ທາງຣົດໄຟຄືໃບເບີກທາງໃຫ້ຈີນ

ສິດນີ
2014.04.23
f-default ທາງຣົດໄຟຄືໃບເບີກທາງໃຫ້ຈີນ
RFA

 

ສປປລາວ ອາດຈະໄດ້ ເງີນກູ້ ຈາກ ທະນາຄານ ຈີນ ໃນໂຄງການ ຣົຖໄຟ ຄວາມໄວ ສູງ ລາວ- ຈີນ ທີ່ຊັກຊ້າ ມາເປັນ ເວລາ ຫຼາຍ ປີ ເຖິງ ແມ່ນວ່າ ນັກ ວິຊາການ ຈາກ ຫລາຍ ພາກສ່ວນ ຈະໃຫ້ ຄຳເຫັນວ່າ ເປັນ ໂຄງການ ທີ່ບໍ່ສ້າງ ຜົລປະໂຍດ ແກ່ ສປປລາວ ຫລາຍ ປານໃດ ກໍຕາມ. ແຕ່ ທາງການ ລາວ ຍັງຈະ ເດີນຫນ້າ ໃນໂຄງການ ດັ່ງກ່າວ.

ຫນັງສືພິມ Financial Times ຂອງ ອັງກິດ ຣາຍງານ ວ່າງຫລັງໆ ມານີ້ວ່າ ປະເທດ ເພື່ອນບ້ານ ນ້ອຍໆ ທາງພາກໃຕ້ ຂອງຈີນ ດັ່ງ ສປປລາວ ຊຶ່ງ ເປັນ ປະເທດ ທີ່ ບໍ່ມີທາງ ອອກສູ່ ທະເລ ກຳລັງ ຈະຮູ້ສຶກ ວ່າ ການເປັນ ປະເທດ ເພື່ອນບ້ານ ກັບ ຍັກໃຫຍ່ ຈີນ ນັ້ນດີ ຫລືບໍ, ສອງຢ່າງ ທີ່ຈີນ ຕ້ອງການ ຈາກ ສປປລາວ ກໍແມ່ນ ຊັພຍາກອນ ທັມມະຊາດ ດັ່ງ ແຮ່ທາດ ໂປຕັສຊຽມ, ການສ້າງ ເຂຶ່ອນ ໄຟຟ້າ ແລະເສັ້ນທາງ ໄປສູ່ ຕລາດ ການຄ້າ ທີ່ມີຜູ້ ບໍຣິໂພກ ຢ່າງ ຫລວງຫລາຍ ເຊັ່ນ ໄທ ມາເລເຊັຽ ສິງກະໂປ ຫລື ອາຊຽນ ໃນ ທົສວັດ ຕໍ່ໄປ.

ຍ້ອນເຫດຜົລ ດັ່ງກ່າວ ອາດເປັນໄປໄດ້ ທີ່ຈີນ ຈະໃຫ້ເງິິນ ກູ້ 7 ຕື້ໂດລາ ແກ່ລາວ ໃນ ໂຄງການ ທີ່ຍັງມີ ຄວາມ ຂັດແຍ່ງ ກັນ ຢູ່ໃນກຸ່ມ ຜູ້ນຳຈີນ ທີ່ ປະເທດ ຄອມມຸຍນິສ ສປປລາວ ກຳລັງ ລໍຖ້າ ການສ້າງສາ ຢູ່ໃນ ເວລານີ້.

ໃນຕົ້ນ ເດືອນນີ້ ຄະນະ ຣັຖບານ ລາວ ທີ່ ນຳໂດຍ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສີງ ທັມມະວົງ ໄດ້ເລີ້ມ ຂັ້ນຕອນ ການ ເຈຣະຈາ ກັບຈີນ ຢ່າງຈີງຈັງ ກ່ຽວກັບ ຣະຍະ ເວລາ ຂອງ ເງິນກູ້ ເກືອບ ເທົ່າກັບ 90% ຂອງຍອດ ຜົລຜລິດ ຮ່ວມ 8 ຕື້ 3 ຮ້ອຍລ້ານໂດລາ ຂອງ ສປປລາວ.

ຣັຖບານ ລາວ ຖືວ່າ ໂຄງການ ຣົຖໄຟ ຄວາມໄວສູງ ຈະເປັນສິ່ງ ສຳຄັນ ໃນການ ຍົກຣະດັບ ການ ພັທນາ ເສຖກິດ ແລະ ສັງຄົມ ໃນລາວ ເຖິງແມ່ນວ່າ ຈະເປັນ ຫນີ້ຈີນ ຫລາຍ ປານໃດ ກໍຕາມ. ຣັຖບານ ລາວ ຕັດສິນໃຈ ຈະເປັນ ຜູ້ຮັບ ຜີດຊອບ ການກໍ່ສ້າງ ທັງຫມົດ ຫລັງຈາກ ຈີນ ຖອນຕົວ ຈາກການ ຮ່ວມລົງທຶນ. ໃນ ທ້າຍປີ 2010 ໃນຂນະທີ່ ໂຄງການ ຣົຖໄຟ ຄວາມໄວ ສູງ ຖືກໂອ້ລົມ ກັນເປັນ ຄັ້ງທຳອິດ ກັບ ຈີນ. ທ່ານ ສົມສວາດ ເລັ່ງສວັດ ຮອງ ນາຍົກ ຣັຖມົນຕຣີ ໄດ້ ກ່າວຕໍ່ກຸ່ມ ນັກຂ່າວ ຕ່າງຊາດວ່າ ທ່ານເຊຶ່ອວ່າ ໂຄງການ ດັ່ງກ່າວ ຈະສົ່ງ ຜົລປໂຍດ ຕໍ່ ການພັທນາ ເສຖກິດ ແລະ ສັງຄົມ ໃນລາວ ຮ່ວມທັງ ສົ່ງເສີມ ຄວາມຮ່ວມມື ທາງດ້ານ ການຄ້າ ກັບອາຊຽນ ແລະ ກັບຈີນ ໃຫ້ຫລາຍຂຶ້ນ. ກ່ຽວກັບ ການ ເຈຣະຈາ ເງິນກູ້ ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ: ---ສຽງ---

ຖ້າການ ເຈຣະຈາ ເງິນກູ້ ໃນ ປັດຈຸບັນ ສຳເຣັດຜົລ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ທີ່ມີ ຣະຍະທາງ ຍາວ ປະມານ 420 ກິໂລແມັດ ຈາກຂຸນຫມິງ ຫາ ນະຄອນ ຫລວງ ວຽງຈັນ ກໍ ຈະປາກົດ ໂຕຂຶ້ນ. ເປັນ ຂ່່າວດີ ສຳລັບ ກຸ່ມ ບໍຣີສັດ ຈີນ ຜູ້ທີ່ມາ ລົງທຶນ ໃນລາວ ໃນການ ຂົນສົ່ງ ສິນຄ້າ ແລະ ການຂຍາຍ ຂອບເຂດ ການຄ້າ ຂອງຕົນ ຈາກລາວ ໄປໃນ ຂົງເຂດ ແລະ ດີສຳລັບ ບໍຣິສັດ ຈີນ ໃນຈີນ ແຜ່ນດິນ ໃຫຍ່ ຜູ້ ທີ່ຈະສົ່ງ ສິນຄ້າ ລົງໄປ ໃນປະເທດ ອາຊຽນ ຜ່ານລາວ.

ສຳລັບ ສປປລາວ ແລ້ວ ນອກຈາກ ຈະບໍ່ມີ ອຸດສາຫະກັມ ການຜລິິດ ເພື່ອ ສົ່ງອອກ ຫລາຍແລ້ວ ຍັງຈະຕິດ ຫນີ້ ຈີນ ຫລາຍຂຶ້ນ ແລະ ປະຊາກອນ ລາວ ຈຳນວນ 6 ລ້ານ ກວ່າຄົນ ໃນ ປັດຈຸບັນ ຜູ້ທີ່ມີ ຣາຍໄດ້ ແຕ່ລະມື້ ບາງຄົນ ບໍ່ຮອດ ນຶ່ງ ໂດລາ ຕໍ່ມື້ ອາດ ຈະບໍ່ມີ ໂອກາດ ໄດ້ຂີ່ຣົຖໄຟ ສາຍ ດັ່ງກ່າວ.

ນັກ ຊ່ຽວຊານ ຈາກ ທະນາຄານ ພັທນາ ເອເຊັຽ ແລະ ທະນາຄານ ໂລກ ໃຫ້ຄວາມ ເຫັນວ່າ ສປປລາວ ອາດຈະບໍ່ ສາມາດ ແບກຫາບ ຫນີ້ສິນ ທີ່ຈະກູ້ ຈາກຈີນ ນີ້ໄດ້ ຖ້າໄດ້ ກໍຈະເປັນ ບັນຫາ ຕໍ່ເສຖກິດ ມະຫາພາກ ຂອງລາວ ເພາະ ໂຄງການ ດັ່ງກ່າວ ແພງ ເກີນໄປ ສຳລັບ ເສຖກິດ ລາວ.

ສຳລັບຈີນ ແລ້ວ ຄວາມສ່ຽງ ໃນການ ໃຫ້ເງິນກູ້ ແກ່ລາວ ໃນໂຄງການ ຣົຖໄຟ ຄວາມໄວສູງ ນີ້ ແມ່ນຖືກ ຮັບປະກັນ ຈາກ ແຮ່ທາດ ທີ່ລາວມີ ຢຸູ່ ດັ່ງບໍ່ແຮ່ ໂປຕັສ ໃນເຂດ ພາກໃຕ້ ຂອງລາວ ແລະ ໂຄງການ ສ້າງ ເຂຶ່ອນ ໄຟຟ້າ ຫລາຍແຫ່ງ ທີີ່ຈີນສ້າງ ໃນລາວ ຮ່ວມທັງ ຜົລປໂຍດ ທີ່ ບໍຣິສັດ ຈີນ ຈະໄດ້ຮັບ ຈາກ ໂຄງການ ດັ່ງກ່າວ ໃນການ ສົ່ງ ສິນຄ້າ ແລະ ຂຍາຍ ການຄ້າ ຂອງຈີນ ມາໃນ ຂົງເຂດ ຊຶ່ງໃນ ທຸກມື້ນີ້ ບໍຣິສັດ ຈີນ ທີ່ລົງທຶນ ໃນລາວ ອາສັຍ ການຂົນສົ່ງ ສິນຄ້າ ອອກຈາກ ລາວ ແບບຊັກຊ້າ ແລະ ຣາຄາແພງ ເພາະຖນົນ ຫົນທາງ ບໍ່ໄດ້ ມາຕຖານ. ຈີນລົງທຶນ ສ່ວນໃຫຍ່ ໃນລາວ ແມ່ນການ ສ້າງເຂຶ່ອນ ໄຟຟ້າ ຂຸດຄົ້ນ ແຮ່ທາດ ປູກຢາງ ພາຣາ ແລະ ຄ້າໄມ້. ການລົງທຶນ ຈີນ ໃນລາວ ຖືເປັນ ອັນດັບ ສອງ ລອງຈາກ ວຽດນາມ ໃນມູນຄ່າ ການຄ້າ 941 ລ້ານ ໂດລາ ໃນປີ 2011 ຫລື ປະມານ 16% ຂອງ ການຄ້າຈີນ ໃນປີ 2014 ຈີນ ອາດ ແຊງຫນ້າ ວຽດນາມ.

ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຜ່ານລາວ ຈີນ ບໍ່ຖືວ່າ ສຳຄັນ ຕໍ່ການຄ້າ ສອງຝ່າຍ ລາວຈີນ ແຕ່ຈີນ ເຫັນໂອກາດ ໃນການ ເຊຶ່ອມ ອຳນາດ ທາງດ້ານ ການຄ້າ ແລະ ການເມືອງ ໄປ ສູ່ຂົງເຂດ ຫລາຍກວ່າ. ສຳລັບ ການຄ້າ ແລ້ວ ແມ່ນການເຂົ້າ ເຖິງ ຕລາດໄທ ມາເລເຊັຽ ສິງກະໂປ ແລະ ບັນດາ ປະເທດ ອາຊຽນ ທັງຫລາຍ ທີ່ມີ ປະຊາກອນ ໂດຍຮວມ ກວ່າ 600 ລ້ານ ຄົນ ຫລັງຈາກ ການເຂົ້າ ຮວມກຸ່ມ ໃນປີ 2015 ແລະ ສຳລັບ ການເມືອງ ແລ້ວ ແມ່ນຄວາມ ສຳພັນ ອັນໃກ້ຊິດ ກັບ ປະເທດ ດັ່ງກ່າວ ທີ່ຈີນ ຈະສາມາດ ຜ່ານຜ່າ ວົງອ້ອມ ຂອງ ສະຫະຣັຖ ໄດ້.

ວ່າງປີ ຫລັງໆ ມານີ້ ນາຍົກ ຣັຖມົນຕຣີ ໄທ ນາງສາວ ຍິ່ງລັກ ກໍໄດ້ ລົງນາມ ໂຄງການ ເຊຶ່ອມຕໍ່ ເສັ້ນທາງ ຣົຖໄຟ ຄວາມໄວສູງ ກັບລາວ ເສັ້ນ ບາງກອກ ຫນອງຄາຍ ຢ່າງເປັນ ທາງການ ໃນ ພາກສ່ວນ ຂອງ ໂຄງການ ຣົຖໄຟ ຄວາມໄວສູງ ຂອງໄທ ໃນ ທົ່ວປະເທດ ທີ່ ຈະໃຊ້ ງົບປະມານ ໃນການ ກໍ່ສ້າງກວ່າ 75 ຕື້ ໂດລາ ເລີ້ມຈາກ ປັດຈຸບັນ ໄປຮອດ ປີ 2020. ແຕ່ ປັດຈຸບັນ ຖືກໂຈະ ໃວ້ ຍ້ອນ ສະພາບການ ທາງດ້ານ ການເມືອງ ໃນໄທ.

ການເຊຶ່ອມຕໍ່ ດ່ັງກ່າວ ຈະ ບໍ່ພຽງແຕ່ ໃຫ້ ຜົລປໂຍດຈີນ ໃນການ ເຂົ້າເຖິງ ຕລາດຂນາດ ໃຫຍ່ ຂອງບັນດາ ປະເທດ ອາຊຽນ ທັງຫລາຍ ໂດຍສະເພາະ ແມ່ນໄທ ທີ່ມີຜູ້ ບໍຣິໂພກ ຣະດັບ ກາງ ຍັງ ຈະເຮັດ ໃຫ້ຈີນ ເຂົ້າເຖິງ ທ່າເຮືອ ນ້ຳເລິກ ດາເວ ຂອງ ພະມ້າ ນຳອີກ ທີ່ ບໍຣິສັດໄທ ກຳລັງ ຈະສ້າງ ໃນໄວໆນີ້ ແລະໄທ ກໍມີແຜນ ການຈະຕໍ່ ເສັ້ນທາງ ຣົຖໄຟ ແລະ ຖນົນ ໄປສູ່ ທີ່ນັ້ນ. ການເຂົ້າ ເຖິງທ່າເຮືອ ນ້ຳເລິກ ດາເວ ຂອງ ຈີນ ຈະເຮັດໃຫ້ ຈີນ ສາມາດ ສົ່ງນ້ຳມັນ ທາງ ທະເລ ຈາກ ປະເທດ ຕາເວັນອອກ ກາງ ມາຈີນ ປາສຈາກ ຜ່ານ ຊ່ອງແຄບ ມາລາກາ ທີ່ຈີນໃຊ້ ໃນ ປັດຈຸບັນ ເຂົ້າມາ ທ່າເຮືອ ດາເວ ໂດຍກົງ ແລະ ຂົນຜ່ານ ເສັ້ນ ທາງ ຣົຖໄຟສາຍ ດັ່ງກ່າວ ມາຈີນ ຖືກກວ່າ. ປາກົດວ່າ ຈີນ ມາກ່ອນ ສະຫະຣັຖ ໃນພາກ ພື້ນແຫ່ງນີ້ ແລະ ສປປລາວ ກໍຈະກາຍເປັນ ທາງ ຜ່ານລ້າໆ ດັ່ງທີ່ເຄີຍ ເປັນມາ ໃນ ໂຄງການ ຫລາຍ ໂຄງການ.

ປັດຈຸບັນ ທາງການ ລາວ ກໍເລີ້ມ ລົງມື ປັກຫລັກ ຫມາຍ ເສັ້ນທາງ ຣົຖໄຟ ຄວາມໄວສູງ ລາວ-ຈີນ ໃນເຂດ ນະຄອນ ຫລວງ ວຽງຈັນ ແລ້ວ ຫລາຍຫູມ່ບ້ານ ຈະຖືກ ໂຍກຍ້າຍ ແລະ ຄາດວ່າ ຣັຖບານ ຈີນ ອາດຈະ ໃຫ້ເງີນກູ້ ແກ່ລາວ ໃນ ໂຄງການ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.