ວຽດນາມຮັບເຮືອພິຄາດ ຈາກ ສະຫະຣັດ

ສິດນີ
2019.04.09
F-USS ເຮືອພິຄາດ uss-wsasp ບັນທຸກ ເຮືອບິນສູ້ລົບ f53 ແລະ ລູກເຮືອ ຢູ່ ເຂດທະເລຈີນໃຕ້
AFP

ໜ່ວຍລາຕເວັນ ກອງທັບເຮືອວຽດນາມ ວ່າງວັນອາທິດຜ່ານມາ ໄດ້ຮັບການມອບເຮືອພິຄາດ 6 ລຳ ຈາກກອງທັບເຮືອ ເຂດປາຊີຟິກຂອງ ສະຫະຣັດ ເພື່ອໃຊ້ລາຕເວັນ ໃນເຂດນ່ານນ້ຳ ທີ່ມີຄວາມຂັດແຍ່ງໃນເຂດທະເລຈີນໃຕ້ ຊຶ່ງການມອບ-ຮັບເຮືອພິຄາດດັ່ງກ່າວ ເປັນສັນຍານ ບົ່ງບອກເຖິງ ການຟື້ນຄືນ ຄວາມສຳພັນ ຣະຫວ່າງ ສອງຄູ່ອາຣິເກົ່າ ໃນສມັຍສົງຄາມວຽດນາມ ຣະຫວ່າງ ສະຫະຣັດ ກັບວຽດນາມອີກໃໝ່.

ສະຖານທູດສະຫະຣັດ ທີ່ກຸງຮ່າໂນຍ ແລະຕົວແທນ ຝ່າຍທະຫານ ເປັນຜູ້ຕ່າງໜ້າຣັຖບານສະຫະຣັດ ໃນການມອບເຮືອ 6 ລຳດັ່ງກ່າວ ໃຫ້ແກ່ ໜ່ວຍເຮືອຍາມຝັ່ງ ແລະລາດຕາເວນຂອງວຽດນາມ ທີ່ຕົກເປັນມູນຄ່າ ປະມານ 12 ລ້ານໂດລາ ທີ່ທ່າເຮືອ ອ່າວ ວັນຟອງ ແຂວງ ຮົວກັນ ຊຶ່ງເປັນຖານທັບເຮືອລາຕເວັນ ເຂດ 3 ພາກຕາເວັນອອກສ່ຽງໃຕ້ ຂອງວຽດນາມ. ກ່ຽວກັບການຮັບ-ມອບເຮືອລາຕເວັນ ຄັ້ງນີ້ ນັກວິຊາການວຽດນາມ ເວົ້າວ່າ:

“ທ່ານວ່າ ວຽດນາມ ເກືອບກາຍເປັນ ປະເທດຢູ່ໂດດດ່ຽວ ໃນບັນຫາທະເລຈີນໃຕ້ ແຕ່ກ່ອນ ຟິລິປີນ ມີປາກສຽງກັບຈີນ ແຕ່ຫລັງຈາກທ່ານ ດູເຕີເຕີ ຂຶ້ນກຳອຳນາດ ທ່ານເປັນມິດກັບຈີນຫຼາຍຂຶ້ນ, ວຽດນາມ ຕ້ອງການພັທມິດ ໃນການຕ້ານຈີນ.”

ພັນເຮືອເອກ ຫງຽນ ມີນ ຄານ ຮອງຜູ້ບັນຊາການໜ່ວຍເຮືອ ລາດຕະເວນ ໃນເຂດ ດັ່ງກ່າວ ກ່າວໃນຖແລງການວ່າ ການຮັບມອບ ເຮືອ ລາດຕະເວນ ຄັ້ງນີ້ ເປັນສັນຍານ ອັນສຳຄັນໃນການສືບຕໍ່ ການພົວພັນຣະຫວ່າງສອງປະເທດ ວຽດນາມແລະສະຫະຣັດ.

ໃນຂນະດຽວກັນ ໜ່ວຍງານຍາມຝັ່ງ ແລະລາດຕເວັນກອງທັບເຮືອ ສະຫະຣັດ ປະຈຳຂົງເຂດ ກໍກ່າວຕອບໂຕ້ ກ່ຽວກັບການມອບຮັບໃນ ຖແລງການວ່າ ເປັນການຮັບມອບທີ່ສຳຄັນ. ນັກວິຊາການວຽດນາມ ທ່ານນັ້ນກ່າວເພີ້ມວ່າ:

"ທ່ານວ່າ ພັທມິດ ອາຊຽນຕ້ອງສນັບສນນູວຽດນາມ ແລະການໃຫ້ຄວາມສົນໃຈ ຂອງສະຫະຣັດ ຈະຊ່ອຍຍົກຣະດັບຄວາມສ່ຽງ ຕ້ານຈີນ ຂອງວຽດນາມ ສູງຂຶ້ນ."

ເຂດນ່ານນ້ຳທະເລຈີນໃຕ້ ທີ່ຈີນ ອ້າງວ່າເປັນເຂດນ່ານນ້ຳຂອງຈີນເປັນສ່ວນ ໃຫຍ່ ຈຶ່ງເກີດຄວາມຂັດແຍ່ງ ກັບບັນດາປະເທດອາຊຽນ ທີ່ ອ້າງອະທິປະຕັຍ ເປັນຕົ້ນ ຟິລິປິນ, ມາເລເຊັຽ, ອິນໂດເນເຊັຽ, ບຣູນາຍ, ໄທ ແລະ ວຽດນາມ ໂດຍສະເພາະໃນເຂດ ໝູ່ເກາະ ປາຣາແຊວ ສະຫະຣັດແລະວຽດນາມ ກໍໃຊ້ຄວາມພຍາຍາມ ໃນການຮ່ວມກັນເພື່ອຕ້ານການຂຍາຍຂອບເຂດ ຂອງຈີນໃນເຂດນ່ານນ້ຳທະເລຈີນໃຕ້ ຊຶ່ງ ຄວາມເຄັ່ງຕຶງ ຣະຫວ່າງວຽດນາມ ກັບຈີນ ໃນເຂດດັ່ງກ່າວ ກໍເພີ້ມຂຶ້ນເລື້ອຍໆ ວຽດນາມ ອ້າງວ່າ ເຂດນ່ານນ້ຳ ທະເລຈີນໃຕ້ ບາງສ່ວນ ເປັນ ອະທິປະຕັຍຂອງຕົນ. ແຕ່ຈີນ ຕ້ອງການກວມເອົາເກືອບທັງໝົດ.

ຖແລງການຮ່ວມກ່ຽວກັບ ການຮັບ-ມອບ ເຮືອລາຕເວັນຄັ້ງນີ້ ບໍ່ໄດ້ເອີ່ຍເຖິງ ເພື່ອໃຊ້ໃນເຂດນ່ານນ້ຳທະເລຈີນໃຕ້ ໂດຍສະເພາະ ໃນເຂດ ຂັດແຍ່ງໃນໝູ່ເກາະ ສແປດລີໂດຍກົງ ມີພຽງແຕ່ເວົ້າວ່າ ການຮອບມອບເຮືອລາດຕະເວັນຣະຫວ່າງສະຫະຣັດ ກັບວຽດນາມເທື່ອນີ້ ເປັນ ຄວາມຮ່ວມມືອັນລຶກຊື້ງ ຣະຫວ່າງສອງປະເທດ ໃນການລາຕເວັນຕາມຊາຍຝັ່ງທະເລ ເພື່ອຊ່ອຍກູ້ພັຍແລະຊອກຫາ ຜູ້ທີ່ປະສົບອຸບັດເຫດ ທາງທະເລ ແລະເພື່ອບັງຄັບໃຊ້ກົດໝາຍວ່າດ້ວຍການເດີນເຮືອ ທາງທະເລ ແລະການຊ່ອຍເຫຼືອເພື່ອມະນຸດສະທັມ ໃນເຂດນ່ານນ້ຳຂອງ ວຽດນາມ ແລະໃນເຂດເສຖກິຈຂອງວຽດນາມໃນທະເລ.

ຈີນໄດ້ອ້າງ ອະທິປະຕັຍ ຂອງຕົນໃນເຂດໝູ່ເກາະ ສແປດລີແລະເກືອບໝົດ ເຂດທະເລຈີນໃຕ້ ທີ່ວຽດນາມ ເອີ້ນວ່າ ທະເລພາກ ຕາເວັນອອກ, ອີງຕາມສັນຍາ ທີ່ເອີ້ນກັນວ່າ ເສັ້ນແບ່ງປັນເຂດນ່ານນ້ຳ ໃນທະເລຈີນໃຕ້ NINE-DASH DEMARCATION ຫລື 9 ເສັ້ນແບ່ງປັນ ຣະບຸວ່າ 90 ສ່ວນຮ້ອຍ ຂອງ ເຂດນ່ານນ້ຳທະເລໃຕ້ໃນນັ້ນ ຮ່ວມທັງເຂດທີ່ວຽດນາມ ຟີລີປີນ, ບຣູນາຍ, ມາເລເຊັຽ, ອິນໂດເນເຊັຽ, ໄທ ອ້າງອະທິປະຕັຍ.

ຈີນ ໄດ້ຕັ້ງກອງທະຫານຮັກສາການໃນເຂດນ່ານນໍ້າ ທີ່ຈີນອ້າງອະທິປະຕັຍ ຊຶ່ງເປັນເສັ້ນທາງ ເດີນເຮືອສິນຄ້າທາງທະເລ ຂອງໂລກ ທີ່ສຳຄັນ ດ້ວຍການປຸກສິ່ງກໍ່ສ້າງທາງທະຫານ ສນາມບິນແລະເກາະທຽມ ເພື່ອສົ່ງເສີມການທ່ອງທ່ຽວໃນເຂດດັ່ງກ່າວ.

ໃນເດືອນມິນາປີ 1988 ໄດ້ເກີດການປະທະກັນ ຣະຫວ່າງໜ່ວຍເຮືອລາຕເວັນຂອງວຽດນາມກັບຈີນຂຶ້ນທີ່ໝູ່ເກາະ ປາກາຣັງ ຈອນສັນ ຄໍລີນແລະແລນສດາວ ຊຶ່ງເປັນເຄືອຂ່າຍ ຂອງໝູ່ເກະາ ສແປດລີ ເຮັດໃຫ້ເຮືອລາຕເວັນວຽດນາມ ຖືກຍິງຫລົ້ມ ແລະລູກເຮືອວຽດນາມ ເສັຽຊີວິດ 64 ຄົນ ບາດເຈັບ 11 ຄົນ ໃນເວລານັ້ນ. ນັກວິຊາການວຽດນາມເວົ້າເພີ້ມວ່າ:

“ທ່ານວ່າ ຈີນເພີ້ມມາຕການໃນການອ້າງອະທິປະຕັຍຫລາຍຂຶ້ນ ວ່າງຫລັງໆມານີ້ ໃນຊ່ວງທີ່ຣັຖບານສະຫະຣັດປິດຫ້ອງການ ຍ້ອນງົບປະມານ ເຮືອບິນລົບຂອງຈີນ ໄດ້ຕັກເຕືອນເຮືອບິນ ຈາກປະເທດຕ່າງໆ ທີ່ບິນຂ້າມນ່ານນ້ຳເຂດທະເລຈີນໃຕີ ຕ້ອງບອກກັບຈີນກ່ອນວ່າເປັນເຮືອບິນ ຈາກປະເທດໃດ ຊື່ງເຂດນ່ານນ້ຳດັ່ງກ່າວ ເປັນເຂດທີ່ຍັງມີຄວາມຂັດແຍ່ງກັນຢູ່.”

ຈີນໄດ້ຍຶດໝູ່ເກາະ ສແປດລີ ໃຫ້ເປັນອະທິປະຕັຍຂອງຈີນ ຈຶ່ງເຮັດໃຫ້ມີການປະທະກັນເກີດຂຶ້ນກັບວຽດນາມ ຕາມແນວຊາຍແດນ ຣະຫວ່າງສອງປະເທດໃນປີ 1974 ເຮັດໃຫ້ທະຫານວຽດນາມເສັຽຊີວີດອີກ 75 ຄົນ ໃນການປະທະກັນຄັ້ງນັ້ນ. ກ່ອນການມອບຮັບ ເຮືອລາຕເວັນຄັ້ງນີ້ ໜ່ວຍຍາມຝັ່ງລາຕເວັນ ວຽດນາມໄດ້ໃຊ້ຝຶກຊ້ອມ ການລາຕເວັນ ຂອງວຽດນາມເອງ ຊຶ່ງເປັນເຮືອທີ່ບໍ່ທັນສມັຍປານໃດ ໃນການຕ້ານກຸ່ມຄ້າຢາເສບຕິດ ໂຈນສລັດ ແລະຊາວປະມົງ ທີ່ຜິດກົດໝາຍໃນເຂດນ່ານນ້ຳຂອງວຽດນາມ ເທົ່ານັ້ນ. ແຕ່ເຮືອລາຕເວັນ ຂອງສະຫະຣັດ ທີ່ມອບໃຫ້ວຽດນາມ ຄັ້ງນີ້ ເປັນເຮືອທີ່ໃຊ້ຣະບົບທັນສມັຍ ໃນການຕິດຕາມກູ້ພັຍ ຊ່ອຍຜູ້ປະສົບພັຍເຄາະຮ້າຍ ທາງທະເລ ຮ່ວມທັງການບັງຄັບໃຊ້ກົດໝາຍ ເພື່ອປົກປ້ອງອະທິປະຕັຍ ໃນເຂດນ່ານນ້ຳ ຂອງວຽດນາມ ອີງຕາມຄຳເວົ້າ ຂອງຮອງຜູ້ບັນຊາການ ໜ່ວຍເຮືອລາຕເວັນ ຂອງວຽດນາມ ໃນພິທີຮັບມອບ.

ອີງຕາມຂໍ້ມູນຈາກແຫຼ່ງຂ່າວ AFP ໃນປັດຈຸບັນ ສະຫະຣັດ ໄດ້ມອບເຮືອ ຫຼາຍຊນິດ ໃຫ້ແກ່ວຽດນາມແລ້ວ 18 ລຳໃນນັ້ນຮ່ວມດ້ວຍ ເຮືອລາຕເວັນ 6 ລຳ ທີ່ກຳລັງມອບໃຫ້ວ່າງອາທິດຜ່ານມາ.

ນັກວິຊາການດ້ານການເມືອງໃນຂົງເຂດເວົ້າວ່າ ການກັບຄືນຄວາມສຳພັນໃໝ່ ຣະຫວ່າງສະຫະຣັດກັບວຽດນາມ ຊຶ່ງເປັນຄູ່ອາຣິເກົ່າ ໃນສມັຍສົງຄາມວຽດນາມ ໃນຊຸ່ມປີ 1960 ຫາ 1970 ນັ້ນເປັນສັນຍານບົ່ງບອກ ເຖິງການປ່ຽນຂົ້ວການເມືອງ ຂອງວຽດນາມ ໃນຍຸກ ປັດຈຸບັນ ຍ້ອນວ່າ ມີບັນຫາກັບຈີນໃນເຂດທະເລຈີນໃຕ້ ຈະເປັນການດີ ຕໍ່ຂົງເຂດຫລືບໍ່ນັ້ນ ກໍຍັງບໍ່ສາມາດເວົ້າໄດ້ ແຕ່ແນ່ນອນວ່າ ຈີນອາຈບໍ່ຕໍ່ລອງກັບສະຫະຣັດ ໃນບັນຫານີ້ ຍ້ອນຈີນບອກວ່າ ເປັນບັນຫາພາຍໃນຣະຫວ່າງຈີນ ກັບບັນຫາປະເທດອາຊຽນທັງຫຼາຍ ຜູ້ທີ່ອ້າງອະທິປະຕັຍ ໃນເຂດທະເລຈີນໃຕ້ເທົ່ານັ້ນ ເປັນຕົ້ນ ວຽດນາມ, ຟີລີປີນ, ມາເລເຊັຽ, ອິນໂດເນເຊັຽ, ບຣູນາຍແລະໄທ ສະຫະຣັດ ເປັນຄົນພາຍນອກບໍ່ຄວນມາຫຍຸ້ງກ່ຽວ.

ຈີນຕ້ອງການເຈຣະຈາ ສອງຕໍ່ສອງກັບປະເທດເຫຼົ່ານັ້ນ ບໍ່ຢາກໃຫ້ເປັນບັນຫາຮວມ ຊຶ່ງປະເທດອາຊຽນທັງຫຼາຍ ຮ່ວມທັງສະຫະຣັດ ຢາກໃຫ້ເປັນບັນຫາຮວມ ເພາະນ່ານນ້ຳທະເລຈີນໃຕ້ ເປັນເສັ້ນທາງເດີນເຮືອ ສິນຄ້າທີ່ສຳຄັນ ຂອງໂລກແລະເປັນເຂດນ່ານຟ້າ ທີ່ສາຍການບິນທົ່ວໂລກໃຊ້ ຖ້າຈີນ ມີກຳມະສິດໃນເຂດດັ່ງກ່າວ ສະແດງວ່າ ເຮືອສິນຄ້າ ແລະເຮືອບິນກໍຈະບໍ່ສາມາດຜ່ານເຂດນີ້ ໄດ້ ແຕ່ຖ້າຈະຜ່ານ ຕ້ອງຖືກອະນຸຍາດຈາກຈີນກ່ອນ ຊຶ່ງຫຼາຍປະເທດຮັບບໍ່ໄດ້.

ທ່ານວ່າ ບັນດາປະເທດອາຊຽນທັງຫຼາຍ ຕ້ອງການໃຫ້ຈີນລົງນາມໃນ CODE OF CONDUCT ທີ່ເຄີຍມີມາ ທີ່ເອີ້ນກັນວ່າກົດຣະບຽບ ໃນການໃຊ້ນ່ານນ້ຳໃນທະເລຈີນໃຕ້ ທີ່ສາກົນໄດ້ຕົກລົງກັນໄວ້ ຊຶ່ງບໍ່ແມ່ນອານາເຂດຂອງປະເທດໃດ ປະເທດນຶ່ງ ເປັນຂອງສາກົນ.

ສຳລັບລາວແລ້ວ ນັກວິຊາການລາວ ທ່ານນຶ່ງເວົ້າວ່າ ສປປລາວ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ດັ່ງນັ້ນ ບັນຫາທະເລຈີນໃຕ້ ຈະບໍ່ ສົ່ງຜົລກະທົບຕໍ່ລາວ ຫຼາຍປານໃດ ແຕ່ການປ່ຽນຂົ້ວການເມືອງຂອງວຽດນາມ ຈາກຈີນໄປຫາສະຫະຣັດນັ້ນແນ່ນອນວ່າ ຈະສົ່ງຜົລກະທົບຕໍ່ ສປປລາວ ຍ້ອນຈີນແລະວຽດນາມ ມີຄວາມສຳພັນກັບລາວຫຼາຍ ບໍ່ວ່າ ທາງດ້ານເສຖກິຈ-ການເມືອງແລະການລົງທຶນ. ລາວຈຳເປັນຕ້ອງໄດ້ ເລືອກຂົ້ວໃດຂົ້ວນຶ່ງ ໃນການດຳເນີນນະໂຍບາຍ ຂອງຣັຖບານ ຖ້າບັນຫາຄວາມັຂດແຍ່ງເກີດຂຶ້ນອີກໃໝ່ ຣະຫວ່າງຈີນ ກັບວຽດນາມ ແຕ່ຍັງບໍ່ແນ່ວ່າ ຣັຖບານລາວ ຈະເລືອກຂົ້ວໃດ ໃຫ້ທ່ານຜູ້ຟັງພິຈາຣະນາຍານເອົາເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.