29 ກໍຣະກະດາ ວັນໜີ້ ນິເວດໂລກ

ມະນີຈັນ
2019.08.05
f-logs ໄມ້ທີ່ຕັດໄວ້ຢູ່ທາງ ແຂວງພາກເໜືອຂອງລາວ
RFA/VD

ວັນຈັນທີ 29 ກໍຣະກະດາ 2019 ນີ້ ເປັນຄືມື້ຄົບກຳນົດ ທີ່ມະນຸດໄດ້ໃຊ້ ຊັພຍາກອນທັມມະຊາດ ຂອງໂລກ ຫລື ທີ່ເອີ້ນກັນວ່າມື້ Earth Overshoot Day ນັ້ນເປັນເທື່ອທໍາອິດ ໃນເດືອນ ກໍຣະກະດາ ແລະ ໃນປີນີ້ ມື້ດັ່ງກ່າວ ມາຮອດມາເຖິງໄວກວ່າທຸກປີ ທີ່ຜ່ານມາ ຊຶ່ງກໍ ໝາຍຄວາມວ່າ ມະນຸດໄດ້ໃຊ້ຊັພຍາກອນທັມມະຊາດ ຫລາຍກວ່າທີ່ໂລກ ຈະສາມາດຜລິດ ຫລືຟື້ນຟູ ຊັພຍາກອນທັມມະຊາດ ຂຶ້ນມາຄືນ ໄດ້ ໃນແຕ່ລະປີ.

ເຄືອຂ່າຍ Global Footprint Network ຊຶ່ງເປັນອົງການເພື່ອຄວາມຍືນຍົງ ທີ່ຕິດຕາມວັນໜີ້ນິເວດໂລກ ໄດ້ອະທິບາຍຜ່ານເວັບໄຊ ຂອງຕົນວ່າ ວັນຄົບກໍານົດ ທີ່ມະນຸດໃຊ້ຊັພຍາກອນໂລກນັ້ນ ໄດ້ຄ່ອຍໆມາເຖິງ ໄວຂຶ້ນໃນຫລາຍປີມານີ້.

ແຕ່ປີນີ້ມາເຖິງໄວກວ່າທຸກປີ ອັນເປັນສັນຍານບໍ່ດີ ຍ້ອນໃຊ້ຊັພຍາກອນທຳມະຊາດ ຫລາຍເກີນໄປ. ຕລອດໄລຍະ 20 ປີ ທີ່ຜ່ານມາ ວັນດັ່ງກ່າວມາຮອດໄວຂຶ້ນ ປະມານ 2 ເດືອນ ຄືໄວຢ່າງບໍ່ເຄີຍມີມາກ່ອນ. ປີ 2018 ວັນໜີ້ນິເວດໂລກ ແມ່ນວັນທີ 1 ສິງຫາ ແລະປີ 2017 ແມ່ນວັນທີ 2 ສິງຫາ ຂນະທີ່ປີ 1971 ແມ່ນວັນທີ 21 ທັນວາ ຄືວັນດັ່ງກ່າວຫຍັບໄກ້ເຂົ້າມານຳເລື້ອຍໆ ທັງນີ້ກໍເນື່ອງຈາກວ່າ ມະນຸດໃຊ້ຊັພຍາກອນທັມມະຊາດ ໃນແຕ່ລະປີຫລາຍເກີນກຳນົດນັ້ນເອງ.

ການທີ່ວັນ Earth Overshoot Day ມີຂຶ້ນໃນມື້ວັນທີ 29 ກໍຣະກະດາ ຂອງປີນີ້ ບົ່ງບອກວ່າ ເພື່ອທີ່ຈະຮັກສາການເຄື່ອນໄຫວ ຫລື ກິຈກັມຕ່າງໆຂອງມະນຸດໄວ້ໄດ້ ຄືຢູ່ໃນປັດຈຸບັນນີ້ ຈໍາເປັນຕ້ອງມີຊັພຍາກອນທັມມະຊາດ ເພິ່ມຂຶ້ນ 1 ຈຸດ 75 ເທົ່າທີ່ ຣະບົບນິເວດ ຕ້ອງສ້າງຂຶ້ນມາທົດແທນ ໃຫ້ໃໝ່ໄດ້. Global Footprint network ອະທິບາຍວ່າ ປະຣິມານ ການໃຊ້ນິເວດໂລກ ຫລາຍເກີນກໍານົດນັ້ນ ນັບມື້ນັບເຫັນໄດ້ເຖິງ ການຕັດໄມ້ທໍາຣາຍປ່າ, ການເຊາະເຈື່ອນຂອງດິນ, ການສູນເສັຽຣະບົບນິເວດ ຫລື ການສະສົມອາກາດເສັຽ carbon dioxide ໃນຊັ້ນບັນຍາກາດ.

Global Footprint Network ທີ່ມີສູນກາງຢູ່ຣັຖ California ສະຫະຣັຖອາເມຣິກາ ກໍານົດວັນໜີ້ນິເວດໂລກ ປີນີ້ ຄືວັນທີ 29 ກໍຣະກະດາ, ໄວຂຶ້ນກວ່າປີ 2018 ທີ່ເປັນວັນທີ 1 ສິງຫາ ແລະມີແນວໂນ້ມທີ່ຈະວັຍຂຶ້ນຢູ່ຕໍ່ໄປ. ຫາກມະນຸດ ບໍ່ມີການປັບຕົວ ຫລືແກ້ໄຂ ກໍໝາຍຄວາມວ່າ ມະນຸດໃນທົ່ວໂລກ ຈະໃຊ້ ຊັພຍາກອນທັມມະຊາດ ຮວມເຖິງເຊື້ອເພີງ, ດິນ, ປ່າໄມ້ ແລະອື່ນໆຂອງປີໝົດໄປກ່ອນ ເວລາ.

ນອກຈາກນັ້ນຄວາມຈະເຣີນຕ່າງໆ ທີ່ເຂົ້າມາມີອິດທິພົລ ຕໍ່ມະນຸດ ຍັງສົ່ງຜົລໃຫ້ມີການປ່ອຍແກສ carbon monoxide ຫລື ອາຍເສັຍ ອອກສູ່ຊັ້ນບັນຍາກາດໂລກ ຢ່າງຫລວງຫລາຍພາຍມາກ ຂນະທີ່ປ່າໄມ້ຫລຸດໜ້ອຍລົງ ຍ້ອນຖືກທໍາຣາຍ ເພື່ອ ສ້າງເສັ້ນທາງ ບ່ອນຢູ່ອາສັຍ ຕຶກອາຄານເປັນຈໍານວນຫລວງຫລາຍ ເຮັດໃຫ້ການດູດຊຶມເອົາອາຍເສັຽ carbon dioxide ຫລຸດລົງຕາມໄປດ້ວຍ.

ແລະການສູນເສັຽຄວາມຫລາກຫລາຍ ຂອງທັມມະຊາດ ກໍເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ມະນຸດ ມີຊັພຍາກອນທັມຊາດ ບໍ່ພຽງພໍທີ່ຈະໃຊ້ ໃນແຕ່ລະປີ. ແລະນັບແຕ່ມື້ວັນທີ 30 ກໍຣະກະດາ ເປັນຕົ້ນໄປ ກໍຈະຕ້ອງດຶງເອົາ ຊັພຍາກອນທັມມະຊາດ ທີ່ມີສໍາຮອງໄວ້ໃຊ້ໃນອະນາຄົດ ແລະໃນປີຕໍ່ໄປນັ້ນມາໃຊ້ແທນ.

Dr. Jako Volchenk ນັກບັລຍາຍ ຫລື lecturer ດ້ານຍຸທສາດ ແລະຄວາມຍືນຍົງ ປະຈໍາມະຫາວິທະຍາລັຍ ທຸຣະກິດ Stellenbosch USB ໃຫ້ສັມພາດຂ່າວ SABC Digital News ໃນມື້ວັນທີ 29 ກໍຣະກະດາ ຊຶ່ງເປັນມື້ຄົບກໍານົດການໃຊ້ ຊັພຍາກອນ ທັມມະຊາດ ຂອງມະນຸດ ທີ່ມາຮອດກ່ອນກໍານົດ ຫລາຍໃນປີນີ້ວ່າ ມີ 2 ປາກົດການທີ່ອະທິ ບາຍໄດ້:

"The 1st is that every year we are increasing it a lot by ... ອັນທໍາອິດຄືວ່າແຕ່ລະປີ ພວກເຮົາເພີ່ມການໃຊ້ຊັພຍາກອນ ທັມມະຊາດ ຫລາຍຂຶ້ນ ຍ້ອນການເຕີບໂຕ ຂອງພົລເມືອງ ແລະໃນເວລາດຽວກັນກໍຍ້ອນ ການເຕີບໂຕ ຂອງຄວາມຮັ່ງມີ ອັນເຮັດໃຫ້ ພວກເຮົາ ບໍຣິໂພກ ຊັພຍາກອນທັມມະຊາດ ແລະມີການຜລິດ ໃນແຕ່ລະປີ ຫລາຍຂຶ້ນ."

ການກໍານົດວັນໜີ້ນິເວດໂລກນີ້ ກໍເພື່ອກະຕຸ້ນໃຫ້ມະນຸດທຸກຄົນ ຮູ້ແລະເຂົ້າໃຈດີ ເຖິງຜົລກະທົບຕໍ່ທັມມະຊາດ ທີ່ຈະຕາມມາ ຫາກຍັງມີ ການໃຊ້ ຊັພຍາກອນທັມມະຊາດ ຫລາຍເກີນໄປ ແລະໃນທີ່ສຸດ ກໍຈະໝົດໄປຢ່າງຖາວອນນັ້ນ ແລະ ເພື່ອ ບິດເຂັມໂມງ ຄືນຫລັງ ເພື່ອໃຫ້ມີການສະສົມນິເວດ ຫລາຍຂຶ້ນ ແລະເອົາສິ່ງທີ່ສະສົມໄວ້ ໃນຄັງສາງນັ້ນອອກມາໃຊ້ ໃຫ້ໜ້ອຍລົງນັ້ນ ເປັນການຍາກ Dr. Volchenk ເຫັນວ່າແນ່ນອນ ມັນເປັນການຍາກຫລາຍ ທີ່ຈະມີເພີ່ມຂຶ້ນຄືເກົ່າ ໃນຈຸດນີ້:

"the easiest thing that we can use to reduce our consumption... ຊຶ່ງຕາມປົກກະຕິ ເວລາເງິນເດືອນໄດ້ຫລາຍຂຶ້ນ ການບໍຣິໂພກ ຂອງພວກເຮົາ ກໍເພີ່ມຂຶ້ນຕາມໄປດ້ວຍ. ຄືພວກເຮົາຕ້ອງການ ສິ່ງຕ່າງໆຫລາຍຂຶ້ນ ຕ້ອງການຊື້ຣົດ ຊື້ ໂທຣະສັບມືຖື ເປັນຕົ້ນ. ແຕ່ກໍມີຫລາຍສິ່ງຫລາຍຢ່າງ ທີ່ພວກເຮົາສາມາດຫລຸດຜ່ອນໄດ້. ເວົ້າອີກຢ່າງນຶ່ງ ຄືພວກເຮົາບໍ່ຈໍາເປັນຕ້ອງຊື້ຣົດຄັນໃໝ່ ແລະ ມີໂທຣະສັບມືຖືໜ່ວຍໃໝ່ ໃນແຕ່ລະ 2 ປີ. ພວກເຮົາສາມາດ ມີຊີວິດຢູ່ໄດ້ ໂດຍບໍຣິໂພກໜ້ອຍລົງ ກ່ວາປົກຕິ."

ຫາກພວກເຮົາຕ້ອງການການປ່ຽນແປງແທ້ໆພວກເຮົາຕ້ອງພິຈາຣະນາ ຕັດສິນໃຈແລະສມັກໃຈ ມີຊີວິດການເປັນຢູ່ຢ່າງລຽບງ່າຍ. ຄືດັ່ງທີ່ ໄດ້ເວົ້າມາແລ້ວວ່າ ມັນບໍ່ຈໍາເປັນທີ່ຈະປ່ຽນເຄື່ອງໃຊ້ ທຸກຢ່າງຂອງເຮົາ ໃນແຕ່ລະ 2 ປີ, ທ່ານກ່າວ:

"And I refer to this earlier that it’s not necessary to replace all our material goods every 2 years. When your salary higher, it’s not necessary ເມື່ອເຮົາໄດ້ເງິນເດືອນສູງຂຶ້ນ ກໍບໍ່ຈໍາເປັນທີ່ຈະຊື້ເຮືອນ ຫຼັງໃຫຍ່ ຊື້ຣົດຄັນໃຫຍ່ ຊຶ່ງຫລີກລ່ຽງ ບໍ່ໄດ້ ທີ່ຈະຕ້ອງເຮັດວຽກ ແລະຢູ່ຫ່າງຈາກຄອບຄົວ ຫລາຍຊົ່ວໂມງຂຶ້ນ. ແລະເຫດຜົລທີ່ພາໃຫ້ມີສິ່ງເຫລົ່ານັ້ນ ທໍາອິດກໍແມ່ນເພື່ອມີຄວາມ ສຸກໃຈ ຫລາຍຂຶ້ນ ແຕ່ໃນຂນະດຽວກັນ ກໍເປັນໄປໃນທາງກົງກັນຂ້າມ, ທ່ານກ່າວ:

"so we really need to rethink about how do we think about happiness ດັ່ງນັ້ນພວກເຮົາຈໍາເປັນຕ້ອງ ຄຶດຄືນອີກ ກ່ຽວກັບວ່າ ພວກເຮົາຄຶດແນວໃດ ກ່ຽວກັບຄວາມສຸກ ແລະຄວາມສະບາຍໃຈ. ພວກເຮົາຈໍາເປັນແທ້ບໍ່ ທີ່ຈະມີເຄື່ອງຂອງ ເຫລືອເຟືອ ໃນຂນະທີ່ໂລກ ມີພຽງພໍສໍາລັບຄວາມຈໍາເປັນ ຂອງທຸກຄົນ ແຕ່ຫາກບໍ່ມີພຽງພໍ ສຳລັບຄວາມບໍ່ມີເມືອງພໍ ຂອງທຸກຄົນ. ກົງກັນຂ້າມ ມັນໝາຍຄວາມວ່າ ທຸກຄົນຄວນມີພຽງພໍ ແຕ່ຫາກບໍ່ຫລາຍໂພດເກີນໄປ ຈົນວ່າກິນເຂົ້າໄປເຖິງ ຄວາມສາມາດ ຂອງຄົນລຸ້ນຕໍ່ໆໄປ ໃນອະນາຄົດ but not eating into the future the capacity of future generation."

ເຄືອຂ່າຍ Global Footprint Network ຈະຄໍານວນເບິ່ງປາຣິມານການໃຊ້ ຊັພຍາກອນ ທັມມະຊາດຂອງມະນຸດ ໃນທົ່ວໂລກ ເພື່ອ ເປັນຂໍ້ມູນຄໍານວນປາຣິມານ ຊັພຍາກອນ ທັມມະຊາດ ທີ່ໂລກຈະຕ້ອງຟື້ນຟູຂຶ້ນຄືນອີກ. ແລະຈະເຫັນໄດ້ຢ່າງຈະແຈ້ງ ຈາກ ສະຖິຕິ ທີ່ຜ່ານມາວ່າ ຈົນເຖິງປັດຈຸບັນ ມະນຸດໄດ້ໃຊ້ຊັພຍາກອນ ທັມມະຊາດ ໄປແລ້ວເກືອບເຖິງ 2 ເທົ່າ ທີ່ຣະບົບນິເວດຈະຕ້ອງໄດ້ສ້າງ ຂຶ້ນມາທົດແທນໃຫ້. ນັ້ນສະແດງໃຫ້ເຫັນວ່າ ມະນຸດໃຊ້ຊັພຍາກອນທັມຊາດ ເກີນໄປຫລາຍ.

ຫາກເວົ້າເຖິງປະເທດ ທີ່ໃຊ້ຊັພຍາກອນທັມມະຊາດ ຫລາຍອັນດັບນຶ່ງຂອງໂລກ ກໍໄດ້ແກ່ ສະຫະຣັຖອາເມຣິກາ ຮອງລົງມາກໍແມ່ນ Australia Russia ເຢັຽລະມັນ Switzerland ແລະຍີ່ປຸ່ນ ຮວມໄປເຖິງອັງກິດ. ທັງໝົດນັ້ນລ້ວນແຕ່ເປັນປະເທດພັທນາ ທີ່ຈະເຣີນ ທາງດ້ານອຸດສາຫະກັມ ແລະຕ່າງກໍກໍາລັງພຍາຍາມ ຊຸກຍູ້ໂຄງການຕ່າງໆ ເພື່ອຫລຸດຜ່ອນ ຜົລກະທົບຕໍ່ທັມຊາດ ແລະສິ່ງແວດລ້ອມ ໂດຍມີທັງການຕັ້ງເປົ້າໝາຍ ທີ່ຈະຫຼຸດຜ່ອນການປ່ອຍ gas carbon dioxide ອອກສູ່ຊັ້ນບັນຍາກາດໂລກ ນໍາດ້ວຍ. ຕົວຢ່າງອັງກິດ ກໍຕັ້ງເປົ້າໝາຍທີ່ຈະກໍາຈັດ ບໍ່ໃຫ້ມີການປ່ອຍ gas carbon dioxide ອອກສູ່ບັນຍາກາດໂລກ ຈັກດີ້ພາຍໃນອີກ 31 ປີຂ້າງໜ້າ.

ແລະແນ່ນອນບັນຫາທັງໝົດນັ້ນ ສະທ້ອນອອກໃນຮູບແບບພັຍທັມມະຊາດ ທີ່ມີຂ່າວອອກມາເລື້ອຍໆ ໃນໄລຍະຫລັງໆມານີ້. ໃນນັ້ນມີທັງ ເຣື່ອງການປ່ຽນແປງ ຂອງສະພາບດິນຟ້າອາກາດ ພາວະໂຣກຮ້ອນ ອຸທົກພັຍຮ້າຍແຮງ ແຜ່ນດິນໄຫວຮຸນແຮງ ແຜ່ນນໍ້າແຂງໃນຂົ້ວໂລກ ເໜືອ ແລະຂົ້ວໂລກໃຕ້ ລະລາຍຢ່າງໄວ ວາ.

ສໍາລັບການແກ້ໄຂບັນຫານັ້ນ ອົງການ Global Footprint Network ກໍໄດ້ຊຸກຍູ້ໃຫ້ມີການໂຄສະນາ ຫລາຍຂໍ້ດ້ວຍກັນ ຄືພຍາຍາມ ຫລຸດຜ່ອນການ ປ່ອຍ gas carbon dioxide ໃນເມືອງໃຫ້ໄດ້ຫລາຍທີ່ສຸດ; ຫລຸດຜ່ອນການເພິ່ງພາພລັງງານເຊື້ອເພີງ fossil ແລະ ຫັນມາໃຊ້ພລັງງານທົດແທນ ເປັນຕົ້ນພລັງງານແສງຕາເວັນ; ຫລຸດຜ່ອນ ອຸດສາຫະກັມລ້ຽງສັດ ຊຶ່ງເຮັດໃຫ້ການປ່ອຍ gas carbon dioxide ອອກສູ່ຊັ້ນບັນຍາກາດໂລກ ໃນປາຣິມານສູງ ການເລືອກກິນອາຫານປະເພດຜັກ ຫຼືທີ່ເອີ້ນກັນວ່າ ມັງສະວິຣັດ ແລະຫຼຸດຜ່ອນ ການກິນຊີ້ນສັດລົງ ຈະສາມາດຫລຸດຜ່ອນການປ່ອຍ gas ໄດ້ເຖິງ 26 ເປີເຊັນ. ນອກນັ້ນກໍມີທັງການໂຄສະນາ ຫລຸດຜ່ອນການຕັດໄມ້ ທຳຣາຍປ່າ ທີ່ເປັນອັນຊ່ອຍສໍາຄັນ ໃນການດູດຊຶມຊັບອາກາດເສັຽ ຫລື gas carbonic ແລະຮັກສາຣະບົບນິເວດໂລກ ແລະສຸດທ້າຍຄື ການຄວບຄຸມຈຳນວນປະຊາກອນ ເພາະຫາກຈໍານວນປະຊາກອນເພີ່ມຂຶ້ນຫລາຍ ກໍໝາຍຄວາມວ່າ ຄວາມຕ້ອງການໃນການໃຊ້ ຊັພຍາກອນທັມມະຊາດ ກໍເພິ່ມຂຶ້ນຕາມໄປດ້ວຍ.

Earth Overshoot Day ຫລື ມື້ໜີ້ນິເວດໂລກ Ecological Debt Day ເປັນມື້ທີ່ບົ່ງບອກເຖິງການບໍຣິໂພກ ແຫລ່ງຊັພຍາກອນ ທັມມະຊາດ ຂອງມະນຸດ ຫລາຍເກີນກວ່າ ຄວາມສາມາດຂອງໂລກ ຈະຜະລິດ-ຟື້ນຟູແຫລ່ງຊັພຍາກອນ ຕ່າງໆຄືນມາໄດ້ ໃນແຕ່ລະປີ, ຕາມເວັບໄຊ Common Dreams. ເວົ້າອີກຢ່າງນຶ່ງກໍຄື ໂລກມະນຸດ ໃຊ້ແຫລ່ງຊັພຍາກອນທັມມະຊາດ ເປັນຕົ້ນການປະມົງ ແລະປ່າໄມ້ ວັຍກວ່າຣະບົບນິ ເວດຂອງໂລກ ທີ່ສາມາດຜລິດມັນຄືນມາໄດ້ ເກືອບຮອດ 2 ເທົ່າ.

ດັ່ງນັ້ນຈຶ່ງມີຄວາມຈຳເປັນ ທີ່ຊາວໂລກທັງມວນ ຕ້ອງໄດ້ປົກປັກຮັກສາຣະບົບນິເວດໄວ້ໃຫ້ດີ ແລະໃຊ້ຊັພຍາກອນທັມມະຊາດຢ່າງປະຢັດ ແລະກຸ້ມຄ່າ ເພື່ອການພັທນາທີ່ຍືນຍົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.