັບເຮັດອາຫານສັດ ທີ່ລ້ຽງພາຍໃນປະເທດ ສ່ວນເຫລືອແມ່ນເພື່ອສົ່ງອອກ. ທ່ານວ່າ ວ່າງສອງປີຜ່ານມາ ປະເທດໄທຍ ໄດ້ເຮັດສັນຍາກະເສດ ກັບປະເທດເພື່ອນບ້ານ ເປັນຕົ້ນ ສປປ ລາວ ພະມ້າ ແລະກັມພູຊາ ເພື່ອນຳເຂົ້າ ຫມາກເຂົ້າໂພດ ຈາກປະເທດດັ່ງກ່າວ ປາສຈາກການເສັຽພາສີນຳເຂົ້າ ແຕ່ປີຫລັງໆມານີ້ ບາງແຫ່ງຖືກຍົກເລີກຍ້ອນໝອກຄວັນ ໃນປະເທດເຫລົ່ານັ້ນຜ່ານພົມແດນມາໄທຍ ຈາກການຈູດສິ່ງເສດເຫລືອ ຈາກສວນເຂົ້າໂພດເໝືອນກັນ.

ທ່ານ Aliya ແລະນັກເຄືອນໄຫວ ດ້ານສິ່ງແວດລ້ອມກຸ່ມອື່ນໃນໄທຍ ເວົ້າວ່າ ຄວາມຕ້ອງການເຂົ້າໂພດໃນປະເທດໄທຍ ແມ່ນມາຈາກບໍຣິສັດ Charoen Pokphand ຫລື CP ຊຶ່ງເປັນບໍຣິສັດ ຜລິດອາຫານສັດ ລະດັບໃຫຍ່ ໃນໂລກ ແຕ່ລະປີສາມາດຜລິດໄດ້ ໃນປາຣິມານ 27,650 Metric Tons. 

ທາງການໄທຍໄດ້ສນັບສນູນ ບໍຣິສັດດັ່ງກ່າວ ໃນການເຮັດສັນຍາ ກະເສດພັທທະໃນແຂວງພາກເໜືອຂອງໄທຍ ແລະໃນປະເທດເພື່ອນບ້ານ ເພື່ອຊັກຊວນ ຊາວກະສິກອນ ໃຫ້ຫັນມາປູກເຂົ້າໂພດຫລາຍຂຶ້ນ ປ່ຽນຈາກການປູກພືດທີ່ບໍ່ໄດ້ລາຄາດີ. ບໍຣິສັດຊີປີ ປະກາດວ່າ ທາງບໍຣິສັດມີເງີນສນັບສນູນ ໃຫ້ຢືມ ໂດຍບໍ່ມີດອກເບັ້ຽ ແກ່ຊາວສວນຄົນໃດທີ່ບໍ່ທຶນ ໃນການປູກເຂົ້າໂພດ ໃນຊ່ວງການລິເຣີ່ມແຜນການກະເສດ ແບບຍືນຍົງໃນໄທຍວ່າງເດືອນທັນວາ ຜ່ານມາ.

ຜູ້ບໍຣິຫານບໍຣິສັດ ຊີປີ ເວົ້າວ່າ ທາງບໍຣິສັດ ມີແຜນການສນັບສນູນ ການຜລິດອາຫານ ແບບຍືນຍົງ ໃນໄທຍມາແຕ່ຕົ້ນ ທີ່ເປັນວຽກງານບໍຣິມະສິດ ຂອງບໍຣິສັດ ແລະໃນຂນະດຽວກັນ ກໍພຍາຍາມໃຫ້ມີການລຸດຜ່ອນໝອກຄວັນ ບໍ່ວ່າຈະຢູ່ໃນໄທຍ ຫລື ຂ້າມແດນຈາກ ປະເທດເພື່ອນບ້ານ.

ຄວາມຕ້ອງການອາຫານສັດ ເຮັດໃຫ້ລາຄາເຂົ້າໂພດສູງຂຶ້ນໃນໄທຍ ຊຶ່ງ ໃນເດືອນກຸມພາ ປີນີ້ ລາຄາເຂົ້າໂພດໃນໄທຍ ສຸງຂຶ້ນ 26% ຈາກປີຜ່ານມາ ອີງຕາມສະຖີຕິ ຈາກຫ້ອງການອາຫານສັດ ກະຊວງກະສິກັມ ສະຫະຣັຖຣາຍາຍງານ, ບົດຣາຍງານ ຍັງຖແລງຕື່ມວ່າ ສາເຫດຍ້ອນຄວາມຕ້ອງການ ພາຍໃນສູງ ແລະຄວາມບໍ່ແນ່ນອນ ຂອງຕລາດອາຫານສັດ ໃນໂລກຈື່ງເຮັດໃຫ້ຊາວສວນໃນໄທຍ ທີ່ປູກເຂົ້າໂພດໄດ້ລາຄາແພງ.

ໝອກຄວັນ ແລະ ມົນລະພິດ ນອກຈາກການຈູດປ່າເຮັດໄຮ່ ແລະຈູດສວນເຂົ້າໂພດ ຫລັງຈາກເກັບກ່ຽວແລ້ວ ນັກຊ່ຽວຊາວເວົ້າວ່າ ສາເຫດນຶ່ງ ເປັນຍ້ອນຣະດູແລ້ງ ມາໄວເກີນໄປ ຫລັງຈາກຣະດູລົມພະຍຸ La Nina ສິ້ນສຸດ ລົງທີ່ເຮັດໃຫ້ອຸນຫະພູມ ຂອງນ້ຳ ໃນເຂດມະສມຸດ ປາຊີຟີກຕ່ຳ ແລະເຢັນກວ່າເກົ່າ ທີ່ພາໃຫ້ເພີ່ມຄວາມແຫ້ງແລ້ງ ໃນຂົງເຂດອາຊຽນຫລາຍຂຶ້ນ.

ທີ່ປະເທດລາວ, ສະພາບອາກາດ ໃນລາວໃນໄລຍະ 4 ສັບປະດາປາຍ ຜ່ານມາ ຍັງຢູ່ໃນຂີດອັນຕຣາຍແລະບໍ່ດີຕໍ່ສຸຂພາບ ຊຶ່ງຫນ່ວຍງານວັດແທກໝອກຄວັນ ລາຍງານວ່າ ໝອກຄວັນທີ່ເປັນພິດໃນລາວສູງກວ່າມາຕຖານທັມມະດາ ຫລາຍເທົ່າ ຊຶ່ງໃນມື້ວັນສຸກຜ່ານມາ ຢູ່ນະຄອນຫລວງວຽງຈັນ ສຸງເຖິງ 11 ເທົ່າຈາກທັມມະດາ. ອີງຕາມມາຕຖານ ຂອງອົງການອະນາໄມໂລກ.

1b44f36b-5cf0-4b8b-88ff-338f02f2662b.jpeg
ສະພາບໝອກຄວັນທີ່ປົກຄຸມ ໃນຫຼາຍພູດອຍ ທີ່ເຫັນຈາກ ເຂດບ້ານດອຍສະໂງ້ ຢູ່ແຂວງຊຽງຮາຍ ທາງພາກເໜືອຂອງໄທຍ. ວັນທີ 5 ເດືອນເມສາ 2023. Subel Rai Bhandari for RFA

ປະຊາຊົນລາວ ທ່ານນຶ່ງຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ສະພາບໝອກຄວັນມາຈາກທຸກແຫ່ງ ແຕ່ກຸ່ມນັກຊ່ຽວຊານດ້ານສິ່ງແວດລ້ອມ ປະນາມວ່າ ມາຈາກການຈູດປ່າເຮັດໄຮ່ ແລະຈາກສະພາບອາກາດ ປ່ຽນແປງ ໃນປີນີ້ຫລາຍກວ່າ. ທ່ານວ່າ:

ການເບີ່ງຣະຍະໄກຕ່ຳ (visibility low) ແລະມີຄວັນຫລາຍ ປະຊາຊົນຕ້ອງໄດ້ໃສ່ຜ້າດັດປາກອັດດັງເວລາອອກນອກບ້ານ ລູກຂອງນາງບໍ່ສບາຍ ມີອາການຄັນດັງແລະຄັນຕາ ເຫມືອນດັ່ງເປັນໄຂ້ຫວັດໃຫຍ່ ຫລັງຈາກກັບມາຈາກໂຮງຮຽນ.

ນາຍແພດຜູ້ນຶ່ງ ຢູ່ໂຮງພຍາບານແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ:

ມີຄົນໄຂຍ້ອນລະບົບຫາຍໃຈ ບໍ່ເປັນປົກກະຕິ ມາກວດທີ່ໂຮງພຍາບານ ຫລາຍຂຶ້ນ ໃນໄລຍະຫລັງໆມານີ້.

ສ່ວນຢູ່ປະເທດພະມ້າ, ຢູ່ແຄ້ວນຣັຖຊານ ປະຊາຊົນເມືອງທ່າຂີ້ເຫລັກ ທີ່ມີຊາຍແດນຕິດກັບເມືອງແມ່ສາຍ ຂອງໄທຍ ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ ພວກເຂົາເຈົ້າໄດ້ຮັບຜົລທົບຢ່າງໜັກຈາກໝອກຄັວນ ມົນລະພິດໄຟໄໝ້ປ່າ ເຣີ່ມແຕ່ວັນທີ 24 ມີນາ ເປັນຕົ້ນມາ ຖ້ຽວບິນຫລາຍ ສາຍກໍຖືກຍົກເລີກ.

ທ່ານວ່າ ປີຜ່ານມາ ສພາບໝອກຄັວນ ຈາກໄຟໄໝ້ປ່າ ຈະປົກຫຸ້ມພຽງແຕ່ 2-3 ວັນເທົ່ານັ້ນ ແຕ່ໃນປີນີ້ເປັນເວລາຍາວນານຫລາຍວັນ ກວ່າປີຜ່ານມາ ພ້ອມທັງມີຄວາມໜາແຫນ້ນ ແລະ ມືດມົນກວ່າເກົ່າ.

ສູນຄວບຄຸມສະພາບ ອາກາດໃນຂົງເຂດລະບຸວ່າ ອຸນຫະພູມຄວາມຮ້ອນ ໃນມະຫາສມຸດ ປາຊີຟີກ ສົ່ງຜົລກະທົບ ເຮັດໃຫ້ເກີດຄວາມແຫ້ງແລ້ງ ເພີ່ມຂຶ້ນໃນບັນດາປະເທດ ເອເຊັຽ ທັງຫລາຍ ສິ່ງດັ່ງກ່າວ ພາໃຫ້ໄຟໄໝ້ປ່າ ແລະໝອກຄວັນ ຈາກໄຟໄມ້ປ່າເພີ່ມຂຶ້ນ ທັງເປັນເວລາຍາວນານ ນຳອີກ.

ສາສຕຣາຈານ ດ້ານພະລັງງານ ສິ່ງແວດລ້ອມ ແລະສະພາບ ອາກາດປ່ຽນແປງ ຈາກສະຖານບັນອາຊ້ຽນ ເທັກໂນໂລຈີ ແຫ່ງປະເທດໄທຍ ກ່າວວ່າ:

ເປັນທີ່ຄາດກັນວ່າ ຍັງບໍ່ມີການບໍຣິຫານຈັດການຄວບຄຸມ ການຈູດປ່າເຮັດໄຮ່ ແບບໄດ້ມາຕຖານເທື່ອ ຖ້າບໍ່ມີການຄວບຄຸມ ໄຟນ້ອຍ ກໍຈະກາຍເປັນໄຟໃຫຍ່ ທີ່ບໍ່ສາມາດຄວບຄຸມໄດ້.

ທາງການໄທຍ ຍັງບໍ່ໄດ້ຕູ່ຫາຜູ້ໃດໃນການຈູດປ່າເທື່ອ ແຕ່ມີຊາວບ້ານຫລາຍຄົນແລ້ວຖືກຈັບ ຖານ ເປັນຜູ້ລະເຣີ່ມຈູດປ່າ.

9e874854-388d-44a8-aedb-d53692658925.jpeg
ໄຟປ່າ ໄດ້ທຳລາຍປ່າໄມ້ ທີ່ຢູ່ລຽບຖະນົນ ທີ່ໄປຫາດອຍຊ້າງ ໃນແຂວງລຳພູນ ຂອງໄທຍ. ວັນ 4 ເດືອນເມສາ 2023. ຮູບພາບໂດຍ: Subel Rai Bhandari for RFA

ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ອີກທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ເຫດຜົລນຶ່ງອີກທີ່ເຮັດໃຫ້ເກີດໄຟໄໝ້ປ່າ ນອກຈາກການຈູດປ່າເຮັດໄຮ່ແລ້ວ ຊາວບ້ານບາງແຫ່ງອາດຈູດປ່າ ເພື່ອຊອກຫາເຫັດຕາມຣະດູການ. ໄຟໄໝ້ປ່າບາງກໍຣະນີ ຜ່ານມາ ເກີດຈາກກຸ່ມຊາວບ້ານຜູ້ທີ່ໄປຊອກເກັບເຫັດຈູດ ເພື່ອຊອກຫາເຫັດ ໄປຂາຍໃນຕລາດກໍເປັນໄດ້.

ນັກຊ່ຽວຊານເວົ້າວ່າ ຖ້າບໍ່ມີການແກ້ໄຂໃນບັນຫາໝອກຄວັນ ຈາກໄຟໄໝ້ປ່າ ຊາວບ້ານຈະເສັຽຊີວິດຫລາຍຂຶ້ນ ໃນອະນາຄົດ.

ທ່ານ Ekbordin ນັກຊ່ຽວຊານ ດ້ານສິ່ງແວດລ້ອມເວົ້າວ່າ ມົລລະພີດຂ້າມແດນຈາກໄຟໄໝ້ປ່າ ບໍ່ແມ່ນບັນຫາຂອງປະເທດໃດປະເທດນຶ່ງ ມັນເປັນບັນຫາສ່ວນຮວມທີ່ທຸກປະເທດ ຕ້ອງແກ້ໄຂຮ່ວມກັນ ຖ້າບໍ່ມີມາຕການ ທຳການແກ້ໄຂຢ່າງຮິບດ່ວນ ສພາບການແຮ່ງຈະຮ້າຍແຮງ ກວ່າເກົ່າ ແລະ ມັນຈະເກີດຂຶ້ນເລື້ອຍໆໃນແຕ່ລະປີ.

ສາມປະເທດລາວໄທຍ ແລະພະມ້າ ກໍມີການປະຊຸມກັນກ່ຽວກັບເຮື່ອງນີ້ ໃນກອງປະຊຸຸມໄດ້ປືກສາຫາລືກັນໃນການຮ່ວມຂໍ້ມູນຂ່າວສານ ຊຶ່ງກັນແລະກັນເທົ່ານັ້ນປາສະຈາກ ແຜນການແກ້ບັນຫາ ດັ່ງກ່າວໃນອະນາຄົດ ແຕ່ຢ່າງໃດ. ສບາຍດີ.

ເລື່ອງທີ່ອ່ານຫຼາຍ
ເອເຊຍອາຄະເນ
ທູດພິເສດອາຊຽນ ຈາກລາວ ພົບປະ ຜູ້ນໍາທະຫານມຽນມາ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.