ແມ່ນ້ຳຂອງບົກແຫ້ງຍ້ອນ ເຂື່ອນຈີນ

ພູວົງສ໌
2019.08.07
F-Pompeo ຣັຖມົນຕຣີ ກະຊວງການຕ່າງປະເທສ ສະຫະຣັຖ ອາເມຣິກາ ທ່ານ ໄມຄ໌ ພອມແພວ (Mike Pompeo)ໃນຕອນເຂົ້າຮ່ວມ ກອງປະຊຸມ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ທີ່ ບາງກອກ ປະເທດໄທ
AFP

ໃນຣະຫວ່າງກອງປະຊຸມຣັຖມົນຕຣີ ຕ່າງປະເທສອ່າຊ້ຽນ ທີ່ຈັດຂຶ້ນເມື່ອວັນທີ 1 ສິງຫາ ທີ່ຜ່ານມາ ທີ່ນະຄອນຫຼວງບາງກອກ, ປະເທສໄທ, ທ່ານ ໄມ້ ພ່ອມແພ່ວ, ຣັຖມົນຕຣີກະຊວງການຕ່າງປະເທສ ຂອງສະຫະຣັຖອາເມຣິກາ ໄດ້ກ່າວວິຈານຈີນ ໃນຣະຫວ່າງກອງປະຊຸມ ຕອນນຶ່ງ ທີ່ໄດ້ເຜີຍແຜ່ ຜ່ານສຳນັກຂ່າວ ຣອຍເຕີ້ ວ່າ:

“ນ້ຳຂອງບົກແຫ້ງໃນປີນີ້ ຖືວ່າຕ່ຳທີ່ສຸດໃນຮອບ 10 ປີ ແລະ ບັນຫາດັ່ງກ່າວ ມັນໄດ້ກ່ຽວພັນໄປຍັງການຕັດສິນໃຈຂອງຈີນ ໃນການກັກນ້ຳ ຈາກແມ່ນ້ຳຂອງຕອນເທິງ.”

ທັນທີທັນໃດນັ້ນ, ທ່ານ ຫວາງ ອີ້, ຣັຖມົນຕຣີກະຊວງການຕ່າງປະເທສ ຂອງຈີນ ກໍໄດ້ຕອບໂຕ້ຢ່າງທັນຄວັນ ໃນຣະຫວ່າງກອງປະຊຸມ ຣັຖມົນຕຣີຕ່າງປະເທສອ່າຊ້ຽນ ໃນມື້ດຽວກັນ ອັນທີ່ທ່ານເອີ້ນການກ່າວອ້າງນັ້ນວ່າ “ການກ່າວອ້າງຂອງ ທ່ານພ່ອມແພ່ວ ເປັນການກ່າວ ອ້າງທີ່ຂາດຄວາມຮັບຜິດຊອບ ແລະ ໄຮ້ຫຼັກການ.”

ໃນຂນະດຽວກັນ, ຍານາງ ຫົວ ຊຸນຢິງ, ໂຄສົກກະຊວງການຕ່າງປະເທສຈີນ ກໍໄດ້ຕອບໂຕ້ຕໍ່ຄວາມເວົ້າກ່າວອ້າງຂອງທ່ານ ຣັຖມົນຕຣີ ກະຊວງການຕ່າງປະເທສ ຂອງສະຫະຣັຖອາເມຣິກາ ໃນການຖແລງຂ່າວປະຈຳວັນ ເມື່ອວັນທີ 2 ສິງຫາ ທີ່ຜ່ານມາ ນັ້ນວ່າ:

“ກຸ່ມພວກເຈົ້າໜ້າທີ່ຣະດັບສູງຂອງສະຫະຣັຖອາເມຣິກາ ບໍ່ໄດ້ສະແດງຄວາມພະຍາຍາມໃດໆເລີຍໃນການແກ້ໄຂບັນຫາ ແລະ ຍັງໃຊ້ທຸກ ວິທີທາງໃນການສ້າງຄວາມແຕກແຍກຣະຫວ່າງຈີນ ແລະ ບັນດາປະເທສອ່າຊ້ຽນ. ເລ້ຫຼ່ຽມຂອງພວກອາເມຣິກາ ເປັນສິ່ງທີ່ບໍ່ມີຄ່າໃດໆ ຕໍ່ພວກເຮົາ.”

ຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້ ທ່ານ Brian Eyler, ຜູ້ອຳນວຍການ ໂຄງການກ່ຽວກັບອາຊີອາຄະເນ ແຫ່ງສູນຄົ້ນຄວ້າ Stimson ທີ່ນະຄອນຫຼວງວໍຊິງຕັນ, ປະເທສສະຫະຣັຖ ອາເມຣິກາ ແລະ ທັງເປັນຜູ້ຊ່ຽວຊານ ດ້ານບັນຫາຜົລກະທົບຂ້າມຊາຍແດນ ໃນຂົງເຂດ ແມ່ນ້ຳຂອງ ແລະ ໄດ້ລົງເລິກດ້ານການຮ່ວມມື ທາງເສຖກິຈຂອງຈີນ ກັບຂົງເຂດອາຊີອາຄະເນ ໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວ ວິທຍຸເອເຊັຽ ເສຣີວ່າ ສະພາບນ້ຳຂອງບົກແຫ້ງທີ່ສຸດ ໃນປີນີ້ ມີສ່ວນກ່ຽວພັນໂດຍຕຣົງ ກັບການຫຼຸດການປ່ອຍນ້ຳຂອງ ເຂື່ອນ ໃນຕອນເທິງຂອງ ແມ່ນ້ຳຂອງ ແລະ ເຂື່ອນຕາມສາຍນ້ຳ ທີ່ເປັນສາຂາຂອງແມ່ນ້ຳຂອງ ແລະ ຖືເປັນສ່ວນສຳຄັນ ທີ່ເຮັດໃຫ້ແມ່ນ້ຳຂອງ ເກີດຄວາມບົກແຫ້ງ ຢ່າງຜິດປົກກະຕິ ໃນປີນີ້, ເຊິ່ງສອດຄ່ອງກັບຄວາມເວົ້າ ຂອງຣັຖມົນຕຣີກະຊວງການ ຕ່າງປະເທສຂອງສະຫະຣັຖ ອາເມຣິກາ ນັ້ນ:

ທ່ານວ່າ: “ໃນສະພາວະແຫ້ງແລ້ງເຊັ່ນນີ້, ຄວນຈະມີການປະສານງານກັນທີ່ດີ, ແຕ່ຜູ້ປະກອບການເຂື່ອນເຫຼົ່ານັ້ນ ຕ່າງກໍກຳນົດເອົາຄວາມ ຕ້ອງການ ຂອງຕົນເປັນໂຕຕັ້ງ ຫຼາຍກວ່າທີ່ຈະເຫັນຄວາມຕ້ອງການ ຂອງປະເທສເພື່ອນບ້ານ ແລະ ພູມີພາກ ແລະ ຊຸມຊົນທີ່ຢູ່ລຸ່ມ ແມ່ນ້ຳຂອງ.”

ນອກຈາກນີ້, ກະຊວງການຕ່າງປະເທສສະຫະຣັຖອາເມຣິກາ ຍັງໄດ້ອອກຖແລງການຢ່າງເປັນທາງການວ່າ ຍາມໃດ ສະຫະຣັຖ ກໍເຫັນ ບັນດາ ປະເທສລຸ່ມແມ່ນ້ຳຂອງ ດັ່ງກຳພູຊາ, ລາວ, ພະມ້າ, ໄທ ແລະ ຫວຽດນາມ ເປັນປະເທສ ທີ່ສຳຄັນທາງ ຍຸທສາຕ ຂອງສະຫະຣັຖ ສເມີມາ ໂດຍຜ່ານກົລໄກ ຂໍ້ຣິເຣີ້ມແມ່ນ້ຳຂອງຕອນລຸ່ມ ຫຼື Lower Mekong Initiative (LMI) ແລະ ຈະສືບຕໍ່ສນັບສນູນ ປະຊາຊົນທີ່ ອາໃສຢູ່ໃນເຂດ ລຸ່ມແມ່ນ້ຳຂອງ.

ທ່ານວ່າ: “ສະຫະຣັຖອາເມຣິກາຮູ້ສຶກພູມໃຈ ທີ່ຈະຮ່ວມມືກັບປະເທສໄທ ໃນການຊ່ອຍເຫຼືອປະຊາຊົນຫຼາຍລ້ານຄົນ ທີ່ຊີວິຕຂອງພວກເຂົາ ຕ້ອງອາໃສ ແມ່ນ້ຳຂອງ ທີ່ປຽບດັ່ງແມ່ ຂອງສາຍນ້ຳຕ່າງໆ.”

ເປັນເວລາ 10 ປີພໍດີ ພາຍຫຼັງທີ່ທ່ານ ບ່າຣັກ ໂອ່ບ່າມ້າ, ປະທານາທິບໍດີສະຫະຣັຖ ໄດ້ຫັນຍຸທສາທຂອງສະຫະຣັຖ ກັບຄືນມາສູ່ບັນດາ ປະເທສ ອາຊີຕາເວັນອອກສຽງໃຕ້ອີກຄັ້ງ, ໂດຍຜ່ານໂຄງການ ຂໍ້ຣິເຣີ້ມແມ່ນ້ຳຂອງຕອນລຸ່ມ ຫຼື Lower Mekong Initiative (LMI) ທີ່ຫຼາຍຝ່າຍເຊື່ອວ່າ ເປັນການເຂົ້າມາຄານອຳນາດຂອງຈີນ ທີ່ພວມເຂົ້າໄປມີບົດບາດໃນບັນດາ ປະເທສລຸ່ມແມ່ນ້ຳຂອງຢ່າງຮອບດ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.