ເຣື້ອງທີ່ເກັບບັນທຶກໄວ້
2024-06-21
ກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດ ພັນທະສາກົນ ໃນວຽກງານການຕ້ານການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ໄດ້ຖືກຈັດຂື້ນໃນມື້ວັນທີ 12 ແລະ 13 ມິຖຸນານີ້ ໂດຍມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງລະດັບສູນກາງ ແລະທ້ອງຖິ່ນຂອງ ສປປລາວ ເຂົ້າຮ່ວມ.
2024-06-16
ທະຫານມຽນມາ ໄດ້ຕີ ແລະ ທໍລະມານ ຊາວບ້ານຜູ້ທີ່ຖືກຈັບ ຢູ່ບ້ານ ບີ ເອັນ ເພັຍ ຢູ່ລັດຣະຂ່າຍ ໃນວັນພຸດທີ່ຜ່ານມາ ຈົນວ່າ ເຂົາເຈົ້າຖືກນໍາສົ່ງໄປໂຮງໝໍ ສຸດທ້າຍ ຊາວບ້ານ 2 ຄົນເສັຍຊີວິດ ຈາກການບາດເຈັບ.
2024-06-11
ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ພັນຕຳຫຼວດຕີ ພິຣັດ ອຸດົມພິສຸດທິຄຸນ ຜູ້ບັງຄັບການຕຳຫຼວດພູທອນ ແຂວງໜອງຄາຍ ພ້ອມດ້ວຍຄະນະ ມາຢ້ຽມຢາມ ເພື່ອປຶກສາຫາລື ການຍົກລະດັບຄວາມຮ່ວມມື ປາບປາມອາດຊະຍາກຳ ຄອລເຊັນເຕີ້ ແລະ ຢາເສບຕິດຕາມແນວຊາຍແດນ ໄທ-ລາວ.
2024-06-09
ທະຫານມຽນມາ ບັງຄັບໃຊ້ກົດໝາຍການເກນທະຫານ ຍິ່ງບັງຄັບໃຫ້ຊາວໜຸ່ມມຽນມາ ເຂົ້າໄປຈັບອາວຸດ ຕໍ່ສູ້ກັບທະຫານມຽນມາ.
2024-06-07
ຂ້າຫລວງໃຫຍ່ ດ້ານສິດທິມະນຸດ ຮຽກຮ້ອງ ສປປ ລາວ ໃຫ້ສັດຕະຍາບັນສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍການປົກປ້ອງທຸກຄົນ ຈາກການບັງຄັບໃຫ້ຫາຍສາບສູນ ແລະສືບຕໍ່ສືບສວນສອບສວນຫາທ່ານ ສົມບັດ ສົມພອນ ທີ່ຍັງຫາຍສາບສູນຢູ່.
2024-06-07
ສະຖານບັນ ເພື່ອສັນຕິ ຂອງສະຫະລັດ ອາເມຣິກາ ເຜີຍແຜ່ບົດລາຍງານ ເຖິງແຫຼ່ງອາດຊະຍາກຳຂ້າມຊາດ ໂດຍລາວເປັນສູນກາງ ອາດສະຍາກຳຂ້າມຊາດ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ທີ່ເຊື່ອມຕໍ່ປະເທດເພື່ອນບ້ານ ໂດຍສະເພາະ ອາດຊະຍາກໍາ ທາງອອນລາຍນ໌ ແລະ ການຄ້າມະນຸດ.
2024-06-06
ກ່ຽວກັບເລື່ອງ ຄົນລາວ ຫຼັ່ງໄຫຼ ໄປເຮັດວຽກຢູ່ຕ່າງປະເທດ ນີ້ ເຈົ້າໜ້າທີ່ ເວົ້າວ່າ ກະເປັນຍ້ອນ ສະພາບເສດຖະກິດຍໍ້ທໍ້ ທາງພາກລັດເອງ ກໍ່ບໍ່ສາມາດ ອອກມາດຕະການບັງຄັບ ຫຼືກົດໝາຍ ຫ້າມຄົນງານ ບໍ່ໃຫ້ໄປເຮັດວຽກຢູ່ຕ່າງປະເທດໄດ້.
2024-06-04
ນັກກິລາຍິມນາສຕິກຍິງ ທີມຊາດລາວໄດ້ຖືກຄັດເລືອກ ຈາກສະຫະພັນກິລາ ຍິມນາສຕິກ ສາກົນ ໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນ ຍິມນາສຕິກປະເພດລີລາໃນກິລາໂອລິມປິກ ຄັ້ງທີ 33 ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ.
2024-06-04
ທ່ານ ວອລເກີ້ ເທີກ (Volker Turk) ຂ້າຫຼວງໃຫຍ່ສິດທິມະນຸດ ແຫ່ງສະຫະປະຊາຊາດ ຫຼື UN Human Rights ພ້ອມຄະນະຈະເດີນທາງຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 6-7 ມິຖຸນາ 2024 ເພື່ອປະຊຸມຫາລືກັບລັດຖະບານລາວ, ສະພາແຫ່ງຊາດ, ຜູ້ແທນພິເສດ ຂອງປະທານອາຊຽນ ດ້ານມຽນມ້າ, ຜູ້ແທນ ສປປ ລາວ.
2024-05-26
ທະຫານມຽນມາ ເຂົ້າມາຈັບປະຊາຊົນ ຢູ່ລັດກະສິນຫຼາຍ 10 ຄົນ ຍ້ອນສົ່ງໄສ ວ່າ ຊາວບ້ານເປັນກຸ່ມຕໍ່ຕ້ານ.
2024-05-19
ທູດພິເສດອາຊຽນ ພົບປະກັບ ຜູ້ນໍາທະຫານມຽນມາ ເພື່ອຊອກແນວທາງແກ້ໄຂຂໍ້ຂັດແຍ່ງໃນມຽນມາ.
2024-05-12
ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ຈັບຊາຍມຽນມາ 17 ຄົນ ເພື່ອສົ່ງຄືນໃຫ້ລັດຖະບານ ທະຫານພະມ້າ ຢູ່ດ່ານຊາຍແດນ ເຂດສາມຫຼ່ຽມຄໍາ ຊາວມຽນມາ ຫຼາຍຄົນ ຜູ້ທີ່ຢູ່ປະເທດລາວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ຜະແນກພາສາມຽນມາ ວ່າ ທໍາອິດ ຕໍາຫຼວດລາວ ໄດ້ຈັບນັກເຄື່ອນໄຫວ ຕ້ານທະຫານມຽນມາ ກ່ອນທີ່ຈະສົ່ງໃຫ້ຝ່າຍທະຫານມຽນມາ.
2024-05-05
ກອງກໍາລັງຊົນຊາດ-ຊົນເຜົ່າ ທີ່ຕໍ່ຕ້ານທະຫານມຽນມາ ໄດ້ຍຶດສອງຖານທັບ ທາງຍຸດທະສາດຂອງທະຫານມຽນມາ ທີ່ຢູ່ໃກ້ກັບກອງບັນຊາການໃຫຍ່ ຂອງມຽນມາ ຢູ່ລັດຣະຂ່າຍ ອີງຕາມຂໍ້ມູນຈາກປະຊາຊົນ ທີ່ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ໃນວັນພຸດທີ່ຜ່ານມາ.
2024-04-24
ອົງການ ນິລະໂທດສະກຳ ສາກົນ ຫຼື Amnesty International ໄດ້ຈັດງານຖະແຫຼງຂ່າວ ເປີດບົດລາຍງານ ສະຖານະການສິດທິມະນຸດ ທົ່ວໂລກ ປະຈຳປີ 2023-2024 ຊຶ່ງໃນນີ້ລວມເຖິງປະເທດລາວ ຊຶ່ງສະພາບການສິດທິມະນຸດ ບໍ່ມີພັດທະນາການ ໃນທາງທີ່ດີຂຶ້ນກວ່າໄລຍະທີ່ຜ່ານມາ.
2024-04-21
ກອງກໍາລັງປົດປ່ອຍແຫ່ງຊາດກະລ່ຽງ ຫຼື KNLA ທີ່ຂຶ້ນກັບສະຫະພາບແຫ່ງຊາດກະລ່ຽງ ພ້ອມດ້ວຍພັນທະມິດ ໄດ້ຍຶດຖານທີ່ໝັ້ນຂອງທະຫານມຽນມາ ແຫ່ງສຸດທ້າຍ ຄືກອງພັນ 275 ຢູ່ເມືອງ ເມຍວະດີ ລັດກະຍີ່ນ ໃນວັນພຸດທີ່ຜ່ານມາ.