ເຣື້ອງທີ່ເກັບບັນທຶກໄວ້
2024-09-27
ໃນຮອບ 1 ປີ ທີ່ຜ່ານມາ, ມີເດັກຍິງລາວ ຕົກເປັນເຫຍື່ອ ການຄ້າມະນຸດ ຜ່ານການຕວົະແຕ່ງດອງ ກັບຜູ້ຊາຍຈີນ ແລະ ມີແມ່ຍິງລາວ ຈຳນວນບໍ່ໜ້ອຍ ເປັນກຸ່ມສ່ຽງ ທີ່ຈະຕົກເປັນເຫຍື່ອ ການຄ້າມະນຸດ ຜ່ານການແຕ່ງດອງ ກັບຄົນຕ່າງປະເທດ.
2024-09-27
ນັກຮຽນຕັ້ງແຕ່ຊັ້ນອະນຸບານ ຮອດຊັ້ນມັດທະຍົມຕອນຕົ້ນ ໃນຈໍານວນທັງໝົດ 5,611 ຄົນ ຍັງບໍ່ໄດ້ເຂົ້າໂຮງຮຽນ ພາຍຫຼັງປະສົບໄພນໍ້າຖ້ວມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເຮັດໃຫ້ພໍ່ແມ່ຜູ້ປົກຄອງຂອງນັກຮຽນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຟື້ນຟູພື້ນຖານໂຄງຮ່າງ ແລະອຸປະກອນດ້ານການສຶກສາ.
2024-09-19
ໂຮງຮຽນ 50 ແຫ່ງ ຊຶ່ງໃນນັ້ນມີໂຮງຮຽນມັດທະຍົມສົມບູນ 3 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 7 ແຫ່ງ, ໂຮງຮຽນປະຖົມ 23 ແຫ່ງ ແລະໂຮງຮຽນອະນຸບານ 17 ແຫ່ງ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຮັບຄວາມເສຍຫາຍ ຈາກໄພນໍ້າຖ້ວມໜັກ.
2024-09-17
ແຂວງສະຫວັນນະເຂດ ຂາດແຄນຄູສອນ 500 ປາຍຄົນ ໃນສົກຮຽນປີນີ້ ຍ້ອນມີຄູອອກບຳນານ ຈຳນວນຫຼາຍ ຂະນະທີ່ຄູອາສາ ຈຳນວນບໍ່ໜ້ອຍ ກໍລາອອກເຊັ່ນກັນ ຍ້ອນເງິນອຸດໜູນ ພະລະກອນຄູ ບໍ່ກຸ້ມກິນ ແລະ ທໍ້ໃຈ ບໍ່ມີຫວັງ ຈະໄດ້ເປັນຄູລັດຖະກອນແລ້ວ.
2024-09-12
ດັດສະນີທັກສະການອ່ານ ແລະ ຄິດໄລ່ຂັ້ນພື້ນຖານຂອງນັກຮຽນອາຍຸ 7-14 ປີຍັງອ່ອນ ແລະ ພາບລວມຂອງການສຶກສາທີ່ມີຄຸນນະພາບ ມີແນວໂນ້ມບໍ່ກ້າວໜ້າ.
2024-09-11
ມະຫາວິທະຍາໄລ 4 ແຫ່ງຂອງລາວ ມີນັກສຶກສາສະໝັກເຂົ້າຮຽນຫຼຸດລົງເລື້ອຍໆ ຍ້ອນບັນຫາເສດຖະກິດ-ການເງິນ ພາຍໃນປະເທດ ແລະ ການເຄື່ອນຍ້າຍແຮງງານໄປຕ່າງປະເທດ ເຮັດມະຫາວິທະຍາໄລບາງແຫ່ງ ຕ້ອງເປີດຮັບສະໝັກຮອບສອງ.
2024-09-09
ຄູສອນ ໃນແຂວງບໍລິຄຳໄຊ ພາກັນລາອອກ ຫຼາຍຂຶ້ນ ເຮັດໃຫ້ທົ່ວແຂວງ ຂາດແຄນຄູສອນ 400 ປາຍຄົນ ໃນສົກຮຽນນີ້, ສາເຫດຫຼັກ ກໍແມ່ນເງິນເດືອນບໍ່ກຸ້ມກິນ ແລະ ຄູອາສາ ກໍບໍ່ມີທ່າທີວ່າ ຈະຖືກບັນຈຸ ເປັນລັດຖະກອນ ຍ້ອນໂຄຕ້າ ຈາກພາກລັດ ມີໜ້ອຍລົງ.
2024-09-07
ຜົນງານ ຂອງທ້າວ ສຸກສະຫວັນ ສິລິຈັນໂທ ຫລື ຄຳຮຸ່ງ ນັກແຕ້ມຮູບ ແອນີເມເຊິ້ນ (Animation) ປະກອບນິທານເດັກນ້ອຍ ທີ່ໄດ້ຮັບລາງວັນ The Best Art Award ໃນປີ 2023 ສໍາຄັນສຸດຄື ຜົນງານຂອງລາວ ຮວມທັງທີມງານທຸກຄົນ ກໍໄດ້ເປັນທີ່ຮັບຮູ້ ໃນກຸ່ມປະເທດອາຊຽນ ແລະ ໃນຂັ້ນລະດັບໂລກ.
2024-09-05
ສົກຮຽນ 2023-2024 ມີເດັກອາຍຸ 5 ປີ ຢູ່ເມືອງປາກທາ ແຂວງບໍ່ແກ້ວ ບໍ່ໄດ້ເຂົ້າໂຮງຮຽນ ຈຳນວນຫຼາຍຄົນ ຍ້ອນຂາດຄູສອນ ຂະນະດຽວກັນນັກຮຽນຊັ້ນມັດທະຍົມສຶກສາ ຢູ່ເມືອງສົບເບົາ ແຂວງຫົວພັນປະລະການຮຽນເພີ່ມຂຶ້ນ ແລະ ຫຼຸດຄາດໝາຍທີ່ສະພາຮັບຮອງ ຍ້ອນຄວາມທຸກຍາກ ແລະ ເສດຖະກິດຝືດເຄືອງ.