ເຣື້ອງທີ່ເກັບບັນທຶກໄວ້
2009-07-28
ໂຄງການປູກ ຢາງພາຣາ ໃນລາວ ມີການຂຍາຍພື້ນທີ່ ຢ່າງຫລວງຫລາຍ ໃນທົ່ວປະເທດ. ໃນຣະຍະຫລັງໆມານີ້ ບໍຣິສັດ ຈາກວຽດນາມ ບໍຣິສັດດຽວ ກໍ່ລົງມືປູກ ຢາງພາຣາ ທີ່ແຂວງອັຕປືເຖີງ 10ພັນເຮັກຕາ ນັກຊ່ຽວຊານເວົ້າວ່າ ການປູກຢາງພາຣາ ໃນລາວ ຈະມີຜົລເສັຽຕໍ່ ສະພາບແວດລ້ອມ ຊີວີດການເປັນຢູ່ ຂອງປະຊາຊົນ ທ້ອງຖີ່ນ ຢ່າງໃຫຍ່ຫລວງ.
2009-07-14
ກ່ຽວກັບການ ປູກຢາງພາຣາ ໃນລາວ ໂດຍສະເພາະ ໃນແຂວງຫລວງນໍ້າທາ ໃນມື້ນີ້ ມະນີຈັນ ຈະຂໍນໍາພາທ່ານ ໄປຮູ້ຈັກ ກ່ຽວກັບການ ສັມປະທານ ເນື້ອທີ່ດິນຈາກ ຣັຖບານລາວ ຂອງບໍຣິສັດ ເອກກະຊົນ ຜູ້ລົງທຶນ ຊຶ່ງຂ້ອນຂ້າງ ຜິດແປກໄປຈາກ ທີ່ໄດ້ຣະບຸ ໄວ້ໃນກົດໝາຍ ຂອງລາວ ແຕ່ຫາກໄດ້ ຜົລປະໂຫຍດ ດີກວ່າ ຮວມໄປເຖິງ ບັນຫາດ້ານ ສະພາບ ແວດລ້ອມດ້ວຍ. ຄວາມຈິງ ເປັນແນວໃດນັ້ນ ເຊີນທ່ານ ຮັບຟັງໄດ້ເລີຍ.
2009-07-08
ການປູກ ຢາງພາລາ ກໍາລັງຂຍາຍຕົວ ຢູ່ໃນເຂດແຂວງ ຕ່າງໆທົ່ວ ປະເທດລາວ ຮວມທັງ ແຂວງຫລວງນໍ້າທາ ທາງພາກເໜືອ. ມະນີຈັນ ຈະນໍາເອົາ ເລື້ອງລາວ ກ່ຽວກັບການປູກ ຢາງພາລາ ຢູ່ແຂວງຫລວງນໍ້າທາ ຊຶ່ງດໍາເນີນໄປ ທັງແບບ ປະຊາຊົນ ປູກ ພໍໃຜພໍລາວ ແລະທັງ ເອກກະຊົນ ຕ່າງປະເທດ ດໍາເນີນການ ໃນຮູບແບບ 1ບວກ4, 2ບວກ3, ແບບ ສັມປະທານ ເນື້ອທີ່ປູກ. ເຊີນທ່ານ ຮັບຟັງໄດ້ເລີຍ.
2009-07-01
ທາງການລາວ ກຳລັງສົ່ງເສີມ ໃຫ້ມີການ ປູກພືດສິນຄ້າ ເຊັ່ນຢາງພາຣາ ແລະສາລີ; ແຕ່ນັກຊ່ຽວຊານ ເວົ້າວ່າ ການປູກພືດສິນຄ້າ ມີທັງຜົນດີ ແລະຜົນຮ້າຍ: ຜົນດີຈະຊ່ວຍ ພັທນາ ເສຖກິດ ຜົນຮ້າຍ ຈະທຳລາຍ ສະພາບແວດລ້ອມ ແລະສັງຄົມ. ອາວະຣີ ມີຣາຍງານ…