ເຣື້ອງທີ່ເກັບບັນທຶກໄວ້
2021-11-15
ສະຖານະການ ໂຄວິດໃນປັດຈຸບັນ ທີ່ຣັຖບານກຽມ ເປີດປະເທດ ໃນຂນະທີ່ການຕົວເລ ກຜູ້ຕິດເຊື້ອກໍຍັງສູງຢູ່.
2021-11-14
ຂໍ້ພິພາດ ທາງການເມືອງ ລະຫວ່າງ ທ່ານຜຸຍ ຊນະນິກອນ ແລະ ທ່ານກະຕ່າຍ ໂດນ ສະໂສຣິດ ຊຶ່ງນໍາໄປສູ່ ການມອບໝາຍ ໃຫ້ສເດັດເຈົ້າສຸວັນນະພູມາ ເປັນຜູ້ຕັ້ງ ຣັຖບານ ຊຸດໃໝ່.
2021-11-13
ສສຊ ສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນຄະດີ ຜູ້ສໍ້ຣາສບັງຫຼວງ, ພາກປະຊາສັງຄົມໄທຍ ອອກຖແລງການ ຄັດຄ້ານການສ້າງເຂື່ອນ ໃນແມ່ນ້ຳຂອງ, ສູນກາງແນວລາວ ສ້າງຊາດ ສເນີຕໍ່ ສະພາແຫ່ງຊາດ ເຣື່ອງຂໍ້ຂັດແຍ່ງ ທີດິນບ້ານຊຽງດາ.
2021-11-13
ທາງການ ແຂວງສາຣະວັນ ກວດພົບຍານພາຫະນະ ບໍ່ໄດ້ ເສັຽພາສີ ຈຳນວນຫຼາຍ ຊຶ່ງທາງພາກສ່ວນ ທີ່ກ່ຽວຂອງໄດ້ ຮຽກຮ້ອງໃຫ້ ຜູ້ຄອບຄອງຣົດ ຜິດກົດໝາຍ ໃຫ້ໄປເສັຽພາສີ ໃຫ້ຖືກຕ້ອງ ຖ້າບໍ່ດັ່ງນັ້ນ ອາດຖືກດຳເນີນຄະດີ.
2021-11-13
ກຸ່ມຄົນລາວ ແລະ ຄົນຈີນ ທີ່ມົ້ວສຸມ ສິງມືນເມົາ ຢູ່ຮ້ານບັນເທີງແຫ່ງນຶ່ງໃນ ຄະນອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ຈັບ ແລະ ນຳໂຕໄປກວດຫາ ເຊື້ອໂຄວິດ-19 ຈາກນັ້ນ ກໍຈະຕ້ອງ ຖືກດຳເນີນຄະດີ ຕາມກົດລາວ.
2021-11-12
ທາງການລາວ ໄດ້ຮັບມອບ ອາຄານ ໂຮງໝໍມະໂຫສົດ ຫຼັງໃໝ່ ຈາກຣັຖບານຈີນ ໂດຍຕັ້ງເປົ້າໝາຍໃຫ້ ເປັນໂຮງໝໍ ທີ່ທັນສມັຍທີ່ສຸດ ໃນປະເທດ ດ້ວຍຂີດຈຳກັດ ຄຸນພາບບຸກຄະລາກອນ ແລະເຄື່ອງມື ເຮັດໃຫ້ງານບໍຣິການ ມີບັນຫາຫຼາຍດ້ານ.
2021-11-12
ລາວເພີ່ມຫຼັກສູດ ຄຸນສົມບັດ ຄວາມສເມີພາບ ລະຫວ່າງຍິງ-ຊາຍ ສໍາລັບນັກຮຽນຊັ້ນ ປ.4 ໂດຍໄດ້ຮັບທຶນ ຈາກອົງການ ກອງທຶນ ປະຊາກອນ ແຫ່ງ ສະຫະປະຊາຊາດ ແລະ ອົງການ ຄວາມຮ່ວມມື ລະຫວ່າງປະເທດ ເກົາຫຼີ.
2021-11-12
ມີຄຳສັ່ງລ໊ອກດາວ ເດັດຂາດຕັ້ງແຕ່ ມື້ວັນທີ 10 ພຶສຈິກາ ນີ້ເປັນຕົ້ນໄປ ຈົນກວ່າ ຈະສາມາດ ຄວບຄຸມ ສະພາບການ ຣະບາດຂອງໂຄວິດ-19 ໃຫ້ຫຼຸດລົງ ເພາະປັດຈຸບັນນີ້ ມີຄົນຕິດເຊື້ອເພີ່ມຂຶ້ນຫຼາຍ.
2021-11-12
ບໍຣິສັດ ໂຕແທນ ຂາຍປີ້ເຮືອບິນຂອງຈີນ ສວຍໂອກາດ ຂຶ້ນລາຄາ ໃນຊວງເວລາ ການຣະບາດ ຂອງເຊື້ອ ໂຄວິດ-19 ເຮັດໃຫ້ ນັກສຶກສາລາວ ທີ່ຈະເດີນທາງໄປຮຽນທີ່ປະເທດຈີນ ບໍ່ສາມາດເດີນທາງໄດ້ ເນື່ອງຈາກ ບັນຫາດັ່ງນີ້.
2021-11-12
ເກີດເຫດ ກຸ່ມວັຍລຸ້ນຕີກັນ ຢູ່ຕລາດດາວເຮືອງ ເບື້ອງຕົ້ນ ມີຜູ້ໄດ້ຮັບບາດເຈັບ 2 ຄົນ ແຕ່ຍັງບໍ່ຮູ້ ສາເຫດຄັກ ແນ່ວ່າ ເປັນຍ້ອນຫຍັງ ກັນແທ້, ຊຶ່ງຍັງຢູ່ໃນ ຂັນຕອນ ການສອບສວນ.
2021-11-12
ບັນຫານໍ້າມັນຂາດປໍ້າ, ນໍ້າມັນຂື້ນຣາຄາ ແລະ ອີກຫຼາຍບັນຫາ ທີ່ເກີດຂື້ນກັບການ ສນອງນໍ້າມັນຊົມໃຊ້ໃຫ້ກັບປະຊາຊົນ ແລະ ນໍ້າມັນກໍແພງ ອັນດັບຕົ້ນຂອງອາຊ້ຽນ ເຮັດໃຫ້ທັງປະຊາຊົນ ແລະ ພາກທຸຣະກິຈໄດ້ຮັບຜົລກະທົບ ນອກຈາກ ໂຄວິດ-19.
2021-11-11
ຕຽມເປີດປະເທດ ໃນຕົ້ນປີ 2022 ເພື່ອກະຕຸ້ນເສຖກິຈ ເຖິງແມ່ນວ່າ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ ໃນແຕ່ລະມື້ກໍຕາມ, ແຕ່ນັກທ່ອງທ່ຽວ ທີ່ຈະເຂົ້າມາປະເທດລາວ ຕ້ອງໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ຄົບໂດສເສັຽກ່ອນ.
2021-11-11
ແນວລາວສ້າງຊາດ ສເນີໃຫ້ຣັຖບານລາວ ກວດກາກຸ່ມຄົນ ຕ່າງປະເທດ ທີ່ຊື້-ຂາຍ ຫຼືເຊົ່າທີ່ດິນໃນ ສປປ ລາວ ເພາະມີການຈ້າງຄົນລາວ ຊື້ໃຫ້ຄົນຕ່າງຊາດ ເຮັດໃຫ້ເກີດບັນຫາ ຄົນລາວບໍ່ມີດິນ ທຳການຜລິດ ແລະອາສັຍ.
2021-11-11
ຄະນະກັມມະການ ອະພັຍໂທດຣະດັບຊາດ ສເນີໃຫ້ພິຈາຣະນາ ອະພັຍໂທດນັກໂທດ 1,992 ຄົນ ໃນປີນີ້ ໃນຂະນະທີ່ ຊາວບ້ານ ຢາກໃຫ້ມີການເລືອກເຟັ້ນ ນັກໂທດ ຜູ້ທີ່ຈະໄດ້ຮັບອະພັຍໂທດ ເນື່ອງໃນ ໂອກາດ ການສລອງວັນຊາດ ທີ 2 ທັນວາ.
2021-11-10
ຄົນງານລາວ ທີ່ເຄີຍເຮັດວຽກສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງງວຽງ ເສັຍຊີວິດຢ່າງອະນາຖາ ຍ້ອນນາຍຈ້າງປ່ອຍປະ ເຮັດໃຫ້ຜູ້ເສັຽຊີວິດ ບໍ່ເງີນຄ່າປິ່ນປົວ ຍາມເຈັບປ່ວຍ ແລະຄ່າອາຫານ.