ເຣື້ອງທີ່ເກັບບັນທຶກໄວ້
2024-04-05
ພະແນກສຶກສາທິການ ແລະກິລາ ແຂວງສາລະວັນ ຈັດພິທີສອບເສັງຄັດເລືອກ ບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2024 ການສອບເສັງຄັດເລືອກໃນຄັ້ງນີ້ ມີຄູອາສາ ຈາກ 8 ເມືອງ ເຂົ້າຮ່ວມສອບເສັງທັງໝົດ 114 ຄົນ ຂະນະທີ່ການສອບເສັງຄັດເລືອກ ເອົາຄູຈຳນວນໜ້ອຍ ເຮັດໃຫ້ຫຼາຍຄົນ ບໍ່ຖືກບັນຈຸ.
2024-04-01
ນາຍໜ້າມົ້ງລາວ ຍັງເລາະຊອກຫາຕົວະຍົວະ ເດັກນ້ອຍແມ່ຍິງ ແລະແມ່ຍິງມົ້ງລາວ ທີ່ທຸກຍາກ ເພື່ອໃຫ້ເປັນເມຍຂອງຈີນ ແລ້ວພາໄປຢູ່ຈີນ ຊຶ່ງມີຄວາມສ່ຽງ ຕໍ່ການທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ ໂດຍສະເພາະເດັກນ້ອຍແມ່ຍິງ ໃນເຂດຫ່າງໄກ.
2024-03-22
ການສຶກສາຂອງລາວ ປະເຊີນກັບຄວາມຫຍຸ້ງຍາກ ນັບແຕ່ການຣະບາດ ຂອງໂຄວິດ-19 ເປັນຕົ້ນມາ ບວກກັບ ສົ່ງຜົລໃຫ້ ເດັກນ້ອຍ ແລະວັຍໜຸ່ມລາວ ມີອັດຕຣາການເຂົ້າຮຽນ ໃນລະດັບຕໍ່າຫຼາຍ ຈົນໜ້າເປັນຫ່ວງ, ອີງຕາມການຣາຍງານ ຂອງທະນາຄານໂລກ ຫຼື World Bank ປະຈໍາລາວ.
2024-03-14
ເດັກນ້ອຍລາວ ປະເຊີນກັບຫຼາຍບັນຫາ ທ້າທາຍ ເຮັດໃຫ້ເກີດຜົນກະທົບ ຕໍ່ສວັດດີພາບ ໃນການດຳລົງຊີວິດ ໂດຍສະເພາະໃນດ້ານໂພຊະນາການ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ການສຶກສາ ແລະ ເພດສຶກສາຍ້ອນເດັກນ້ອຍ ບໍ່ສາມາດເຂົ້າເຖິງຂໍ້ມູນ ໃນດ້ານຕ່າງໆ ການຊ່ອຍເຫຼືອ.
2024-03-07
ກົງສູນໃຫຍ່ ຂອງລາວ ປະຈຳປະເທດໄທຍ ສົ່ງແມ່ຍິງລາວ ອາຍຸ 18 ປີ ທີ່ຖືກນາຍຈ້າງໄທຍ ຄຸກຄາມ ກັບເມືອເຮືອນແລ້ວ ແລະ ອະນາຄົດ ຈະຕ້ອງກັບມາປະເທດໄທຍ ເພື່ອເຂົ້າສູ່ ຂະບວນການຍຸຕິທັມ ຮ່ວມກັບຄູ່ກໍຣະນີ ກໍຄືນາຍຈ້າງຜູ້ທີ່ຖືກ່າວຫາ.
2024-03-06
ວັນແມ່ຍິງສາກົລ ຄົບຮອບ 114 ປີ ໃນ 2024 ຂະນະທີ່ແມ່ຍິງລາວ ຈຳນວນນຶ່ງ ຍັງຕົກເປັນເຫຍື່ອ ການຄ້າມະນຸສ ໃນຫຼາກຫຼາຍຮູບແບບ ແລະ ຖືກປະຕິບັດ ຢ່າງບໍ່ເທົ່າທຽມ.
2024-03-05
ສະພາບໂຮງຮຽນປະຖົມດອນຄຳ ແຂວງຊຽງຂວາງເປ່ເພ ອາດອັນຕະລາຍຕໍ່ນັກຮຽນ ໂດຍສະເພາະເວລາຝົນຕົກຟ້າລົມ, ຫ້ອງຮຽນເປິເປື້ອນ, ຫຼັງຄາຮົ່ວ ແລະໂຕະຕັ່ງ ມີສະພາບບໍ່ເໝາະສົມ ກັບເດັກນ້ອຍໄວຮຽນ ຊຶ່ງໂຮງຮຽນແຫ່ງນີ້ ນອກຈາກເປ່ເພແລ້ວ ຍັງບໍ່ມີຝາກັນລົມໜາວ ຫຼືຝົນສາດ.
2024-03-05
ເຫດການ ແມ່ມານ ເຈັບທ້ອງໄປເກີດລູກ ຢູ່ໂຮງໝໍ ເມືອງນໍ້າບາກ ແຂວງຫຼວງພຣະບາງ ແລ້ວເສັຍຊີວິດທັງແມ່ ແລະລູກ ໃນວັນທີ 2 ເດືອນມີນາ ປີ 2024 ນັ້ນ ທາງຄອບຄົວ ຈະບໍ່ໄດ້ຮັບການຢຽວຢາແຕ່ຢ່າງໃດ.
2024-03-04
ເມື່ອຕົ້ນເດືອນມີນາ 2024 ເກີດເຫດການຄົນຈີນລັກພາໂຕເດັກນ້ອຍ 1 ຄົນ, ອາຍຸຕໍ່າກ່ວາ 15 ປີ ຂຶ້ນລົດກະບະ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອຈະພາເຂົ້າໄປເຮັດວຽກ ໃນສວນກ້ວຍຈີນ ທີ່ແຂວງອັດຕະປື ແຕ່ພໍມາໄດ້ເຄິ່ງທາງ ເດັກນ້ອຍໂຕນລົດໜີ.
2024-03-04
ນາງແພ ນາມສົມມຸດ, ອາຍຸ 18 ປີ ຊາວເມືອງໂຂງ ແຂວງຈຳປາສັກ ເຊິ່ງເຮັດວຽກເປັນຜູ້ເບິ່ງແຍງ ຜູ້ສູງອາຍຸ ໄດ້ຕັດສິນໃຈໜີອອກຈາກເຮືອນນາຍຈ້າງ ປີນຮົ້ວໄປຂໍຄວາມຊ່ວຍເຫຼືອ ພາຍຫຼັງຖືກນາຍຈ້າງ ອະນາຈານ, ກັກຂັງ, ຂົ່ມຂູ່, ບໍ່ອະນຸຍາດໃຫ້ລາອອກ, ຍຶດພາສປອດ ແລະໃບອະນຸຍາດເຮັດວຽກ.
2024-02-27
ແມ່ຍິງ-ເດັກນ້ອຍ ຍັງຖືກຜົວ ແລະ ພໍ່ ໃຊ້ຄວາມຮຸນແຮງ ໃນຄອບຄົວ, ສ່ວນໃຫຍ່ ບໍ່ແຈ້ງໄປຍັງທາງການ ຍ້ອນຫລາຍສາເຫດ.
2024-02-27
ເດັກນ້ອຍນັກຮຽນຍິງ ຢູ່ແຂວງຊຽງຂວາງ ຖືກນັກຮຽນຊາຍ 3 ຄົນຂືນໃຈ ຢູ່ຫ້ອງນໍ້າຮ້ານອາຫານແຫ່ງນຶ່ງ ທີ່ເມືອງຄູນ ແລະໃນ 3 ຄົນນັ້ນ ຖືກລະບຸວ່າ ບາງຄົນເປັນນັກຮຽນ ຂອງໂຮງຮຽນ ມັທຍົມສົມບູນຈອມເພັດ ເມືອງຄູນ ເຊິ່ງເຫດການດັ່ງກ່າວນັ້ນ ໄດ້ສ້າງຄວາມຫົດຫູ່ໃຈ ໃຫ້ກັບຜູ້ຮັບຮູ້ ຫຼາຍ.
2024-02-26
ຜູ້ຕາງໜ້າ ໂຮງແຮມວຽງຈັນແມ່ຂອງ ຂອງຈີນ ຖແລງການຂໍໂທສ ຕໍ່ສັງຄົມ ພາຍຫຼັງເກີດເຫດການ ແຂກຊາວຈີນ ໂຍນບ້ວງຄ້ອງຄໍ ພະນັກງານແມ່ຍິງ ຂອງໂຮງແຮມດັ່ງກ່າວ ຈົນເກີດເປັນກະແສ ວິພາກວິຈານ ເຖິງຄວາມບໍ່ເໝາະສົມ, ມິ່ນກຽດສັກສີ ແລະ ຫຼຸດຄວາມເປັນມະນຸສ ຂອງແມ່ຍິງລາວບັນດາເຜົ່າ.
2024-02-22
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ຂອງສະຫະປະຊາຊາຕ ເຣີ່ມໂຄງການສົ່ງເສີມສິດທິຄົນງານ ເຄື່ອນຍ້າຍ ຂະນະທີ່ຄົນງານລາວ ຢູ່ປະເທດໄທຍ ຈຳນວນນຶ່ງຍັງປະສົບກັບບັນຫາທີ່ວ່ານີ້ຢູ່.
2024-02-21
ຫ້ອງການສຶກສາທິການ ແລະກິລາເມືອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ອອກແຈ້ງການ ເຕືອນ ໃຫ້ລະວັງ ການລັກພາໂຕເດັກນ້ອຍນັກຮຽນ ເຊິ່ງມີກຸ່ມຄົນຈີນ ຈໍານວນນຶ່ງ ມາຕົວະຍົວະ ແລະພະຍາຍາມ ລັກພາໂຕນັກຮຽນ ຊັ້ນ ປ.4 ຢູ່ໂຮງຮຽນປະຖົມ ປາກຮາວເໜືອ ເຂດທາງ A3 ແຕ່ບໍ່ສໍາເລັດ.