ປະທານາທິບໍດີ ສະຫະຣັຖ ໜັກແໜ້ນ ໃນບັນຫາໂລກຮ້ອນ
2009.09.24
ໃນຣະຫວ່າງທີ່ໄປ ໃຫ້ກາຣປາສັຍ ຢູ່ກອງປະຊຸມ ສຸດຍອດ ຄັ້ງພິເສດ, ກ່ຽວກັບກາຣປ່ຽນແປງ ຂອງດິນຟ້າອາກາສ ທີ່ອົງກາຣ ສະຫະປະຊາຊາຕ ຈັດຂື້ນຢູ່ນະຄອນ New York ໃນມື້ວັນອັງຄາຣ ທີ່22ກັນຍານີ້ນັ້ນ, ປະທານາທິບໍດີ Barack Obama ວ່າ: ທາງກາຣ ສະຫະຣັຖ ຊື່ງເປັນປະເທສ ນຳໜ້າໃນກາຣ ປ່ອຍກ໊າສ ທີ່ເຮັດໃຫ້ໂລກ ມີອຸນຫະພູມ ສູງຂື້ນ ແລະ ເກີດມີມົລພິສ ຈາກສີ່ງແວດລ້ອມ ທີ່ຮູ້ກັນດີວ່າ “ພາວະເຮືອນແກ້ວ ຫລືເຮືອນກະຈົກ” ນັ້ນ, ໄດ້ຢືນຢັນທີ່ ຈະໃຫ້ມີກາຣ ປັບປຸງແກ້ໄຂ ພ້ອມຍັງໄດ້ຮຽກທວງ ຕໍ່ຜູ້ນຳທົ່ວໂລກ ໃຫ້ຄວາມຮ່ວມມື ເພື່ອສ້າງພລັງເສຖກິຈ ທີ່ສະອາດ ໃນສັຕວັຕທີ່ 21ນີ້ ດັ່ງທີ່ທ່ານ Obama ໄດ້ກ່າວວ່າ: (We understand the gravity of the climate threat. We are determined to act. And we will meet our responsibility to future generations) ທ່ານວ່າ: “ທາງກາຣສະຫະຣັຖ ເຂົ້າໃຈດີເຖີງ ບັນຫາກາຣຂູ່ເຂັນ ຈາກສະພາບອາກາສ ແລະ ພ້ອມທີ່ຈະເອົາ ມາຕກາຣແກ້ໄຂ ເພື່ອຜົລປະໂຫຍຊ ຂອງປວງຊົນທົ່ວໂລກ ໃຫ້ສືບທອດຕໍ່ໆໄປ”.
ທ່ານ Obama ໄດ້ກ່າວຕໍ່ໄປວ່າ ເຖີງແມ່ນ ໃນຣະຍະຜ່ານມາ ມວລມະນຸສຊາຕ ໂດຽທົ່ວໄປ ອາຈບໍ່ໄດ້ເອົາ ໃຈໃສ່ແກ້ໄຂ ບັນຫາດ້ານກາຣ ປ່ຽນແປງຂອງອາກາສ ເທົ່າທີ່ຄວນກໍຕາມ ແຕ່ປັຈຈຸບັນ ເປັນຍຸຄສມັຍໃໝ່ ຊື່ງທ່ານກໍມີ ຄວາມພາກພູມໃຈ ເປັນຢ່າງຍີ່ງທີ່ ທາງກາຣ ສະຫະຣັຖ ໄດ້ເຮັດ ທຸກວີທີທາງ ເພື່ອສົ່ງເສີມດ້ານ ກາຣມີ ພລັງງານສະອາດ ເປັນກາຣຫລຸດຜ່ອນ ຄວາມເປິເປື້ອນຂອງ ອາກາສຈາກຄວັນໄຟ ຫລືມົລພີສຄາຣ໌ບອນ ຈາກໂຮງງານ ອຸຕສາຫະກັມຕ່າງໆ ໂດຽສະເພາະ ຫລັງຈາກທີ່ທ່ານ ຂື້ນຮັບຕຳແໜ່ງ ປະທານາທິບໍດີ ໃນລະຍະ8ເດືອນ ຜ່ານມານີ້ ທີ່ທາງກາຣ ສະຫະຣັຖໄດ້ໃຫ້ ກາຣສນັບສນູນ ໂຄງກາຣໝຸນໃຊ້ ພລັງງານ ແລະ ກາຣຜລີຕຍົນຍານ ພາຫະນະເຊັ່ນ: ຣົຖໂອໂຕ ທີ່ໃຊ້ນ້ຳມັນ ເຊື້ອເພີງຫລຸດນ້ອຍລົງ ຊື່ງທາງສະພາ ໄດ້ຮັບຜ່ານຮ່າງ ກົດໝາຍ ໃນເດືອນມີຖຸນາ ຜ່ານມານີ້ ແລະ ກໍກຳລັງທີ່ຈະນຳ ຂື້ນພິຈາຣະນາ ຢູ່ສະພາສູງ ໃນຂັ້ນຕໍ່ໄປ.
ໃນຂນະດຽວກັນນີ້ ທາງຜູ້ນຳຂອງ ສະຫະຣັຖ ກໍຮຽກທວງໃຫ້ ບັນດາຜູ້ນຳ ຈາກປະເທສທີ່ເຈຣີນ ທາງອຸຕສາຫະກັມ ຮັບວ່າມີບັນຫາ ໂລກຮ້ອນ ແລະໃຫ້ເພີ່ມ ຄວາມຮັບຜິດຊອບ ແກ້ໄຂຮ່ວມກັນ ຖ້າບໍ່ດັ່ງນັ້ນ ກໍຢ້ານວ່າຈະ ຮ້າຍແຮງກວ່າເກົ່າ ດັ່ງທີ່ທ່ານ ໃຫ້ຄຳເຫັນວ່າ: (Our generation's response to this challenge will be judged by history, for if we fail to meet it- boldly, seiftly, and together – we risk consigning future generations to an irreversible catastrophe)
“ຄວາມສາມາດຂອງ ບັນດາຜູ້ນຳ ໃນຍຸກປັຈຈຸບັນ ຈະຖືກຈາຣຶກໄວ້ ຢ່າງເປັນປະວັຕກາຣ ກໍຕໍ່ເມື່ອທາງ ຜູ້ນຳຫາກຮ່ວມມື ກັນແກ້ໄຂບັນຫາ ໃຫ້ໄດ້ໃນໄວໆນີ້ ຖ້າບໍ່ດັ່ງນັ້ນ ຍີ່ງຈະເປັນກາຣສ່ຽງ ຫລືເປັນກາຣປະປ່ອຍ ໃຫ້ເປັນພັຍວິບັຕ ສຳຫລັບຍຸກຕໍ່ໆ ໄປກໍເປັນໄດ້?”
ພ້ອມດຽວກັນ ທ່ານໂອບາມ໋າ ກໍວ່າບໍ່ມີ ປະເທສໃດໃນໂລກ ເຖີງຈະເປັນ ປະເທສນ້ອຍຫລືໃຫຍ່ ຮັ່ງມີຫລືເປັນ ປະເທສທີ່ທຸກຂ໌ ຈົນກໍຕາມ ຈະບໍ່ສາມາດ ຫລຸດພົ້ນ ອອກຈາກຜົລກະທົບ ຂອງກາຣປ່ຽນແປງ ທາງອາກາສນີ້ໄດ້ ທີ່ເຮັດໃຫ້ເກີດ ມີຄວາມສ່ຽງຕໍ່ ພັຍອັນຕຣາຍຈາກ ຣະດັບນ້ຳທະເລ ເພີ່ມສູງຂື້ນ ພ້ອມກັບເຮັດໃຫ້ ເກີດມີລົມພາຍຸ ທີ່ຮ້າຍແຮງແລະ ມີຝົນຕົກໜັກ ຈົນກາຍມີພັຍ ນ້ຳຖ້ວມ ຫລືບໍ່ກໍເກີດມີ ບັນຫາພັຍແຫ້ງແລ້ງ ໃນທົ່ວທຸກທະວີບ ທີ່ຍີ່ງ ຈະເປັນກາຣສ້າງ ໃຫ້ເກີດມີ ຄວາມຂັດແຍ່ງໃນ ທຸກແຫ່ງຫົນຫລາຍ ເພີ່ມຂື້ນກວ່າເກົ່າ. ນອກຈາກນັ້ນກໍຍັງ ຈະມີບັນຫາ ດ້ານຄວາມອຶດຢາກ ແລະປະຊາຊົນ ຖືກບັງຄັບໃຫ້ ຫລົບໜີເປັນ ອົພຍົພ ໄປເພີ່ງພາອາສັຍ ຢູ່ຕາມສະຖານ ທີ່ຕ່າງຫລາຍເພີ່ມຂື້ນ ຍ້ອນທີ່ວ່າທາງ ຜູ້ນຳໃນແຕ່ລະ ປະເທສບໍ່ສາມາດ ແກ້ໄຂບັນຫາ ຂອງກາຣປ່ຽນແປງ ທາງດິນຟ້າອາກາສ ນີ້ເທົ່ານັ້ນ ດັ່ງທີ່ ທ່ານໂອບາມາ ໄດ້ກ່າວ ເພີ່ມອີກວ່າ: (The security and stability of each nation and all people – our prosperity, our health, our safety – are in jeopardy. And the time we have to reverse the tide is running out.) = ທ່ານວ່າ “ຄວາມໝັ້ນຄົງ ແລະຄວາມມີ ສະເຖັຽຣະພາບ ຂອງທຸກໆປະເທສ ແລະປະຊາຊົນ ໃນທົ່ວໂລກ ພ້ອມກັບ ຄວາມເຈຣີນຮຸ່ງເຮືອງ ຂອງແຕ່ລະປະເທສ ຕລອດຮອດຄວາມ ປອດພັຍ ແລະສຸຂພາບ ຂອງປະຊາກອນ ກໍລ້ວນແຕ່ມີ ຄວາມສ່ຽງຕໍ່ ອັນຕຣາຍ ຊື່ງເວລາທີ່ເຫລືອ ເພື່ອແກ້ໄຂກໍ ມີນ້ອຍເຂົ້າ ທຸກໆມື້”, ເພາະສະນັ້ນ ຜູ້ນຳໃນແຕ່ລະ ປະເທສ ໂດຽສະເພາະ ໃນບັນດາປະເທສ ທີ່ຮັ່ງມີ ກໍຄວນທີ່ຈະ ເອົາໃຈໃສ່ເພື່ອ ແກ້ໄຂໃຫ້ໄດ້ ກ່ອນທີ່ວ່າມັນ ຈະສວາຍເກີນໄປ.
ຢ່າງໃດກໍຕາມ ກາຣທີ່ທາງ ເລຂາທິກາຣໃຫຍ່ ສະຫະປະຊາຊາຕ ທ່ານ Ban Ki-moon ໄດ້ຈັດໃຫ້ມີ ກາຣປະຊຸມພີເສດ ຂື້ນເພື່ອໃຫ້ທາງ ຄນະຜູ້ນຳຣະດັບ ປະເທສ ບໍ່ຕໍ່າກວ່າ100ຄົນ ເຂົ້າຮ່ວມເຊັ່ນນີ້ ຍີ່ງເປັນໂອກາສ ເພື່ອໃຫ້ມີກາຣ ພິຈາຣະນາແລະ ກະຕຣຽມຮ່າງຂໍ້ ຕົກລົງສຳຫລັບ ກອງປະຊຸມຫລວງ ສຸດຍອດ ກ່ຽວກັບກາຣ ປ່ຽນແປງຂອງອາກາສ ໃຫ້ໄດ້ ທີ່ມີກຳໜົດ ຈັດຂື້ນຢູ່ Copenhagen ປະເທສ Denmark ໃນທ້າຍປີ 2009ນີ້ນັ້ນ.
ທ່ານໂອບາມ໋າ ໄດ້ເນັ້ນວ່າ: ນອກຈາກບັນດາ ປະເທສທີ່ເຈຣີນ ທາງອຸຕສາຫະກັມ ທີ່ເຄີຽມີມາ ແລ້ວນັ້ນ ຍັງມີບັນດາ ປະເທສຕ່າງໆທີ່ ກຳລັງມີກາຣ ພັທນາຢ່າງ ວ່ອງໄວ ໃນປັຈຈຸບັນນີ້ ກໍຈະກາຍມາເປັນ ປະເທສທີ່ມີ ກາຣຜລີຕມົລພິສ ຄາຣ໌ບອນອາຍເສັຽ ຫລາຍເພີ່ມຂື້ນ ໃນອະນາຄົຕ ອັນໃກ້ນີ້ນັ້ນ ກໍຕ້ອງໄດ້ໃຫ້ ຄວາມຮ່ວມ ມືເພື່ອຫລຸດຜ່ອນ ບັນຫາ ທີ່ຈະເກີດໃຫ້ ມີປະກົດກາຣ ເຮືອນແກ້ວນັ້ນ ເຊັ່ນກັນ ໂດຽບໍ່ມີ ເງື່ອນໄຂໃດໆ ເຖີງຈະມີຄວາມ ຫຍຸ້ງຍາກກໍຕາມ ຊື່ງທ່ານໄດ້ກ່າວ ເນັ້ນອີກວ່າ: (But the journey is long. The journey is hard. And we don't have much time left to make it. It is a journey that will require each of us to persevere through setback…,) ທ່ານວ່າ “ເຖີງແມ່ນຣະຍະ ທາງທີ່ຈະຍາວ ແລະ ມີອຸປສັກກໍຕາມ ແຕ່ບໍ່ມີເວລາ ເຫລືອຫລາຍພໍ ເທົ່າໃດ ສະນັ້ນຈື່ງເຫັນ ສົມຄວນທີ່ຜູ້ນຳ ຈະຕ້ອງໄດ້ໃຫ້ ຄວາມຮ່ວມມື ເພື່ອສືບຕໍ່ຫາ ຊ່ອງທາງແກ້ໄຂ ໃຫ້ໄດ້ໃນໄວໆນີ້.
ກາຣທີ່ທາງຜູ້ນຳ ສະຫະຣັຖ ໄດ້ຮຽກຮ້ອງ ດັ່ງກ່າວກໍເພື່ອ ຢາກໃຫ້ທາງບັນດາ ຜູ້ນຳໃນທົ່ວໂລກ ໄດ້ເພີ່ມຄວາມເອົາ ໃຈໃສ່ເພື່ອໃຫ້ ສາມາດຕົກລົງ ກັນໄດ້ເວລາ ມີກອງປະຊຸມ ສຸດຍອດທີ່ Denmark ໃນທ້າຍປີນີ້ ຊື່ງນອກຈາກ ທ່ານໂອບາມ໋າ ທີ່ເປັນຜູ້ນຳຂອງ ສະຫະຣັຖ ແລ້ວນັ້ນ ກໍມີຜູ້ນຳຈາກ ບັນດາປະເທສ ອື່ນໆເຊັ່ນ: ທ່ານ Hu Jintao ປະທານປະເທສ ສປຈີນ ກໍໄດ້ ຂື້ນກ່າວທີ່ວ່າ ມີກາຣຢືນຢັນ ໃຫ້ມີກາຣຫລຸດຜ່ອນ ບັນຫາກາຣ ຜລີຕມົລພີສຈາກ ອາຍເສັຽທີ່ເຮັດ ໃຫ້ເກີດມີ ບັນຫາໂລກຮ້ອນ ດັ່ງກ່າວນີ້ນັ້ນ ເຊັ່ນກັນ.









