ເຣື້ອງທີ່ເກັບບັນທຶກໄວ້
2013-02-05
ສປປລາວ ຕົກຢູ່ໃນ ອັນດັບທີ 168 ຂອງໂລກ ໃນຈຳນວນ 179 ປະເທດ ກ່ຽວກັບ ດັຊນີ ເສຣິພາບ ການຂ່າວ ສຳລັບປີ 2013 ຕາມຣາຍງານ ອົງການ ນັກຂ່າວ ບໍ່ມີພົມແດນ ”Reporters without borders”.
2013-02-05
4 ປະເທດ ແມ່ນ້ຳຂອງ ຈະປຶກສາ ຫາລືກັນຕື່ມ ກ່ຽວກັບ ຜົລກະທົບ ຈາກໂຄງການ ເຂື່ອນ ໄຊຍະບູຣີ.
2013-02-05
ທ່ານ ເຣວັດ ສຸວັນນະກິດຕິ ຮອງ ກັມມະການ ຜູ້ຈັດການ ບໍຣິສັດ ໄຊຍະບູຣີ ພາວເວີ້ ຊຶ່ງ ຮັບຜິດຊອບ ການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ ເປີດເຜີຍວ່າ ໂຄງການ ກໍ່ສ້າງ ຄືບໜ້າໄປ ຢ່າງໄວວາ ຍ້ອນໄດ້ ຕຣຽມການ ໄວ້ກ່ອນໜ້າ ແລ້ວ.
2013-02-05
ຮຽນ: ບັນດາທ່ານທີນັບຖື ເລື່ອງ: ຂໍຄວາມຊ່ວຍເຫຼືອ ຕິດຕາມ ການດຳເນີນການ ສືບຂ່າວ ຊອກຫາ ຄົນຫາຍ ຂອງ ເຈົ້າໜ້າທີ່. (ໝາຍເຫດ ສໍານວນ ຄໍາຮ້ອງທຸກນີ້ ມາຈາກ ທາງແວັບໄຊຕ໌ ຂອງ sombath.org)
2013-02-05
ສະຫະພາບ ຢູໂຣບ ສະແດງຄວາມ ເປັນຫ່ວງ ກ່ຽວກັບ ສະພາບການ ດ້ານ ສິດທິມະນຸດ ໃນລາວ.
2013-02-05
ຊາວໜຸ່ມ ຄຣິສຈຽນ ສອງຄົນ ໃນແຂວງ ສວັນນະເຂດ ຖືກບັງຄັບ ໃຫ້ເຊົາເຊື່ອຖື ພຣະເຈົ້າ.
2013-02-04
ປັດຈຸບັນ ຣາຄາ ອາຫານການກິນ ຢູ່ລາວ ເປັນຕົ້ນ ນະຄອນຫລວງ ວຽງຈັນ ແພງຂຶ້ນເລື້ອຽໆ ທັງຊີ້ນທັງປາ ຊຶ່ງ ທາງການລາວ ຍັງບໍ່ສາມາດ ແກ້ໄຂໄດ້ ເຮັດໃຫ້ ປະຊາຊົນ ຜູ້ທຸກຍາກ ຂາດເຂີນ ຢູ່ແລ້ວ ຍິ່ງໄດ້ຮັບ ຄວາມເດືອດຮ້ອນ ຕື່ມອີກ. ສເນີໂດຍ : ຈໍາປາທອງ
2013-02-04
ການ ຈະຣາຈອນ ຕິດຂັດ ແລະ ອຸບັດຕິເຫດ ຕາມທ້ອງຖນົນ ໃນຕົວເມືອງໃຫຍ່ ຂອງລາວ ໂດຍສະເພາະ ໃນ ນະຄອນຫລວງ ວຽງຈັນ ເປັນບັນຫາ ທີ່ໜັກໜ່ວງ ຂຶ້ນ ແລະ ຈະແກ້ໄຂ ໄດ້ຍາກ. ສເນີໂດຍ : ມະນີຈັນ
2013-02-04
ມູນນິທິ ອະເມຣິກັນ ສົ່ງເສີມ ໂຄງການ ນໍ້າສະອາດ ຕາມເຂດ ຊົນນະບົດ ໃນລາວ.
2013-02-04
ທາງການ ນະຄອນຫລວງ ວຽງຈັນ ອອກປະກາດ ວ່າຈະເນັ້ນໜັກ ຫ້າມ ການຮ້ອງເພງ ຕ່າງປະເທດ ຕາມ ສະຖານທີ່ ກາງແປນ ບ່ອນ ສາທາຣະນະ ຢ່າງເຄັ່ງຄັດ ເພື່ອຮັກສາ ວັທນະທັມ ຂອງລາວ ໄວ້.
2013-02-04
ລາວ ແລະ ຣັຖເຊັຍ ເຊັນສັນຍາ ຮ່ວມພັທນາ ໂຄງການ ເຂື່ອນໄຟຟ້າ 3 ແຫ່ງ ໃນລາວ.
2013-02-04
ຖແລງການ ຂອງອົງການ ລາວ ເພື່ອ ສິດທິມະນຸດ ທີ່ ປະເທດ ຝຣັ່ງເສດ, ວັນທີ 1 ກຸມພາ ຮຽກຮ້ອງ ຜູ້ຕາງໜ້າ ສະຫະພາບ ຢູໂຣບ ທີ່ໄປຮ່ວມ ສົນທະນາ ບັນຫາ ສິດທິມະນຸດ ກັບ ຣັຖບານລາວ ໃນວັນທີ 4 ກຸມພາ ທີ່ ນະຄອນຫລວງ ວຽງຈັນ ວ່າ ຈົ່ງຢ່າປ່ອຍໃຫ້ ທ່ານ ສົມບັດ ສົມພອນ ກາຍເປັນ ນັກໂທດ ຂັງລັບ.
2013-02-04
ທາງການລາວ ເວົ້າວ່າ ຍັງບໍ່ມີ ຄວາມຄືບຫນ້າ ໃນກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.
2013-02-04
ສາຣະຄະດີ ເຣື່ອງ ”ຂ້ານ້ອຍ" (I Little Slave) ພາຄ 26 ສເນີໂດຍ : ດຣ. ບຸນສັງ ຄຳແກ້ວ
2013-02-04
ຣາຍການ ດົນຕຣີ ເພງລາວ ສມັຍ-ສາກົນ ນໍາສເນີ ທ່ານຜູ້ຟັງ ໃຫ້ຮູ້ຈັກ ນັກຮ້ອງ ນັກແຕ່ງ ເພງລາວ ທັງ ອະດີດ ແລະ ປະຈຸບັນ ໃນທົ່ວ ທຸກມຸມໂລກ. ສເນີໂດຍ: ໄມຊູລີ