ເຣື້ອງທີ່ເກັບບັນທຶກໄວ້
2010-04-07
ກອງປະຊຸມ ລາວ ສຶກສາ, ເປັນກອງປະຊຸມ ທີ່ເປີດເວທີ ແລະ ໂອກາດ ໃຫ້ນັກສຶກສາ, ປັນຍາຊົນ, ນັກຄົ້ນຄວ້າ ແລະ ນັກວິການ ໄດ້ເຜີຍແຜ່ ແລະ ແລກປ່ຽນຄວາມຮູ້ ກ່ຽວກັບລາວ ແລະ ດ້ານອື່ນໆ ຣະຫວ່າງກັນ. ສໍາລັບປີນີ້ ເປັນຄັ້ງທີ 3 ແລະ ກໍານົດຈັດຂຶ້ນ ທີ່ປະເທດໄທ… ຈະເຣີນສຸກ ມີສັມພາດ ຜູ້ອໍານວຍການ ສູນລາວ ສຶກສາ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-02
ເມື່ອມາຮອດ ເດືອນເມສາ ຂອງທຸກໆປີ, ຊຸມຊົນຊາວລາວ ທີ່ຕັ້ງຖິ່ນຖານ ໃນຕ່າງປະເທດ ພາກັນ ສລອງເທສການ ປີໃໝ່ລາວ. ສໍາລັບ ສະຫະຣັຖ ອະເມຣິກາ ຢູ່ແຕ່ລະເມືອງ ໃນຣັຖຕ່າງໆ ກໍສລອງກັນ ໃນທ້າຍສັປດາ, ເປັນຕົ້ນແມ່ນ ຢູ່ ເມືອງ ແຊນດີເອໂກ ກໍານົດຈັດຂຶ້ນ ໃນວັນທີ 3, ຊັນ ຟແຣນສິສໂກ ວັນທີ 10, ທີ່ ວັດລາວ ພຸທວົງ, ຣັຖເວີ ຈີເນັຍ, ວັນທີ 17 ແລະ ອີກຫລາຍໆຣັຖ ກໍພາກັນສລອງ ເຊັ່ນດຽວກັນ. ກ່ຽວກັບ ການສລອງປີໃໝ່ລາວ ນີ້, ຈະເຣີນສຸກ ມີສັມພາດ ຄະນະຜູ້ຈັດງານ ທີ່ ນະຄອນ ແຊນ ແຟຣນຊິສໂກ ມາສເນີທ່ານ ໃນອັນດັບຕໍ່ໄປ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-02
ການສັມພາດ ຍານາງ ຫວັນ ແສງພຣະຈັນ ຊາວສວນຢູ່ຣັດ Florida ສະຫະຣັດ ອະເມຣິກາ ທີ່ມີລູກທັງໝົດ 5 ຄົນ. ແຕ່ວ່າເຮັດແນວໃດ ນາງແລະ ຄອບຄົວ ຈຶ່ງສາມາດ ສົ່ງເສີມພວກລູກໆ ໃຫ້ໄດ້ຮັບການ ສຶກສາຮ່ຳຮຽນ ຂັ້ນສູງໄດ້ ສເນີໂດຍ: ຈຳປາທອງ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-03-31
ຊາວລາວທີ່ຣັດ Florida ສະຫະຣັດ ອະເມຣິກາ ປະກອບອາຊີບ ຫລາຍຢ່າງ ແຕກຕ່າງກັນ ຊຶ່ງໃນນັ້ນກໍມີ ຍານາງ ຫວັນ ແສງພຣະຈັນ ອະດີດ ຂ້າຣາຊການຄຣູ ຢູ່ແຂວງ ສວັນນະເຂດ ແລະ ເຄີຍເປັນນັກຮ້ອງ ປະຈຳວົງດົນຕຣີ ທີ່ມີຊື່ສຽງ ໃນສໄມກ່ອນ ບໍ່ເຄີຍເຮັດສວນ ມາກ່ອນເລີຍ. ແຕ່ໃນປັດຈຸບັນນີ້ ຍານາງ ປະກອບອາຊີບ ເຮັດສວນປູກຜັກໂດຽ ມີລາຍໄດ້ ເຂົ້າຄອບຄົວດີ ພໍສົມຄວນ. ດັ່ງ ຈໍາປາທອງ ມີບົດສັມພາດ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-03-09
ຊຸມຊົນລາວ ໃນສະຫະຣັຖ ອະເມຣິກາ, ໂດຍສະເພາະ ນະຄອນຫລວງ ວໍຊິງຕັນ ດີ ຊີ, ຈະເຂົ້າຮ່ວມສະແດງ ສິລປະ ວັທນະທັມ ກັບຫລາຍໆຊາດ ຈາກເອເຊັຍ ແລະ ປະເທດ ເມັກຊີໂກ ໃນການສລອງບຸນ ພື້ນເມືອງອະເມຣິກັນ ທີ່ ນະຄອນຫລວງ ວໍຊິງຕັນ. ຈະເຣີນສຸກ ມີສັມພາດ ທ່ານ ກິ່ງສວັນ ປະຖັມມະວົງ, ຜູ້ຮັບຜິດຊອບ ໂຄງການຈັດການ ສະແດງຂອງລາວ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-26
ທ່ານ Niel Thao ຄູຣສອນວິຊາຊິບ ດ້ານສັງຄົມສົງເຄາະ ປະຈຳ ມະຫາວິທຍາລັຍ ເຂດເທສບານ ເມືອງ ແຝດ ຣັຖ Minnesota ກ່າວວ່າ ສາເຫດ ນື່ງທີ່ເຮັດໃຫ້ ການດໍາຣົງ ຊີວິດ ໃນຕ່າງແດນ ຂອງຊາວມົ້ງລາວ ບາງຄອບຄົວ ໂດຍສະເພາະໃນຣັຖ Minnesota ເກິດບັນຫາ ຄວາມຮູນແຮງ ໃນຄອບຄົວ ກໍຍ້ອນ ສັງຄົມ ຊຸມຊົນໃນທ້ອງຖີ່ນ ຍັງຂາດ ນັກວິຊາການ ໃນທຸກດ້ານ ປະກອບດ້ວຍ ການບໍ່ຍອມ ປະລະປະເພນີ ບາງຢ່າງ ທີ່ພວກເຂົາເຈົ້າ ເຄີຍປະຕິບັດ ກັນມາ ໃນສມັຍຢູ່ລາວ. Maysoly ມີບົດຣາຍງານ ກ໋ຽວກັບເຣື້ອງນີ້ ມາສເນີທ່ານ ໃນອັນດັບຕ່ໍ່ໄປ…. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-23
ເຊີນທ່ານ ຮັບຟັງການ ໃຫ້ສັມພາດ ຂອງທ່ານຮອງ ເຈົ້າເມືອງ ເມືອງຫົງສາ ແຂວງ ໄຊຍະບຸຣີ ກ່ຽວກັບງານ ມະຫະກັມ ຊ້າງ ທີ່ໄດ້ຈັດຂື້ນ ໃນວັນທີ 20 ຫາ 21 ກຸມພາ ຜ່ານມາ ຊື່ງທ່ານຮອງ ເຈົ້າເມືອງ ໄດ້ຕອບຄໍາຖາມ ນັກຂ່າວ ວິທຍຸເອເຊັຍ ເສຣີ ຂອງພວກເຮົາ ກ່ອນວັນງານ ມະຫາກັມ ຊ້າງ ຈະເລີ້ມຂື້ນ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-19
ພະຍຸຫິມະ ຄັ້ງຮ້າຍແຮງ ໃນຂົງເຂດ ນະຄອນຫລວງ Washington DC ສະຫະຣັຖ ອະເມຣິກາ ເມື່ອສັປດາ ຜ່ານມາ ມີຜົນກະທົບ ຕໍ່ຊີວິດ ການເປັນຢູ່ຂອງ ຊົນຊາວລາວ ໃນຂົງເຂດນັ້ນ ແນວໃດ Maysoly ມີບົດ ສົນທະນາ ກ່ຽວກັບເຣຶ້ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-18
ເຊີນທ່ານຮັບຟັງ ການສັມພາດ ພນັກງານ ໂຮງແຮມ ແຫ່ງນຶ່ງ ໃນເມືອງວັງວຽງ ກ່ຽວກັບ ສິ່ງດຶງດູດ ນັກທ່ອງທ່ຽວ ເຊັ່ນການ ຂີ່ຢາງຣົດ ລ່ອງນໍ້າຊອງ ການເສບ ຢາເສບຕິດ ແລະ ອື່ນໆ. ສັມພາດໂດຍ: ອາວະຣີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-17
ການສັມພາດ ທ່ານ ທອງຄູນ ພັທນາ ກ່ຽວກັບ ໂຄງການ ກໍ່ສ້າງ ສູນວັທນະທັມ ແລະ ຫໍພິພິທພັນ ລາວ ຣັຖ ໂຣທດ໌ ໄອແລນ (Rhode Island) ສັມພາດ ໂດຍ: ຈະເຣີນສຸກ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-16
ການສັມພາດ ຊາວບ້ານໜອງແຫ້ວ ເມືອງຫາດຊາຍຟອງ ກ່ຽວກັບ ໂຄງການ ສ້າງສນາມກອຟ ໂຮງແຮມຫ້າດາວ ຕລາດ ທາງຣົດໄຟ ແລະ ຖນົນ ໃນບໍຣິເວນ ຫົວຂົວມິຕພາບ ລາວ-ໄທ ແຫ່ງທີ່ນຶ່ງ. ໃນຕອນເລິ້ມຕົ້ນ ການສັມພາດ ອາວະຣີ ຖາມ ຊາວບ້ານ ຜູ້ນີ້ວ່າ ປັດຈຸບັນ ຊາວບ້ານຕົກລົງ ຮັບເອົາຄ່າຊົດເຊີຍ ຮຽບຮ້ອຍແລ້ວບໍ່... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-09
ຣາຍການ ເສຖກິດ ປະຈໍາສັປດາ ມື້ນີ້, ດຣ. ມານະ ສຸດທິຈັກ ຈະອະທິບາຍ ສູ່ຟັງ ກ່ຽວກັບ ໂຄງການ ພັທນາ ຕົວເມືອງໃໝ່ ຢູ່ບຶງທາດຫລວງ ທີ່ບໍຣິສັດ ຈີນ ຮັບເໝົາ ຈະມີຜົນດີ ແລະ ຜົນເສັຍ ຢ່າງໃດ ຕໍ່ ປະຊາຊົນ, ສະພາບແວດລ້ອມ ແລະ ເສຖກິດ… ຈັດມາສເນີທ່ານ ໂດຍ ຈະເຣີນສຸກ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-04
ອັນດັບຕໍ່ໄປ ເຊີນທ່ານ ຮັບຟັງ ການສັມພາດ ດຣ. ວິນຍາ ສາຍສມຸດ ຜູ້ອໍານວຍການ ສູນລາວສຶກສາ ກ່ຽວກັບໂຄງການ ສົ່ງນັກສຶກສາ ລາວ ທີ່ໃນຕ່າງແດນ ໄປຮຽນພາສາ ແລະ ວັທນະທັມລາວ ທີ່ ສປປລາວ ຕອນທີ 2 ສັມພາດໂດຍ: ຈະເຣີນສຸກ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-03
ອັນດັບຕໍ່ໄປ ດຣ. ວິນຍາ ສາຍສມຸດ ອໍານວຍການ ສູນລາວສຶກສາ ຈະເລົ່າສູ່ຟັງ ກ່ຽວກັບ ໂຄງການ ສົ່ງນັກສຶກສາລາວ ແລະຕ່າງຊາດ ໃນຕ່າງປະເທດ ທີ່ໄປຮຽນ ພາສາ ວັທນະທັມ ແລະ ປວັດສາດລາວ ໃນປະເທດລາວ ໃນຣະດູຮ້ອນ ປີນີ້. ສັມພາດ ໂດຍ ຈະເຣີນສຸກ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-02
ຣາຍການເສຖກິດ ປະຈໍາສັປດາ ມື້ນີ້ ດຣ. ມານະ ສຸດທິຈັກ ຈະອະທິບາຍສູ່ຟັງ ກ່ຽວກັບ ການສໍາຣວດ ຂອງສູນສະຖິຕິ ເສຖກິດ ແຫ່ງຊາດ ກ່ຽວກັບ ການຊົມໃຊ້ ຂອງຄົວເຮືອນນັ້ນວ່າ ມີຄວາມຖືກຕ້ອງ ໜ້ອຍ-ຫລາຍປານໃດ ໃນການວິເຄາະ ເສຖກິດ ໃນສປປລາວ ຊຶ່ງທ່ານ ອີງໃສ່ ຫລັກການພື້ນຖານ ທາງດ້ານເສຖກິດ.ຈັດມາສເນີທ່ານ ໂດຍ: ຈະເຣີນສຸກ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"