ຕຳຣວດ ສຶກສາອົບຮົມແມ່່ຍິງ ຂາຍບໍຣິການທາງເພດ

ຈຳປາທອງ
2022.03.25
ຕຳຣວດ ສຶກສາອົບຮົມແມ່່ຍິງ ຂາຍບໍຣິການທາງເພດ ຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ນະຄອນຫຼວງວຽງຈັນ ສຶກສາອົບຮົມ ແລະ ປັບໃໝ ຮ້ານອາຫານ-ກິນດື່ມ ທີ່ ຕິດພັນກັບການຄ້າປະເວນີ.
ພາບຈາກ: ວິດິໂອ ປກສ ນະຄອນຫຼວງວຽງຈັນ

ພັນໂທ ທອງພັນ ທິລະສັກ  ຫົວໜ້າຫ້ອງການກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ກອງປະຊຸມສລຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021 ໃນມື້ວັນທີ 18 ມິນານີ້ວ່າ ໃນປີ 2021 ຄະນະກໍາມະການຕ້ານການຄ້າມະນຸດ ນະຄອນຫລວງວຽງຈັນ ສາມາດແກ້ໄຂເປົ້າໝາຍຄ້າປະເວນີໄດ້ 22 ຮ້ານ. ໃນນັ້ນໄດ້ສຶກສາອົບຮົມ 18 ຮ້ານ, ດໍາເນີນຄະດີ 4 ຮ້ານ, ສຶກສາອົບຮົມສາວບໍຣິການທາງເພດ 112 ຄົນ, ຊ່ອຍເຫລືອຜູ້ເຄາະຮ້າຍຈາກການຄ້າມະນຸດ 6 ຄົນ ຊຶ່ງໃນນັ້ນອາຍຸຕໍ່າກວ່າ 18 ປີ ມີ 14 ​ຄົນ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວນະຄອນຫລວງວຽງຈັນຫລາຍຄົນເຫັນວ່າ ຈໍານວນຮ້ານ ແລະຄົນ ທີ່ພັນໂທ ທອງພັນ ຣາຍງານຕໍ່ກອງປະຊຸມນັ້ນ ເປັນພຽງສ່ວນໜ້ອຍເທົ່ານັ້ນ ຍ້ອນວ່າ ປັດຈຸບັນ ຍັງມີແມ່ຍິງລາວອີກຈໍານວນຍບໍ່ໜ້ອຍ ທີ່ບໍ່ມີວຽກເຮັດງານທໍາ ແລະຫັນມາເປັນສາວບໍຣິກາສນທາງເພດ ທັງແບບສມັກໃຈ ແລະຖືກບັງຄັບ ຈົນຕົກເປັນເຫລື່ອຂອງການຄ້າມະນຸດ ແລະບັນຫານີ້ມີແນວໂນ້ມເພິ່ມຂຶ້ນນໍາເລື້ອຍໆ ຍ້ອນຜູ້ໃຊ້ບໍຣິການທາງເພດ ສ່ວນຫລາຍເປັນຄົນຈີນ ທີ່ເຂົ້າມາເຮັດທຸລະກິດແລະມີເງິນຢູ່ປະເທດລາວ.

ດັ່ງປະຊາຊົນຢູ່ນະຄອນຫລວງ ວຽງຈັນຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 24 ມິນານີ້ວ່າ:

ຄິດວ່າບັນຫາມັນແກ້ບໍ່ໄດ້ດອກ ດຽວນີ້ຄືເຮົາຮູ້ແຫລະ ດຽວນີ້ຈີນມັນເຂົ້າມາຫລາຍ ເງິນເຂົາຫລາຍ ໂດຍສະເພາະນໍາຈີນມານີ້ ເຮັດໃຫ້ວົງການນີ້ນ່າເຟື້ອງຟູມາກ່ອນໂຄວິດ-19 ອີກ ຢາກໃຫ້ໄປເບິ່ງແຖວຊານຈຽງທີ່ເປັນຕລາດ ໃຫຍ່ທີ່ສຸດຂອງຄົນຈີນ ຢູ່ນະຄອນຫລວງວຽງຈັນນີ້ແຫລະ ຫລາຍອີ່ຫລີນ້ອງ ຈົນລາຍຕາ ຍ່າງຕາມແຄມທາງນີ້ແມ່ນໝົດເລີຍ ມີເບິດ.

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ທາງການລາວບໍ່ໃຫ້ຄວາມສົນໃຈກ່ຽວກັບການຊອກຫາວຽກເຮັດງານທໍາໃຫ້ປະຊາຊົນ, ເຮັດໃຫ້ແມ່ຍິງລາວທີ່ຢູ່ຕ່າງເມືອງ, ຕ່າງແຂວງເຂົ້າມາເປັນສາວບໍຣິການທາງເພດຢູ່ນະຄອນຄອນຫລວງວຽງຈັນຫລາຍ ຍ້ອນຄົນຕ້ອງການຫລາຍ ແລະມີລາຍໄດ້ ທີ່ສາມາດສົ່ງເງິນໃຫ້ທາງຄອບຄົວໄດ້ ເຊັ່ນຄ່າ ບໍຣິການຄັ້ງນຶ່ງ 100 ຍວນ ຫລືປະມານ 185,000 ກີບ, ເປັນລາຍໄດ້ດີສໍາລັບແມ່ຍິງລາວ ທີ່ມາຈາກເຂດນອກ.

ຮ້ານອາຫານ, ຮ້ານກິນດື່ມ, ຮ້ານນວດ, ຮ້ານເສີມສວຍ ຈໍານວນນຶ່ງມັກເຮັດທຸລະກິດຂາຍບໍຣິການທາງເພດນໍາດ້ວຍ ດັ່ງເຈົ້າຂອງຮ້ານອາຫານຢູ່ບໍລິເວນຖນົນ 450 ປີ ນາງນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ.

ຖ້າຂາຍເຫລົ້າໄດ້ເນາະ ເຮົາຫັກເປີເຊັນໃຫ້ຊີ້ນ່າ ຈອກລະ 20 ພັນກີບເນາະ ເຮົາໃຫ້ແບບຈອກລະ 8 ພັນກີບຫລື 10 ພັນກີບຊີ້ນ່າ ຖ້າມື້ນຶ່ງຂາຍໄດ້ 5 ຈອກກໍຄູນໄປເລີຍຊີ້ນ່າ ເດືອນນຶ່ງກໍໄດ້ຢູ່ປະມານ 3 ຫາ 4 ລ້ານ ກີບຊີ້ນ່າ ຢາກໃຫ້ສາວເສີບນີ້ນັ່ງນໍາຊີ້ນ່າ ວ່າເຈົ້າສິໄປຕໍ່ກັບແຂກບໍ່.

ສາວບໍຣິການທາງເພດ ສ່ວນຫລາຍແມ່ນແມ່ຍິງທີ່ຖືກຄົນຮູ້ຈັກກັນຊັກຊວນມາ ຫລືປະກາດທາງເພສ ຮັບສມັກເອົາຄົນເຮັດວຽກສາວເສີບ ຫລືສາວຮ້ານ, ສາວຄາຣາໂອເກະ, ເປັນຄົນງາມ, ອາຍຸບໍ່ຕໍ່າກວ່າ 18 ປີ ດັ່ງທີ່ຜູ້ຮູ້ເຣື່ອງທີ່ວ່ານີ້ດີເວົ້າວ່າ.

ຖ້າຫາກວ່າມາຊົ່ວຄາວ ແມ່ນຈະໄດ້ 250 ຢັວນ ຄ້າງຄືນແມ່ນຈະໄດ້ 700 ຢັວນຫາພັນຢັວນ ແລ້ວຖ້າຫາກວ່າມີລູກຄ້າເອົາໄປນັ່ງກິນເບັຽບໍ່ແນວນີ້ ແລ້ວເປັນ 3 ຊົ່ວໂມງຈະໄດ້ 300 ຢັວນ ແມ່ນມີແຕ່ຄົນຈີນເບິດເລີຍ ບໍ່ມີຄົນລາວ ແລ້ວກໍຄົນໄທກໍບໍ່ມີ ມີແຕ່ຄົນຈີນ ກິນຢູ່ນໍາ ມີບ່ອນພັກໃຫ້ຢູ່ພ້ອມ ມື້ນຶ່ງລ້ຽງເຂົ້າຄາບນຶ່ງ ແລ້ວກໍມີບ່ອນພັກໃຫ້ຟຣີ.”   

ເວົ້າເຖິງການແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ທີ່ເຮັດວຽກກ່ຽວກັບການສະກັດກັ້ນການຄ້າມະນຸດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສ ຣີໃນມື້ວັນທີ 24 ມິນານີ້ວ່າ ຈະບໍ່ສາມາດແກ້ໄຂບັນຫານີ້ໄດ້ຈາກການອອກມາຕການຈັບຕົວພວກຄ້າແມ່ຍິງໃຫ້ບໍຣິການທາງເພດ ແລະຜູ້ຂາຍບໍຣິການທາງເພດ ແລະທາງການລາວກໍຍັງບໍ່ມີກົດໝາຍຄຸ້ມຄອງຜູ້ມີອາຊີບຂາຍບໍຣິການທາງເພດ.

ດັ່ງທີ່ທ່ານກ່າວວ່າ:

ມັນບໍ່ມີກົດໝາຍຄຸ້ມຄອງ ການຄຸ້ມຄອງບໍ່ໄດ້ ເພາະ ສະນັ້ນຈຶ່ງເກີດມະຂະບວນການໂຕນີ້ຫລາຍ ແລ້ວກໍຂະບວນການໂຕນີ້ມັນກໍເຂົ້າໄປສູ່ຊຂະບວນການຂອງການຄ້າາມະນຸດ ແລ້ວກໍເປັນເຣື່ອງການໃຫ້ບໍຣິການທີ່ບໍ່ຖືກຕ້ອງຕາມກົດໝາຍຫັ້ນແຫລະ ກໍຖືວ່າຫລາຍ ໃດ໋ ມີບາງແຂວງບາງບ່ອນເຮົາຂີ່ຣົຖຕາມທາງກໍເຫັນຫັ້ນນະ ກໍຈະເປີດເປັນຮ້ານຂາຍເຄື່ອງ ຮ້ານກິນດື່ມ ໃນເບື້ອງຫລັງກໍອາຈມີບໍຣິການໃນຈຸດນີ້ຕື່ມ.”

ອີງຕາມປະມວນກົດໝາຍອາຍາ, ມາຕຣາ 254 ວ່າດ້ວຍການຄ້າປະເວນີບຸກ ຄົນອື່ນ ລະບຸວ່າ ບຸກຄົນໃດ ຫາກຫາລາຍໄດ້ ດ້ວຍການຄ້າປະເວນີຂອງບຸກ ຄົນອື່ນ ຈະໃນຮູບການໃດກໍຕາມ ຈະຖືກລົງໂທດຕັດອິສຣະພາບ ແຕ່ 6 ເດືອນຫາ 3 ປີ ແລະຈະຖືກປັບໄໝແຕ່ 10 ລ້ານກີບຫາ 20 ລ້ານກີບ. ສ່ວນກໍຣະນີກະທໍາເປັນອາຈີນ ຫລືບັງຄັບບຸກຄົນ ທີ່ຢູ່ໃນຄວາມຄຸ້ມຄອງດູແລ ຂອງຕົນ ໃຫ້ເປັນໂສເພນີ  ຈະຖືກລົງໂທດຕັດອະສຣະພາບແຕ່ 3 ປີຫາ 7 ປີ ແລະຈະຖືກປັບໄໝແຕ່ 20 ລ້ານກີບຫາ 100 ລ້ານກີບ.

ກ່ອນໜ້ານີ້ ເມື່ອວັນທີ 5 ກຸມພາ 2021 ກອງບັນຊາການຕໍາຣວດປ້ອງກັນຄວາມສງົບ ໄດ້ເວົ້າວ່າ ໄດ້ກວດພົບສະຖານທີ່ຄ້າປະເວນີພາຍໃນນະຄອນ ຫລວງວຽງຈັນ 18 ແຫ່ງ, ຮ້ານເສີມສວຍ-ຮ້ານກາເຟ 2 ຮ້ານ, ເຮືອນພັກ 2 ຫລັງ, ຮ້ານອາຫານ-ກິນດື່ມ 84 ຮ້ານ, ຄາຣາໂອເກະ 3 ຮ້ານ ຊຶ່ງທາງເຈົ້າໜ້າທີ່ກໍໄດ້ນໍາຕົວພວກຄ້າແມ່ຍິງໃຫ້ບໍຣິການທາງເພດ ມາສຶກສາອົບຮົມ ແລະເຮັດບົດບັນທຶກ 84 ຄົນ ແລະຜູ້ຂາຍປະເວນີ ໂດຍສະເພາະຕາມເສັ້ນທາງບ້ານດົງນາໂຊກ, ບ້ານດອນກອຍ ແລະແຕ່ບ້ານສີວິໄລ ຫາບ້ານດົງໂດກ ອີກເປັນ ຈໍານວນຫລາຍ.

ແລະອີງຕາມຄໍາເວົ້າຂອງ ພັນໂທ ທອງພັນ ທິລະສັກ ໃນມື້ວັນທີ 14 ມິຖຸນາ 2021 ທີ່ຜ່ານມາ, ຈະເລັ່ງໃສ່ການແກ້ໄຂບັນຫາການຄ້າມະນຸດ, ຄ້າປະເວນີຕາມໂຮງແຮມ, ຮ້ານນວດ, ຮ້ານເສີມສວຍ ແລະຈຸດຫລໍ່ແຫລມຕ່າງໆ. ພ້ອມດຽວກັນນັ້ນ ກໍຈະບັງຄັບໃຊ້ກົດໝາຍ ເພື່ອປົກປ້ອງຜູ້ຖືກເຄາະຮ້າຍ ແລະນໍາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ ເພື່ອໃຫ້ບັນຫານັ້ນໝົດໄປ. ໃນຂະນະທີ່ຊາວນະຄອນຫລວງວຽງຈັນຈໍານວນນຶ່ງ  ເວົ້າວ່າ ການແກ້ໄຂບັນຫາທີ່ວ່ານີ້ ເປັນໄປໄດ້ຍາກ ຍ້ອນທີ່ຜ່ານມາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈໍານວນນຶ່ງມີສ່ວນພົວພັບກັບກັບການຂາຍບໍຣິການທາງເພດ ຮວມທັງອໍານວຍຄວາມສະດວກໃຫ້ພວກຄ້າແມ່ຍິງບໍຣິການທາງເພດ ໃນການປະກອບເອກກສານ ເປີດຮ້ານນວດ, ຮ້ານບັນເທີງ ຢ່າງຖືກຕ້ອງຕາມກົດໝາຍ, ແຕ່ເມື່ອໄດ້ເປີດຮ້ານບໍຣິການແລ້ວ ພັດຂາຍບໍຣິການທາງເພດແອບແຝງນໍາ.

ແລະເມື່ອກ່ອນໜ້ານີ້ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກໍໄດ້ຈັດກອງປະຊຸມສລຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021 ແລະທິດທາງແຜນການປະຈໍາປີ 2022 ຊຶ່ງໃນນັ້ນພັນເອກ ແກ່ນຈັນ ພົມມະຈັກ ຫົວໜ້າກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກໍກ່າວວ່າ ນັບຕັ້ງແຕ່ເດືອນມົກກະຣາ 2021 ມາ ມີຄະດີເກີດຂຶ້ນ ແລະແກ້ໄຂໄດ້ 25 ເຣື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.