ເຣື້ອງທີ່ເກັບບັນທຶກໄວ້
2013-04-10
ທາງການລາວ ປ່ອຍຄົນໄທ 8 ຄົນ ທີ່ລ່ວງລໍ້າ ເຂົ້າມາ ລ່າສັດ ໃນເຂດແດນ ຂອງລາວ ພາຍຫລັງ ທີ່ ຖືກຄຸມຂັງ ມາໄດ້ 6 ເດືອນ ແລະ ໄດ້ເສັຽຄ່າ ປັບໃໝ ຄົນລະ 3 ໝື່ນ ບາດ.
2013-04-10
ກົມອາຫານ ແລະຢາ ຂອງລາວ ປ່າວເຕືອນ ໃຫ້ ປະຊາຊົນ ຣະວັງ ເຣື້ອງນໍ້າດື່ມ ທີ່ອາຈມີ ສິ່ງເປິເປື້ອນ ເຈືອປົນ ໃນຊ່ວງ ບຸນປີໃໝ່.
2013-04-09
ໄຂ້ຫວັດນົກ ສາຍພັນໃໝ່ H7N9 ຣະບາດ ຢູ່ຈີນ, ມີຄົນ ເສັຍຊິວິດ ຍ້ອນແລ້ວ 7 ຄົນ ແລະ ມີຜູ້ຕິດເຊື້ອ ອີກ 24 ຄົນ, ເຮັດໃຫ້ ປະເທດ ເພື່ອນບ້ານ ສັ່ງຫ້າມ ບໍ່ໃຫ້ ນຳສັດປີກ ຈາກຈີນ ເຂົ້າປະເທດ ແລະ ເພີ້ມມາຕຣາການ ກວດກາ ຕາມຊາຍແດນ ແລະ ສປປລາວ ກໍເຝົ້າຣະວັງ ເຂັ້ມງວດ ຂື້ນ.
2013-04-09
ການຄົ້ນຄວ້າ ຈາກ ອົງການ ແມ່ນ້ຳຂອງ ຄາດການວ່າ ຈະມີການ ປ່ຽນແປງ ກ່ຽວກັບ ຜົລປູກ ໃນເຂດລຸ່ມ ແມ່ນ້ຳຂອງ.
2013-04-09
ການສຶກສາ ໃນເຂດ ຫ່າງໄກ ສອກຫລີກ ຍັງຕ້ອງການ ການຊ່ອຍເຫລືອ ຂັ້ນພື້ນຖານ ເປັນຕົ້ນແມ່ນ ຫ້ອງຮຽນ, ນາຍຄຣູ ແລະ ອຸປກອນ ການຮຽນ ຕ່າງໆ ຢ່າງຫລວງຫລາຍ. ຈະເຣີນສຸຂ ມີຣາຍງານ ມາສເນີທ່ານ.
2013-04-09
ບໍຣິສັດ ຣົດ ໂຕໂຍຕາ ຈະສ້າງ ສູນຜລິດ ເຄື່ອງປະກອບ ພາຍໃນ ຂອງຣົຖຍົນ ແຫ່ງທຳອິດ ໃນລາວ.
2013-04-09
ຄຸນພໍ່ລາວ ສາມຄົນ ຖືກປ່ອຍໂຕ ຫລັງຈາກ ຖືກກັກຂັງ ຍ້ອນຂໍ້ຫາ ເຜີຍແພ່ ສາສນາ ເຢຊູ ໃນລາວ.
2013-04-09
ຫ້ອງການ ຄວບຄຸມ ຢາເສພຕິດ ແຫ່ງຊາດລາວ ຮ່ວມກັບ ກະຊວງ ສາທາຣະນະສຸຂ ຈະເຂັ້ມງວດ ກວດຂັນ ເຣື້ອງ ຢາເສພຕິດ ທີ່ ອາຈມີການ ຈໍາໜ່າຍ ຊື້ຂາຍ ຫລື ນໍາເຂົ້າ ໃນຊ່ວງ ບຸນປີໃໝ່.
2013-04-09
ນະຄອນຫລວງ ວຽງຈັນ ກໍາລັງ ຂາດແຄນ ນ້ຳໃຊ້ ຢ່າງແຮງ ໃນ ປັຈຈຸບັນ ຊຶ່ງ ເປັນຊ່ວງບຸນ ປີໃຫມ່ ລາວ.
2013-04-08
ສາຣະຄະດີ ເຣື່ອງ ”ຂ້ານ້ອຍ" (I Little Slave) ພາຄ 35 ສເນີໂດຍ : ດຣ. ບຸນສັງ ຄຳແກ້ວ
2013-04-08
ຣາຍການ ໝໍລຳລາວ ປະຈຳ ສັປດາ ຈະນໍາເອົາ ສິລປະ ການຂັບລໍາ ທີ່ເປັນມູນ ມໍຣະດົກ ຂອງລາວ ໃນແຕ່ລະ ຊົນເຜົ່າ ແຕ່ລະ ພາກພື້ນເມືອງ ທີ່ເຮົາຄົນລາວ ຈະຕ້ອງ ສົ່ງເສີມ ແລະ ອະນຸຮັກ ຕໍ່ໄປ. ສເນີໂດຍ: ໄມຊູລີ
2013-04-08
ຜູ້ຍິງ ຊາວ ກັມພູຸຊາ ທີ່ໄດ້ຕໍ່ສູ້ ເພື່ອ ສິດທິ ໃນທີ່ດິນ ໄດ້ຮັບ ລາງວັນ ກຽຕຕິຄຸນ ນາໆຊາດ ທີ່ ນະຄອນຫລວງ Washington DC. ການຕໍ່ສູ້ ຂອງ ຍານາງ ຄ້າຍໆກັບ ການຕໍ່ສູ້ ຢ່າງເດັດດ່ຽວ ຂອງ ຜູ້ຍິງລາວ ນາງໜຶ່ງ ທີ່ ແຂວງຄໍາມ່ວນ ເມື່ອບໍ່ນານ ມານີ້. ມະນີຈັນ ມີຣາຍງານ ເຊີນທ່ານ ຮັບຟັງໄດ້ເລີຍ.
2013-04-08
ໃນແຕ່ລະປີ ກ່ອນຈະຮອດ ບຸນສົງການ ປີໃໝ່ລາວ ຄົນງານລາວ ທີ່ ໄປເຮັດວຽກ ຢູ່ ປະເທສໄທຍ໌ ແບບ ຜິດກົດໝາຍ ຖືກເຈົ້າໜ້າທີ່ ໄທຍ໌ ຈັບ ໃນຣະຫວ່າງ ຂີ່ຣົຖ ກັບຄືນໄປ ສລອງ ທີ່ ປະເທສ ຂອງຕົນ. ສໍາລັບ ປີ 2013 ນີ້ ກໍຖືກ ຈັບແລ້ວ ບໍ່ໜ້ອຍ. ດັ່ງ ຈໍາປາທອງ ມີຣາຍງານ ມາສເນີທ່ານ. ເຊີນທ່ານ ຮັບຟັງໄດ້
2013-04-08
ຊາວຫົວພັນ ຮັບໄດ້ ຖ້າຫາກວ່າ ມີການສ້າງ ໂຮງງານ ອຸດສາຫະກັມ ພາຍໃນ ແຂວງ ແຕ່ຕ້ອງມີ ການສຶກສາ ຜົລກະທົບ ຢ່າງລະອຽດ.
2013-04-08
ຄວາມບໍ່ ກະຈ່າງແຈ້ງ ໃນການ ຈັດສັນ ທີ່ດີນ ໃນລາວ ເຮັດໃຫ້ ມີການບຸກລຸກ ປ່າສງວນ ຫລາຍຂື້ນ.