ການປູກຊາ ໃນລາວ ພົບບັນຫາ ຣາຄາຕົກຕໍ່າ

ມາຮອດປັດຈຸບັນນີ້ ປາກົດວ່າ ຢູ່ປະເທດລາວ ມີບາງເຂດ ເປັນຕົ້ນຢູ່ແຂວງ ຜົ້ງສາລີ ພາກເໜືອຂອງລາວ ມີການເລີ່ມ ນິຍົມປູກຊາ ພາຍຫລັງທີ່ຊາ ໄດ້ຖືກຄົ້ນພົບ ແລະປູກຢູ່ແຂວງ ຍຸນນານ ພາກຕາເວັນຕົກ ສ່ຽງໄຕ້ຂອງປະເທດຈີນ ທີ່ມີຊາຍແດນ ຕິດກັບລາວ ມາຕັ້ງແຕ່ສະຕະວັດ ທີ 3. ແຕ່ໂຊກຍັງ ບໍ່ເຂົ້າຂ້າງພໍເລີ່ມປູກ ໄດ້ຫລາຍແນ່ ຣາຄາຊ້ຳພັດຕົກຕ່ຳ.
ຈຳປາທອງ
2009.02.17

ເວົ້າເຖິງ ຊາ ແມ່ນມີ 2 ສະໜິດ ຄື ຊາ ສະໜິດນຶ່ງແມ່ນ ຊາ ທີ່ຜູ້ຄົນທັງຫລາຍ ບໍ່ວ່າຈະເປັນ ຊາວເອເຊັຍ ຊາວຢູໂຣບ ອາເມຣິກາ ແລະຢູ່ແຫ່ງອື່ນໆ ຂອງໂລກ ພາກັນດື່ມ ຊຶ່ງຄົນລາວຈຳນວນ ຫລວງຫລາຍເອີ້ນວ່າ ກິນຊາ ແລະ ຊາ ສະໜິດນີ້ ນອກຈາກຈະເປັນ ເຄື່ອງດື່ມແລ້ວກໍຍັງ ໄຊ້ເປັນຢາປົວພະຍາດ ໄດ້ອີກດ້ວຍ. ສ່ວນວ່າ ຊາ ອີກສະໜິດນຶ່ງ ຊຶ່ງບາງຄົນເອີ້ນວ່າ ກັນຊາ ນັ້ນເປັນ ຊາ ທີ່ມີຄົນຈຳນວນ ບໍ່ນ້ອຍໃນທົ່ວໂລກ ນິຍົມກັນສູບ ທັງເປັນຢາເສບຕິດ ໃຫ້ໂທດແລະທັງ        ຜິດກົດໝາຍ ບ້ານເມືອງຕື່ມອີກ.

ແຕ່ໃນມື້ນີ້ ຊາ ທີ່ຂ້າພະເຈົ້າຈະ ເວົ້າເຖິງເປັນຊາສະໜິດ ທີ່ຜູ້ຄົນທັງ ຫລາຍພາກັນດື່ມ ຜູ້ນິຍົມດື່ມຫລາຍ ກໍຈະແມ່ນ ຊາວຈີນ ຊາວວຽດນາມ. ສຳລັບຢູ່ ສ.ປ.ປ.ລາວ ກໍມີການກິນ ຊາ ຢູ່ຈຳນວນນ້ອຍນຶ່ງ ເປັນຕົ້ນຢູ່ຕາມ ຮ້ານອາຫານຕ່າງໆ ໃນຕົວເມືອງສ່ວນວ່າ ປະຊາຊົນທົ່ວໄປ ຢູ່ຕາມຕົວເມືອງ ຢູ່ຕາມຊົນນະບົດ ເຖິງມີການກິນ ແຕ່ກໍກິນພຽງ ເລັກນ້ອຍເທົ່ານັ້ນ ນີ້ບໍ່ໝາຍຄວາມວ່າ ປະຊາຊົນລາວ ບໍ່ຢາກກິນຊາ.

ດັ່ງນັ້ນການປູກ ຊາ ຢູ່ລາວຈຶ່ງຍັງ ບໍ່ທັນມີຫລາຍ ການປູກກໍມີແຕ່ ເລັ່ງໃສ່ການສົ່ງ ໃບຊາແຫ້ງໄປຂາຍ ໃຫ້ຕ່າງປະເທດ ເປັນຕົ້ນຂາຍໃຫ້ຈີນ ເວົ້າເຖິງ ຊາ ນັກປະຫວັດສາດ ທັງຫລາຍເຊື່ອກັນວ່າ ຊາ ຖືກຄົ້ນພົບ ແລະປູກຢູ່ແຂວງ ຍຸນນານທາງພາກ ຕາເວັນຕົກສ່ຽງໄຕ້ ຂອງປະເທດຈີນ ຊຶ່ງມີຊາຍແດນ ຕິດກັບລາວ ພະມ້າ ວຽດນາມ ແລະໄກ້ກັບ ປະເທດໄທ. ແລະໄດ້ມີປະຫວັດ ຊາ ຢູ່ຈີນ ມາຕັ້ງແຕ່ ສະຕະວັດທີ 3.

ຫລັງຈາກມີການ ປູກຊາຫລາຍ ຢູ່ຈີນແລ້ວ ກໍຖືກນຳໄປປູກ ຢູ່ປະເທດຍີ່ປຸ່ນ. ແລະຫລັງຈາກມີການ ປູກຫລາຍຢູ່ພາກໄຕ້ ຂອງອິນເດັຍແລ້ວ ກໍໄດ້ຂະຫຍາຍ ໄປປູກຢູ່ປະເທດ ສີລັງກາ ແລະໃນປີ 1650 ສະໃໝອາເມຣິກາ ເປັນເມືອງຂື້ນ ມີຊາວໂຮນແລນ ໄດ້ນຳເອົາຊາ ໄປ New Amsterdam ຊຶ່ງຕໍ່ມາເອີ້ນວ່າ New York ສະຫະຣັດອາເມຣິກາ ໃນປັດຈຸບັນ.

ໃນສູ່ມື້ນີ້ ຈີນ ແລະ ອິນເດັຍ ປູກຊາ ຫລາຍທີ່ສຸດໃນໂລກ ສຳລັບຢູ່ລາວ ພື້ນທີ່ປູກຊາ ທີ່ໄດ້ຮັບການ ພັດທະນາແດ່ ກໍແມ່ນຢູ່ແຂວງ ຜົ້ງສາລີ : ຢູ່ເມືອງ ຜົ້ງສາລີ ເມືອງຍອດອູ ແລະເມືອງບຸນເໜືອ ໃນເນື້ອທີ່ຫລາຍກວ່າ 800 ເຮັກຕາ ແລະຍັງມີແນວໂນ້ມ ວ່າຈະຂະຫຍາຍ ເນື້ອທີ່ປູກຊານັ້ນ ຫລາຍຂື້ນຕື່ມອີກ.

ສ່ວນປະຊາຊົນ ທີ່ບໍ່ມີດິນ ປູກຊາພະນັກງານ ຫ້ອງການແຜນການ ແລະການລົງທຶນ ແຂວງຜົ້ງສາລີ ກໍວ່າພວກເຂົາເຈົ້າ ສາມາດຕິດຕໍ່ກັບ ຫົວໜ້າໜ່ວຍງານ ເພື່ອເຊົ່າທີ່ດິນ ນຳທາງຣັດຖະບານ ໃນຣາຄາຖືກ ຕາມໂຄງການສົ່ງເສີມ ການພັດທະນາ ເສດຖະກິດທົ່ວໄປ.

ມາຮອດໄລຍະນີ້ ສັງເກດເຫັນວ່າ ຊາ ລາວ ເປັນທີ່ນິຍົມກັນ ໃນຕ່າງປະເທດ. ມີນັກທຸລະກິດ ຈາກປະເທດຈີນ ແລະມາເລເຊັຍ ໄດ້ເຂົ້າມາລົງທຶນ ຕັ້ງໂຮງງານ ອົບໃບຊາ ແລະຮັບຊື້ໃບຊາ ຢູ່ແຂວງຜົ້ງສາລີ ນັ້ນແລ້ວ.

ແຕ່ເຖິງຢ່າງໃດ ກໍດີຖ້າເວົ້າເຖີງ ສະພາບຊີວິດ ການເປັນຢູ່ຂອງ ຊາວໄຮ່ຊາວສວນ ຊາ ນັ້ນກໍຍັງຫຍູ້ງຍາກຢູ່ ບໍ່ມີນາປູກເຂົ້າກິນ ດັ່ງທີ່ເຈົ້າໜ້າທີ່ ຫ້ອງການແຜນການ ແລະການລົງທຶນແຂວງ ບອກໃຫ້ຮູ້ເມື່ອກ່ອນນັ້ນວ່າ

ບາງຄົນກໍປູກພືດເປັນ ຊາ ເປັນຊາຂຽວ ແລ້ວກໍເອົາຊາມາຂາຍ ແລ້ວໄປຊື້ເຂົ້າກິນ ເພາະສ່ວນຫລາຍ ປະຊາຊົນບໍ່ມີນາ ການປູກຊາຢູ່ ແຂວງຜົ້ງສາລີ ນອກຈາກທາງ ການແຂວງແລ້ວ ສະຫະພັນແມ່ຍິງລາວ ແລະສະຖາບັນ ພັດທະນາຊຸມຊົນ ແຫ່ງປະເທດໄທ ກໍໃຫ້ການ ສະໜັບສະໜູນ ປະຊາຊົນເປັນຕົ້ນ ແມ່ຍິງປູກຊາດ້ວຍ     ການໃຫ້ຢືມເງິນ ໂດຍຄິດດອກເບັ້ຽຕ່ຳ ເພື່ອເຮັດໃຫ້ ຊາ ເປັນສິນຄ້າຂາອອກ ຂອງແຂວງ ພ້ອມກັນນັ້ນຜແນກ ກະສິກັມແລະ ປ່າໄມ້ແຂວງ ກໍໃຫ້ການຊ່ວຍເຫລືອ ທາງດ້ານແນວພັນ ແລະວິຊາການ ເພື່ອຍົກລະດັບ ຜົນລະປູກຊາ ໃຫ້ມີຄຸນນະພາບດີຂື້ນ ເຖິງແມ່ນວ່າ ທີ່ຜ່ານມາ ຈະຍັງບໍ່ທັນ ໄດ້ຮັບຜົນດີ ເທົ່າທີ່ຄວນກໍຕາມ.     ດັ່ງ ຍານາງ ແປງ ອໍຣະຄຳ ຈາກສະຫະພັນ ແມ່ຍິງແຂວງ ຜົ້ງສາລີ ໄດ້ເວົ້າຜ່ານມາວ່າ

ເຈົ້າປ່ອຍກູ້ໃຫ້ຂະເຈົ້າ ເຮັດກິດຈະກຳ ສຳລັບເມືອງຜົ້ງສາລີ ແມ່ນສົ່ງເສີມກິດຈະກັມ ທີ່ຂະເຈົ້າເຮັດ ສ່ວນຫລາຍແມ່ນ ການປູກຊາ ແຕ່ເນື່ອງຈາກວ່າ ມີບົດຮຽນແຕ່ ບໍ່ມີປະສົບພະການ ແມ່ນກໍເລີຍວ່າ ຜົນບໍ່ໄດ້ດີ ເທົ່າທີ່ຄວນເນາະ.

ຜ່ານຈາກການປະຕິບັດ ໃນພາກຕົວຈິງ ໃນສອງປີຜ່ານມາ ຊາວໄຮ ຊາວສວນ ສາມາດປູກແລະສົ່ງ ຊາ ອອກຂາຍຕ່າງປະເທດ ໄດ້ເຖິງ 300 ຕັນດ້ວຍມູນຄ່າ 830 ພັນໂດລາສະຫະຣັດ ຊຶ່ງນອກຈາກຈີນແລ້ວ ຍັງມີຫລາຍປະເທດ ຕ້ອງການຊາທີ່ ປູກຕາມທັມມະຊາດ ຢູ່ລາວ.

ແຕ່ພໍຕົກມາເຖິງ ໄລຍະເກີດວິກິດການ ທາງດ້ານເສດຖະກິດ ແລະການເງິນໂລກ ນີ້ມີບັນຫາ ຫຍູ້ງຍາກຫລາຍຢ່າງ ເກີດຂື້ນສຳລັບ ສ.ປ.ປ.ລາວ ຮວມທັງດ້ານ ການຄ້າຍ້ອນຕະຫລາດ ການຄ້າຕ່າງປະເທດ ມີຄວາມຕ້ອງການ ສິນຄ້າໜ້ອຍລົງ. ໃນເມື່ອຄວາມຕ້ອງການ ສິນຄ້າລຸດໜ້ອຍລົງ ມັນກໍສົ່ງຜົນ ສະທ້ອນເຮັດໃຫ້ ຣາຄາສິນຄ້າທົ່ວໄປ ຮວມທັງ ຊາ ຖືກລົງເຊັ່ນກັນ.

ຣາຄາ ຊາ ຕົກຕ່ຳຢູ່ລາວ ເປັນຍ້ອນຕະຫລາດໃຫຍ່ ໃນປະເທດຈີນ ມີບັນຫາຊຶ່ງ ອາດເປັນເພາະ ຊາ ລົ້ນຕະຫລາດ -ຕາມຄຳເວົ້າຜ່ານມາ ຂອງ ທ່ານ ອຸ່ນ ແກ້ວກອງ ຮອງຫົວໜ້າຜະແນກ ອຸດສາຫະກັມແລະ ການຄ້າແຂວງ ຜົ້ງສາລີ. ທ່ານ ວ່າ

ການປູກ ຊາ ດຽວນີ້ເປັນນຳຕະຫລາດ ຊາ ມັນຕົກເຮັດໃຫ້ ຣາຄາເກັບຊື້ມັນຕ່ຳ. ປັດຈຸບັນນີ້ ກິໂລນຶ່ງມີແຕ່ 16 ພັນກີບ ມີການກະທົບ ກະເທືອນໃຫ້ແກ່ ຊີວິດການ ເປັນຢູ່ຂອງ ປະຊາຊົນຜູ້ປູກ ຊາ.

ເມື່ອເບິ່ງຄືນໄປກາງປີ 2008 ຣາຄາໃບຊາແຫ້ງ ຢູ່ແຂວງຜົ້ງສາລີ ລຸດຈາກປີ 2007 ຫລາຍສົມຄວນ ຄືລຸດຈາກການ ທີ່ເຄີຍຂາຍໄດ້ ສະເລັ່ຽກິໂລນຶ່ງ 25 ພັນກີບ ລົງມາຢູ່ໃນລະຫວ່າງ ກິໂລລະ 12 ພັນຫາ 16 ພັນກີບ ຊ້ຳບໍ່ພໍຍັງມີ ພໍ່ຄ້າຈີນໜ້າໃໝ່ ມາສວຍໂອກາດ ກ້ວນຊື້ຊາໃນແຂວງ ໃນຣາຄາສູງກວ່າ ຣາຄາທີ່ພວກ      ພໍ່ຄ້າຂາປະຈຳຊື້ ເພື່ອສ້າງຄວາມປັ່ນປ່ວນ ທາງດ້ານຣາຄາ ຕາມທ້ອງຕະຫລາດ ພາຍໃນແຂວງຕື່ມອີກ

ຕາມຄຳເວົ້າຂອງເຈົ້າ ໜ້າທີ່ແຂວງ ທີ່ຜ່າມມາວ່າ

ດຽວນີ້ກໍເລີ່ມມີຈີນ ກຳລັງເຂົ້າມາ ເກັບຊື້ຈຳນວນນຶ່ງ ແຕ່ວ່າພວກນີ້ ມັນບໍ່ແມ່ນພວກ ທີ່ມາສົ່ງເສີມ ມີແຕ່ມາປັ່ນ ປ່ວນຣາຄາ. ຄັນພວກອື່ນມາ ຊື້ບໍ່ມີໃບ ອະນຸຍາດ ສົ່ງເສີມເຮົາກໍ ຈະບໍ່ຂາຍໃຫ້

ທ່ານວ່າການແກ້ໄຂ ບັນຫາຣາຄາ ຊາ ຕົກຕ່ຳຊຶ່ງສ່ວນນຶ່ງ ກໍເກີດຈາກພວກ ພໍ່ຄ້າຄົນກາງນັ້ນ ທາງຜແນກ ອຸດສາຫະກັມ ແລະການຄ້າແຂວງ ກໍໄດ້ພະຍາຍາມ   ແກ້ໄຂເພື່ອໃຫ້ ຄວາມເດືອດຮ້ອນ ຂອງປະຊາຊົນ ທີ່ໄດ້ຮັບນັ້ນ ລຸດຜ່ອນລົງ ທ່ານວ່າ

ພວກເຮົາກໍໄດ້ ເວົ້າກັນແລະກໍແກ້ ນອກຈາກບໍລິສັດ ທີ່ລົງທຶນແລ້ວ ເຮົາກໍປ່ອຍໃຫ້ ເອກກະຊົນ ແລະທຸກຄົນສາມາດ ເກັບຊື້ຈາກ ປະຊາຊົນໄດ້-ອັນນຶ່ງ ອັນທີສອງມາ ຍົກເວັ້ນພາສີຂາອອກ ການແກ້ໄຂບັນຫາ ຣາຄາຜົນຜະລິດ ການກະເສດຮວມ ທັງຣາຄາ ຊາ ຫລືວ່າ ຜົນຜະລິດ ອຸດສາຫະກັມຕົກຕ່ຳ, ເຮັດໃຫ້ຊາວໄຮ ຊາວສວນນັ້ນ ຂາດທຶນບໍ່ວ່າຢູ່ ແຂວງຜົ້ງສາລີ ຫລືວ່າຢູ່ແຂວງອື່ນໆ ບັນຫາສຳຄັນ ກໍແມ່ນການແກ້ ໄຂບັນຫາການຄ້ຳ ປະກັນຣາຄາ, ຄ້ຳປະກັນຕະຫລາດຮອງຮັບ, ການແກ້ໄຂ ຄ່າຂົນສົ່ງ ແລະຄ່າພາສີ ຖ້າບໍ່ດັ່ງນັ້ນ ນະໂຍບາຍການ ຜະລິດສິນຄ້າ ຂອງທາງການລາວ ກໍຈະເປັນໄປ ໄດ້ຍາກຫລືອາດ ຈະບໍ່ປະສົບ ຜົນສຳເຣັດໄດ້.

ແຕ່ເຖິງຢ່າງໃດກໍຕາມ ໃນປັດຈຸບັນນີ້ ເຖິງວ່າ ວິກິດການທາງດ້ານ ເສດຖະກິດ ແລະການເງິນໂລກ ກະທົບໃສ່ການ ພັດທະນາຢູ່ ສ.ປ.ປ.ລາວ ຫລາຍສົມຄວນ ໃນ 6 ຂະແໜງການສຳຄັນ ຕາມຄຳເວົ້າຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັດຖະມົນຕຣີ, ຣັດຖະມົນຕຣີ ກະຊວງການຕ່າງເທດ ສ.ປ.ປ.ລາວ ຊຶ່ງໃນນັ້ນຮວມທັງ ຂະແໜງການ ການສົ່ງສິນຄ້າ ອອກຂາຍກໍຕາມ ແຕ່ໂດຍທົ່ວໄປແລ້ວ ກໍຍັງເຫັນວ່າ ຢູ່ຕາມແຂວງຕ່າງໆ ຂອງລາວຍັງມີ ການຜະລິດທາງ ດ້ານກະສິກັມ ເປັນສິນຄ້າ ຫລາຍຢູ່ເຖິງແມ່ນ ວ່າຈະມີຄວາມສ່ຽງ ທາງດ້ານຣາຄາ ແລະຕະຫລາດຈຳໜ່າຍ ກໍດີອັນມີທັງ ການປູກ ຊາ ຢາ ອ້ອຍ ຢາງພາລາ ກາເຟ ແລະປູກເຂົ້າເປັນຕົ້ນ.

ແລະມີຫລາຍຄົນເຊື່ອວ່າ ຖ້າຫາກຜົນຜະລິດ ທາງດ້ານກະສິກັມ ກຸ້ມຢູ່ກຸ້ມກິນພາຍໃນ ມີສ່ວນນຶ່ງແຮໄວ້ ແລະອີກສ່ວນນຶ່ງ ເປັນສິນຄ້າແລ້ວ ປະຊາຊົນລາວ ກໍຈະມີການກິນ ການຢູ່ດີຂື້ນ ເຖິງວ່າຈະຍັງ ບໍ່ທັນມີສິດ ເສຣີພາບ ແລະປະຊາທິປະໄຕ ໃນການດຳລົງ ຊີວິດຢູ່ຂອງຕົນ.
 
   
   
 
   


   



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 26, 2016 05:36 PM

ເຮົາຍາກໄດ້ຊາກະລຸນາຕິດຕໍຫາ ພວກເຮົາ ດ້ວຍທີເບີ 99119870


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]