ເຣື້ອງທີ່ເກັບບັນທຶກໄວ້
2024-02-16
ປັດຈຸບັນ ລາວເປັນປະເທດ ທີ່ມີອັດຕຣາໄວຣຸ້ນຖືພາ ກ່ອນອາຍຸ 18 ປີ ເພີ່ມຂຶ້ນສູງທີ່ສຸດ ໃນພາກພື້ນເອເຊັຍຕາເວັນອອກສຽງໃຕ້ ສ່ວນໜຶ່ງເປັນຍ້ອນການຍອມຮັບ ໃຫ້ເດັກຍິງແຕ່ງດອງ ແຕ່ອາຍຸຍັງນ້ອຍ, ການຂາດຄວາມຮູ້ ດ້ານສຸຂອະນາໄມ ທາງເພດ, ຄວາມບໍ່ສະເໝີພາບ ລະຫວ່າງຍິງ-ຊາຍ ເປັນຕົ້ນ.
2024-02-12
ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກວດຮ້ານກິນດື່ມ, ຮ້ານບັນເທີງ, ຮ້ານເກມສ໌ອອນລາຍນ໌ ທັງໝົດ 10 ຮ້ານ ໃນທົ່ວເມືອງ ເປີດກາຍເວລາທີ່ກໍານົດ, ສົ່ງສຽງດັງເນືອງນັນ, ຄ້າປະເວນີ ແອບແຝງ, ທັງນີ້ໄດ້ກວດພົບ ສາວຂາຍບໍຣິການ ທາງເພດ 47 ຄົນ ລວມເດັກແມ່ຍິງ ອາຍຸຕໍ່າກວ່າ 18 ປີ 4 ຄົນ.
2024-01-30
ເດັກນ້ອຍແມ່ຍິງ ອາຍຸ 12 ປີຖືກລັກພາໂຕຂຶ້ນຣົຖ ເມື່ອເມື່ອວັນທີ 27 ມົກກະຣາ 2024, ແລະຫຼ້າສຸດ ທັງ 3 ຄົນ ທີ່ລັກນຳເອົາເດັກນ້ອຍແມ່ຍິງ ຄົນດັ່ງກ່າວໄປນັ້ນ ໄດ້ເອົາກັບຄືນມາສົ່ງ ໃຫ້ຜູ້ປົກຄອງແລ້ວ, ແຕ່ຖືກເຈົ້າໜ້າທີ່ຕັກໂຕ ເພື່ອສອບສວນ.
2024-01-18
ອີງຕາມການຣາຍງານ ຂອງອົງການສາກົລ ແລະ ການປະຕິບັດງານ ຂອງໂຮງໝໍ ພົບວ່າມີໄວຍິງສາວ ຖືພາໂດຍບໍ່ໄດ້ຕັ້ງໃຈ, ພົບບັນຫາການລຸລູກ ແລະ ຕ້ອງການຍົກລູກໃຫ້ຄົນອື່ນ ສາເຫດ ຍ້ອນບໍ່ສາມາດເຂົ້າເຖິງ ການວາງແຜນຄອບຄົວທີ່ດີ ແລະການຄຸມກຳເນີດ.
2024-01-18
ນັກຮຽນຢູ່ແຂວງບໍຣິຄໍາໄຊ ປະລະການຮຽນຫລາຍຂຶ້ນ ຢ່າງໜ້າເປັນຫ່ວງ ຍ້ອນຄອບຄົວທຸກຍາກ ຊຶ່ງສົກການສຶກສາ ປີກາຍ ຊັ້ນປະຖົມປະລະ 2.75% ແລະພາກຮຽນທີ 1 ຂອງສົກປີນີ້ເພີ່ມຂຶ້ນເປັນ 3.5%. ຊັ້ນມັທຍົມ ປີກາຍປະລະ 10.9% ແລະ ປີນີ້ເພີ່ມຂຶ້ນເປັນ 11.4%.
2024-01-10
ແຂວງຫົວພັນ ຍັງພົບບັນຫາ ການຮຽນບໍ່ໄດ້ຄຸນນະພາບ ຍ້ອນບັນຫາການຂາດແຄນຄຣູ ແລະ ຈຳນວນເດັກນ້ອຍນັກຮຽນ ປະລະການຮຽນ ເພີ່ມຫຼາຍຂຶ້ນ ໂດຍສະເພາະ ເດັກນ້ອຍມັດທະຍົມສຶກສາ ທີ່ຕ້ອງອອກໂຮງຮຽນ ເພື່ອຊ່ອຍພໍ່ແມ່ເຮັດວຽກຫາເງິນ.
2024-01-08
ຄຣູອາສາສມັກ ຈຳນວນບໍ່ໜ້ອຍ ຂອງແຂວງເຊກອງ ໂດຍສະເພາະ ໃນເຂດຫ່າງໄກ ບໍ່ກັບໄປສອນໜັງສືຕໍ່, ແຕ່ອອກໄປເຮັດອາຊີບອື່ນແທນ ຍ້ອນການເປັນຄຣູອາສາ ມາຫຼາຍປີແຕ່ບໍ່ມີຄວາມຫວັງ ຈະໄດ້ເປັນຣັຖກອນ ພ້ອມທັງບໍ່ມີລາຍໄດ້ ຈາກການເປັນຄຣູອາສາ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ສຶກສາ.
2024-01-08
ຈຳນວນ ເດັກນ້ອຍເກີດໃໝ່ ໃນປະເທດລາວ ຖືກປະຖິ້ມ ຫລາຍຂຶ້ນ ແລະມີຂໍ້ມູນລະບຸວ່າ ຕັ້ງແຕ່ເດືອນກຸມພາ ຫາ ເດືອນທັນວາ ປີ 2023 ພົບເດັກນ້ອຍເກີດໃໝ່ ຖືກປະຖິ້ມ 4 ຄົນ ຊຶ່ງຄາດວ່າ ໂຮງໝໍຣັຖ ແຕ່ລະແຫ່ງ ມີເດັກນ້ອຍເກີດໃໝ່ ຖືກປະຖິ້ມແຕ່ລະປີ ບໍ່ຕໍ່າກວ່າ 2-3 ຄົນ.
2024-01-08
ເກີດເຫດການ ແມ່ມານເຈັບທ້ອງໄປເກີດລູກ ຢູ່ໂຮງໝໍແຂວງໄຊຍະບູຣີ ແຕ່ຕໍ່ມາໄດ້ເສັຍຊີວິດທັງແມ່ ແລະລູກ ເຮັດໃຫ້ຍາດພີ່ນ້ອງ ຂ້ອງຄາໃຈ ເຖິງບັນຫາການລະເລີຍໜ້າທີ່ ຂອງແພດ ແລະໝໍ ຕໍ່ໄປຊາຊົນ ບໍ່ສົນໃຈ ຄໍາຮ້ອງຂໍ ຂອງປະຊາຊົນ.
2024-01-03
ໃນສົກຮຽນທີ່ຜ່ານມາ ທົ່ວປະເທດ ມີນັກຮຽນ ປະລະການຮຽນ ປະມານ 100,000 ຄົນ ຍ້ອນບັນຫາ ທາງດ້ານເສຖກິຈ.
2024-01-02
ເດັກນ້ອຍຊົນເຜົ່າໃນລາວ ອາຍຸຕໍ່າກວ່າ 18 ປີ ຍັງເຂົ້າໄປເຮັດວຽກຢູ່ສວນກ້ວຍຈີນ ໃນເມືອງຮຸນ ແຂວງອຸດົມໄຊ ເຊິ່ງໜ້າເປັນຫ່ວງ ໃນເຣື່ອງການໃຊ້ແຮງງານເດັກນ້ອຍ ເພາະເດັກນ້ອຍບາງຄົນ ບໍ່ໄດ້ຮຽນໜັງສື ແລະ ຕ້ອງມາຊ່ອຍພໍ່ແມ່ ເຮັດວຽກໃນສວນກ້ວຍຈີນ.
2024-01-02
ແມ່ຍິງລາວ ຈາກແຂວງສວັນນະເຂດ ທີ່ເຮັດວຽກຢູ່ນະຄອນຫລວງວຽງຈັນ, ແຕ່ຖືກຊາຍຄົນຈີນ ອູ້ມຂື້ນຣົຖ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ແລະເວລາຕໍ່ມາ ຖືກພົບວ່າກາຍເປັນສົບຫລົງໄຫລນ້ຳຂອງໃນເຂດເມືອງຕົ້ນເຜິ້ງ, ແຕ່ຍັງບໍ່ມີຂໍ້ມູນສາເຫດການຄາຕກັມໃນຄັ້ງນີ້ເທື່ອ.