ຫຼາຍແຂວງ ສລອງ ວັນປະຊາກອນ ໂລກ

0:00 / 0:00

ຫຼາຍແຂວງໃນລາວ ສລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ພາຍໃຕ້ຫົວຂໍ້ “ຫົນທາງສູ່ຄວາມໝັ້ນຄົງ ດ້ານປະຊາກອນ” ສນັບສນູນສິ​ທທິ ແລະ ທາງເລືອກສໍາລັບທຸກຄົນ. ໃນຂະນະ ບັນຫາການເຂົ້າເຖິງການວາງແຜນຄອບຄົວ ແລະ ທາງເລືອກ ແລະ ການຄຸມກໍາເນີດ ຂອງຊາວໜຸ່ມແມ່ຍິ່ງ ຢູ່ເຂດຊົນນະບົດ ຍັງພົບຄວາມທ້າທາຍ ທີ່ຈະບັນລຸ ຄໍາໝັ້ນສັນຍາ ຕໍ່ກອງປະຊຸມສາກົນ ກ່ຽວກັບປະຊາກອນ ແລະ ການພັທນາຄັ້ງທີ 25 ຫຼື ICPD25 ຮອດປີ 2030 ຈະຢຸດຕິອັດຕຣາການຕາຍຂອງແມ່.​

ຮອດປີ 2030 ​ຈະເພີ່ມອັດຕຣາ ການນໍາໃຊ້ວິທີ່ການຄຸ້ມກໍາເນີດ ໃຫ້ກວມ 70 ເປີເຊັນ ສ່ວນປີ 2021 ອັດຕຣາການຄຸມກໍາເນີດ ກວມເອົາ 53 ເປີເຊັນ. ທາງການລາວ ມີວາງແຜນການເອົາໄວ້ ຮອດປີ 2030 ຈະຕ້ອງມີຜູ້ວາງແຜນຄອບຄົວຕື່ມອີກ 140,000 ຄົນ ສ່ວນວ່າ ປີ 2012-2021 ມີ ຜູ້ວາງແຜນຄອບຄົວ 190,000 ​ຄົນ.​

ແຂວງຫລວງພຣະບາງ ກໍເປັນແຂວງນຶ່ງ ທີ່​ມີບັນຫາເຣື່ອງຊົນເຜົ່າ ແຕ່ງງານແຕ່ອາຍຸ 12-13 ປີ ເຊິ່ງມີການປະຕິບັດກັນ​ມາ ຈົນກາຍເປັນຄວາມຊິນເຄີຍ, ແລະ ເຮັດໃຫ້ ແມ່ຍິງ ອາຍຸ 17 ບາງຄົນ ມີລູກຮອດ 3 ຄົນແລ້ວ ຫຼື ບາງກໍຣະນີ ແມ່ຍິງກໍເສັຽຊີວິຕ ໃນເວລາເກີດລູກ.​

ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ກໍຣະກະດາ ວ່າ:

" ແຕ່ມັນມົ້ງນີ້​ມັນມີບັນຫາ ໃຫ້ພວກເຮົາວ່າ ມັນແຕ່ງງານແຕ່ອາຍຸ 12-13 ປີ ນີ້ນ່າ . ພວກເອື້ອຍ ກໍອຸກໃຈ ເວົ້າກໍເຄີຍໄດ້ສຶກສາ ໄປລົມພໍ່ແມ່ ລົມນາຍບ້ານ ເປັນຫຍັງ ໃຫ້ອະນຸຍາດເອົາ ມິຫຍັງຫັ້ນນ່າ ແຕ່ວ່າ ທາງບ້ານນີ້ ວ່າບໍ່ໄດ້ ເຜົ່າມົ້ງນີ້ ມັນອັນຕຣາຍ ເພາະວ່າ ຄັນຖ້າບໍ່ໃຫ້ເຂົາແຕ່ງງານ ຄັນນັ້ນແລ້ວ ເຂົາກິນຢາຕາຍ ເຮົາກໍເວົ້າປັດໃຈຄວາມສ່ຽງ ວ່າ ເຈົ້າຊິມີຄວາມສ່ຽງ ຕໍ່ການມີລູກ ການຖືພາ ແມ່ນຫຍັງຕ່າງໆ ແຕ່ເຂົາກໍບໍ່ຟັງເຮົາ."

ຍາງນາງ ຍັງກ່າວຕື່ມວ່າ ໄລຍະໂຄວິດ-19​ ຣະບາດ ແຂວງຫລວງພຣະບາງ ຍັງຂາດເຄື່ອງມື ແລະ ຢາ ໃນການຄຸມກໍາເນີນ ສະນັ້ນ ຈຶ່ງເຮັດໃຫ້ອັດຕຣາການຄຸມກໍາເນີດ ແບບ CPR ໃນປີ 2021 ໄດ້ພຽງແຕ່ 53 ເປີເຊັນ. ການຄຸມກໍາເນີນ ຢູ່ແຂວງຫລວງພຣະບາງ ປະກອບມີ ການໃສ່ຫ່ວງ, ກິນຢາ ແລະ ແບບ​ຝັງ​ເຂັມ.​

ໃນ​ປີ 2021, ຜູ້​ໃຊ້​ບໍ​ຣິ​ການວາງ​ແຜນ​ຄອບ​ຄົວ ຢູ່ ແຂວງ​ຈຳ​ປາ​ສັກ ມີ​ພຽງ 39 ເປີ​ເຊັນ ຂະ​ນະ​ທີ່ ປີ 2020 ແຂວງ ຈຳ​ປາ​ສັກ ມີ​ຜູ້​ໃຊ້​ບໍ​ຣິ​ການ​ວາງ​ແຜນຄອບ​ຄົວ 44 ເປີ​ເຊັນ ຍ້ອນ​ວ່າ ໃນ​ໄລ​ຍະ​ການ​ແຜ່​ຣະ​ບາດ​ໂຄວິດ-19 ຊາວ​ໜຸ່ມ ແມ່​ຍິງ ບໍ່​ສາ​ມາດ​ເດີນ​ທາງ​ເຂົ້າ​ເມືອງ ແລະ ແຂວງ ເພື່ອ​ຮັບ​ການ​ບໍ​ຣິ​ການ​ວາງ​ແຜນ​ຄອ​ບ​ຄົວໄດ້​ອີກ.

ໃນ​ຂະ​ນະ​ທີ່ ທີມ​ແພດ-ໝໍ ແຂວງ​ຈຳ​ປາ​ສັກ ກໍ​ໄດ້ ຂຽນ​ແຜນ​ສ​ເນີ ຂຶ້ນ​ບັນ​ຊີ​ຢາ ແລະ ເຄື່ອງ​ມື​ທາງ​ການ​ແພດ ທີ່ຕ້ອງ​ການໄປ​ຍັງ​ຂັ້ນ​ສູນ​ກາງ ແລະ ​ໃຫ້​ໂຄ​ສ​ນາ ​ວາງ​ແຜນ​ຄອບ​ຄົວ ໃຫ້​ຫຼາຍ​ຂຶ້ນ.

ເຈົ້າ​ໜ້າ​ທີ່ ​ຜ​ແນກ​ສາ​ທາ​ຣະ​ນະ​ສຸ​ຂ ແຂວງ​ຈຳ​ປາ​ສັກ ກ່າວ​ໃນ​ວັນ​ທີ 21 ກໍ​ຣະ​ກະ​ດາ ວ່າ:

" ເຮົາ ພະ ຍາ ຍາມ ຍາຍ ການ ໂຄ ນານີ້ ນ່າ ໃຫ້ ມັນ ຫຼາຍ ຂຶ້ນ ໄປ ຮອດ ເຂດ ຫ່າງ ໄກ ​. ເຮົາ ກໍ ວ່າ ເອີ ມັນ ຈັ່ງ ຊິ ດີຂຶ້ນ ເຂົາ ເຈົ້າ ໄປ ຊື້ ຢາ ກິນ ເອງ ຢູ່ ນຳ ຮ້ານ ເຮົາ ກໍ ຍັງ ບໍ່ ທັນ ໄດ້ ເກັບ ໂຕ ນີ້ຫັ້ນ . ເຮົາ ກໍ ອັນ ນັ້ນ ຫັ້ນ ເຮົາ ກໍ ເນີ ສູນ ກາງ ວ່າ ອັນ ນັ້ນ ຂໍ ໃຫ້ ເພິ່ນ ຈັດ ສົ່ງ ຢາ ມາ ໃຫ້ ປົກ ຕິ ຄັນ ຖ້າວ່າ ເຂົາ ເຈົ້າ ໄດ້ ວາງ ແຜນ ຄອບ ຄົວ ເນາະ ມັນ ກໍ ກ່ຽວ ຂ້ອງ ທາງ ດ້ານ ສຸ ພາບ ແມ່. ສຸ ພາບ ດີ ມີ ລູກ ຫ່າງ ບໍ່ ມີ ລູກ ຫຼາຍຄົນ ຫ່າງ ໄກ ທຸກ ຍາກ ."

ຍານາງ ກ່າວ​ຕື່ມ​ວ່າ ອັນ​ຕ​ຣາ​ການຕາຍ​ຂອງ​ແມ່ ຢູ່ ແຂວງ​ຈຳ​ປາ​ສັກ ໄລ​ຍະ 6 ເດືອນ ຕົ້ນ​ປີມີ​ແມ່​ເສັຽ​ຊີ​ວິຕ 1 ຄົນ ເຊິ່ງ​ເປັນ​ຈຳ​ນວນ​ທີ່​ຫຼຸດ​ລົງ​ຫຼາຍ​ຈາກ​ປີ 2021 ທີ່​ຜ່ານ​ມາ ທີ່ຈຳ​ນວນ​ການ​ຕາຍ​ ຂອງ​ແມ່ມີ​ເຖິງ 10 ຄົນ.

ສ່ວນ​ຢູ່ ແຂວງ​ຫລວງພ​ຣະ​ບາງ ກໍ​ມີ​ຄົນ​ງານ​ລາວ ຈາກ​ປະ​ເທດ​ໄທ​ຍ ເດີນ​ທາງ​ກັບ​ບ້ານ ແລະ ຈຳ​ນວນ​ນຶ່ງ ກໍ​ຕິດ​ເຊື້ອ HIV/Aids ໂດຍ​ບໍ່​ຮູ້​ໂຕ ຈຶ່ງ​ມີ​ລູກ​ນຳ​ກັນ ເຮັດ​ໃຫ້​ເມື່ອ​ລູກ​ເກີດ​ມາ ກໍ​ມີ​ເຊື້ອ​ດັ່ງ​ກ່າວ​ນຳ​ດ້ວຍ, ປັດ​ຈຸ​ບັນ ຜູ້​ເປັນ​ພໍ່ ແລະ ແມ່ ໄດ້​ເສັຽ​ຊີ​ວິຕແລ້ວ ເຫຼືອ​ແຕ່​ລູກ ເປັນ​ເດັກ​ຍິງ​ອາ​ຍຸ 5 ປີ ທີ່​ຢູ່​ໃນ​ການ​ດູ​ແລ​ຂອງ​ທີມ​ແພດ-ໝໍ ຢ່າງ​ໃກ້​ຊິດ ເພື່ອ​ໃຫ້​ເດັກ​ຍິງ​ຄົນ​ດັ່ງ​ກ່າວ ກິນ​ຢາ​ຢັບ​ຢັ້ງ​ເຊື້ອ HIV ແລະ ມີ​ຊີ​ວິດຕຢູ່​ໄດ້ ​ຄືຄົນ​ປົກ​ຕິ.

ເຫດ​ການ​ດັ່ງ​ກ່າວ ເຮັດ​ໃຫ້​ທີມ​ງານ​ແພດ-ໝໍ ແຂວງ​ຫລວງ​ພ​ຣະ​ບາງ ເລັງ​ເຫັນ​ວ່າ ຊາວ​ໜຸ່ມແມ່​ຍິງ​ລາວ ພາຍ​ໃນ​ແຂວງ​ຫລວງ​ພ​ຣະ​ບາງ ບໍ່​ມີ​ຄວາມ​ຕ​ະ​ໜັກ ແລະ ເຂົ້າ​ໃຈ​ການ​ປ້ອງ​ກັນ ດ້ວຍ​ການ​ໃສ່​ຖົງ​ຢາງ​ອະ​ນາ​ມັຍ ເຊິ່ງ​ເປັນ 1 ໃນ 7 ວີ​ທີ​ການ​ຄຸມ​ກຳ​ເນີດ ແລະ ການປ້ອງ​ກັນ​ພະ​ຍາດ​ຕິດ​ຕໍ່​ທາງ​ເພດ​ສັມ​ພັນ ຫຼື ພ​ຕ​ພ. ເຈົ້າ​ໜ້າ​ທີ່ ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ ແຂວງຫລວງ​ພ​ຣະ​ບາງ ໄດ້​ກ່າວ​ວ່າ​ໃນວັນ​ທີ 21 ກໍ​ຣະ​ກະ​ດາ ວ່າ:

" ເຮົາ ກະ ບອກ ມັນ ເປັນ ສິ່ງ ດຽວ ສຳ ລັບ ການ ປ້ອງ ກັນ . ບໍ່ ໃຫ້ ຖື ພາ ຊື່ໆ ແຕ່ ເຣື່ອງ ນີ້ ມັນ ປ້ອງ ກັນ ບໍ່ ໄດ້ ເຮົາ ກໍ ບອກ ເຣື່ອງ ການ ນຳ ໃຊ້ ຖົງ ຢາງ ອະ ນາ ມັຍ ເຂົາ ກໍ ຍັງ ເປັນ ການ ໜ້າ ອາຍຢູ່ ເມື່ອ ເວ ລາເອົາ ຂໍ້ ມູນ ສຸ ສຶກ ສານີ້ ຜົວ ບໍ່ ມີນີ້ ມີ ແຕ່ ເມັຽມານີ້ ມັນ ກໍ ຄາ ຢູ່ ແຕ່ ບ່ອນນີ້ ແຫຼະເຮົາ ນ່າ ເພິ່ນບໍ່ ຢາກ ໃຫ້ ເພິ່ນ ຄິດ ວ່າ ເມັ ຽເພິ່ນ ປ້ອງ ກັນ ແລ້ວ ຊິບໍ່ ມີ ບັນ ຫາ ແຕ່ ສຸດ ທ້າຍ ມັນ ມີ ບັນ ຫາ ເຣື່ອງ ຫຼື ວ່າ ດີ ແທ້ ຜົວ ດຽວ ເມັຽດຽວ ແຕ່ ວ່າ ມັນ ບໍ່ ເປັນ ຄື ໃຈ ເຮົາ ໝົດ ທຸກ ຄົນ ຄື ເຮົາ ຮູ້ ນາະ ."

ຍາ​ນາງ ກ່າວ​ຕື່ມວ່າ ຢູ່​ແຂວງ​ຫລວງ​ພ​ຣະ​ບາງ ນັບ​ແຕ່​ເດືອນ ມົກ​ກະ​ຣາ ຫາ ເດືອນ ມິ​ຖຸ​ນາ ປີ 2021 ຜ່ານ​ມາ ປະ​ເທດ​ລາວ ມີ​ຜູ້​ຕິດ​ເຊື້ອ HIV/Aids ຈຳ​ນວນ 818 ຄົນ ໃນ​ນັ້ນ ເພດ​ຊາຍ 558 ຄົນ, ຍິງ 260 ຄົນ ແລະ ໃນນັ້ນ ເສັຽ​ຊີ​ວິຕ 182 ຄົນ.

ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງເລັ່ງ​ໃສ່ ປູກ​ຈິດ​ສຳ​ນຶກ ໃຫ້​ແມ່​ມີ​ການ​ຄຸມ​ກຳ​ເນີດ ຫຼື ວ່າ ແຜນ​ຄອບ​ຄົວ ຢູ່​ເຂດຫ່າງ​ໄກ​ສອກ​ຫຼີກ ເພື່ອບໍ່​ໃຫ້​ເດັກ​ຍິງ ມີ​ລູກ​ກ່ອນ​ໄວ​ອັນ​ຄວນ.

ເຈົ້າ​ໜ້າ​ທີ່ ​ອົງການສະຫະປະຊາຊາຕ ກອງທຶນສະລັບປະຊາກອນ ຫຼື (UNFPA) ໄດ້​ກ່າວ​ວ່າ:

" ເລັງ ໃສ່ ປົ້າ ໝາຍ ແມ່ນ ໄວ ໜຸ່ມ ແມ່ ຍິງ ທີ່ ຢູ່ ຫ່າງ ໄກ ສອກ ຫຼີກ ກັບແມ່ ຍິງທີ່ ວ່າ ເຂົາ ເຈົ້າ ບໍ່ ພ້ອມ ທີ່ ຈະ ມີ ລູກ ເຂົາ ເຈົ້າ ກໍ ສາ ມາດ ໃຊ້ ຢາ ຄຸມ ກຳ ເນີດ ໄປ ກ່ອນ ຈົນ ຊິ ເຂົ້າ ເຖິງ ໄວ ອັນ ຄວນ ເນາະ ເພາະ ວ່າ ເຂົາ ເຈົ້າ ແຕ່ງ ງານ ແຕ່ ກ່ອນ ໄວ ໃຫ້ ເຂົາ ເຈົ້າ ມີ ເວ ລາ ວາງ ແຜນ ບາງ ເທື່ອ ເດັກ ນ້ອຍ ທີ່ ວ່າ ອູ້ມ ເດັກ ນ້ອຍຢູ່ ຄິດ ວ່າ ແມ່ນ ນ້ອງ ເຂົາ ເຈົ້າ ແຕ່ ວ່າ ແມ່ນ ຈິງ ແມ່ນ ຢູ່ ວ່າ ເຂົາ ເຈົ້າ ທ້າ ທາຍ ກໍ ແມ່ນ ເຣື້ອງ ໃຫ້ ບໍ ຣິ ການ ທີ່ ເປັນ ມິດ ຄື ແບບບໍ່ ເປັນ ມິດ ນຳ ເຂົາ ນ່າ ເວົ້າ ແບບ ເອີ ມາ ເຮັດ ຫຍັງ ບາງ ເທື່ອ ເຂົາ ກໍ ໄປ ບ່ອນ ອື່ນ ບາງ ເທື່ອ ມີ ລູກ ກໍ ໄປ ເອົາ ລູກ ອອກ ແບບ ບໍ່ ມີ ແພດ ຊ່ຽວ ຊານ ແຕ່ ຈິງໆ ແລ້ວ ເຂົາ ເຈົ້າ ສາ ມາດ ເຂົ້າ ໄດ້ໝົດ ທຸກໆ ບ່ອນ ຕາມ ສະ ຖານ ທີ່ ບໍ ຣິ ການ ຢູ່ ໃນ ລາວ ນ່າ ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ມູນ​ຈາກ​ ອົງການສະຫະປະຊາຊາຕ ກອງທຶນສຳລັບປະຊາກອນ UNFPA ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປີ 2021 ມີ​ຈຳ​ນວນ​ແມ່​ທີ່​ຖືກ​ພາ ແບບບໍ່​ຕັ້ງ​ໃຈຫຼຸດ​ລົງ​ເຖິງ 243,000 ຄົນ ແລະ ການ​ລຸ​ລູກ​ແບບບໍ່​ປອດ​ພັຍ ​ຫຼຸດ​ລົງ​ເຖິງ 63,000 ຄົນ, ການ​ຕາຍ​ຂອງ​ແມ່​ ຫຼຸດ​ລົງ​ເຖິງ 170 ຄົນ.