ເຣື້ອງທີ່ເກັບບັນທຶກໄວ້
2010-06-26
ອັນດັບຕໍ່ໄປ ວຽງໄຊ ຈະສເນີ ຂໍ້ມູນລ້າສຸດ ທີ່ໄດ້ມາຈາກ ການໂອ້ລົມ ກັບເຈົ້າໜ້າທີ່ ຂອງອົງການ FAO ທີ່ເຂົ້າໄປ ມີສ່ວນກ່ຽວຂ້ອງ ກັບການພັທນາ ບຶງທາຕຫລວງ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-22
ບ້ານໂພນຄໍາ ເປັນນຶ່ງ ໃນຈໍານວນ ບ້ານພັທນາ ທີ່ທາງການ ສປປລາວ ໄດ້ສ້າງຕັ້ງຂຶ້ນ ເພື່ອຮອງຮັບ ຊາວລາວເຜົ່າມົ້ງ ຫລາຍພັນ ຄົນ ທີ່ທາງການໄທ ສົ່ງກັບປະເທດ ເມື່ອທ້າຍເດືອນ ທັນວາ ປີ 2009 ແລະເນື່ອງຈາກ ບ້ານພັທນາໃໝ່ນີ້ ສ້າງຕັ້ງຂຶ້ນ ຕິດກັບບ້ານເກົ່າ ທີ່ມີຊື່ວ່າ ບ້ານຜັກເບືອກ ບ້ານພັທນາ ແຫ່ງນີ້ ຈຶ່ງເອີ້ນວ່າບ້ານ ໂພນຄໍາ-ຜັກເບືອກ. ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ວຽງໄຊ ສັມພາດ ທ່ານບຸນເຕີມ ອິນທິສານ ນຶ່ງໃນຈໍານວນ ຜູ້ຮັບຜິດຊອບ ການສ້າງ ແລະຄຸ້ມຄອງ ບ້ານດັ່ງກ່າວ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-18
ການຈັດງານບຸນ ຣະດູຮ້ອນ ປະຈໍາປີ ຄັ້ງທີ 28 ໃນວັນທີ 17 ເດືອນ ກໍຣະກະດາ ທີ່ແຂວງເກເບັກ ປະເທດ ການາດານີ້ ຖືວ່າ ພິເສດ ເພາະຄົບຮອບ 30 ປີ ຂອງຊາວລາວ 90 ສ່ວນຮ້ອຍ ທີ່ຕັ້ງຖິ່ນຖານ ຢູ່ທີ່ນັ້ນ. ສ່ວນການແຂ່ງຂັນ ກິລາ ກໍພິເສດ ເຊັ່ນດຽວກັນ ເພາະມີ ນັກກິລາ ໜຸ່ມນ້ອຍ ພ້ອມ ອະດີດ ນັກກິລາ ທິມຊາດລາວ ຂອງຊຸມປີ 1960 ເຂົ້າຮ່ວມ. ຈະເຣີນສຸກ ມີສັມພາດ ທ່ານ ເດດ ຕັນສິຣິ, ອະດີດຄຣູຝຶກ ແລະ ນັກກິລາເຕະບານ ທິມຊາດ, ຊຶ່ງເປັນຜູ້ຮັບຜິດຊອບ ກິລາ ໃນງານ ຣະດູຮ້ອນ, ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-16
ເຊີນທ່ານຟັງ ການໃຫ້ສັມພາດ ຂອງທ່ານ Dr. ຄຳພາ ສີດາວົງ (ພາກ ສອງ) ກ່ຽວກັບປື້ມ ”ວັຈນານຸກົມ ລາວລ້ານຊ້າງ” 2nd.Edition ຫຼືຊຸດທີ່ສອງ. ຄວາມເປັນມາ ຂອງປື້ມເຫຼັ້ມນີ້ ມີແນວໃດນັ້ນ... ເຊີນທ່ານຮັບຟັງ ໄດ້ໃນອັນດັບ ຕໍ່ໄປ... ສເນີແລະ ສັມພາດໂດຍ: ໄມຊູລີ ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-15
ເຊີນທ່ານຟັງ ບົດສັມພາດ ຂອງທ່ານ Dr. ຄຳພາ ສີດາວົງ ກ່ຽວກັບການ ຮອບຮ່ວມຂຽນ ”ວັຈນານຸກົມ ລາວລ້ານຊ້າງ” ຊຸດທໍາອິດ ທີ່ໄດ້ຈັດທີມ ເຜີຍແຜ່ ສິບພັນຫົວ ໃນປີ 2005 ນັ້ນ ມາຮອດ ປັຈຈຸບັນນີ້ ມີຜູ້ຊົມໃຊ້ ຢ່າງຫລວງຫລາຍ. ສເນີ ແລະສໍາພາດ ໂດຍ: ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-05-11
ອັນດັບຕໍ່ໄປ ເຊີນທ່ານ ຮັບຟັງ ການສັມພາດ ທ່ານ ແຜ່ນ ປຣະສວັດ, ປະທານ ອຸປະຖັມ ວັດລາວ ສິຣິພຸດທະວາດ ແຫ່ງເມືອງ ດາລັສ, ຊຶ່ງທ່ານ ຈະເລົ່າສູ່ຟັງ ກ່ຽວກັບ ຄວາມເປັນມາ ຂອງວັດ ແລະ ວຽກງານ ປັບປຸງວັດ ພ້ອມດ້ວຍ ການຈັດຕັ້ງບໍຣິຫານ ຕ່າງໆ ໃຫ້ຟັງ. ສັມພາດ ໂດຍ ຈະເຣີນສຸກ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-23
ນາງ ໂດລິນ ສິມມາລາວົງ ອາຍຸ 19 ປີ ໄດ້ຮັບໄຊຊະນະ ເປັນນາງສາວລາວ ນາໆຊາດ ທີ່ສະຫະຣັຖ ອະເມຣິກາ ຜ່ານການປະກວດ ທີ່ນະຄອນ ຊັນ ຟຣັນຊິສໂກ ແລະ ຂັ້ນຕໍ່ໄປ ຈະກຽມເຂົ້າປະກວດ ນາງສາວ ເອເຊັຍ ອະເມຣິກາ. ຈະເຣີນສຸກ ມີສັມພາດ ໂດລິນ ແລະ ຄອບຄົວ ຂອງນາງ ມາສເນີທ່ານ…
2010-04-22
ການຕ້ອນຮັບ ບຸນປີໃໝ່ລາວ ເປັນກິຈກັມ ອັນສໍາຄັນ ອັນນຶ່ງ ຂອງຊຸມຊົນ ຊາວລາວ ບໍ່ວ່າຈະຢູ່ ແຫ່ງຫົນໃດ ໃນໂລກນີ້. ເຖິງແມ່ນວ່າ ມື້ສລອງບຸນ ຕາມປະເພນີ ໄດ້ຜ່ານພົ້ນ ໄປແລ້ວ ແຕ່ຢູ່ Syney, Australia ກໍຍັງຈະມີ ງານສລອງບຸນ ດັ່ງກ່າວ ໃນມື້ວັນທີ 25 ເມສາ 2010 ນີ້. ໃນວາລະ ດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ມີໂອກາດ ສໍາພາດປະທານ ສະມາຄົມ ສົ່ງເສີມ ຊຸມຊົນລາວ ຣັຖ New South Wales ໃນເຂດ Syney, Australia ກ່ຽວກັບການ ສລອງນີ້. ໂພໄຊສວັດ ມີບົດສໍາພາດ ມາສເນີທ່ານ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-20
ການສລອງ ປີໃໝ່ລາວ ທີ່ວັດລາວ ພຸທວົງ ໃນວັນທີ 17 ເມສາ ຜ່ານໄປ ດ້ວຍຄວາມ ມ່ວນຊື່ນເບີກບານ ຖ້າມກາງ ຜູ້ຄົນເຂົ້າທ່ຽວຊົມ ຢ່າງໜາແໜ້ນ, ຊຶ່ງນອກຈາກຊາວລາວແລ້ວ ຍັງມີ ຊາວໄທ, ວຽດນາມ ແລະ ອະເມຣິກັນ ເຂົ້າທ່ຽວຊົມ ອີກດ້ວຍ. ປະກອບ ກັບດິນຟ້າອາກາດ ທີ່ແຈ່ມໃສ ແລະ ເຢັນດີ.. ຈະເຣີນສຸກ ມີສັມພາດ ຄະນະກັມມະການ ປະກວດນາງສັງຂານ ແລະ ບັນຍາກາດ ບາງຕອນ ຂອງງານ ດັ່ງກ່າວ ມາສເນີທ່ານ…. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-16
ສັມພັນທະມິດ ຊາວລາວ-ອະເມຣິກັນ ນາໆຊາດ ໃນອະເມຣິກາ ໄດ້ຈັດກອງປະຊຸມ ປຶກສາຫາຣື ຂຶ້ນ ທີ່ມີ ຫົວຂໍ້ວ່າ ”ມື້ວານ, ມື້ນີ້ ແລະ ສ້າງ ອະນາຄົດ ທີ່ດີກ່ວາ ໃນມື້ອື່ນ”, ເພື່ອສ້າງຊຸມຊົນຊາວລາວ ໃນສະຫະຣັຖ ອະເມຣິກາ ໃຫ້ເຂັ້ມແຂງ. ຈະເຣີນສຸກ ມີສັມພາດ ຜູ້ຕາງໜ້າ ຊຸມຊົນຊາວລາວ ພາກສອງ ມາສເນີທ່ານ ໃນອັນດັບຕໍ່ໄປ…. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-15
ສັມພັນທະມິດ ຊາວລາວ-ອະເມຣິກັນ ນາໆຊາດ ໃນອະເມຣິກາ ໄດ້ຈັດກອງປະຊຸມ ປຶກສາຫາຣື ຂຶ້ນ ທີ່ມີ ຫົວຂໍ້ວ່າ ”ມື້ວານ, ມື້ນີ້ ແລະ ສ້າງ ອະນາຄົດ ທີ່ດີກ່ວາ ໃນມື້ອື່ນ”, ເພື່ອສ້າງຊຸມຊົນຊາວລາວ ໃນສະຫະຣັຖ ອະເມຣິກາ ໃຫ້ເຂັ້ມແຂງ. ຈະເຣີນສຸກ ມີສັມພາດ ຕາງໜ້າ ຊຸມຊົນຊາວລາວ ມາສເນີທ່ານ ໃນອັນດັບຕໍ່ໄປ…. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-13
ປີສະລຸ ເລີຽລ່ວງລໍ້າ ກາຍກ່ວມ ເປັນຂານ ຊຸມຊົນລາວ ນະຄອນຫຼວງ ແຫ່ງວໍຊິງຕັນ ພີ້ ເລົ່າກໍພາກັນພ້ອມ ກຽມໂຕສລອງໃຫ່ຽ ຮັບຕ້ອນປີໃໝ່ນີ້ ພຽງພ້ອມທຸກຄົນ ທ່ານເອີຽ... ສະເໜີໂດຍ: ສົມເນ ໃນລາຍການ ພິເສດ ສລອງປີໃໝ່ລາວ ຢູ່ທີ່ວັດລາວ ພຸທວົງ ເຂດນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-09
ກອງປະຊຸມລາວ ສຶກສາ ເປັນກອງປະຊຸມ ທີ່ເປີດເວທີ ແລະ ໂອກາດ ໃຫ້ນັກສຶກສາ ປັນຍາຊົນ ນັກຄົ້ນຄ້ວາ ແລະ ນັກວິຊາການ ໄດ້ເຜີຍແຜ່ ແລະແລກປ່ຽນ ຄວາມຮູ້ກ່ຽວກັບລາວ ແລະດ້ານອື່ນໆ ຣະຫວ່າງກັນ. ສໍາລັບປີນີ້ ເປັນຄັ້ງທີ 3 ແລະກໍານົດຈັດຂຶ້ນ ທີ່ປະເທດໄທ… ຈະເຣີນສຸກ ມີສັມພາດ ມາສເນີທ່ານ ໃນອັນດັບຕໍ່ໄປ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-09
ໂຮງຮຽນ ກຽດຕິສັກນາໆຊາດ ເປັນໂຮງຮຽນທີ່ມີ ຊື່ສຽງແຫ່ງນຶ່ງ ໃນນະຄອນຫລວງ ວຽງຈັນ ຊຶ່ງຜູ້ເປັນພໍ່ແມ່ ນິຍົມກັນ ເອົາລູກຫລານ ໄປເຂົ້າຮຽນ ຈະຍ້ອນເຫດຜົລ ແນວໃດ ມີຄວາມເປັນມາ ແນວໃດນັ້ນ ມະນີຈັນ ຈະຂໍນໍາພາທ່ານ ໄປຮູ້ຈັກ ໃນອັນດັບຕໍ່ໄປ.
2010-04-08
ອັນດັບຕໍ່ໄປ ຈະເຣີນສຸກ ໄດ້ສັມພາດ ຍານາງ ມະລິວັນ ໂລ, ຜູ້ຮັບຜິດຊອບ ການຈັດງານ ສລອງປີໃໝ່ລາວ ທີ່ເມືອງ Keller, ຣັຖ Texas ໃນວັນທີ 10 ແລະ 11 ເມສານີ້... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"