ເຣື້ອງທີ່ເກັບບັນທຶກໄວ້
2023-02-05
ຫົວໜ້າສະຫະພັນ ແຮງງານຄົນສຳຄັນ ຂອງກັມພູຊາ ເຂົ້າຮ່ວມກຸ່ມຕໍ່ຕ້ານ ຣັຖບານ ຂອງພັກຝ່າຍຄານ ກັມພູຊາ ເພື່ອຈະໃຫ້ຊະນະ ການເລືອກຕັ້ງ ທີ່ຈະມີຂຶ້ນໃນກາງປີປີນີ້ ຊຶ່ງພັກຣັຖບານ ສ້າງຄວາມແຕກແຍກ ແລະກໍ່ກວນພັກຝ້າຍ ມາໂດຍຕລອດ.
2023-01-31
ສະຖານທູຕ ສະຫະຣັຖອາເມຣິກາ ປະຈຳປະເທດໄທຍ ຮ່ວມກັບປະຊາຊົນ ເມືອງຊຽງຂອງ ແຂວງຊຽງຮາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີກຳນົດຈັດເທສການ ແລກປ່ຽນວັທນະທັມ ແຫ່ງສາຍນໍ້າ ພາຍໃຕ້ຫົວຂໍ້ “A Tale of Two Rivers” ຫຼື “ເຣື່ອງເລົ່າສອງສາຍນໍ້າ” ໃນມື້ວັນທີ 3-4 ກຸມພາ 2023 ນີ້.
2023-01-29
ວຽດນາມ ເພີ່ມມາຕການ ປາບປາມ ກຸ່ມຕໍ່ສູ້ເພື່ອສິດທິ ຂັ້ນພື້ນຖານ, ກຸ່ມການເມືອງເອກຣາດ ແລະການສໍ້ຣາສບັງຫລວງລາຍໃຫຍ່ ໃນໄລຍະຫລັງໆມານີ້ ເຮັດໃຫ້ອົງການ ສະຫະປະຊາຊາຕ ດ້ານສິດທິມະນຸສ ມີຄວາມເປັນຫວ່ງ.
2023-01-28
ທະຫານພະມ້າ ເຜົາບ້ານເຮືອນ ຂອງປະຊາຊົນ ຊາວພະມ້າ 13 ບ້ານ ຢູ່ ຣັຖສະກາງ ແລະ ມີປະຊາຊົນ 10,000 ຄົນ ຕ້ອງຫຼົບໜີຈາກການໂຈມຕີ ດ້ວຍປືນໃຫຍ່ຂອງທະຫານພະມ້າ ນັບຕັ້ງແຕ່ເກີດການຣັຖປະຫານ ຍຶດອຳນາດຈາກຣັຖບານ ພົນລະເຮືອນ.
2023-01-22
ຫລາຍປະເທດໃນອາຊ້ຽນ ບໍ່ມີມາຕການປ້ອງກັນ ໂຄວິດ-19 ຈາກນັກທ່ອງທ່ຽວ ຕ່າງຊາດ ເປັນຕົ້ນ ນັກທ່ອງທ່ຽວຈີນ ເຖິງແມ່ນວ່າ ຍັງມີການຣະບາດໂຄວິດ-19 ຢູ່ກໍຕາມ ຍ້ອນຕ້ອງການສ້າງລາຍໄດ້ ຈາກການທ່ອງທ່ຽວ ນຶ່ງໃນນັ້ນກໍແມ່ນ ສປປ ລາວ.
2023-01-21
ທ່ານ ຫວງຽນ ຊວນ ຟຸກ ປະທານປະເທດວຽດນາມ ຖືກປົດຕໍາແໜ່ງ ໃນຂໍ້ຫາບົກຜ່ອງ ໃນໜ້າທີ່ກ່ຽວກັບເຣຶ່ອງ ການສໍ້ຣາສບັງຫລວງ ຂອງເຈົ້າໜ້າທີ່ລະດັບສູງ ທີ່ຢູ່ໃຕ້ການບັງຄັບບັນຊາ ໃນໄລຍະທີ່ທ່ານເປັນນາຍົກຣັຖມົນຕຣີ.
2023-01-15
ທະຫານພະມ້າ ໄດ້ຈັບໂຕ ສະມາຊິກສະພາ ແຫ່ງຊາຕ ຫຼື ສສຊ ຂອງພະມ້າ ທີ່ເປັນສະມາຊິກ ພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຫຼັງຈາກທີ່ມີນັກການເມືອງ ແລະປະຊາຊົນ ຖືກຈັບ ເປັນຈຳນວນຫຼາຍ ໃນຂໍ້ຫາຕ່າງໆກັນໄປ.
2023-01-03
ຈີນຕຣຽມເປີດປະເທດ ໃນວັນທີ່ 8 ມົກກະຣານີ້ ແລະເຈົ້າໜ້າທີ່ ການທ່ອງທ່ຽວລາວ ຄາດວ່າ ຊາວຈີນ ຈະເຂົ້າມາທ່ອງທຽວ ໃນປະເທດລາວ ຫຼາຍຂຶ້ນ ຂະນະດຽວກັນ ຍັງມີຄວາມກັງວົນ ເຣື່ອງເຊື້ອໂຄວິດ-19 ຫາກມີຊາວຈີນ ກະຈາຍອອກ ໄປຕາມທີ່ຕ່າງໆ ໃນເທສການປີໃໝ່ຈີນນີ້.
2022-12-31
ອາຊ້ຽນ ແບ່ງແຍກ ອອກເປັນ 2 ກຸ່ມ ຄືກຸ່ມຜະເດັດການ ແລະກຸ່ມປະຊາທິປະໄຕ ຊຶ່ງຄວາມແຕກແຍກດັ່ງກ່າວ ສົ່ງຜົນໃຫ້ ອາຊ້ຽນ ບໍ່ສາມາດ ພື້ນຟູລະບົບການເມືອງ ໃຫ້ເປັນເອກພາບ ໂດຍສະເພາະມີການລະເມີດ ຂໍ້ປະຕິບັດຂອງອາຊ້ຽນ ວ່າດ້ວຍການ ບໍ່ແຊກແຊງກິຈການ ພາຍໃນຂອງແຕ່ລະປະເທດ.
2022-12-24
ນັກວິທະຍາສາຕ ສຶກສາຄົ້ນຄວ້າຮູ້ວ່າ ແມ່ນ້ຳຂອງກາຍເປັນສີຄາມ ແມ່ນຍ້ອນເຂື່ອນ; ເຂື່ອນກັກຝຸ່ນຕົມໄວ້ ເຮັດໃຫ້ນໍ້າຂອງໃສ ແລະກໍກາຍເປັນສີຄາມ ການຂາດຝຸ່ນຕົມ ກໍ່ໃຫ້ເກີດຜົນກະທົບ ຕໍ່ຊາວບ້ານ ທີ່ອາສັຍ ຢູ່ແຄມນ້ຳຂອງ ເປັນຕົ້ນວ່າ ຕາຝັ່ງແມ່ນ້ຳຂອງ ເຈື່ອນເພພັງ.
2022-12-18
ວຽດນາມ, ຈີນ, ເກົາຫລີເຫນືອ ແລະພະມ້າ ເປັນປະເທດ ທີ່ລະເມີດສິດທິມະນຸສ, ສິດທິປະຊາທິປະໄຕ, ສິດທິການນັບຖື ສາສນາ ແລະ ສິດທິຂັ້ນພື້ນຖານ ປະເພດອື່ນໆ ຂອງປະຊາຊົນ, ສ່ວນ ສປປ ລາວ ກໍເປັນນຶ່ງ ໃນບັນດາ ປະເທດທີ່ມີການລະເມີດ ສິດທິມະນຸສເຫລົ່ານັ້ນ.
2022-12-11
ຫົວໜ້າ ສາສນາຄຣິສຕຽນ ພະມ້າ ຈາກແຂວງກະຈິນ ຖືກຈັບ ແລະຖືກຫ້າມອອກນອກ ປະເທດ ໃນຂະນະທີ່ ທ່ານຈະຂຶ້ນເຮືອບິນ ໄປປິ່ນປົວ ຢູ່ບາງກອກ ປະເທດໄທຍ ໃນຂໍ້ຫາ ຊັກຊວນ ໃຫ້ມີການຕໍ່ຕ້ານ ກຸ່ມຜະເດັດການ ທະຫານພະມ້າ.
2022-12-10
ແມ່ນ້ຳຂອງ ທີ່ເປັນແມ່ນ້ຳ ທີ່ມີຄວາມຍາວ ອັນດັບ 12 ຂອງໂລກ ຕອນນີ້ ແມ່ນ້ຳຂອງ ກຳລັງປະເຊີນກັບສິ່ງທີ່ທ້າທາຍ ຈາກການສ້າງເຂື່ອນ ຂນາດໃຫຍ່ ໃສ່ແມ່ນ້ຳຂອງ ສົ່ງຜົລກະທົບຢ່າງຮຸນແຮງ ຕໍ່ລະບົບນິເວດ ແລະ ວິຖີຊີວິຕ ຂອງປະຊາຊົນຈຳນວນຫຼາຍ.
2022-12-04
ປະຊາຊົນຊາວຈີນ ປະທ້ວງ ຣັຖບານ ຢ່າງຮຸ່ນແຮງ ໃນຫລາຍແຂວງ ຍ້ອນມາຕການ ປອ້ງກັນໂຄວິດ-19 ຢ່າງເດັດຂາດ ຂອງຣັຖບານ ພ້ອມທັງ ໄດ້ຮຽກຮ້ອງໃຫ້ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ລາອອກ ຈາກຕຳແຫນ່ງ.
2022-12-03
ສານທະຫານພະມ້າ ໄດ້ຕັດສິນຈຳຄຸກ ແມ່ຍິງພະມ້າ 9 ຄົນ ຍ້ອນຖືກກ່າວຫາວ່າ ເປັນກຸ່ມຕໍ່ຕ້ານ ທະຫະນພະມ້າ ຂະນະທີ່ ຫຼາຍພັນຄົນຖືກຈັບ ພ້ອມສະມາຊິກພັກ ສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ບໍ່ສະເພາະແຕ່ຊາວພະມ້າ ທີ່ຖືກຈັບກຸມ ຄຸມຂັງ ຍັງມີຊາວຕ່າງປະເທດ ລວມຢູ່ນຳ.