ເຣື້ອງທີ່ເກັບບັນທຶກໄວ້
2013-04-03
ເຊື້ອໂຣຄ ໄຂ້ຫວັດນົກ ສາຍພັນໃຫມ່ ເຮັດໃຫ້ມີ ຜູ້ຕິດເຊຶ້ອ ເພີ້ມອີກ 4 ຄົນ ໃນຈີນ.
2013-04-03
ຊາວ ກະສີກອນ ລາວ ຍັງຖືກ ເອົາປຽບ ຈາກກຸ່ມ ພໍ່ຄ້າ ຄົນກາງ ມາຕລອດ.
2013-04-03
ຊາວຈີນ ພາກັນ ຫລັ່ງໄຫລ ເຂົ້າແຂວງ ບໍ່ແກ້ວ ຈຳພວກນຶ່ງ ຫລິ້ນ ກາສິໂນ ໝົດເງິນແລ້ວ ກໍ່ການປູ້ນຈີ້ ລັກເຄື່ອງ ລັກຂອງ ຂອງ ປະຊາຊົນ ບາງກຸ່ມ ຄ້າຢາເສພຕິດ ແລະ ຄ້າມະນຸດ.
2013-04-03
ແຜນການ ທີ່ຈະໂຍກຍ້າຍ ສອງຫມູ່ບ້ານ ໄປຢູ່ ເມືອງກາລຶມໃຫມ່ ຍັງບໍ່ພ້ອມ ເທື່ອ ຈຶ່ງຕ້ອງ ເລື່ອນ ເວລາ.
2013-04-03
ຫລັງຈາກ ທ່ານ ສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ຂອງໄທ ໄດ້ກ່າວສລຸບ ໃນກອງປະຊຸມ ການຮ່ວມມື ໄທ-ລາວ ຄັ້ງທີ 18 ແລ້ວ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ຂອງລາວ ກໍໄດ້ກ່າວ ເຫັນດີນໍາ ທ່ານ ສຸຣະພົງ ວ່າ:
2013-04-03
ກອງປະຊຸມ ຮ່ວມ ການຮ່ວມມື ໄທ-ລາວ ທີ່ ຫົວຫີນ ແຂວງ ປະຈວບຄີຣີຂັນ ແຕ່ວັນທີ 31 ມິນາ ຫາ ວັນທີ 3 ເມສາ ໂດຍມີທ່ານ ສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ໄທ ແລະ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ສປປລາວ ເປັນປະທານ ຮ່ວມ ໄດ້ສິ້ນສຸດລົງ ໃນວັນທີ 3 ເມສາ ນີ້.
2013-04-02
ຄວາມສຳພັນ ລາວ-ຈີນ ຈະເປັນຢ່າງໃດ ຫລັງຈາກ ຜູ້ນຳໃຫມ່ ຂອງຈີນ ຂຶ້ນ ກຳອຳນາດ, ນັກການທູດຈີນ ປະຈຳລາວ ເວົ້າວ່າ ບໍ່ມີຫຍັງ ປ່ຽນແປງ ທຸກສິ່ງ ທຸກຢ່າງ ຈະຍັງຄືເກົ່າ ແຕ່ ນັກວິເຄາະ ຈາກ ຫລາຍ ພາກສ່ວນ ເວົ້າວ່າ ອາດຈະມີການ ປ່ຽນແປງ ຫລາຍຢ່າງ ເພາະຈີນ ແລະ ວຽດນາມ ແຂ່ງກັນ ເຊື່ອມອຳນາດ ໃນລາວ. ສິດນີ ມີລາຍງານ
2013-04-02
ການຈັດງານ ລໍາລຶກ ວັທນະທັມ ຊົນເຜົ່າ ລາວ ຢູ່ໃນ ປະເທດໄທ ຊຶ່ງ ບັນພະບຸຣຸດ ຂອງພວກເພິ່ນ ໄດ້ໂຍກຍ້າຍ ມາຕັ້ງຖິ່ນ ໃນພາກກາງ ຂອງປະເທດ.
2013-04-02
ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເປີດເຜີຍວ່າ ປັດຈຸບັນ ມີບັນຫາ ການລັກລອບ ເຂົ້າເມືອງ ຂອງ ຄົນພະມ້າ ແລະ ຄົນຈີນ ເພີ່ມຂຶ້ນ ໂດຍສະເພາະ ຕັ້ງແຕ່ຕົ້ນ ປີ 2013 ມານີ້.
2013-04-02
ຣັຖບານລາວ ແລະ ທະນາຄານ ໂລກ ລົງນາມ ໃນ ຂໍ້ຕົກລົງ ດ້ານການເງິນ ເພື່ອໂຄງການ ພັທນາ ອໍານວຍ ຄວາມສະດວກ ໃນການຄ້າ ຂັ້ນ 2 ຫລື TDF-2 ໃນວັນທີ 2 ເມສາ 2013 ນີ້ ໂດຍ ທ່ານ ສັນຕິພາບ ພົມວິຫານ ຮອງ ຣັຖມົນຕຣີ ການເງິນ ແລະ ມາດາມ Keiko Miwa ຜູ້ຈັດການ ທະນາຄານໂລກ ປະຈໍາ ສປປລາວ.
2013-04-02
ປັດຈຸບັນ ລາວ ມີໂຄງການ ພັທນາ ຫລາຍແຫ່ງ ແຕ່ຕ້ອງການ ນັກວິສວະກອຣ ແລະ ນັກວິຊາການ ທີ່ຍັງບໍ່ ພຽງພໍ ກັບ ຄວາມຕ້ອງການ ຈຶ່ງຈໍາເປັນ ຕ້ອງໄດ້ຈ້າງ ມາຈາກ ຕ່າງປະເທດ.
2013-04-02
ລາວ ແລະວຽດນາມ ຈະປັກຫລັກ ໝາຍເຂດ ຊາຍແດນ ຣະຫວ່າງກັນ ທີ່ມີຄວາມຍາວ 2 ພັນ ຫລັກກິໂລແມັຕ ນັ້ນ ໃຫ້ສໍາເຣັດ ໃນເດືອນ ມິຖຸນາ. ຕາມຣາຍງານຂ່າວ ຈາກ ນະຄອນຫລວງ ວຽງຈັນ ໃນວັນທີ 2 ເມສາ 2013.
2013-04-01
ເຊີນທ່ານ ຮັບຟັງ ການສັມພາດ ຍານາງ ສີພັນດອນ ບົວວັນ ສີດາວົງ ປະທານ ສະຕຣີ ລາວ ເຂດ ( Bay Area ) ໃນຖານະ ເປັນ 1 ໃນຄະນະ ປະທານ ຈັດ ງານ ບູນປີໃໝ່ ສະມາຄີ ຊາວລາວ ທີ່ ຈະຈັດຂື້ນ ໃນ ມື້ ວັນເສົາ ທີ່ 6 ເດືອນ ເມສາ ປີ 2013 ນີ້ ຢູ່ ເມືອງ Richmond ຣັຖ California ສະຫະຣັຖ ອະເມຣິກາ. ສັມພາດໂດຍ: Maysoly.
2013-04-01
ນໍ້າຂອງບົກ ລົງຫຼາຍ ກວ່າ ປົກກະຕິ ເຮັດໃຫ້ ການທໍາມາ ຫາກິນ ຂອງ ປະຊາຊົນ ຮວມທັງ ການເດີນເຮືອ ໄດ້ຮັບ ຜົນກະທົບ ຢ່າງຫລວງຫລາຽ ເປັນຕົ້ນ ແຕ່ ແຂວງຄໍາມ່ວນ ຂຶ້ນເມືອ ຮອດ ພາກເໜືອ. ຈໍາປາທອງ ມີຣາຽງານ ກ່ຽວກັບ ເຣື່ອງນີ້ ມາສເນີທ່ານ...
2013-04-01
ຫົວຫນ້າພັກ ຝ່າຍຄ້ານ ຂອງໄທ ຮຽກຮ້ອງ ໃຫ້ ຣັຖບານ ສ້າງເສັ້ນທາງ ຣົຖໄຟ ຄວາມໄວສູງ ເສັ້ນບາງກອກ ຫນອງຄາຍ ຜ່ານລາວ ໄປຈີນ ກ່ອນ ໂຄງການ ອື່ນ.