ເຣື້ອງທີ່ເກັບບັນທຶກໄວ້
2019-10-25
ນັກວິຊາການ ອິສຣະ ສະແດງ ຄວາມເປັນຫ່ວງ ເຣື່ອງຜົລກະທົບ ຈາກເຂື່ອນນ້ຳເທີນ 2 ແລະ ເຂື່ອນແມ່ນ້ຳຂອງ, ແລະ ສັງຄົມ ກຳລັງຕັ້ງ ຂໍ້ສົງໄສວ່າ ໂຄງເຂື່ອນຂນາດໃຫຍ່ ແບບນີ້ ແມ່ນໃຜ ໄດ້ຜົລປໂຍດ ແລະ ແມ່ນໃຜ ເສັຽຜົລປໂຍດ.
2019-10-24
ນາຍທຶນຈີນ ໜີປະ ສວນປູກພືດ ໂດຍບໍ່ຈ່າຍ ຄ່າເຊົ່າດິນ ຊາວບ້ານ 60 ເຮັກຕ້າຣ໌, ໃນຣາຄາ 3,800,000 ກີບ ຕໍ່ 1 ເຮັກຕ້າຣ໌ ຕໍ່ປີ ໃນເມືອງສິງ ແຂວງຫລວງນ້ຳທາ ແຕ່ເຈົ້າໜ້າທີ່ ກໍຊ່ອຍຫຍັງບໍ່ໄດ້ ຍ້ອນຄົນຈີນ ມາຕົກລົງ ກັບຊາວບ້ານເອງ.
2019-10-24
ກັມມະກອນລາວ ໄດ້ຮັບຜົລກະທົບ ຈາກການນຳໃຊ້ ສານເຄມີ ໃນເຂດສວນອ້ອຍຈີນ, ເມືອງບຸນເໜືອ ແຂວງຜົ້ງສາລີ ຈົນເຖິງຂັ້ນ ເຂົ້າໂຮງໝໍ ຍ້ອນເລືອດດັງອອກ ແລະ ໄອອອກເລືອດ.
2019-10-24
ຊາວເມືອງນາຊາຍທອງ ນະຄອນຫລວງວຽງຈັນ 60 ຄອບຄົວ ຍັງບໍ່ຍອມຮັບເອົາ ເງິນຄ່າຊົດເຊີຍ ຈາກໂຄງການ ສ້າງທາງດ່ວນ ຍ້ອນໃຫ້ໜ້ອຍເກີນໄປ ພຽງແຕ່ 50,000 ກີບ ຕໍ່ແມັດມັນທົນ ໃນຂະນະທີ່ ຊາວບ້ານ ສເນີ 150,000 ກີບ.
2019-10-23
ກອງປະຊຸມຫຼວງ ຂອງພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ເຢັຽຣະມັນ ສລຸບ ຢູ່ກຸງປາຣີສ໌ ວ່າ ໄດ້ປະກອບສ່ວນ ເຮັດໃຫ້ ສປປລາວ ບໍ່ໄດ້ເປັນ ສະມາຊິກ ໃນສະພາສິດທິມະນຸດ ສະຫະປະຊາຊາດ ຍ້ອນຍັງຣະເມີດສິດ, ເສຣີພາບ ແລະ ປະຊາທິປະໄຕ ຢ່າງຮ້າຍແຮງ.
2019-10-23
ປະຊາຊົນ ໃນຫຼາຍໂຕເມືອງ ຂອບເຂດນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຂາດນ້ຳປະປາໃຊ້ ໃນຂະນະທີ່ ນ້ຳຂອງ ແລະ ນ້ຳງື່ມ ບົກແຫ້ງ ໜັກທີ່ສຸດ ໃນຮອບຫຼາຍປີ ກະທົບ ຕໍ່ການຜລິຕ ນ້ຳປະປາ ໃນເຂດນະຄອນຫຼວງ ວຽງຈັນ.
2019-10-23
ໂຄງການ ເຂື່ອນໄຊຍະບູຣີ ຈະເຣີ່ມຂາຍ ໄຟຟ້າໃຫ້ແກ່ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ໃນທ້າຍດືອນນີ້ ທັ້ງໆ ທີ່ຄວາມກັງວົນ ຂອງປະຊາຊົນ ດ້ານຜົລກະທົບ ຂ້າມແດນ, ການຂຶ້ນລົງ ຂອງປາ, ການໄຫລ ຂອງຝຸ່ນຕົມ ຍັງບໍ່ຖືກແກ້ໄຂ.
2019-10-22
ອົງການ UNODC ຊ່ວຍເຫລືອລາວ ປາບປາມ ແລະ ປ້ອງກັນການປູກຝິ່ນ ໂດຍສົ່ງເສີມໃຫ້ ປູກກາເຟແທນ ໃນແຂວງຫົວພັນ.
2019-10-22
ຊາວບ້ານ ໂພນມະນີ ຮຽກຮ້ອງ ທາງການ ເລັ່ງສ້ອມແປງເຮືອນໃຫ້ ຫລັງຈາກ ໄດ້ຮັບຄວາມເສັຽຫາຍ ຈາກການລະເບີດຫິນ, ຊຶ່ງເຮັດໃຫ້ມີຜູ້ເສັຽຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບ 23 ຄົນ ເມື່ອວັນທີ 5 ຕຸລາ.
2019-10-21
ກອງປະຊຸມ ເອເຊັຽຕາເວັນອອກສ່ຽງໃຕ້ ທີ່ເຄືອຂ່າຍ ປະຊາຊົນຂແມ ເພື່ອກັມພູຊາ ໂດຍການຮ່ວມມື ກັບອົງການ ຈັດຕັ້ງຕ່າງໆ ຂອງລາວ ແລະ ຂແມ ຈັດຂຶ້ນ ຢູ່ຂົງເຂດນະຄອນຫລວງ ວໍຊິງຕັນ ດີຊີ 3 ມື້ ເວົ້າເຖິງ ຫຼາຍບັນຫາ ເປັນຕົ້ນບັນຫາ ສັນຕິພາບ, ປະຊາທິປະໄຕ ແລະ ສິທທິມະນຸດ, ແລະ ສັນຍາ ສັນຕິພາບ ປາຣີສ ກ່ຽວກັບ ກໍັມພູຊາ 1991.
2019-10-21
ບໍຣິສັດ ປູກກ້ວຍຈີນ ບັງຄັບໃຫ້ ຊາວໄຮ່ຊາວສວນ ທີ່ຍ່າງ ຜ່ານສວນກ້ວຍ ຕ້ອງເອົາຕີນ ຈຸ່ມນໍ້າຢາ ເຄມີກ່ອນ ເພື່ອບໍ່ໃຫ້ ຕົ້ນກ້ວຍ ຕິດພະຍາດ, ຊຶ່ງເຮັດໃຫ້ຊາວບ້ານ ກັງວົນ ກ່ຽວກັບ ອັນຕະຣາຍ ຈາກສານເຄມີ.
2019-10-21
ເຈົ້າໜ້າທີ່ ແຂວງສວັນນະເຂດ ເວົ້າວ່າ ໃນ 7 ເດືອນ ຜ່ານມາ ເດັກນ້ອຍ ອາຍຸ ຫລຸດ 5 ປີ ຢູ່ແຂວງນີ້ ຂາດສານອາຫານ ເກືອບ 9,000 ຄົນ ຍ້ອນການຊ່ອຍເຫຼືອ ບໍ່ທົ່ວເຖິງ ແລະ ຣັຖບານ ຂາດງົບປະມານ.
2019-10-21
ປະຊາຊົນ ເຂດຊາຍແດນ ລາວ-ກັມພູຊາ ແຂວງຈຳປາສັກ ໄດ້ຮັບຜົລກະທົບ ຈາກການກັກນ້ຳ ເພື່ອທົດລອງ ຜລິຕໄຟຟ້າ ຂອງເຂື່ອນດອນສະໂຮງ, ເຊິ່ງເຮັດໃຫ້ ນ້ຳບົກແຫ້ງ ແລະ ຫາປາຍາກ.
2019-10-20
“ມາຟັງນຳກັນ” ສັປດານີ້ ຈະເອົາເຣື່ອງການແກ້ໄຂ ຂໍ້ຂັດແຍ້ງ ດ້ານທີ່ດິນ ກໍຣະນີ ລຸງ ທິດໄພ ຍັງຄ້ານສາຍຕາ ປະຊາຊົນ ພາຍຫລັງ ທີ່ທ່ານ ຖືກກັກຂັງ ມາເປັນເດືອນປາຍແລ້ວ ຍ້ອນບໍ່ຍອມເຊັນ ມອບດິນໃຫ້ ບໍຣິສັດ ວຽດນາມ ປຸກໂຮງໝໍ ເນື່ອງຈາກວ່າ ທ່ານ ຕ້ອງການຄ່າຊົດເຊີຍ.
2019-10-20
ຕຳຣວດ ເມືອງປາກກະດິງ ຊີ້ແຈງ ກໍຣະນີ ການຈັບ ລຸງ ທິດໄພ, ຍ້ອນບໍ່ຍອມເຊັ່ນດິນ ໃຫ້ໂຄງການກໍ່ສ້າງໂຮງໝໍ ເນື່ອງຈາກວ່າ ຕ້ອງການຄ່າຊົດເຊີຍ, ພາຍຫລັງ ທີ່ມີການແບ່ງປັນ ເຣື່ອງດັ່ງກ່າວ ແລະ ການອອກຂ່າວ ຂອງວິທຍຸ ເອເຊັຽ ເສຣີ.