ທາງການລາວແນະນໍາ ປູກຕົ້ນໄມ້ຟື້ນຟູປ່າ

ປ່າໄມ້ຢູ່ລາວ ແມ່ນ ຊັພຍາກອນ ທັມມະຊາດ ອັນລໍ້າຄ່າ ຂອງຊາດ ມັນເປັນສິ່ງ ຈໍາເປັນສໍາລັບ ປົກປັກຮັກສາ ສິ່ງແວດລ້ອມ ແລະ ການດໍາຣົງ ຊີວິດຂອງປະ ຊາຊົນລາວ ແຕ່ໃນ ສປປລາວ ມີການຕັດໄມ້ ທໍາລາຍປ່າ ເປັນຈໍານວນ ຫລວງຫລາຍ ຕັ້ງແຕ່ເໜືອ ຕລອດໃຕ້ ມາເປັນເວລາ ດົນນານ ຈົນມາເຖິງ ເວລາທີ່ ທາງການລາວ ໄດ້ອອກປະກາດ ແນະນໍາແຜນ ປູກຕົ້ນໄມ້ ແລະ ຟື້ນຟູປ່າ.
ຈໍາປາທອງ
2010.05.26

ເຖິງແມ່ນວ່າ ຈະມີກົດໝາຍ ໄດ້ກຳນົດ ຣະບຽບການ ແລະມາຕການຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້ຊັພຍາກອນ ປ່າໄມ້ ແລະ ທີ່ດິນປ່າໄມ້ ຮວມທັງມີການ ກຳນົດເຖິງການ ສົ່ງເສີມ ໃຫ້ມີການຟື້ນຟູ, ປູກ ແລະຂຍາຍ ຊັພຍາກອນປ່າໄມ້ ເພື່ອເຮັດໃຫ້ທັມມະຊາດ ມີຄວາມສົມດຸນ, ເຮັດໃຫ້ປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນແຫລ່ງ ທຳມາຫາກິນ ແລະ ໃຫ້ປະຊາຊົນໃຊ້ ບໍ່ໝົດຈັກເທື່ອ ກໍຕາມ.

ຕາມຄຳເວົ້າຂອງ ທ່ານ Julian Newman ຫົວໜ້າ ໂຄສະນາຂົນຂວາຍ ກ່ຽວກັບປ່າໄມ້ ຂອງອົງການສືບສວນ ສະພາບແວດລ້ອມ ໂດຍອີງໃສ່ການ ປະເມີນຂອງອົງການ ສືບສວນ ສະພາບແວດລ້ອມ ທີ່ມີສູນກາງຢູ່ ປະເທດອັງກິດ ຫລື EIA ຮ່ວມກັບອົງການ ທີ່ບໍ່ຂຶ້ນກັບ ຣັຖບານຂອງ ອິນໂດເນຊັຍ TALAPEK ເມື່ອກ່ອນນັ້ນວ່າ ໃນແຕ່ລະປີ ມີໄມ້ຢ່າງໜ້ອຍ 500,000 ແມັດກ້ອນ ຖືກນຳຈາກປ່າໄມ້ ຂອງລາວ ເຂົ້າໄປວຽດນາມ.

ການລັກຄ້າໄມ້ ຣະຫວ່າງ ລາວ ແລະ ວຽດນາມ ຕົກເປັນມູນຄ່າ ປະມານ 250 ລ້ານໂດລາ ສະຫະຣັດ ຕໍ່ປີ. ວຽດນາມ ໄດ້ຜົນປະໂຫຍດ ຢ່າງຫຼວງຫລາຍ ຈົນເຮັດໃຫ້ວຽດນາມ ກາຍເປັນປະເທດນຶ່ງ ທີ່ສຳຄັນຂອງໂລກ ໃນການສົ່ງເຄື່ອງ ຕົບແຕ່ງບ້ານເຮືອນ ເຟີນີເຈີ ຊຶ່ງຜລິດດ້ວຍໄມ້ ໄປຂາຍຕ່າງ ປະເທດ.

ບໍ່ພຽງເທົ່ານັ້ນ ບໍຣິສັດໄທ ແລະ ສິງກະໂປ ກໍຮ່ວມຄົບຄິດກັນ ຄ້າໄມ້ລາວ ໂດຍການໄດ້ຮັບ ສັມປະທານຄ້າ ໄມທ່ອນ ເຖິງແມ່ນວ່າ ສປປລາວ ຈະໄດ້ຫ້າມການ ສົ່ງໄມ້ທ່ອນ ອອກນອກປະເທດ ມາໄດ້ຫຼາຍ ປີແລ້ວກໍຕາມ. ອົງການ EIA ແລະ TALAPEK ໄດ້ເຜີຍໃຫ້ຮູ້ ເມື່ອກ່ອນນັ້ນວ່າ ຂະນະທີ່ສຳພາດ ກັບທ່ານ Prakit Sribussaracum ນັກທຸຣະກິດໄທ ເຈົ້າຂອງບໍຣິສັດ LVT International ນັ້ນ ທ່ານໄດ້ຮັບວ່າ ໄດ້ຈ່າຍຄ່າສິນບົນ ໃຫ້ເຈົ້າໜ້າທີ່ລາວ ເພື່ອຮັບປະກັນ ການປະມູນໄມ້ທ່ອນ ໃນພາກຕາເວັນ ອອກຂອງລາວ. ທ່ານວ່າ ທ່ານໄດ້ຈ່າຍໃຫ້ ເຈົ້າໜ້າທີ່ ຣັຖບານລາວ ຈ່າຍໃຫ້ທຸກໆຂັ້ນຕອນ.

ທີ່ເວົ້າມານັ້ນ ເປັນເລື່ອງທີ່ຜ່ານມາ. ແຕ່ກໍມີຂ່າວ ເມື່ອບໍ່ດົນມານີ້ວ່າ ຍັງມີການຕັດໄມ້ ທຳລາຍປ່າ ແບບຜິດກົດໝາຍ ຢູ່ຢ່າງຫລວງຫລາຍ ເຊັ່ນຢູ່ພາກເໜືອ ຂອງລາວ ບໍຣິສັດເອກກະຊົນ ຂອງລາວແລະ ຈີນ ຮ່ວມກັນຕັດໄມ້ ເກີນຈຳນວນໂຄຕາ ທີ່ທາງຣັຖບານ ກຳນົດໃຫ້ -ຕາມຄຳເວົ້າຂອງ ທ່ານ ຄຳຈັນ ສະກູນຕະວະ ສະມາຊິກ ສະພາແຫ່ງຊາດ ແຂວງຜົ້ງສາລີ …. ບໍຣິສັດ ທີ່ເຮົາອະນຸຍາດ…

ທ່ານເວົ້າອີກວ່າ ການຕັດໄມ້ເກີນ ກຳນົດຕາມແຄມທາງ ຂອງບໍຣິສັດ ເພື່ອບຸກເບີກ ພື້ນທີ່ເຂົ້າໄປ ເຖິງບ້ານປະຊາຊົນ ໃນເຂດຫ່າງໄກ ອັນມີຊາວບ້ານ ຮ່ວມນຳນັ້ນ ແມ່ນຂາຍໃຫ້ຄົນຈີນ ໂດຍການຂົນສົ່ງ ໄມ້ຂ້າມຊາຍແດນ ໄປປະເທດຈີນ ໃນຕອນກາງຄືນ ອັນເປັນບັນຫາ ທີ່ໜ້າໜັກໃຈ  ຫລື ກໍຣະນີທີ່ຕັດໄມ້ ແລ້ວສົ່ງ ເຂົ້າໂຮງເລື່ອຍເລີຍ ໂດຍບໍ່ຜ່ານຂັ້ນຕອນ ຂອງຣະບຽບການ …. ໄມ້ສນາມນຶ່ງ ທີ່ວ່າເຮົາຕັດຢູ່ປ່າ… ຢູ່ແຂວງຜົ້ງສາລີ ນອກຈາກເມືອງ ບຸ່ນໃຕ້ ທີ່ມີການລັກຕັດໄມ້ ທ່ອນແລ້ວ ເມືອງບຸ່ນເໜືອ ແລະ ເມືອງຍອດອູ ກໍມີບັນຫາ ດຽວກັນນີ້.

ສ່ວນຢູ່ພາກໃຕ້ ຂອງລາວ ເຈົ້າໜ້າທີ່ຜແນກ ກະສິກັມ-ປ່າໄມ້ ແຂວງສາຣະວັນ ເວົ້າວ່າ ເຂດປ່າຈຳນວນນຶ່ງ ຍັງຖືກບຸກລຸກ ແລະມີການລັກລອບ ຕັດໄມ້ທຳລາຍປ່າ ມາຈົນຮອດ ປັດຈຸບັນນີ້ ແລະກໍເປັນ ບັນຫາ ທີ່ຈະແກ້ໄຂ ໄດ້ຍາກ ຍັງມີການລັກ ຕັດໄມ້ ແລະການຕັດໄມ້ ເກີນກຳນົດໂຄຕາຢູ່ ໃນເມື່ອຈັບໄດ້ໄລ່ທັນ ກໍສົ່ງໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ດຳເນີນຄະດີ ຕາມຂັ້ນຕອນຂອງ ກົດໝາຍ.

…. ເຮົາມີແຜນຈັດສັນແລ້ວ … ສ່ວນວ່າ ການບຸກລຸກພື້ນທີ່ປ່າ ຂອງປະຊາຊົນ ເພື່ອທຳການຜລິດ ແລະການລັກຕັດໄມ້ ທີ່ມີຄຸນຄ່າສູງ ໄປຂາຍນັ້ນ ທ່ານກໍວ່າ … ກໍຄືວ່າ ໃນພື້ນທີ່ນີ້ …

ທ່ານເວົ້າອີກວ່າ ເຫດຜົນຂອງການ ບຸກລຸກພື້ນທີ່ປ່າ ຂອງປະຊາຊົນ ນັ້ນອາດຈະເປັນ ຍ້ອນວ່າຂະນະນີ້ ມີຈຳນວນ ປະຊາກອນເພີ່ມ ຫລາຍຂຶ້ນ ແລະຄວາມຕ້ອງການ ພື້ນທີ່ການຜລິດ ກໍເພີ່ມຂຶ້ນເຊັ່ນກັນ ເປັນຕົ້ນຢູ່ຕາມ ແຄມແມ່ນ້ຳລຳທານ ຊຶ່ງບາງບ່ອນ ກໍເປັນເຂດປ່າ ສງວນທີ່ຫວງຫ້າມ ເຮັດໃຫ້ປ່າສງວນ ຫລຸດລົງນຳເລື້ອຍໆ.

ກ່ຽວກັບບັນຫາ ປ່າໄມ້ ທ່ານ ລັງສີ ສີບຸນເຮືອງ ຮອງໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປລາວ ເວົ້າວ່າ ການລັກຕັດໄມ້ ເພື່ອສົ່ງຂາຍໃຫ້ ນາຍທຶນຕ່າງປະເທດ ໃນປັດຈຸບັນ ຍັງເປັນບັນຫາ ທີ່ສຳຄັນ ແລະຍັງແພ່ຫລາຍ ເຖິງວ່າມີກົດໝາຍ ວ່າດ້ວຍປ່າໄມ້ ທີ່ກຳນົດຣະບຽບ ການຕັດໄມ້ ຢ່າງເດັດຂາດແລ້ວ ກໍຕາມ ແຕ່ກົດໝາຍດັ່ງກ່າວ ກໍບໍ່ສາມາດເຮັດໃຫ້ ບັນຫາທີ່ວ່ານັ້ນ ດີຂຶ້ນ ກວ່າແຕ່ກ່ອນໄດ້ ຍ້ອນວ່າ ປະຊາຊົນບໍ່ ປະຕິບັດຕາມ ກົດໝາຍນັ້ນ ຢ່າງເຄັ່ງຄັດ …. ປະຊາຊົນນີ້ ແຫລະລັກຕັດ…

ທ່ານເວົ້າຕື່ມວ່າ ການທີ່ປະຊາຊົນ ຍັງລັກຕັດໄມ້ ຢູ່ນີ້ກໍເພາະວ່າ ຍັງມີກຸ່ມນາຍທຶນ ມາວ່າຈ້າງ ປະຊາຊົນກໍ ຢາກມີລາຍໄດ້ ຈຶ່ງບໍ່ຄິດເຖິງ ກົດໝາຍບ້ານເມືອງ ເຖິງຜົນກະທົບ ທາງດ້ານ ສິ່ງແວດລ້ອມ ແລະຜົນກະທົບອື່ນໆ ທີ່ຈະຕາມມາ ແລະເຈົ້າໜ້າທີ່ ກວດກາກໍມີ ຈຳນວນບໍ່ພຽງພໍ. ຮອງໄອຍະການ ປະຊາຊົນສູງສຸດ ໃຫ້ທັສນະວ່າ ເມື່ອໃດທີ່ຍັງ ມີພວກພໍ່ຄ້າ ມາຫາຊື້ໄມ້ ປະຊາຊົນ ກໍຍັງຈະລັກ ຕັດໄມ້ໄປເລື້ອຍໆ.

ແຕ່ເຖິງແນວໃດ ກໍຕາມ ເພື່ອຄຸ້ມຄອງ ປົກປັກຮັກສາ ພັທນາ ແລະນຳໃຊ້ປ່າທີ່ປູກ ແລະເຮັດໃຫ້ການ ປູກຕົ້ນໄມ້, ຟື້ນຟູປ່າ ຕາມແຜນການ ປະຈຳປີ 2009–2010 ກ່ຽວກັບ ການປູກໄມ້ເປັນ ສິນຄ້າ, ຟື້ນຟູ ທັມມະຊາດ ແລະປົກປັກຮັກສາ ສິ່ງແວດລ້ອມ ທາງການລາວໄດ້ ອອກແຈ້ງການແນະນຳ ແຜນປູກໄມ້ ແລະຟື້ນຟູປ່າ 11 ຂໍ້ ປະຈຳປີ 2009-2010 ຊຶ່ງໃນນັ້ນ ເວົ້າເຖິງການກວດກາ ແລະ ສັງລວມຄືນ ການປູກຕົ້ນໄມ້ ໃນສົກປີຜ່ານມາ ເຖິງປັດຈຸບັນ ປຶກສາຫາລື ກັບບໍຣິສັດ ແລະນັກທຸຣະກິດໄມ້, ກຳນົດເຂດປູກໄມ້ ແລະຟື້ນຟູປ່າ, ໃຫ້ຄວາມຮູ້ທາງ ດ້ານວິຊາການ ປູກໄມ້ ແລະຟື້ນຟູປ່າ ທັມມະຊາດ ໂຄສະນາໃຫ້ຮູ້ກ່ຽວກັບ ຄວາມສຳຄັນຂອງ ວຽກງານປ່າໄມ້, ການປູກໄມ້ ພາຍຫລັງປູກແລ້ວ ກໍມີການຕິດຕາມ ກວດກາ ບົວຣະບັດ ແລະປົກປັກຮັກສາ ຕົ້ນໄມ້, ຕັ້ງຄະນະຮັບຜິດຊອບ ວຽກງານປູກໄມ້ ແລະຟື້ນຟູປ່າ, ຖືເອົາວັນທີ 1 ເດືອນ ມິຖຸນາ ເປັນວັນປູກຕົ້ນໄມ້ ແຫ່ງຊາດ ແລະອື່ນໆ.

ເທົ່າທີ່ຜ່ານມາ ຢູ່ ສປປລາວ ກໍມີການຣະດົມ ກັນທັງພນັກງານ, ຣັຖກອນ ແລະປະຊາຊົນ ປູກໄມ້ຫລາຍສົມຄວນ ເປັນຕົ້ນໃນວັນທີ 1 ເດືອນ 6  ແຕ່ຫາກບໍ່ມີ ການບົວຣະບັດ, ປ່ອຍປະລະເລີຍ ເຮັດໃຫ້ຕົ້ນໄມ້ ທີ່ໄດ້ປູກຈຳນວນ ຫລວງຫລາຍ ເຫລືອຕາຍຍັງ ບໍ່ພໍເທົ່າໃດ. ຍ້ອນວ່າການປູກໄມ້ ທີ່ວ່ານັ້ນ ສ່ວນໃຫຍ່ເປັນພຽງ ແຕ່ການຣະດົມ ໃຫ້ມີຂະບວນການ ເພື່ອຜົນປະໂຫຍດ ທາງການເມືອງ ເຖິງວ່າຈະສີ້ນເປືອງ ງົບປະມານ ທີ່ມີໜ້ອຍຢູ່ ແລ້ວນັ້ນກໍຕາມ.

ດັ່ງນັ້ນ ການປູກປ່າທີ່ ຜ່ານມາ ຈຶ່ງບໍ່ມີ ປະສິດທິຜົນ ຫຍັງຫລາຍ. ເມື່ອເປັນຄືແນວນັ້ນ ຈະເຮັດໃຫ້ປ່າໄມ້ ຈຳນວນຫລວງຫລາຍ ທີ່ໄດ້ຖືກຕັດ ແລະ ທຳລາຍໄປນັ້ນ ກັບມາ ອຸດົມສົມບູນ ຄືກັນກັບສະໄໝ ກ່ອນໆ ແມ່ນເປັນໄປໄດ້ຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.