ບັນຫາ ທີ່ດິນ ເປັນ ບັນຫາ ຮ້ອນຢູ່ລາວ

ບັນຫາທີ່ດິນ ກຳລັງເປັນ ບັນຫາຮ້ອນຢູ່ລາວ; ຣັຖບານໃຫ້ ຕ່າງປະເທດ ເຊົ່າທີ່ຫຼາຍເກີນໄປ; ປະຊາຊົນບໍ່ພໍໃຈ ຍ້ອນຂາດບ່ອນ ທຳມາຫາກິນ ຈົນຣັຖບານ ຈຳເປັນຕ້ອງ ປະຕິຮູບທີ່ດິນໃໝ່
ອາວະຣີ
2009.02.18

ລາວເປັນປະເທດ ທີ່ມີພົນລະເມືອງ ໜ້ອຍແຕ່ມີດິນກວ້າງ. ໃນເມື່ອກ່ອນ ປະເທດລາວ ບໍ່ຄ່ອຍມີຂໍ້ ຂັດແຍ້ງທີ່ດິນ ປະຊາຊົນລາວ ສ່ວນຫລາຍອາໃສ ຢູ່ໃນເຂດ ຊົນນະບົດ ຈັບຈອງທີ່ດິນໄວ້ ເພື່ອເປັນບ່ອນຢູ່ ແລະບ່ອນ ທຳມາຫາກິນ ຢ່າງສະບາຍ ສ່ວນຜູ້ຢູ່ໃນເມືອງ ທາງການກໍອອກ ໃບຕາດິນຢືນຢັນ ເຂດແດນດິນຂອງ ໃຜຂອງມັນ ຢ່າງຄັກແນ່.

ແຕ່ເມື່ອຕົກມາ ໃນຣະຍະ ຫ້າຫົກປີ ທີ່ຜ່ານມາ ດິນຢູ່ລາວມີ ຣາຄາແພງຂື້ນ ຜູ້ມີເງິນມີ ອິດທິພົນຈັບຈອງ ທີ່ດິນໄວ້.

ໃນຂະນະດຽວກັນ ຣັຖບານລາວກໍມີ ນະໂຍບາຍໃຫ້ ສັມປະທານແກ່ ບໍຣິສັດຕ່າງປະເທດ ເຊົ່າທີ່ດິນຫລາຍ ໃນຣາຄາຖືກໆ ແລະດົນນານ. ບັນຫາເລິ້ມ ເກີດຂື້ນ ປະຊາຊົນຫລາຍ ຄົນບໍ່ພໍໃຈ ທັກທວງວ່າ ດິນທີ່ຣັຖບານ ໃຫ້ຕ່າງປະເທດ ເຊົ່ານັ້ນສ່ວນນຶ່ງ ເປັນດິນດອນຂອງ ພວກເຂົາ ພວກເຂົາເດືອດຮ້ອນ ບໍ່ມີບ່ອນທຳມາ ຫາກິນ ດັ່ງຊາວລາວທີ່ ແຂວງບໍຣິຄຳໄຊ ຜູ້ນຶ່ງໄດ້ເວົ້າວ່າ

ການສັມປະທານນີ້ 50 ປີ ແລ້ວນໍ ລູກໃຫຍ່ຂື້ນມາແລ້ວ ຈະເອົາທີ່ດິນ ທີ່ໃດມາທຳກິນ ອັນໃດກໍເປັນ ຂອງໂອຊີໝົດແລ້ວ. ປະຊາຊົນໃນ ບາງເຂດຂັດແຍ້ງ ກັບນັກລົງທຶນ ຫລືກັບເຈົ້າໜ້າ ທີ່ທາງການ ປະຊາຊົນ ບໍ່ພໍໃຈທີ່ ນັກລົງທຶນໃຫ້ ເງິນຄ່າທົດແທນ ທີ່ດິນໜ້ອຍເກີນໄປ.

ສ່ວນເຈົ້າໜ້າທີ່ ຣັຖບານ ຫລືບໍຣິສັດລົງທຶນ ຕ່າງປະເທດພັດ ເວົ້າວ່າ ປະຊາຊົນພຽງ ແຕ່ຈັບຈອງທີ່ດິນໄວ້ ບໍ່ໄດ້ສ້າງສາ ພັທນາຫຍັງ ສະນັ້ນພວກເຂົາ ຈຶ່ງບໍ່ຄວນໄດ້ ຮັບຄ່າຕອບ ແທນຫລາຍ.

ຍ້ອນບັນຫາທັງໝົດນັ້ນ ປັດຈຸບັນ ຣັຖບານລາວຈຶ່ງ ກຳລັງປະຕິຮູບ ທີ່ດິນ ໂດຍໄດ້ຈັດຕັ້ງ ອົງການບໍຣິ ຫານ ທີ່ດິນແຫ່ງຊາດຂື້ນ ແລ້ວສຳຣວດທີ່ດິນ ທົບທວນຄືນໃໝ່ ໝົດນະໂຍບາຍ ທີ່ເຄີຍປະຕິບັດມາ ໃນຂະນະນີ້ ກຳລັງປຶກສາຫາລື ກັບພວກສ່ວນຕ່າງໆ ທີ່ກ່ຽວຂ້ອງທັງ ໃນຂັ້ນສູນກາງ ແລະທ້ອງຖິ່ນ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວເຖິງຜົນ ຂອງກອງປະຊຸມ ນັ້ນຕອນນຶ່ງວ່າ ເຮົາກໍມີບັນ ທຶກກອງປະຊຸມ ເພື່ອສເນີຂັ້ນເທິງ ແກ້ໄຂບາງອັນ ເພາະທາງທ້ອງຖິ່ນ ອາດມີຜົນ ກະທົບແນວໃດ ມີການໃຫ້ສັມປະທານ ທີ່ດິນບ່ອນໃດ ເຂົາເຈົ້າເຮັດໄດ້ດີ ເຮັດບໍ່ໄດ້ດີ ເຮົາມາເບິ່ງໂຕ ເຮັດບໍ່ຖືກນັ້ນ ຈະເຮັດແນວໃດ ແກ້ໄຂແນວໃດ.    ຕໍ່ໄປຣັຖບານ ຈະວາງນະໂຍບາຍ ແລະອອກຣະບຽບ ກົດໝາຍໃໝ່ ຈະຈັດແຈງ ທີ່ດິນໃໝ່ ແບ່ງເຂດແດນທີ່ ດິນໃຫ້ແຈ່ມແຈ້ງ ແລ້ວອອກໃບຕາດິນ ໃຫ້ແກ່ຜູ້ເປັນ ເຈົ້າຂອງຢ່າງຄັກແນ່.

ເມື່ອປີ 2005 ທາງການໄດ້ອອກ ໃບຕາດິນໃຫ້ ແກ່ປະຊາຊົນ ທັງໝົດທົ່ວ ປະເທດພຽງແຕ່ 58,000 ໃບເທົ່ານັ້ນ ແຕ່ຫລັງຈາກທົບ ທວນເບິ່ງຄືນໃໝ່ ແລະອອກ ຣະບຽບກົດໝາຍໃໝ່ ທາງການລາວຈະ ອອກໃບຕາດິນ ໃຫ້ແກ່ປະຊາຊົນ ຕື່ມອີກ 3 ແສນສະບັບ. ໃນເມື່ອອອກໃບຕາດິນ ໃຫ້ປະຊາຊົນ ຢ່າງຄັກແນ່ແລ້ວ ຣັຖບານ ກໍຫວັງວ່າຄົງ ຈະບໍ່ມີຂໍ້ ຂັດແຍ້ງຫຍັງໃນ ເວລາທາງການ ຈັດສັນທີ່ດິນ ໃຫ້ຕ່າງປະເທດເຊົ່າ.

ຈຸດປະສົງ ອີກຢ່າງນຶ່ງ ຂອງຣັຖບານລາວ ໃນການຈັດສັນ ທີ່ດິນຫລືການ ອອກໃບຕາດິນ ໃຫ້ປະຊາຊົນ ຢ່າງຄັກແນ່ນີ້ ກໍແມ່ນ ຣັຖບານຈະສາມາດ ເກັບພາສີທີ່ດິນ ກັບປະຊາຊົນ ໄດ້ຫລາຍຂື້ນ.

ທາງການລາວ ຈະປະຕິຮູບ ທີ່ດິນແນວໃດ?

ຜ່ານມາທາງການລາວ ປະຕິບັດຕາມ ກົດໝາຍວ່າດ້ວຍ ທີ່ດິນທີ່ພິມ ເຜີຍແຜ່ເມື່ອປີ 2001. ມາດຕຣາສາມ ຂອງກົດໝາຍສະບັບ ນັ້ນບົ່ງໄວ້ວ່າ:

ທີ່ດິນໃນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ເປັນຊັບສົມບັດ ຂອງຊາດລາວ ຫລືເປັນກັມມະສິດ ຂອງຊາດ ຊຶ່ງຣັດເປັນຜູ້ ຄຸ້ມຄອງໃນທົ່ວ ປະເທດ ແລະມອບໃຫ້ບຸກຄົນ ຄອບຄົວ ການຈັດຕັ້ງແລະ ຕ່າງປະເທດເຊົ່າ. ກົດໝາຍມາດຕຣາ ນີ້ແປວ່າ ທີ່ດິນຢູ່ ສປປລາວ ເປັນຂອງຣັດບໍ່ແມ່ນ ຂອງປະຊາຊົນ ປະຊາຊົນ ມີພຽງແຕ່ເຊົ່າດິນ ຂອງຣັດເພື່ອທຳ ມາຫາກິນແລະ ອາໃສຢູ່ເທົ່ານັ້ນ.

ມາເຖິງຕອນນີ້ ທ່ານຜູ້ຟັງອາດ ຈະຖາມຂື້ນວ່າ ປັດຈຸບັນ ຊາວລາວຫລາຍໆຄົນ ມີດິນເຮືອນດິນນາ ເປັນຂອງຕົນ ເອງທັງນັ້ນ ມີໃບຕາດິນ ຢືນຢັນຢ່າງຄັກແນ່ ແລະກໍມີສິດ ຊື້ຂາຍດິນໄດ້ ຢ່າງສະບາຍ ແຕ່ຖ້າອ່ານເບິ່ງຄັກໆ ໃບຕາດິນນັ້ນ ຈະຣະບຸວ່າ ຜູ້ທີ່ມີຊື່ໃນ ໃບຕາດິນນັ້ນ ເປັນຜູ້ມີສິດ ນຳໃຊ້ທີ່ດິນ ເທົ່ານັ້ນບໍ່ແມ່ນ ເປັນເຈົ້າຂອງແທ້ໆ ເຖິງຢ່າງໃດກໍດີ ມາດຕຣາ 57 ໃນກົດໝາຍ ທີ່ດິນນັ້ນ ກໍໄດ້ບົ່ງໄວ້ວ່າ ຜູ້ນຳໃຊ້ທີ່ດິນ ມີສິດໂອນສິດ ນຳໃຊ້ໃຫ້ແກ່ຄົນອື່ນ ເຊັ່ນຂາຍໃຫ້ແກ່ ຄົນອື່ນໄດ້ ແລະມາດຕຣາ 58 ບົ່ງໄວ້ຕື່ມວ່າ ຜູ້ທີ່ມີຊື່ ໃນໃບຕາດິນ ສາມາດມອບສິດ ນຳໃຊ້ທີ່ດິນ ຂອງຕົນໃຫ້ແກ່ ລູກຫລານພໍ່ແມ່ ພີ່ນ້ອງໃກ້ຊິດ ເປັນຜູ້ສືບທອດ ການນຳໃຊ້ທີ່ດິນ ຕອນນັ້ນສືບຕໍ່ໆໄປ. ຖ້າຜູ້ນຳໃຊ້ ທີ່ດິນບໍ່ສ້າງ ພັທນາຫຍັງໃນ ດິນຕອນນັ້ນແລະ ກໍບໍ່ເສັຍຄ່າ ພາສີຕາດິນ ສາມປີຕິດຕໍ່ກັນ ເຈົ້າໜ້າທີ່ກໍຈະ ຍຶດເອົາທີ່ດິນຕອນ ນັ້ນເປັນຂອງຣັດ.

ທ່ານຜູ້ຟັງ ຫລາຍໆຄົນອາຈມີ ຄວາມສົນໃຈຢາກ ຮູ້ວ່າເປັນຫຍັງ ຣັຖບານລາວຈຶ່ງ ອະນຸຍາດໃຫ້ ຕ່າງປະເທດເຊົ່າ ທີ່ດິນຢູ່ລາວ ຫລາຍແທ້? ຄຳຕອບງ່າຍໆ ກໍແມ່ນ ຣັຖບານລາວ ຢາກສ້າງສາ ພັທນາປະເທດຊາດ ຢາກໃຫ້ມີການ ຜລິດທາງດ້ານ ກະສິກັມຫລາຍຂື້ນ ເພື່ອເປັນສິນຄ້າ ຂາຍອອກຕ່າງປະເທດ. ເພື່ອຈະປະຕິບັດ ຕາມຈຸດປະສົງນັ້ນ ທາງການລາວຈຶ່ງ ອະນຸຍາດໃຫ້ ຕ່າງປະເທດເຂົ້າ ມາລົງທຶນເຊົ່າທີ່ດິນ ຢູ່ລາວ ເພື່ອປູກພືດສິນຄ້າ ເປັນຕົ້ນຢາງ ພາຣາ ສາລີ ເຂົ້າ ອ້ອຍແລະຖົ່ວ ແລະໄດ້ອອກກົດໝາຍ ວ່າດ້ວຍທີ່ດິນ ເພື່ອໃຫ້ຄວາມສະດວກ ແກ່ນັກລົງທຶນ ຕ່າງປະເທດ.

ມາດຕຣາ 64 ຂອງກົດໝາຍສະບັບ ດັ່ງກ່າວບົ່ງໄວ້ວ່າ ຄົນຕ່າງດ້າວ ບໍຣິສັດແລະ ອົງການຈັດຕັ້ງ ຂອງຕ່າງປະເທດ ມີສິດເຊົ່າທີ່ດິນ ຢູ່ສປປລາວໄດ້. ຖ້າຕ່າງປະເທດ ເຊົ່າທີ່ດິນຈາກ ປະຊາຊົນລາວ ຈະມີສິດນຳ ໃຊ້ທີ່ດິນັ້ນ ໄດ້ບໍ່ເກີນ 20 ປີ ຕໍ່ເວລາໄດ້ ຕາມຄຳເຫັນດີ ເຫັນພ້ອມຂອງອຳນາດ ການປົກຄອງຂັ້ນແຂວງ. ຖ້າເຊົ່າກັບຣັດ.

ຕ່າງປະເທດ ທີ່ມາລົງທຶນຢູ່ລາວ ຈະມີສິດເຊົ່າ ທີ່ດິນໄດ້ສູງສຸດ ບໍ່ເກີນ 50 ປິ ແລະສາມາດຕໍ່ ໄດ້ຕາມການຕົກລົງ ເຫັນດີ ຂອງຣັຖບານ. ຖ້າຕ່າງປະເທດ ເຊົ່າເພື່ອ ພັທນາເປັນເຂດ ເສຖກິດພິເສດ ກຳນົດເວລາເຊົ່າ ທີ່ດິນສູງສຸດ ບໍ່ໃຫ້ເກີນ 75 ປີ ແລະສາມາດຕໍ່ໄດ້ ຕາມການຮັບຮອງ ຈາກ ສະພາ ແຫ່ງຊາດລາວ.

ກໍຣະນີສຸດທ້າຍ ຣັຖບານຫລືອົງ ການຈັດຕັ້ງຕ່າງ ປະເທດ ກໍສາມາດເຊົ່າ ແລກປ່ຽນຫລືໂອນ ທີ່ດິນຢູ່ ສປປລາວໄດ້ ແຕ່ຕ້ອງໄດ້ຮັບ ການຕົກລົງກັບ ຣັຖບານລາວ ສ່ວນກຳນົດເວລາ ເຊົ່ານັ້ນບໍ່ໃຫ້ເກີນ 99 ປີ. ເປັນທີ່ສັງເກດວ່າ ກົດໝາຍວ່າດ້ວຍ ທີ່ດິນສະບັບນີ້ ບໍ່ໄດ້ຣະບຸ ຣາຄາ ເຊົ່າທີ່ດິນໄວ້ ຢ່າງແຈ່ມແຈ້ງ. ຜ່ານມາ ເຈົ້າໜ້າທີ່ ຂັ້ນສູງຂອງລາວ ເອງກໍຮູ້ສຶກ ໂຕວ່າທາງການ ໄດ້ໃຫ້ຕ່າງປະເທດ ເຊົ່າທີ່ດິນ ຖືກເກີນໄປ ພຽງແຕ່ຣະຫວ່າງ 3 ແລະ 9 ດອນລ່າ ສະຫະຣັຖ ຕໍ່ນຶ່ງເຮັກຕາຣ໌ເ ທົ່ານັ້ນ.

ຍ້ອນອີງຕາມ ກົດໝາຍສະບັບ ດັ່ງກ່າວນີ້ ຜ່ານມາ ຣັຖບານລາວ ຈຶ່ງໄດ້ ອະນຸຍາດໃຫ້ ຕ່າງປະເທດ ເຊົ່າທີ່ດິນຢ່າງ ຍາວນານ ໃນຫລາຍໆແຫ່ງ ແຫ່ງທີ່ເດັ່ນໆ ກໍແມ່ນໂຄງການ ສ້າງເມືອງໃໝ່ ຢູ່ບຶງທາດຫລວງ ທີ່ນະຄອນຫລວງ ວຽງຈັນ ຊຶ່ງທາງການລາວ ໄດ້ອະນຸຍາດ ໃຫ້ຈີນເຊົ່າທີ່ດິນ ເປັນເວລາ ຫ້າສິບປີແລະ ຕໍ່ໄດ້ອີກ 25 ປີ ລວມທັງໝົດເປັນ 75 ປີ. ອີກກໍຣະນີນຶ່ງ ຣັຖບານລາວໄດ້ ອະນຸຍາດໃຫ້ ບໍຣິສັດຢາງ ວຽດນາມເຊົ່າທີ່ດິນ ຢູ່ພາກໃຕ້ຂອງລາວ ລວມທັງໝົດເຖິງ ສອງແສນເຮັກຕາຣ໌ ເພື່ອປູກຢາງພາຣາ.

ນັ້ນແມ່ນນະໂຍບາຍ ແລະຣະບຽບກົດໝາຍ ທີ່ຣັຖບານ ປະຕິບັດມາ. ຕໍ່ບັນຫາທີ່ວ່າ ຣັຖບານຈະ ປະຕິຮູບແນວໃດ ຈະປ່ຽນແປງນະໂຍບາຍ ແລະຣະບຽບກົດໝາຍ ແນວໃດ?

ກ່ອນອື່ນໝົດ ຣັຖບານ ຈະສຳຣວດ ທີ່ດິນໃໝ່ ແລ້ວແບ່ງເຂດແດນ ທີ່ດິນໃຫ້ຄັກແນ່ ດິນຕອນໃດເປັນ ຂອງປະຊາຊົນ ແລະດິນຕອນໃດ ເປັນຂອງຣັຖບານ ແຕ່ຄົງຈະບໍ່ ປ່ຽນແປງກົດໝາຍ ວ່າດ້ວຍທີ່ດິນ ໃໝ່ຢ່າງເລິກເຊິງ ຕົວຢ່າງຄົງຈະບໍ່ ປ່ຽນແປງເຖິງຂັ້ນ ຈະຢຸດຕິການ ໃຫ້ຕ່າງປະເທດ ເຊົ່າທີ່ດິນ ໝົດຢ່າງອາດຈະ ເກັບຄ່າເຊົ່າແພງ ຂື້ນຫລືໃຫ້ເຊົ່າ ບໍ່ດົນນານ ເທົ່າໃດ ເທົ່ານັ້ນ.
 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.