ເຣື້ອງທີ່ເກັບບັນທຶກໄວ້
2009-10-23
ນັກອະນຸຮັກ ສິ່ງແວດລ້ອມວ່າ ສປປລາວ ຍັງເປັນປະເທສ ທາງຜ່ານຂອງ ຂະບວນກາຣຄ້າ ສັຕປ່າ ທີ່ຫາຍາກ ມາຢ່າງຕໍ່ເນື່ອງ ເພື່ອສົ່ງໄປ ສປຈີນ ແລະ ວຽຕນາມ ຈຶ່ງຢາກໃຫ້ ທາງກາຣກ່ຽວຂ້ອງ ເອົາໃຈໃສ່ ປາບປາມ ຕາມມາຕກາຣ ຢ່າງເຂັ້ມງວດ ດັ່ງ: ຫວາດ ສີມູນ ຈະນຳມາສເນີ ໃນອັນດັບ ຕໍ່ໄປ.
2009-10-21
ຜູ້ຊ່ຽວຊານ ດ້ານການກະເສຕ ແບບທັມມະຊາດ ຂອງໄທ ທ່ານນຶ່ງ ອະທິບາຍວ່າ ການກະເສຕ ແບບທັມມະຊາດ ໂດຍໃຊ້ປຸຍຊີວະພາພ ຈະບໍ່ເຮັດໃຫ້ ສິ່ງແວດລ້ອມ ເສື່ອມເສັຽຄຸນນະພາບ. ສົມເນ ມີລາຍລະອຽດ ມາສະເໜີທ່ານ ໃນຣາຍການ ວິທຍາສາຕ ການແພດ ແລະ ສະພາບແວດລ້ອມ ປະຈໍາສັປດາ
2009-10-21
ຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນ ແລະ ສິ່ງແວດລ້ອມ ອັນປອດໂປ່ງຢູ່ ສປປລາວ ໄດ້ຮັບຄວາມເສັຍຫາຍ ຢ່າງຫລວງຫລາຍ ໃນ 30 ກວ່າປີມານີ້ ແມ່ນເກີດມາຈາກ ແຜນພັທນາ ເສຖກິດ-ສັງຄົມ ທີ່ບໍ່ມີການ ຄິດໄລ່ ໃຫ້ຣະອຽດຮອບຄອບ. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ..
2009-10-08
ການເກັບກູ້ ຣະເບີດ ບໍ່ທັນແຕກ ຢູ່ໃນໂລກ ເປັນບັນຫາອັນ ຈຳເປັນ ແລະຮີບດ່ວນ ຊຶ່ງ ສປປລາວ ກໍໄດ້ເກັບກູ້ ພາຍຫລັງສົງຄາມ ວຽດນາມ. ແຕ່ເກັບກູ້ມາ 30 ກວ່າປີ ໂດຍສະເພາະໄດ້ ເລີ້ມເອົາໃຈໃສ່ ໃນໄລຍະ 10 ປີມານີ້ແລ້ວ ກໍຍັງບໍ່ທັນ ເຫັນວ່າເກັບໄດ້ ພໍເທົ່າໃດ ຊຶ່ງສ່ວນນຶ່ງ ກໍອາດແມ່ນຍ້ອນ ບັນຫາງົບປະມານ. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ…
2009-10-06
ລົມພະຍຸໃຕ້ຝຸ່ນ ເກສນາ ທີ່ພັດຜ່ານເຂົ້າມາ ພາກໃຕ້ ຂອງປະເທດລາວ ໃນທ້າຍເດືອນກັນຍາ ແລະຕົ້ນເດືອນຕຸລາ 2009. ໄດ້ເຮັດໃຫ້ບ້ານເຮືອນ ເຄື່ອງປູກຂອງຝັງ ສັດສາວາສິ່ງ ແລະຖນົນຫົນທາງ ໄດ້ຮັບຄວາມເສັຍຫາຍ ຢ່າງຫລວງຫາຍ.