ໂຮງຮຽນກຽດຕິສັກ ນາໆຊາດທີ່ວຽງຈັນ
2010.04.09
"ລະເວລາປີ 2005 ຫັ້ນ ກະຊວງສຶກສາ ເພິ່ນອະນຸຍາດ ໃຫ້ເຮົາເປັນ ໂຮງຮຽນ ເອກກະຊົນ ໂຮງຮຽນແລກ ທີ່ອະນຸຍາດ ໃຫ້ເຮົາເຮັດເປັນ ໂຮງຮຽນນາໆຊາດ ເພິ່ນເລີຍວ່າ ຖ້າໃຫ້ມັນຖືກ ທັສນະແທ້ໆ ເຮົາເປັນ ໂຮງຮຽນລາວ ຂໍໃຫ້ພວກເຮົາ ປ່ຽນຊື່ເປັນຊື່ລາວ ສະນັ້ນຈາກ Honour International School ມາເປັນ ໂຮງຮຽນກຽດຕິສັກ. ກຽດຕິສັກ ແປມາຈາກຄໍາວ່າ Honour".
ນັ້ນຄືສຽງຂອງ ມາດາມ ຈັນສງ່າ ວະລາກອນ ຜູ້ອໍານວຍການ ໂຮງຮຽນກຽດຕິສັກ ນາໆຊາດ ໃນນະຄອນຫລວງ ວຽງຈັນ. ໂຮງຮຽນກຽດຕິສັກ ຄວາມຈິງແລ້ວ ຕັ້ງຂຶ້ນແຕ່ປີ 1992 ຮ່ວມກັນ Madame David Lawyer ຄົນອະເມຣິກັນ ຊຶ່ງຕອນນັ້ນ ເອີ້ນວ່າໂຮງຮຽນ Day Star School ມີນັກຮຽນພຽງ 25 ຄົນ ແຕ່ເພີ່ມຂຶ້ນທຸກປີ. ມາຮອດສົກປີ 2009- 2010 ນີ້ ມີຮອດ 534 ຄົນ ຈາກທີ່ມີ 453 ຄົນ ໃນປີ 2008-2009 ຮວມທັງ ຂັ້ນອະນຸບານ ຈົນຮອດຫ້ອງ 12 ຫລືມັທຍົມ ຕອນປາຍ.
ສໍາລັບນາຍຄຣູນັ້ນ ມາດາມ ຈັນສງ່າ ບອກວ່າ ມີທັງໝົດ 64 ຄົນ ເປັນຄຣູຕ່າງປະເທດ 33 ຄົນ ໂດຍສ່ວນໃຫຍ່ ຈະສັມພາດ ມາແຕ່ອັງກິດ, ອະເມຣິກາ, ອອສເຕຣເລັຽ ການາດາ ແລະຄຣູເອເຊັຽ ຈາກຟິລິບປິນ ແລະອິນເດັຽ ຈໍານວນໜ້ອຍນຶ່ງ:
"ເພາະເຮົາເນັ້ນໜັກ ພາສາອັງກິດ ເປັນພາສາຫລັກ ຈຶ່ງເນັ້ນໜັກ ເອົາຄຣູມາຈາກ ທາງຢູໂຣບ".
ສ່ວນໂຮງຮຽນອື່ນ ຈະເປັນໂຮງຮຽນ 2 ພາສາ ຫລື bilingual ຄືພາສາລາວ ແລະ ພາສາອັງກິດ ສອນຄວບຄູ່ກັນໄປ. ສໍາລັບນັກຮຽນ ທີ່ເຂົ້າຮຽນໃນ ໂຮງຮຽນ ກຽດຕິສັກ ນາໆຊາດ ນາໆຊາດກຽດຕິສັກ ນີ້ມີທັງໝົດ 4 ຊາດ ແຕ່ສ່ວນໃຫຍ່ ຈະເປັນລູກຫລານ ຊາວລາວ ເກີດແລະເຕີບໃຫຍ່ ຢູ່ເມືອງລາວ; ຈໍານວນນຶ່ງ ກໍເປັນລູກຊອດ ຫລື mix ມີພໍ່ຫລືແມ່ເປັນ ຄົນລາວ:
"ນັ້ນກໍເປັນ ສ່ວນນຶ່ງຂອງ ຄໍາສັມພາດ ມາດາມຈັນສງ່າ ວາລາກອນ ຜູ້ເປັນເຈົ້າຂອງ ແລະທັງເປັນ ຜູ້ອໍານວຍການ ໂຮງຮຽນນາໆຊາດ ກຽດຕິສັກ ກຽດຕິສັກ ນາໆຊາດ ໃນນະຄອນຫລວງ ວຽງຈັນ.
ການສັມພາດ ມີຂຶ້ນ ເມື່ອວັນທີ 3 ເມສາ 2010 ນີ້ ຜ່ານທາງ ໂທຣະສັບ ຈາກນະຄອນຫລວງ ວຽງຈັນ. ໂຮງຮຽນ ນາໆຊາດກຽດຕິສັກ Kiettisack International School ເວົ້າໄດ້ວ່າເປັນນຶ່ງ ໃນໂຮງຮຽນ ນາໆຊາດ ລັກສນະ ດຽວກັນນີ້ ທີ່ຜູ້ເປັນພໍ່ແມ່ ເປັນຕົ້ນແມ່ນຊາວລາວ ນິຍົມກັນເອົາລູກ ເອົາເຕົ້າ ໄປຮຽນ.
ມາດາມຈັນສງ່າ ກ່ອນສລຸບໃນ ຕອນທ້າຍ ໂດຍເນັ້ນເຖິງ ຄວາມພາກພູມໃຈ ເປັນຢ່າງຍິ່ງກັບ ນັກຮຽນຂອງຕົນ 2 ຄົນ ທີ່ເຂົ້າແຂ່ງຂັນ ໃນເວທີຣະດັບ ພາກພື້ນ ອາຊຽນ ຊຶ່ງມີຜູ້ເຂົ້າ ຮ່ວມແຂ່ງຂັນ ຈາກທັງໝົດ 9 ປະເທດ ທີ່ຈັດຂຶ້ນຢູ່ ປະເທດ ມາເລເຊັຽ ເມື່ອເດືອນມິນາ ຜ່ານມານີ້ ໂດຍຄວ້າໄດ້ລາງ ວັນຊະນະເລີດ ໃນວິຊາ ຄະນິສາດ ຄະນະນີ້ ນັກຮຽນທັງ 2 ຄືນາງ ຝົນນະພາ ໄປມະນີ ແລະທ້າວ ອານຸ ສຸວັນນະວົງ ແລະອີກຄົນນຶ່ງ ຈາກໂຮງຮຽນ ກຽດຕິສັກນາໆຊາດ ກໍຖືກຄັດເລືອກ ໃຫ້ເດີນທາງໄປ ຍີ່ປຸ່ນ ຮ່ວມກັບນັກຮຽນ ຈາກໂຮງຮຽນລາວ ອຶ່ນໆທົ່ວປະເທດ ທັງໝົດ 20 ຄົນ ຕາມໂຄງການ ແລກປ່ຽນທາງ ດ້ານວັທນະທັມ ຊຶ່ງຣັຖບານ ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ເປັນເລາ 10 ມື້ ໃນເດືອນ ພຶສພາ ນີ້.









