ເສັ້ນທາງເສຖກິຈສາຍໄໝ ຂອງຈີນ

ສິດນີ
2019.04.26
F-Belt-Roads ແຜນທີ່ໂຄງການ ເສັ້ນທາງເສຖກິຈສາຍໄໝ ຂອງຈີນ
AFP

ໂຄງການເສັ້ນທາງເສຖກິດສາຍໄຫມ ຂອງຈີນ ໄດ້ລິເລີ້ມມາແຕ່ ປີ 2013 ໃນປັດຈຸບັນໂຄງການ ດັ່ງກ່າວ ໄດ້ຮັບຄວາມເຫັນພ້ອມ ຈາກ ຫລາຍປະເທດໃນໂລກ. ອິງຕາມການຣາຍງານ ຈາກທາງການຈີນ ເລີ້ມແຕ່ການລິເລີ້ມ ມາຮອດປັດຈຸບັນ ໂຄງການນີ້ໄດ້ຮັບການສນັບສນູນ ຈາກ 124 ປະເທດ ແລະ 29 ອົງກອນ ເອກກະຊົນ ຂນາດໃຫຍ່ ທົ່ວໂລກ ຊື່ງ ບໍ່ເປັນຂອງແປກ ທີ່ຫຼາຍປະເທດ ໃຫ້ການສນັບສນູນ ຍ້ອນວ່າການອອກແບບ ບໍ່ແມ່ນສະເພາະໃຫ້ຜົລປະເທດແກ່ຈີນ ເທົ່ານັ້ນ ຍັງໃຫ້ຜົລປໂຍດ ທາງດ້ານການພັທນາເສຖກິດ ແກ່ຫຼາຍປະເທດ ໃນໂລກ ຜູ້ທີ່ເຂົ້າຮ່ວມ ໂຄງການນຳອີກ.

ນະໂຍບາຍດັ່ງກ່າວໄດ້ຄິດຄົ້ນຂື້ນມາ ໃນຊ່ວງຣັຖບານຂອງ ປະທານປະເທດຈີນ ທ່ານ ຊີຊີງປີງ ໄດ້ປະກາດຂຶ້ນ ໃນປີ 2013 ທ່ານໄດ້ ຮຽກຮ້ອງ ໃຫ້ປະຊາຄົມໂລກ ເຂົ້າຮ່ວມໂຄງການ ເພື່ອສ້າງເສັ້ນທາງການຄ້າ ຜ່ານທະວີບເອເຊັຽ ຢູໂຣບ ແລະ ອະຟຣິກກາ, ໃນຈຸດປະສົງ ໃຫ້ມີການ ເຊື່ອມຕໍ່ ຈາກປະເທດເສຖກິດໃຫມ່ ໃນເອເຊັຽ ກັບປະເທດ ທີ່ມີເທັກໂນໂລຈີ ກ້າວຫນ້າຢູໂຣບ ຜ່ານທາງບົກ ແລະທາງທະເລ.

ສຳລັບ ໂຄງການເສັ້ນທາງເສຖກິດສາຍໄຫມ ຜ່ານທາງນ້ຳ ຫລືທາງທະເລນັ້ນ ຈະເລີ້ມຈາກ ຝັ່ງທະເລຈີນ ໄປຫາຢູໂຣບ ຜ່ານທະເລຈີນໃຕ້ ແລະ ມະຫາສມຸດອິນເດັຽ ເປັນເສັ້ນທາງນຶ່ງ, ອີກເສັ້ນທາງນຶ່ງທາງນ້ຳ ແມ່ນຜ່ານທະເລຈີນໃຕ້ ໄປຫາມະຫາສມຸດປາຊີຟີກ.

ທາງບົກ ແມ່ນການສ້າງຖນົນ ຫລືເສັ້ນທາງຣົດໄຟ ຄວາມໄວສຸງ ຜ່ານທະວີບເອເຊັຽ ຫາ ຢູໂຣບ ຈະແບ່ງເປັນຫລາຍທ່ອນ ຄື ທ່ອນທີ່ນຶ່ງ ຣະຫວ່າງຈີນ- ມົງໂກເລັຽ- ຣັຖເຊັຽ, ທ່ອນທີສອງ ຣະຫວ່າງຈີນ ຫາ ເອເຊັຽກາງ ແລະເຊັຽພາກຕາເວັນຕົກ, ທ່ອນທີສາມ ແມ່ນຈາກ ຈີນ ໄປຫາແຫລມ ປະເທດ ອີນໂດຈີນອັນມີ ສປປລາວ ກຳພູຊາ ພະມ້າ ວຽດນາມ ຜ່ານໄທ ໄປຮອດ ສິງກະໂປ ຊຶ່ງເປັນແຣວເສຖກິດ ໃນ ໂຄງການເສັ້ນທາງສາຍໄຫມ ເຂດໃຕ້. ຫລາຍປະເທດເຂົ້າຮ່ວມ ຈະໄດ້ຜົລປໂຍດ ທາງດ້ານການຄ້າ ການຂົນສົ່ງສິນຄ້າ ໃນເສັ້ນທາງ ການຄ້າສາກົນ.

ຄວາມຮ່ວມມືທາງດ້ານການຄ້າ ໃນໂຄງການດັ່ງກ່າວ ຕາມເສັ້ນທາງ ຍັງຈະມີການສ້າງຕັ້ງ ຫົົວເມືອງການຄ້າ ທີ່ທັນສມັຍ ເຂດເສຖກິດ ພິເສດ ສວນອຸດສາຫະກັມ ເພື່ອຊຸກຍູ້ ນະໂຍບາຍ ນີ້ຫລາຍປະເທດ ທີ່ເຂົ້າຮ່ວມຕາມເສັ້ນທາງ ຈະໄດ້ຮັບຜົລປໂຍດ ຈາກໂຄງການດັ່ງກ່າວ ໃນການຍົກຣະດັບ ເສຖກິດຂອງຕົນ ໂດຍສເພາະໃນປະເທດດ້ອຍພັທນາ ເພື່ອແກ້ໄຂບັນຫາ ເສຖກິດທົດຖອຍ ແລະການຢູ່ໂດດດ່ຽວ ທາງດ້ານເສຖກິດ ຍ້ອນຂາດເສັ້ນທາງ ຄົມມະນາຄົມ ກັບໂລກພາຍນອກ ຮ່ວມດ້ວຍຂາດການເຊື່ອມໂຍງກັບ ປະເທດຕ່າງໆ ຍ້ອນບໍ່ມີ ທາງອອກ ສູ່ທະເລ ຫລື ຈາກ ການປົກປ້ອງ ທາງດ້ານການຄ້າ.

ສຳລັບຈີນແລ້ວ ນະໂຍບາຍ ໂຄງການເສຖກິດເສັ້ນທາງສາຍໄຫມ ແມ່ນວິສັຍທັສ ຂອງຣັຖບານຈີນ ເພື່ອສົ່ງເສີມການເປີດກວ້າງ ທາງດ້ານການຄ້າ ຂອງຈີນ ກັບສາກົນ ຈີນຖືວ່າ ເປັນນະໂຍບານ ທີ່ສຳຄັນ ໃນການເຮັດວຽກ ຮ່ວມກັນ ຂອງຫລາຍປະເທດໃນໂລກ ເພື່ອປ້ອງກັນ ການເອົາຣັດເອົາປຽບ ຈາກປະເທດທີ່ຮັ່ງມີ ຕໍ່ປະເທດທີ່ທຸກຍາກ ດ້ວຍການປົກປ້ອງການຄ້າ ການຂວ້າມບາດການຄ້າ ແລະການລົງໂທດ ປະເທດອື່ນ ໃຫ້ຢູ່ໂດດດ່ຽວ ຈາກໂລກພາຍນອກ.

ຈີນໄດ້ອອກແບບໂຄງການນີ້ ເພື່ອໃຫ້ມີຫລາຍເສັ້ນທາງການຄ້າ ເປີດກວ້າງ ໃຫ້ແກ່ຫລາຍປະເທດ ໃນໂລກ ຜູ້ທີ່ຕ້ອງການພັທນາ ສາມາດໄດ້ຮັບຜົລປໂຍດ ຮ່ວມກັນ ປາສຈາກການເອົາຣັດເອົາປຽບ ຊຶ່ງກັນແລະກັນ ແລະຢູ່ຮ່ວມກັນໂດຍສັນຕິ.

ອິງຕາມບົດລາຍງານຈາກທາງການຈີນ ເສຖກິດຈີນມີການເຊື່ອມໂຍງຢ່າງໃກ້ຊິດ ກັບເສຖກິດໂລກ ດັ່ງນັ້ນເສັ້ນທາງເສຖກິດສາຍໄຫມ ຈຶ່ງຖືວ່າ ສຳຄັນສຳລັບຈີນ ແລະຫລາຍປະເທດ ໃນໂລກ ຈີນເຊື່ອວ່າ ນະໂຍບາຍນີ້ ຈະເພີ້ມຜົລປໂຍດ ທາງດ້ານການຄ້າ ການລົງທຶນ ແລະ ການສ້າງຣາຍໄດ້ ຕື່ມໃຫ້ແກ່ຫລາຍປະເທດ ທີ່ເຂົ້າຮ່ວມໃນໂລກໄດ້.

ນອກຈາກຄວາມຮ່ວມມື ທາງດ້ານການຄ້າ ການລົງທຶນ ການຄ້າເສຣີ ແລະການພັທນາຕ່າງໆແລ້ວ ໂຄງການເສຖກິດສາຍໄຫມ ຍັງຈະມີການຮ່ວມມື ທາງດ້ານເທັກໂນໂລຈີ ພາສາ ວັທນະທັມ ແລະອື່ນໆຫລາຍຢ່າງນຳອີກ ເພື່ອໃຫ້ໂລກຢູ່ຮ່ວມກັນ ໂດຍສັນຕິ.

ໂຄງການນະໂຍບາຍເສຖກິດສາຍໄຫມ ເປັນໄປໃນທິດທາງດຽວກັນ ກັບແຜນການຂອງ ສະຫະປະຊາຊາດ ໃນການພັທນາເສຖກິດ ໃນ ປະເທດຕ່າງໆ ໃນໂລກ ໃນຈຸດປະສົງ ໃນການຢູ່ຮ່ວມກັນ ໂດຍສັນຕິຂອງປະເທດຕ່າງໆ ໃນໂລກໃນ 5 ເງື່ອນໄຂ ເປັນຕົ້ນ ການເຄົາຣົບ ນັບຖື ອະທິປະໄຕ ເຂດນ້ຳແດນດີນ ຣະຫວ່າງປະເທດ, ການບໍ່ຫຍຸ້ງກ່ຽວ ໃນກິຈກັມພາຍໃນ ຂອງປະເທດນັ້ນໆ, ການບໍ່ຮາວີ ປະເທດ ອື່ນເພື່ອຜົລປໂຍດໂຕເອງ, ຄວາມສເມີພາບ ການໄດ້ຮັບຜົລປໂຍດຮ່ວມກັນ ແລະ ການຢູ່ຮ່ວມກັນ ໂດຍສັນຕິ.

ໂຄງການນີ້ເປີດກວ້າງສຳລັບ ທຸກປະເທດຢາກເຂົ້າຮ່ວມ ໃນໂລກ ບໍ່ຈຳກັດສິດທິ ຄວາມມັ້ງຄັ້ງ ຫລື ຄວາມທຸກຍາກ ທຸກປະເທດມີສີດ ເຂົ້າຮ່ວມ ບົນພື້ນຖານ ກົດຣະບຽບດຽວກັນ ຈຸດປະສົງດຽວກັນ ແລະ ວິສັຍທັສດຽວກັນ.

ຈຸດປະສົງອີກອັນນື່ງ ໃນໂຄງການນະໂຍບາຍ ເສັ້ນທາງເສຖກິດສາຍໄຫມ ທີ່ໂດດເດັ່ນ ກໍແມ່ນວ່າ ການເປັນອັນນື່ງອັນດຽວກັນ ການເຄົາຣົບຊຶ່ງກັນແລະກັນ ແລະການແບ່ງປັນຜົລປໂຍດ ທີ່ໄດ້ຮັບຈາກໂຄງການນີ້ ແບບທຸກຝ່າຍ win win ປາສຈາກການ ເອົາຣັດເອົາປຽບ ຈາກປະເທດ ທີ່ຮັ່ງມີ ຕໍ່ປະເທດ ທີ່ທຸກຍາກໃນໂລກ.

ແຕ່ນັກວິເຄາະເວົ້າວ່າເປັນໂຄງການ ເພື່ອຜົລປໂຍດຂອງຈີນຫລາຍກວ່າ ໃນການຂຍາຍອຳນາດ ທາງດ້ານເສຖກິດ ການຄ້າ ການລົງທຶນ ໄປຮອດ ການເມືອງ ແລະນະໂຍບາຍຂອງຈີນ ໄປໃນຫລາຍປະເທດ ທີ່ເຂົ້າຮ່ວມ ຍ້ອນວ່າ ນັກລົງທຶນຈາກຈີນ ຈະຕັ້ງເປົ້າສ້າງ ກຳໄຣ ແລະ ຣາຍໄດ້ ເປັນສ່ວນໃຫຍ່ ຈະບໍ່ເຄົາຣົບ ນັບຖືສິດທິມະນຸດ ສິດທິການປະທ້ວງ ແລະ ສິດທິອື່ນໆ ຂອງປະຊາຊົນທ້ອງຖີ່ີ່ນ ຜູ້ທີ່ໄດ້ ຮັບຜົລກະທົບ ໃນຫຼາຍປະເທດ ຊື່ງໂຄງການເສຖກິດສາຍໄຫມ ຂອງຈີນຈະມີການໂຍກຍ້າຍປະຊາຊົນ ການເອົາຣັດເອົາປຽບປະຊາຊົນ ຈາກຣັຖບານ ທ້ອງຖີ່ນ.

ແຕ່ຈີນຖືວ່າເປັນກິຈການພາຍໃນ ຂອງປະເທດນັ້ນໆ ຈີນຈະບໍ່ຫຍຸ້ງກ່ຽວ ເຖີງແມ່ນວ່າຈະເກີດຈາກໂຄງການຈີນກໍຕາມ, ດັ່ງປະຊາຊົນລາວ ຜູ້ທີ່ຖືກໂຍກຍ້າຍ ຈາກໂຄງການ ເສັ້ນທາງສາຍໄຫມ ຂອງຈີນໃນລາວ ກ່າວກ່ຽວກັບ ຜົລກະທົບວ່າ:

"ກະມີຄວາມຫຍຸ້ງຍາກຫລາຍ ເພາະວ່າ ຜ່ານມາ ເຮົາມີຮ້ານຂາຍ ເຄື່ອງເປັນບ່ອນຫາເງິນ ຂາຍເຄື່ອງກິນ ແຕ່ລະມື້ ດຽວນີ້ກະຍ້າຍມາ ເຊົ່າເຮືອນຢູ່ ກະແມ່ນ ຢູ່ທີ່ ທາງບໍຣິສັດ ເຂົາຈ່າຍຄ່າເຊົ່າເຮືອນໃຫ້ ແຕ່ວ່າ ເຮົາບໍ່ມີຣາຍຮັບ ເຂົ້້າເຮືອນ ມັນກະຍາກຢູ່ ເຮົາຕ້ອງໄດ້ຊື້ກິນ ແຕ່ລະມື້ ຈ່າຍແຕ່ລະມື້ ບາດຣາຍຮັບ ພັດບໍ່ມີ.”

ນັກວິເຄາະເວົ້າຕື່ມວ່າ ປະເທດທີ່ທຸກຍາກທັງຫລາຍ ຈະຕິດຫນີ້ຈີນຫລາຍຂື້ນ ຈາກໂຄງການ ດັ່ງກ່າວຍ້ອນ ການພັທນາຕ່າງໆຕ້ອງໄດ້ ຢືມເງິນ ຈາກຈີນ ມາພັທນາ ດັ່ງຕົວຢ່າງໃນເອເຊັຽ  ກໍແມ່ນ ປະເທດສຣີລັງກາ ສປປລາວ ກຳພູຊາ ພະມ້າແລະວຽດນາມ.

ໃນປັດຈຸບັນ ຫລາຍປະເທດ ກໍລັ່ງເລໃຈ ໃນການເຂົ້າຮ່ວມ ບາງປະເທດ ກໍຍົກເລີກ ເປັນຕົ້ນ ມາເລເຊັຽ. ປະເທດ ອີນໂດເນເຊັຽ ຟິລີປີນ ແລະ ສີງກະໂປ ກໍຍັງລັ່ງເລໃຈຢູ່ ໃນເວລານີ້ ຍ້ອນຢ້ານເສັຽ ອະທິປະຕັຍ ທາງດ້ານການຄ້າ ການເມືອງ ແລະ ການທູດໃຫ້ແກ່ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.