ຄວາມແຫ້ງແລ້ງ: ຄວາມແຫ້ງແລ້ງແລະເຂື່ອນ ຊຸດໂຊມ ພະລັງແມ່ນໍ້າຂອງ


ກົດຕາມຈຸດ ໃນແຜນທີ່ ເພື່ອເບິ່ງເພີ່ມເຕີມ

Mekong dams

ໃນປີນີ້, ແມ່ນໍ້າຂອງແມ່ນແຫ້ງແລ້ງທີ່ສຸດເທົ່າທີ່ໃຜໆສາມາດຈື່ໄດ້, ເປັນພັຍຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍສິບລ້ານຄົນ ນັບຈາກເຂດພູຜາພາກເໜືອຂອງລາວຈົນຮອດສາມຫລ່ຽມປາກແມ່ນໍ້າຂອງພາກໃຕ້ຂອງວຽດນາມ. ການຮວມກັນຂອງປະຣິມານນໍ້າຝົນທີ່ຕໍ່າກວ່າປົກກະຕິ ແລະການພັທນາໄຟຟ້າພະລັງນໍ້າ ແມ່ນເປັນຜົນກະທົບຕໍ່ປະຊາຊົນຜູ້ທີ່ເພິ່ງພາອາສັຍນໍ້າຂອງ ເພື່ອການຊົລປະທານແລະອາຫານ.

ເພື່ອປະເມີນຜົນກະທົບ, Radio Free Asia ແລະ BenarNews ໄດ້ໂອ້ລົມກັບຊາວບ້ານ, ຊາວກະສິກອນແລະຊາວປະມົງຢູ່ແຄມຝັ່ງແມ່ນໍ້າຂອງ ເລາະຕາມລວງຍາວຂອງປະເທດລາວ, ຊຶ່ງເປັນຈຸດໃຈກາງທີ່ສຳຄັນຂອງແມ່ນໍ້າ ລຽບຕາມຊາຍແດນຕິດກັບປະເທດໄທ. ພວກເຮົາໄດ້ເຫັນວ່າ ພວກເຂົາເຈົ້າກຳລັງດີ້ນຮົນເພື່ອຮັບມືກັບຣະດັບນໍ້າຂອງ ທີ່ບົກແຫ້ງລົງຢ່າງໜ້າວິຕົກ ແລະຢ້ານວ່າສະຖານະການຍິ່ງຈະຮ້າຍແຮງຂຶ້ນໃນຫຼາຍເດືອນຂ້າງໜ້າ.

ພາກເໜືອ

ຜ່ານທາງພາກເໜືອຂອງລາວແລະໄທ, ແມ່ນໍ້າຂອງມັກຈະແຄບແລະໄຫຼໄວກວ່າເຂດພາກໃຕ້. ແຕ່ຊຸມຊົນທັງສອງຝັ່ງຊາຍແດນໄດ້ຮູ້ສຶກເຖິງຜົນກະທົບຈາກພັຍແຫ້ງແລ້ງ. ພວກເຂົາຍັງປະສົພກັບການປ່ຽນແປງຢ່າງກະທັນຫັນໃນເວລາທີ່ນໍ້າໄດ້ຖືກກັກໄວ້ ຢູ່ປະເທດຈີນ, ຊຶ່ງເກີດຂຶ້ນໃນຕົ້ນເດືອນມົກກະຣາ ເປັນເວລາຫຼາຍມື້, ເຂື່ອນ Jinghong ຫຼຸດປະຣິມານນໍ້າລົງເຄິ່ງນຶ່ງ ທີ່ປ່ອຍລົງສູ່ແມ່ນໍ້າ.

ທີ່ແຂວງຫຼວງພຣະບາງທາງພາກເໜືອ ຂອງປະເທດລາວ, ບ່ອນທີ່ແມ່ນໍ້າຂອງໄດ້ຕັດຜ່ານພູຜາສູງຊັນຊຶ່ງເປັນເງົາຂອງອະດີດນະຄອນຫຼວງຂອງປະເທດ, ຄວາມແຫ້ງແລ້ງແມ່ນຮ້າຍແຮງຫຼາຍຈົນວ່າແມ່ນໍ້າຂອງ ທີ່ເຄີຍມີພະລັງແຮງໄດ້ຫົດຕົວລົງ ແລະລັກສນະໜ້າຕາພື້ນດິນໃນແມ່ນໍ້າຂອງ ກໍມີຄວາມໂດດເດັ່ນຂຶ້ນກວ່າແຕ່ກ່ອນ.



ທາງຕາເວັນຕົກຂອງແຂວງຫຼວງພຣະບາງ, ຂ້າມຊາຍແດນໄທໃນເມືອງຊຽງແສນ, ແຂວງຊຽງຮາຍ, ພັຍແຫ້ງແລ້ງ ກຳລັງສົ່ງຜົນກະທົບຕໍ່ຊາວປະມົງທ້ອງຖິ່ນ, ຊຶ່ງພວກເຂົາເຈົ້າໄດ້ເຫັນການຫາປາຂອງພວກເຂົາເຈົ້າຫຼຸດລົງ. ຊາວປະມົງຜູ້ນຶ່ງຊື່ວ່າທ້າວໄຊເວົ້າວ່າຣະດັບນໍ້າໃນກາງເດືອນກຸມພາ ແມ່ນສິ່ງທີ່ປົກກະຕິຫຼັງຈາກລະດູແລ້ງອີກສອງເດືອນໃນລະຊ່ວງບຸນສົງການເມື່ອຊາວໄທແລະຊາວລາວພາກັນສະຫຼອງບຸນປີໃໝ່ ໃນກາງເດືອນເມສາ.


“ລະຍະນີ້ນໍ້າບໍ່ສູງ. ເມື່ອຫຼາຍປີຜ່ານມາລະດັບນໍ້າຢູ່ເຂດນັ້ນສູງກວ່າ (ຊີ້ໄປບ່ອນລະດັບນໍ້າສູງ). ມັນແຫ້ງແລ້ງຫຼາຍ, ແຫ້ງແລ້ງປານຍາມສົງການ.”


ນາງ Courtney Weatherly ນັກວິຈັຍ ແລະ ຊ່ຽວຊານດ້ານແມ່ນໍ້າຂອງ ທີ່ສະຖາບັນຄົ້ນຄວ້າ ຄັງແນວຄິດ Stimson Center ທີ່ນະຄອນຫຼວງ ວໍຊິງຕັນ, ດີ.ຊີ. ກ່າວວ່າສາເຫດຕົ້ນຕໍຂອງພັຍແຫ້ງແລ້ງຢູ່ແມ່ນໍ້າຂອງ ກໍຄືຝົນຕົກໜ້ອຍ. ນັ້ນແມ່ນຜົນກະທົບຈາກສະພາບອາກາດຂອງ El Nino - ຄວາມຮ້ອນຂອງນໍ້າຈາກມະຫາສມຸດ ບໍ່ປົກກະຕິ ໃນເຂດປາຊີຟິກ- ແຕ່ມັນຍັງອາດຈະສະທ້ອນເຖິງການປ່ຽນແປງທີ່ກວ້າງໄກ ຊຶ່ງກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດໃນເຂດທີ່ລະດູຝົນເລີ່ມຊ້າ ແລະສັ້ນກວ່າເກົ່າ, ດັ່ງທີ່ເຄີຍເກີດຂຶ້ນໃນປີ 2019 .

ການຫຼຸດລົງຂອງລະດັບແມ່ນໍ້າຂອງໃນເຂດພາກເໜືອ ແມ່ນເຫັນໄດ້ຈາກການປຽບທຽບ ພາບຂອງດາວທຽມ ໃນລະຫວ່າງເດືອນກັນຍາທີ່ຜ່ານມາ, ໃນຊ່ວງລະດູຝົນ, ແລະ ເປັນແນວໃດໃນເດືອນກຸມພາ, ໃນຄວາມເລິກຂອງລະດູແລ້ງ, ເບິ່ງຈາກທາງເທິງລົງໄປເຮັດໃຫ້ເຫັນພາບຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ, ກົງກັນຂ້າມກັບເມືອງຊຽງແສນ ແຂວງຊຽງຣາຍຂອງໄທ.



ແຕ່ວ່າ ຝົນທີ່ຕົກລົງມາເປັນພຽງສ່ວນນຶ່ງຂອງເນື້ອເຣື້ອງ. ເຫດຜົນອີກຢ່າງນຶ່ງແມ່ນການປ່ຽນແປງທີ່ຖືກດຳເນີນໄປ ໂດຍການພັທນາເຂື່ອນໄຟຟ້າພະລັງນໍ້າ. ນາງ Weatherby ກ່າວວ່າ“ ທັງສອງຢ່າງນີ້ແມ່ນປັດໃຈຫຼັກ ທີ່ເຮັດໃຫ້ພັຍແຫ້ງແລ້ງຂອງປີນີ້ ມີຄວາມຮ້າຍແຮງ.”

ສ່ວນນຶ່ງຂອງບັນຫາແມ່ນເຂື່ອນໄຟຟ້າຕອນເທິງຂອງຈີນ ທີ່ສາມາດສົ່ງຜົນກະທົບຢ່າງຫຼວງ ຫຼາຍ ຕໍ່ການໄຫຼຂອງແມ່ນໍ້າຂອງ. ມັນມີຄວາມເປັນເອກກະລັກສະເພາະ ສຳລັບຄວາມສາມາດໃນການເກັບນໍ້າ ຊຶ່ງສາມາດນຳໃຊ້ໄດ້ຜົນດີຖ້າຫາກປ່ອຍນໍ້າ ໃນຊ່ວງເວລາທີ່ຂາດແຄນ. ແຕ່ບໍຣິສັດ ນາງ Weatherby ກ່າວວ່າ ເຂື່ອນເຫລົ່ານີ້ບໍ່ໄດ້ຖືກດຳເນີນການຢ່າງໂປ່ງໃສ ແລະ ປະສານງານກັບບັນດາປະເທດລຸ່ມແມ່ນໍ້າຂອງ. ຊຸມຊົນທ້ອງຖິ່ນສ່ວນຫຼາຍມັກຈະຖືກຈັບຈູດແບບບໍ່ຮູ້ຕົວ ໃນການປ່ຽນແປງຂອງລະດັບນໍ້າຢ່າງກະທັນຫັນ.



ຜົນກະທົບທີ່ຮ້າຍແຮງທີ່ສຸດຂອງພັຍແຫ້ງແລ້ງ ສຳລັບປະຊາຊົນໃນທ້ອງຖິ່ນ - ແລະສິ່ງນີ້ເຮັດໃຫ້ປະຊາຊົນຈາກພາກເໜືອຂອງລາວ ເຖິງພາກໃຕ້ ແມ່ນຢູ່ນໍາການປະມົງ. ນາງ Weatherby ກ່າວວ່າ ລະບົບແມ່ນໍ້າຂອງສາມາດຜລິດປາໄດ້ 2 ລ້ານໂຕນ ໃນແຕ່ລະປີ, ຊຶ່ງຫຼາຍກວ່າແມ່ນໍ້າ ແລະທະເລສາບຂອງອາເມຣິກາເໜືອ ຮວມກັນ. ປະຊາຊົນເພິ່ງພາອາໃສປາເຫຼົ່ານັ້ນບໍ່ພຽງແຕ່ເປັນອາຫານເທົ່ານັ້ນແຕ່ ສຳລັບຊີວິດການເປັນຢູ່ຂອງພວກເຂົາເຈົ້າ.

ພາກກາງ

ຮູບພາບຈາກດາວທຽມ: ວັນທີ 26 ມົກກະຣາ 2020 ທີ່ ເມືອງໝື່ນ, ແຂວງວຽງຈັນປະເທດລາວ, ແລະ ກົງກັນຂ້າມກັບ ເມືອງຊຽງຄານ, ແຂວງເລີຍ, ປະເທດໄທ. Credit: Planet Labs Inc.


ຫຍັບລົງທາງໃຕ້ ໄປຫາແຂວງວຽງຈັນໃນພາກກາງຂອງປະເທດລາວ, ລໍາແມ່ນໍ້າຂອງມັກຈະກວ້າງໃຫຍ່, ແຕ່ວ່າໃນທຸກມື້ນີ້ດອນກາງແມ່ນໍ້າຂອງ ທີ່ເຄີຍຈົມຢູ່ພື້ນນໍ້ານັ້ນ ໄດ້ຂຍາຍພື້ນທີ່ກວ້າງອອກ. ທຸກໆລະດູແລ້ງລັກສນະຂອງແມ່ນໍ້າຂອງ ມີການປ່ຽນແປງຢ່າງຈະແຈ້ງເມື່ອຝົນຕົກລົມມໍຣະສຸມ, ອຸນຫະພູມຂອງດິນສູງຂຶ້ນ ແລະປະຣິມານນໍ້າກໍຫຼຸດລົງ. ແຕ່ໃນປີນີ້ການປ່ຽນແປງດັ່ງກ່າວແມ່ນໜັກໜາຫຼາຍກວ່າທັມມະດາ. ຢູ່ບ້ານປາກຊັນ ເມືອງໝື່ນ, ຊຶ່ງຕັ້ງຢູ່ທາງທິດຕາເວັນຕົກ ຂອງນະຄອນຫຼວງຂອງລາວ, ປະຊາຊົນສາມາດຍ່າງຕາມຫາດຊາຍຊຶ່ງປົກກະຕິແລ້ວຈະປົກຄຸມດ້ວຍນໍ້າຂອງ.


ຮູບຖ່າຍ ເມືອງໝື່ນ. ມາຈາກ: ນັກຂ່າວພົລເມືອງ

ຮູບຖ່າຍ ເມືອງສັງຄົມ ແຂວງໜອງຄາຍ ປະເທດໄທ, ກົງກັນຂ້າມກັບເມືອງໝື່ນ ໃນລາວ. ມາຈາກ: ນັກຂ່າວພົລເມືອງ


ການປ່ຽນແປງລະຫວ່າງລະດູຝົນ ແລະພັຍແຫ້ງແລ້ງໃນປະຈຸບັນ ແມ່ນປາກົດຂຶ້ນຫຼາຍທີ່ສຸດເມື່ອເບິ່ງຈາກຂ້າງເທິງໂດຍຜ່ານດາວທຽມ. ນີ້ແມ່ນວິດີໂອທີ່ເລື່ອນເວລາໄປຊ້າໆ ຈາກສະຖານທີ່ດຽວກັນ, ປຽບທຽບພາບຖ່າຍດາວທຽມຂອງແມ່ນໍ້າ ໃນເດືອນສິງຫາ 2019 ແລະ ເດືອນກຸມພາ 2020.



ອີກປັດໃຈນຶ່ງ ທີ່ກະທົບກະແສການໄຫຼຂອງແມ່ນໍ້າຂອງ ຢູ່ທີ່ນີ້ແມ່ນການເລີ່ມຕົ້ນຂອງການ ດຳເນີນງານໃນເດືອນຕຸລາ ຂອງເຂື່ອນໄຟຟ້າໄຊຍະບູລີ - ຊຶຶ່ງເປັນແຫ່ງທຳອິດທີ່ປະເທດລາວ ສ້າງໃສ່ແມ່ນໍ້າຂອງ. ຜູ້ສນັບສນູນເຂື່ອນທີ່ມີກຳລັງຜລິດສູງສຸດ 1,285 ເມກາວັດ ກະແສໄຟຟ້າຈະຂາຍໃຫ້ໄທນັ້ນ, ກ່າວວ່າ ມັນຈະບໍ່ສົ່ງຜົນກະທົບທາງລົບຕໍ່ປະຣິມານນໍ້າ, ສາຣອາຫານ ແລະປາຂອງຊຸມຊົນລຸ່ມແມ່ນໍ້າ. ແຕ່ວ່າມັນກໍມີການຖົກຖຽງກັນຢ່າງກວ້າງ ຂວາງ.

ນາງ Weatherby ກ່າວວ່າຜົນກະທົບໂດຍກົງຂອງເຂື່ອນແມ່ນຍາກທີ່ຈະວັດແທກໄດ້, ແຕ່ວ່າມັນກໍປະກົດຂຶ້ນໃຫ້ເຫັນ. ສຳລັບຊຸມຊົນໃນປະເທດໄທແລະລາວ ໃນເຂດລຸ່ມແມ່ນໍ້າ, "ທ່ານສາມາດເຫັນນໍ້າໄຫຼຊ້າລົງ ແລະເກີດນໍ້າຖ້ວມຢ່າງໄວວາ ຍ້ອນເຂື່ອນກັກເກັບນໍ້າໄວ້ແລະປ່ອຍນໍ້າອອກ ເພື່ອທົດລອງ ຫຼື ດຳເນີນການ," ນາງກ່າວ.

ຢູ່ເມືອງຊຽງຄານ ແຂວງເລີຍ ທາງພາກຕາເວັນອອກສຽງເໜືອ ຂອງປະເທດໄທ, ຊາວບ້ານຄົນນຶ່ງກ່າວວ່າ ແມ່ນໍ້າຂອງ ຫຼຸດຕໍ່າລົງຈົນເຫັນໄດ້ຢ່າງຊັດເຈນ ນັບແຕ່ທ້າຍປີ ທີ່ຜ່ານມາ. “ແຕ່ກ່ອນ, ມີປາຫຼາຍ; ປີນີ້, ບໍ່ມີປາເລີຍ.” ຊາວບ້ານກ່າວ.



ສອງສາມໄມ ທາງລຸ່ມລໍານໍ້າຂອງ ທີ່ນະຄອນຫຼວງວຽງຈັນຂອງລາວ, ໃນບາງສ່ວນຂອງແມ່ ນໍ້າຂອງ ໄດ້ແຍກອອກຢປໄກເມືອງ ຍ້ອນຫາດຊາຍທີ່ກວ້າງອອກ. ຮູບພາບດາວທຽມສະແດງໃຫ້ເຫັນນະຄອນຫຼວງວຽງຈັນ ຢູ່ທາງເໜືອຂອງແມ່ນໍ້າ ໃນວັນທີ 20 ກຸມພາ, ປີ 2020, ແລະແຂວງໜອງຄາຍທາງພາກຕາເວັນອອກສຽງເໜືອ ຂອງປະເທດໄທຂ້າງລຸ່ມ. ຢູ່ເບື້ອງຊ້າຍດ້ານເທິງຂອງຮູບພາບ, ສນາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນສາມາດຫຼຽວເຫັນໄດ້.


ຮູບຖ່າຍຈາກພື້ນດິນໃນບໍຣິເວນໃກ້ຄຽງ ເຮັດໃຫ້ເຫັນດິນແດນ ທີ່ຄືທະເລຊາຍ ຢູ່ລະຫວ່າງ ເມືອງ ແລະແມ່ນໍ້າ. Credit: Planet Labs Inc.


ເຈົ້າໜ້າທີ່ຊົລປະທານຄົນນຶ່ງ ໃນນະຄອນຫຼວງກ່າວວ່າ ລະດັບນໍ້າຂອງ ມີການເໜັງຕີງ, ເພີ່ມຂຶ້ນເປັນເວລາ ສອງຫຼືສາມມື້, ຈາກນັ້ນກໍຈະຫຼຸດລົງຢ່າງໄວວາ. ທ່ານກ່າວວ່າ “ປະຈຸບັນແມ່ນໍ້າຂອງ ແມ່ນແຫ້ງແລ້ງ; ດິນຊາຍແລະເກາະດອນຕ່າງໆ. ນໍ້າສຳລັບການກະສິກັມ, ເຊັ່ນ: ການປູກເຂົ້າລະດູແລ້ງແມ່ນຂາດເຂີນ. ນໍ້າທີ່ເຄີຍສູງຮອດເຂດບໍຣິເວນບ້ານຂອງພວກເຮົາ; ແຕ່ວ່ານັບແຕ່ປີ 2019, ແມ່ນໍ້າແມ່ນແຫ້ງຫຼາຍ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພວກເຮົາ. ຊາວປະມົງ, ເຮືອໂດຍສານ ແລະຈັກສູບນໍ້າ ຕ້ອງໄດ້ຍົກຍ້າຍບ່ອນຕິດຕັ້ງ. ບາງຄັ້ງ, ນໍ້າກໍສູງເຖິງສອງສາມມື້. ເມື່ອມັນຫຼຸດລົງ, ມັນຈະຫຼຸດລົງຢ່າງໄວວາ."



ການຫຼຸດລົງຂອງການຫາປາ ໄດ້ເປັນສິ່ງທີ່ໜ້າຕື່ນເຕັ້ນຫຼາຍ ທີ່ເຂດເມືອງສັງທອງ ໃນນະຄອນຫຼວງວຽງຈັນ, ມີຊາວປະມົງຄົນນຶ່ງໄດ້ປ່ຽນແຫ ໃຫ້ເປັນກັບດັກນົກ. ແທນທີ່ຈະແບກແຫໄປຫາປາສົດໆ, ລາວໄປວາງກັບດັກຈັບນົກນາງແອ່ນ ລາວປະດິດດາງແຫຫຸບເອົານົກເວລາມີນົກບິນເຂົ້າມາ, ຄ້າຍຄື Venus flytrap ແຕ່ຄົນຜລິດຄິດສ້າງ ແລ້ວເອົາໄປກາງໄວ້ຢູ່ເທິງຫາດຊາຍ ແຕ່ຕອນເຊົ້າ. ລາວຂາຍນົກຂາຍໃຫ້ຮ້ານອາຫານ. ລາວເວົ້າວ່າມັນເປັນອາຫານທີ່ຄົນນິຍົມ ໃນພາກເໜືອຂອງລາວ, ຮວມທັງຢູ່ແຂວງຊຽງຂວາງ.



ຢູ່ເບື້ອງຝັ່ງຊາຍແດນໄທ ໃນແຂວງໜອງຄາຍ, ຊາວບ້ານພາກັນເລາະໄປຕາມຝັ່ງຫາດຊາຍທີ່ພົ້ນຂຶ້ນ, ລາວຫວ່ານແຫໄປ ຫາປານ້ອຍໃນວັງນໍ້າຕື້ນໆ. ເຮືອຫາປາຂນາດນ້ອຍໄດ້ຖືກລາກຂຶ້ນເທິງຫາດ ພື້ນນໍ້າຂອງ, ໄກຈາກບ່ອນທີ່ພວກເຂົາເຈົ້າເຄີຍຈອດເຮືອ ໃນລະດູຝົນ.



ພາກໃຕ້

ໃນພາກໃຕ້ຂອງປະເທດລາວ, ໃນທີ່ສຸດແມ່ນໍ້າຂອງໄດ້ພັທນາອອກຈາກຫຼາຍໆຊ່ອງທາງເຂົ້າໄປໃນພື້ນທີ່ ທີ່ມີຊື່ວ່າ Sii Phan Don, ຫລື ສີ່ພັນເກາະ, ກ່ອນທີ່ມັນຈະໄຫຼເຂົ້າໄປຫານໍ້າຕົກຕາດ ຄອນພະເພັງ ທີ່ມີຊື່ສຽງໂດ່ງດັງ. ຈາກນັ້ນມັນກໍໄຫຼເຂົ້າສູ່ປະເທດກຳພູຊາ.

ເມື່ອຫຼຽວລົງໄປຫາແມ່ນໍ້າຂອງ ໃກ້ກັບນໍ້າຕົກຕາດ ສະແດງໃຫ້ເຫັນຊ່ອງທາງ ທີ່ສະຫຼັບ ຊັບຊ້ອນ, ແບ່ງອອກເປັນເກາະດອນແລະຫີນ. ມັນເປັນລະບົບນິເວດ ທີ່ອ່ອນແອຊຶ່ງເປັນບ່ອນຢູ່ອາໃສ ຂອງປາຝານໍ້າຈືດ ທີ່ຍັງເຫຼືອຢູ່ເລັກຍ້ອຍ ຊຶ່ງກຳລັງຖືກພັຍຂົ່ມຂູ່ ທີ່ບໍ່ເຄີຍມີມາກ່ອນ. ໃນພາບດາວທຽມນີ້ຖ່າຍໃນວັນທີ 26 ກຸມພາ, ຄອນພະເພັງ ສາມາດເບິ່ງເຫັນຢູ່ເບື້ອງຂວາ, ແລະໃນແມ່ນໍ້າຂອງຢູ່ເບື້ອງຊ້າຍ, ເຂື່ອນດອນສະໂຮງ 260 ເມກາວັດ, ເຂື່ອນໄຟຟ້າແຫ່ງທີສອງຂອງລາວ ໃນແມ່ນໍ້າຂອງ. ເຂື່ອນໄດ້ເລີ່ມປະຕິບັດງານ ໃນເດືອນພຶສຈິກາ.


ຄອນພະເພັງ. Credit: Planet Labs Inc.


ເມື່ອເດືອນກຸມພາ, ຢູ່ເໜືອນໍ້າຕົກທີ່ໂດ່ງດັງ ແລະບໍ່ໄກຈາກເຂື່ອນ, ແມ່ນໍ້າຂອງກໍຫຼ້ອຍຫຼໍບົກແຫ້ງລົງ ແລະໂຂດໂງ່ນຫີນກໍພົ້ນຂຶ້ນ ຈົນເບິ່ງເຫັນພື້ນແມ່ນໍ້າຂອງ. ນັກທ່ອງທ່ຽວຜູ້ນຶ່ງທີ່ມາຢ້ຽມຢາມ ແລະຖ່າຍວິດີໂອທີີ່ຢູ່ຂ້າງລຸ່ມນີ້ ໄດ້ອະທິບາຍເຖິງເຫດການດັ່ງກ່າວ: “ແຕ່ວ່າເມື່ອມັນແຫ້ງແບບນີ້, ຄວາມງາມແບບທັມມະຊາດກໍຈະຫາຍໄປ." ນັກທ່ອງທ່ຽວຄົນນີ້, ແມ່ນຄົນລາວ, ປະຕິເສດທີ່ຈະບອກຊື່ ເພາະວ່າລາວບໍ່ຢາກມີ ບັນຫາກັບເຈົ້າໜ້າທີ່.


“ນໍ້າຕົກທີ່ສວຍງາມທີ່ສຸດແຫ່ງນີ້ ເຄີຍມີນໍ້າພຽງພໍ ແຕ່ເມື່ອມັນແຫ້ງແບບນີ້ ຄວາມງາມຕາມທັມມະຊາດກໍຂາດຫາຍໄປ”


ຢູ່ທາງທິດເໜືອຂອງ ຄອນພະເພັງ, ຊາວປະມົງພາກັນຈົ່ມຄໍ່າຄວນ ວ່າການຂາດແຄນນໍ້າ. ມັນເປັນຄວາມຮູ້ສຶກແບບດຽວກັນ ທັງຄົນລາວແລະໄທ. “ແຕ່ກ່ອນ, ເມື່ອລະດັບນໍ້າສູງຂຶ້ນ, ຂ້ອຍກໍຫາປາໄດ້ຫຼາຍ. ດຽວນີ້ບໍ່ມີຫຍັງເລີຍ. ຂ້ອຍໃຊ້ເວລາໝົດມື້ ຈຶ່ງພໍຫາປາໄດ້ດ້າມໂຕ, ໜ້ອຍຫຼາຍ, ບໍ່ພຽງພໍສຳລັບລ້ຽງຄອບຄົວຂອງຂ້ອຍ,” ຊາວປະມົງລາວຈາກບ້ານໂຂງເຕິເມືອງຄົງເຊໂດນ ແຂວງສາຣະວັນ ກ່າວ.

ຢູ່ເມືອງໂຂງຈາມໃນແຂວງອຸບົນຣາຊທານີທາງຝັ່ງໄທ, ຊາວປະມົງໄທກ່າວວ່າ ລາວບໍ່ເຄີຍເຫັນຄວາມແຫ້ງແລ້ງແບບນີ້ຢູ່ແຄມແມ່ນໍ້າຂອງ. ລາວໃຫ້ຂໍ້ສັງເກດວ່າມັນຍັງບໍ່ຮອດເດືອນເມສາ ແຕ່ບາດຮອດລະດູແລ້ງ ມັນກໍຈະຮອດຈຸດສູງສຸດ.


“ແຕ່ກ່ອນ, ຍາມລະດັບນໍ້າຂຶ້ນສູງ, ຂ້ອຍກໍຫາປາໄດ້ຫຼາຍ. ດຽວນີ້ບໍ່ມີຫຍັງ. ຂ້ອຍຕ້ອງໃຊ້ເວລາໝົດມື້ ຈຶ່ງພໍຫາປາໄດ້ເລັກນ້ອຍ, ໄດ້ບໍ່ພໍລ້ຽງຄອບຄົວ.”


ການຫຼຸດລົງຂອງລະດັບແມ່ນໍ້າຂອງ ໃນເຂດເມືອງຄົງເຊໂດນ ປາກົດວ່າເຫັນໄດ້ຢ່າງຊັດເຈນໃນເວລານີ້ ຈາກການຖ່າຍພາບວິດີໂອຂອງດາວທຽມ ສອງພາບ ຈາກເດືອນສິງຫາ ທີ່ຜ່ານມາ ແລະ ເດືອນກຸມພາ ນີ້.



ຜູ້ຊ່ຽວຊານຂອງສູນຄົ້ນຄວ້າ Stimson Center, ນາງ Weatherby, ເຫັນດີກັບຊາວປະມົງວ່າຄວາມແຫ້ງແລ້ງຂອງປີນີ້ ແມ່ນຮຸນແຮງແບບບໍ່ເຄີຍມີມາກ່ອນ ແລະມີແນວໂນ້ມວ່າຈະຮ້າຍແຮງໄປກວ່ານີ້ ກ່ອນທີ່ຝົນຈະຕົກລົງມາ - ໂດຍປົກກະຕິໃນເດືອນມິຖຸນາ ຫລືເດືອນກໍຣະກະດາ. ນາງ Weatherby ກ່າວວ່າ "ພວກເຮົາຍັງບໍ່ໄດ້ຜ່ານພົ້ນຈາກຄວາມໂຫດຮ້າຍທີ່ສຸດ ຂອງລະດູແລ້ງ." ເບິ່ງໄປໜ້າໃນລະຍະຍາວ ຄວາມວິຕົກກັງວົນ ກໍບໍ່ໄດ້ລົດໜ້ອຍລົງ.

ນາງ Weatherby ກ່າວວ່າຖ້າການກໍ່ສ້າງເຂື່ອນ ຍັງສືບຕໍ່ເພີ້ມຂຶ້ນ, ໂດຍບໍ່ມີການຕັດສິນໃຈ ແລະ ການປະສານງານທາງດ້ານຍຸທສາດ ໃນກຸ່ມຂັ້ນຣັຖບານກ່ຽວກັບໂຄງການ ແນວໃດ ທີ່ຈະຈຳກັດຜົນກະທົບ ຕໍ່ແມ່ນໍ້າຂອງ ແລະຊີວິດການເປັນຢູ່ຂອງປະຊາຊົນ,“ ອະນາຄົດຂອງແມ່ນໍ້າຂອງເປັນໜ້າເສັຽດາຍ. ມັນຈະບໍ່ແມ່ນແມ່ນໍ້າຂອງ ທີ່ຍີ່ງໃຫຍ່ໄຫຼແຮງ ເມື່ອເປັນຄື ໃນປະຈຸບັນນີ້."