ເຣື້ອງທີ່ເກັບບັນທຶກໄວ້
2009-12-18
ໃນວັນສຸດທ້າຍຂອງ ກອງປະຊຸມສຸດຍອດ ຜູ້ນໍາ 100 ກວ່າປະເທດວ່າດ້ວຍ ການປ່ຽນແປງຂອງ ດິນຟ້າອາກາດ ທີ່ກຸງໂກເປັນຮາກເກິນ ປະເທດເດັນໝາກ ມີບັນຫາໃດແດ່ ທີ່ຈະເຮັດໃຫ້ກອງປະຊຸມ ບໍ່ສາມາດຕົກລົງກັນໄດ້ ເພື່ອຮັບຮອງເອົາ ຮ່າງສົນທີສັນຍາໃໝ່. ສົມເນ ມີລາຍງານ ມາສະເໜີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-17
ຄວາມສົມບູນຂອງ ທັມມະຊາດ ມີຄວາມສຳຄັນ ຕໍ່ທັງສິ່ງທີ່ມີຊີວິດ ແລະບໍ່ມີຊີວິດ ທັງຄົນແລະສັດ. ໂດຍສະເພາະຢ່າງຍິ່ງກໍແມ່ນສັດ ທີ່ໄດ້ຮັບຜົນກະທົບ ຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ ຕາມທັມມະຊາດ ແລະ ທີ່ຄົນເປັນຜູ້ສ້າງຂື້ນ ແລະມີສັດຫລາຍ ຊະໜິດຫລຸດໜ້ອຍລົງ ແລະມີທ່າທີ່ວ່າ ຈະສູນພັນໄປຈາກໂລກ ຊຶ່ງໃນນັ້ນກໍແມ່ນຢູ່ ເອເຊັຍຕາເວັນອອກສ່ຽງໃຕ້ ແລະທັງໃນ ສປປລາວ ທີ່ມີການຕັດໄມ້ທຳລາຍປ່າ ແລະສ້າງເຂື່ອນຫລາຍແຫ່ງ. ຈຳປາທອງ ມີລາຍງານກ່ຽວກັບ ເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-11
ການລັກລອບຄ້າສັດປ່າ ຢູ່ ສປປລາວ ຍັງມີແພ່ຫລາຍ ຢູ່ແຂວງຕ່າງໆ ແຕ່ເໜືອຕລອດໃຕ້ ເຊັ່ນຢູ່ແຂວງ ສວັນນະເຂດ ແຂວງຄຳມ່ວນ ແລະເມື່ອທ້າຍເດືອນ ພຶສຈິກາ 2009 ທີ່ຜ່ານມານີ້ ກໍມີຂ່າວວ່າ ມີການຄ້າສັດປ່າ ຫວງຫ້າມຕື່ມອີກ ຢູ່ແຂວງຫລວງນ້ຳທາທີ່ ຕິດກັບຊາຍແດນຈີນ. ຈຳປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"