ເຣື້ອງທີ່ເກັບບັນທຶກໄວ້
2009-05-31
ຜ່ານມາ ນ້ອຍ ແສງສຸຣິຍາ ກໍໄດ້ເລົ່າສູ່ຟັງ ກ່ຽວກັບ ຈຸດປະສົງ ການຢ້ຽມຢາມ ສະຫະຣັດ ຂອງນາງ ໄປແລ້ວ, ສັປດານີ້ ນາງ ຈະເລົ່າສູ່ຟັງ ກ່ຽວກັບ ສູນສົ່ງເສີມ ສິລປະ ແລະ ວັທນະທັມ ແສງສຸຣິຍາ ຢູ່ ສປປລາວ.
2009-05-24
ຣາຍການ ບັນເທີງ ທ້າຍສັປດານີ້, ເຊີນທ່ານ ຮັບຟັງ ການສັມພາດ ສິລປິນສາວ, ນ້ອຍ ແສງສຸຣິຍາ ພອນກະເສີມສຸກ, ສິລປິນ ທີ່ມີພອນສວັນ ທາງດ້ານດົນຕຣີ ຫລາຍໆຢ່າງ, ຮວມທັງ ສາມາດຫລິ້ນ ເຄື່ອງດົນຕຣີລາວເດີມ, ລາວສມັຍ, ຟ້ອນນາຕສິນ ແລະ ຮ້ອງເພງ. ການສັມພາດ ມີຂຶ້ນ ໃນຂະນະທີ່ ນາງ ມາຢ້ຽມຢາມ ສະຫະຣັດ ອະເມຣິກາ ເພື່ອແລກປ່ຽນ ດ້ານວັທນະທັມ ກັບອົງການຕ່າງໆ.