ເຣື້ອງທີ່ເກັບບັນທຶກໄວ້
2022-10-05
ກົມຄຸ້ມຄອງບໍ່ແຮ່ ກະຊວງພລັງງານ ແລະບໍ່ແຮ່ ໄດ້ອອກແຈ້ງການ ໃຫ້ບໍຣິສັດ ລາວຊີນຫຼົງ ບຸກເບີກ ອຸດສາຫະກັມ ບໍ່ແຮ່ ຈຳກັດ ຊຶ່ງເປັນບໍຣິສັດ ຂອງນັກລົງທຶນຈີນ ທີ່ຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານຕອງ ແລະ ບ້ານຈອມຊາງນໍ້າເຢັນ ເມືອງປາກແບງ ແຂວງອຸດົມໄຊ ຢຸດຊົ່ວຄາວ ຍ້ອນວ່າ ບໍ່ມີຄວາມປອດພັຍ.
2022-10-05
ການສລອງ ວັນຄຣູແຫ່ງຊາຕ ໃນປີນີ້ພາຍໃຕ້ ບັນຍາກາດ ເສຖກິຈຕົກຕ່ຳ ຊີວິດການເປັນຢູ່ ຂອງນາຍຄຣູ ໃນລາວຈໍານວນຫຼາຍ ຍັງຄືເກົ່າ ທັງດ້ານເງິນເດືອນ, ສວັດດີການສັງຄົມ, ການທຳພາຣະ ໜ້າທີ່ສອນ ເກີນກຳລັງ ເນື່ອງຄຣູບໍ່ພຽງພໍ ໂດຍສະເພາະ ໃນເຂດຫ່າງໄກ ສອກຫຼີກ.
2022-10-05
ການຈັດຕລາດນັດ ແຮງງານ ຢູ່ແຂວງອຸດົມໄຊ ແມ່ນເພື່ອສົ່ງເສີມ ໃຫ້ຊາວໜຸ່ມ ທີ່ຕ້ອງການ ວຽກເຮັດງານທຳ ແຕ່ໃນຂະນະທີ່ ຊາວໜຸ່ມລາວ ຈຳນວນຫຼາຍ ຕ້ອງການເຮັດວຽກ ນໍາບໍຣິສັດຈີນ ຫຼືເດີນທາງ ໄປເຮັດວຽກ ຢູ່ປະເທດໄທຍ ຍ້ອນໄດ້ຮັບ ຄ່າຈ້າງຫຼາຍກ່ວາ.
2022-10-05
ສະພາບເສັ້ນທາງ ໃນນະຄອນຫຼວງວຽງຈັນ ໃນຫຼາຍເມືອງເປ່ເພ ເປັນຂຸມເລິກ ແລະມີນໍ້າຂັງຫຼາຍຈຸດ ຮວມໄປເຖິງ ເສັ້ນທາງເລຂທີ່ 13 ເໜືອ ໃນບາງຈຸດ ກໍເປ່ເພເຊັ່ນກັນ ແຕ່ທາງການ ຍັງບໍ່ສາມາດສ້ອມແປງໄດ້ເທື່ອ ຍ້ອນຍັງຢູ່ໃນ ໄລຍະຣະດູຝົນ ແລະບໍ່ມີງົບປະມານ ພຽງພໍ.
2022-10-04
ເກີດບັນຫາ ຂໍ້ຂັດແຍ່ງ ທີ່ດິນ ລະຫວ່າງຊາວບ້ານ ກັບ ກອງບັນຊາການ ທະຫານ ນະຄອນຫຼວງວຽງຈັນ ຊຶ່ງເຮັດໃຫ້ ຊາວບ້ານ ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ 5 ຄົນ ທີ່ຖືກເຈົ້າໜ້າທີ່ທະຫານ ຈັບຂັງຄຸກ ກ່ອນຈະຖືກປ່ອຍໂຕມາ ພາຍຫຼັງຕິດຄຸກ ເປັນເວລາຫຼາຍເດືອນ.
2022-10-04
ມີການພົບເຫັນສົບທີ່ຖືກຄາຕກັມ ແລ້ວຍັດໃສ່ກະເປົ໋າ ໄຫຼນ້ຳ ເຂດເຂື່ອນໄຟຟ້ານ້ຳລີກ 1 ເຈົ້າໜ້າທີ່ຕຳຣວດ ໄດ້ກວດກາ, ຊັນນະສູຕ ຊາກສົບດັງກ່າວ ຈຶ່ງຮູ້ວ່າ ແມ່ນທ້າວ ຕູຫາຍຢ໋າງ ເປັນນັກທຸຣະກິຈຊາວຈີນ, ສ່ວນສາຍເຫດ ການຄາຕກັມ ແລະ ຄາຕກອນນັ້ນ ຍັງບໍ່ຮູ້ເທື່ອ.
2022-10-04
ຊາວບ້ານ ຈຳນວນນຶ່ງ ຍັງມີການໃຊ້ ອຸປກອນໄຟຟ້າ ຊັອດປາ ໂດຍສະເພາະ ແຂວງໄຊຍະບູຣີ ຍັງມີການລັກໃຊ້ຊັອດປາໃນຣະດູຝົນ ທີ່ປາໄຂ່ ເພື່ອຂຍາຍພັນ ເຖິງຈະມີກົດໝາຍກໍຕາມ ເຮັດໃຫ້ຫຼາຍຄົນ ເປັນຫ່ວງເຣື່ອງປາໃນແມ່ນ້ຳ ສູນພັນ ຂະນະທີ່ເຈົ້າໜ້າ ເຮັດໄດ້ພຽງແຕ່ ກວດກາ ຊຶ່ງກໍຍາກ ທີ່ຈະຄຸ້ມຄອງ ໄດ້ໝົດ.
2022-10-04
ບໍຣິສັດ ວຽດນາມ ຈະສ້າງໂຄງການ ໄຟຟ້າພະລັງງານລົມ ທີ່ເມືອງພີນ ແຂວງສວັນນະເຂດ ຂນາດ 990 ເມກາວັດ ໃນເນື້ອທີ່ 13,133 ເຮັກຕ້າຣ໌, ມູນຄ່າປະມານ 2 ຕື້ໂດລ້າຣ໌ສະຫະຣັຖ ແລະຈະຂາຍໄຟ ໃຫ້ວຽດນາມ ຊຶ່ງຂະນະນີ້ ກໍາລັງສຶກສາ ຄວາມເປັນໄປໄດ້ຢູ່.
2022-10-04
ຊາວບ້ານ ຈຳນວນນຶ່ງ ທີ່ຖືກຜົລກະທົບ ດ້ານທີ່ດິນ ຈາກໂຄງການ ກໍ່ສ້າງທາງດ່ວນ ໝາຍເລກ 1 ຈາກເຂດບຶງທາຕຫລວງ ຫາ ເຂດບ້ານດົງໝາກຄາຍ ຍັງບໍ່ໄດ້ຄ່າຊົດເຊີຍ ສ່ວນໂຄງການ ກໍ່ສ້າງທາງດ່ວນ ກໍມິດງຽບໄປ ເກືອບ 2 ປີແລ້ວ ເຮັດໃຫ້ຊາວບ້ານ ທວງຖາມ ຄວາມຮັບຜິດຊອບ ຈາກພາກສ່ວນກ່ຽວຂ້ອງ.
2022-10-03
ຊາວບ້ານ ຜູ້ປະສົບພັຍ ເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ບໍ່ມີຫວັງ ທີ່ຈະໄດ້ນໍາໃຊ້ ທີ່ດິນ ທີ່ໄດ້ ຈາກການຊົດເຊີຍ ເພາະຍັງມີ ຂໍ້ພິພາດ ລະຫວ່າງ ຜູ້ຖືກັມມະສິທ (ເຈົ້າຂອງ) ຄົນເກົ່າ ແລະ ຄົນໃໝ່ ເຮັດໃຫ້ຜູ້ທີ່ໄດ້ຮັບດິນ (ເຈົ້າຂອງຄົນໃໝ່) ບໍ່ສາມາດ ນຳໃຊ້ດິນຕອນນັ້ນໆ ໄດ້.
2022-10-03
ນາງ ວິພາພອນ ກອນສີ ປະທານ ບໍຣິສັດລາວ ວີໄອພີ ພັທນາການລົງທຶນ ຈໍາກັດ ຜູ້ດຽວ ແລະຖືກລະບຸວ່າ ນາງ ມີຄວາມສັມພັນ ໃກ້ຊິດກັບຜູ້ນໍາລາວ ທ່ານນຶ່ງ, ມີໜັງສືຜ່ານແດນ 2 ຫົວ; ຂອງ ສປປ ລາວ ແລະຂອງຈີນ ຖືກຄາຕກັມ ແລະໄຫລນໍ້າຂອງ ໄປທາງຝັ່ງໄທຍ.
2022-10-03
ນໍ້າຖ້ວມ 4 ແຂວງພາກໃຕ້ ໄດ້ຮັບຄວາມເສັຽຫາຍ ຢ່າງໜັກ ຊຶ່ງທາງການລາວ ຍັງຕ້ອງປະເມີນ ຄວາມເສັຽຫາຍເພີ່ມເຕີ່ມ ແຕ່ຊາວບ້ານ ຜູ້ທີ່ຖືກຜົລກະທົບ ຍັງບໍ່ໄດ້ຮັບການ ຊ່ອຍເຫລືອ ເທົ່າທີ່ຄວນ ໂດຍສະເພາະການຊ່ອຍເຫຼືອ ໃນໄລຍະຍາວ ກັບພືດກະເສຕ ແລະຜົລຜລິຕ.
2022-10-03
ຣັຖວິສະຫະກິຈ ການບິນລາວ ຍົກເລີກ ຖ້ຽວບິນ ວຽງຈັນ-ອຸດົມໄຊ ແລະ ອຸດົມໄຊ-ວຽງຈັນ ໂດຍຖ້ຽວບິນສຸດທ້າຍ ຂອງການບິນລາວ ໝາຍເລກ QV502 ທີ່ບິນຈາກ ສນາມບິນສາກົລວັດໄຕ ໄປສນາມບິນອຸດົມໄຊ ຫຼັງຈາກ ບໍ່ມີຜູ້ໂດຍສານ ແຕ່ຣົຖໄຟລາວ-ຈີນ ເຣີ່ມເປີດ ຊຶ່ງປະຊາຊົນ ກໍ່ຮູ້ສຶກເສັຍດາຍ.
2022-10-03
ປະຊາຊົນ ຢູ່ແຂວງຫລວງນໍ້າທາ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ ສ່ວນໃຫຍ່ບໍ່ຕ້ອງການ ໂຍກຍ້າຍ ໄປຢູ່ບ້ານຈັດສັນ ນາເຕີຍ ຍ້ອນເຮືອນບໍ່ໄດ້ ມາດຕະຖານ ແລະຂາດ ສິ່ງອໍານວຍຄວາມສະດວກ ຫລາຍຢ່າງ.
2022-10-03
ພະຍຸໂນຣູ ພັດເຂົ້າອັດຕະປື ແລະ ແຂວງພາກໃຕ້ ເກີດນໍ້າຖ້ວມ ກະທັນຫັນ ສ້າງຄວາມເສັຽຫາຍ ເປັນບໍຣິເວນກ້ວາງ.