ເຣື້ອງທີ່ເກັບບັນທຶກໄວ້
2024-08-30
ມະຫາວິທະຍາໄລສະຫວັນນະເຂດ ໄດ້ທໍາການສອບເສັງເອົານັກຮຽນ ເຂົ້າຮຽນມະຫາວິທະຍາໄລຂອງຕົນ ໃນມື້ວັນທີ 20 ສິງຫາ 2024 ທີ່ສົກການສຶກສາປີ 2024-2025 ນີ້ ມີຄວາມຕ້ອງ ການນັກຮຽນ ເຂົ້າສຶກສາຕໍ່ ຈໍານວນ 1,500 ຄົນ ແຕ່ມີນັກຮຽນສະໝັກເຂົ້າສອບເສັງພຽງ 329 ຄົນເທົ່ານັ້ນ.
2024-08-29
ອັດຕາການປະລະການຮຽນ ຊັ້ນປະຖົມຍັງສູງ ແລະ ຫຼ້າສຸດນີ້ ເຈົ້າແຂວງເຊກອງໄດ້ອອກແຈ້ງການໃຫ້ບັນດາເຈົ້າເມືອງໃນ 4 ຕົວເມືອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງພາຍໃນແຂວງປຸກລະດົມນັກຮຽນຕາມເກນອາຍຸເຂົ້າຮຽນໃນຊັ້ນຮຽນຕ່າງໆ ເພື່ອຫວັງວ່າສົກຮຽນໃຫມ່ຈະມີນັກຮຽນເພີ່ມຂຶ້ນ.
2024-08-27
ເຖິງວ່າມີ ໂຄງການອາຫານທ່ຽງ ດຳເນີນການ ຢູ່ເມືອງເຊໂປນ ແຕ່ກໍຍັງມີເດັກນັກຮຽນ ຈຳນວນບໍ່ໜ້ອຍ ປະລະການຮຽນ ແລະ ບາງໂຮງຮຽນ ແມ່ນເກີນແຜນ ທີ່ກຳນົດໄວ້.
2024-08-20
ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ ມີນະໂຍບາຍຍົກເວັ້ນຄ່າທໍານຽມ ໃຫ້ແກ່ນັກຮຽນຈາກຄອບຄົວອະນາຖາ ເປັນໄລຍະເວລາຫຼາຍປີແລ້ວ ແຕ່ການຈັດຕັ້ງປະຕິບັດ ຍັງບໍ່ທັນທົ່ວເຖິງເຊິ່ງເປັນອີກສາເຫດໜຶ່ງ ທີ່ເຮັດໃຫ້ນັກຮຽນຈຳນວນຫຼາຍ ຫຼຸດອອກຈາກລະບົບການສືກສາ.
2024-08-14
ມີນັກຮຽນພຽງ 5,457 ຄົນ ໄດ້ສອບເສງເຂົ້າມະຫາວິທະຍາໄລແຫ່ງຊາດລາວ ໃນຂະນະທີ່ຕ້ອງການຄົນເຂົ້າຮຽນ 7,685 ຄົນ ຍ້ອນທຸກຍາກ, ຮຽນຈົບມາແລ້ວກໍບໍ່ມີວຽກເຮັດ.
2024-08-05
ແມ່ຍິງລາວຈໍານວນນຶ່ງ ບໍ່ສາມາດລ້ຽງລູກດ້ວຍນົມແມ່ ໃນ 6 ເດືອນທໍາອິດໄດ້ ຍ້ອນວ່າບໍ່ມີຄວາມເຂົ້າໃຈໃນການລ້ຽງລູກ ແລະ ແມ່ບາງຄົນກໍຕ້ອງໄດ້ອອກໄປເຮັດວຽກ ຫາເງິນມາຊ່ວຍຄອບຄົວ.