ມາດາມ Hillary Clinton ຢ້ຽມຢາມ ເອເຊັຍ

ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັຖ ມາດາມ Hillary Clinton ຢ້ຽມຢາມ ຫລາຍປະເທດ ໃນເອເຊັຍ ຮວມທັງ ຍີ່ປຸ່ນ ອິໂດເນເຊັຍ ເກົຫລີໃຕ້ ແລະ ຈີນ
ໂພໄຊສວັດ
2009.02.20

ມາດາມ Hillary Clinton ເປັນຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ຄົນທໍາອິດ ພາຍໃນເຄິ່ງສັດຕະວັດ ຜ່ານມາ ທີ່ເລີ້ມວຽກການ ໂດຍການໄປ ຢ້ຽມຢາມ ເອເຊັຍ. ອັນນີ້ເປັນການ ເດີນໄປຕ່າງປະເທດ ຄັ້ງທຳອິດຂອງ ນັກການທູດຊັ້ນສູງ ໃນຄະນະຣັຖບານ ຂອງປະທານາ ທິບໍດີ Barack Obama  ຊຶ່ງຈະເນັ້ນຈຸດ ສົນໃຈຫັນມາທາງ ເອເຊັຍ ແລະ ອາດຈະໝາຍເຖິງ ການປ່ຽນແປງ ດ້ານນະໂຍບາຍ ຕ່າງປະເທດຂອງ ສະຫາຣັຖ ກໍເປັນໄດ້.

ຣັຖມັນຕຣີການ ຕ່າງປະເທດຜູ້ກ່ອນໆ ມັກຈະເລີ້ມວຽກການ ໂດຍການເດີນທາງ ໄປຢູໂຣບ ແລະພາກຕາເວັນ ອອກກາງກ່ອນ. ສຳລັບມາດາມ Hillary Clinton ໄດ້ອອກເດີນທາງ ຈາກສະຫະຣັຖ ເມື່ອວັນອາທິດ ທີ 15 ກຸມພາຜ່ານມາ. ເລີ້ມຕົ້ນການ ຢ້ຽມຢາມ ຈາກປະເທດ ຍີ່ປຸ່ນ, ຕໍ່ໄປ ອິນໂດເນເຊັຍ, ຫລັງຈາກນັ້ນ ກໍຈະ ແມ່ນ ເກົາຫລີໃຕ້ ແລະ ຈີນ. ກ່ອນອອກເດີນ ທາງ ມາດາມ Clinton ໄດ້ກ່າວ ຕໍ່ຜູ້ສື່ຂ່າວວ່າ:

I have come to Asia as my first trip as Secretary of State to convey that America’s relationships across the Pacific are indispensible

ມາດາມ Clinton ເວົ້າວ່າ: ເພິ່ນໄປຢ້ຽມຢາມ ປະເທດ ໃນເອເຊັຍ ເປັນການເດີນທາງ ເທື່ອທຳອິດ ໃນຖານະ ຣັຖມັນຕຣີການ ຕ່າງປະເທດ ກໍເພື່ອຖ່າຍທອດ ຄວາມສຳພັນຂອງ ສະຫະຣັຖ ອະເມຣິກາ ທີ່ມີຕໍ່ເຂດ ເອເຊັຍປາຊີຝິກ ນີ້ທີ່ມີຄວາມ ສຳຄັນຊຶ່ງ ຈະຂາດບໍ່ໄດ້. ຄວາມສຳຄັນ ແລະ ຈຸດມຸ້ງໝາຍຂອງ ການເດີນທາງ ຂອງເພິ່ນຄັ້ງນີ້ ກໍເພື່ອປັບປຸງ ຄວາມສຳພັນກັບ ກຸ່ມພັນທະມິດ ໃຫ້ດີຂື້ນແລະ ເພື່ອສະແດງໃຫ້ ເຫັນຄວາມສຳຄັນ ຂອງຄວາມສຳພັນ ລະຫວ່າງ ສະຫະຣັຖ ແລະ ເຂດປາຊີຝິກ. ນອກຈາກນີ້ ປະເທດທີ່ເພິ່ນ ຕັດສິນໃຈໄປ ຢ້ຽມຢາມ ໃນເອເຊັຍຕາເວັນ ອອກລ້ວນແລ້ວແຕ່ ເປັນປະເທດທີ່ ມີການຂະຫຍາຍໂຕ ທາງເສດຖະກິດ ຢ່າງວ່ອງໄວແລະ ຫລວງຫລາຍທັງໝົດ ໂດຍສະເພາະແມ່ນ ຈີນ ຍີ່ປຸ່ນ ແລະ ເກົາຫລີໃຕ້. ດັ່ງທີ່ເພິ່ນໄດ້ ອະທິບາຍ ໃນການໃຫ້ສຳພາດ ທາງລາຍການ ໂທຣະທັດ Fuji TV ຂອງຍີ່ປຸ່ນ ໃນວັນທີ 17 ກຸມພາ ຜ່ານມາວ່າ ຍີ່ປຸ່ນ ເປັນພັນທະມິດ ທີ່ສຳຄັນທີ່ສຸດ ໃນໂລກ ແລະ ປີໜ້າ ທັງສອງປະເທດ ກໍຈະສະຫລອງ 50 ປີຄົບຮອບ ຄວາມສຳພັນ ນອກຈາກນີ້ ຍີ່ປຸ່ນຍັງມີ ເສດຖະກິດ ທີ່ໃຫຍ່ອັນດັບ ສອງຂອງໂລກອີກ.
ສຳລັບ ອິນໂດເນເຊັຍ ອາດຈະມີ ການພົວພັນ ກັບນະໂຍບາຍ ທາງດ້ານການເມືອງ ຫລາຍກວ່າ ທາງເສດຖະກິດ ເພາະວ່າ ທ່ານ Obama ເຄີຍໄດ້ໃຫ້ສຳພາດກັບ ສຖານີ ໂທຣະທັດ Al-Arabiya ວ່າ:

My job is to communicate to the American people that the Muslim World is filled with….

ທ່ານ Obama ກ່າວວ່າ: ໜ້າທີ່ຂອງທ່ານ ທີ່ມີຕໍ່ຊາວ ອະເມຣິກັນ ກໍຄືການກ່າວ ບອກໃຫ້ຮູ້ວ່າ ໃນໂລກຂອງຊາວ Muslim ເຕັມໄປດ້ວຍຜູ້ຄົນ ທີ່ໜ້າສົນໃຈ ທີ່ຢາກ ຢູ່ດີກິນດີ ມີສິດເສຣີພາບ ແລະເຫັນລູກຫລານ ຂອງຂະເຈົ້າຢູ່ ຢ່າງສງົບສຸຂ ແລະໜ້າທີ່ຂອງ ທ່ານທີ່ມີຕໍ່ ຊາວໂລກ Muslim ກໍຄືການ ຕິດຕໍ່ພົວພັນ ແລະເປີດເຜີຍ ໃຫ້ຂະເຈົ້າຮູ້ວ່າ ສະຫະຣັຖ ບໍ່ແມ່ນ ສັດຕຣູ ຂອງ ຊາວ Muslim ແລະພວກເຮົາໝົດ ທຸກຄົນກໍເຄີຍ ເຮັດຜິດພາດ ພວກເຮົາໝົດທຸກ ຄົນບໍ່ແມ່ນຈະ ເຮັດຖືກຕ້ອງໄປ ໝົດທຸກຢ່າງໄດ້.
ອັນນີ້ກໍອາດ ເປັນຍ້ອນວ່າ ອິນໂດເນເຊັຍ ເປັນປະເທດ ທີ່ມີ ປະຊາກອນ ຫລາຍອັນດັບ 4 ຂອງໂລກ ແລະມີຊາວ Muslims ຫລາຍທີ່ສຸດໃນ ໂລກກໍເປັນໄດ້. ອິນໂດ ເນເຊັຍ ມີພົນລະເມືອງ 237 ລ້ານຄົນ ແລະ 190 ລ້ານຄົນ ນັບຖື ສາສນາ ອິດສະລາມ.

ການໄປຢ້ຽມຢາມ ປະເທດໃນ ເອເຊັຍ ຕາເວັນອອກຂອງ ມາດາມ Clinton ເທື່ອນີ້ນອກຈາກ ການແນະນຳໂຕ ໃນຖານະ ຣັຖມັນຕຣີ ການຕ່າງປະເທດ ຜູ້ໃໝ່ຂອງ ສະຫະຣັຖແລະ ການຢາກຂະຫຍາຍ ແລະຢາກມີຄວາມ ສຳພັນ ການຮ່ວມມື ຢ່າງກ້ວາງຂວາງ ເລິກເຊິ່ງກັບ ເອເຊັຍແລ້ວ ຍັງເພື່ອປຶກສາ ຫາລືກັບ ຜູ້ນຳ ຈີນ ຍີ່ປຸ່ນ ເກົາຫລີໃຕ້ແລະ ອິນໂດເນເຊັຍ ກ່ຽວກັບການຫາ ທາງແກ້ໄຂ ບັນຫາວິກິດ ການດ້ານການເງິນ ແລະ ເສດຖະກິດ ຂອງໂລກທີ່ ກຳລັງບັ່ນທອນ ຄວາມໝັ້ນຄົງທາງ ດ້ານການຄ້າ ການທຸລະກິດ ຂອງທົ່ວໂລກ ໃນປັດຈຸບັນ. ນອກຈາກນີ້ ປະເທດເລົ່ານີ້ ກໍຍັງເປັນຄູ່ຄ້າ ສຳຄັນຂອງສະ ຫະຣັຖອີກນຳ. ຈະເຫັນໄດ້ຈາກການ ໃຫ້ສຳ ພາດຂອງທ່ານ Michael Green ທີ່ປຶກສາ ດ້ານນະໂຍບາຍ ແລະການພົວພັນ ລະຫວ່າງຊາດ ຂອງປະທານາ ທິບໍດີ Obama  ວ່າ:

The big themes to look for broadly on this trip are first and foremost the financial crisis -

ທ່ານກ່າວວ່າ: ແກ່ນສານຂອງການ ຢ້ຽມຢາມໃນຄັ້ງ ນີ້ຫາກຈະເບິ່ງ ໃຫ້ກວ້າງໄກແລ້ວ ກ່ອນອື່ນໝົດ ກໍແມ່ນບັນຫາ ວິກິດການດ້ານ ການເງິນ ແລະເສຖກິດຂອງ ໂລກການເຈຣະຈາ ກັບພວກຜູ້ນຳ ຂອງປະເທດເລົ່ານີ້ ນອກເໜືອໄປຈາກ ການຮ່ວມໄມ້ຮ່ວມ ມືລະຫວ່າງ ປະເທດຕໍ່ ປະເທດແລ້ວ ຍັງຈະກວມໄປຮອດບັນຫາ ຂອງ ໂລກທີ່ບໍ່ແມ່ນ ດ້ານເສດຖະກິດນຳ ເຊັ່ນການປ່ຽນແປງ ຂອງສະພາບອາກາດ ແລະພລັງງານ ທີ່ສະອາດແລ້ວ ກໍຍັງມີບັນຫາ ອັຟການິສຖານ ປາກິສຖານ ແລະບັນ ຫາອາວຸດນິວ ເຄລັຍອີກນຳ. ບັນຫາອາວຸດ ນິວເຄລັຍ ເປັນບັນຫາສຳຄັນ ອັນດັບສອງ ທີ່ຣັຖມັນຕຣີການ ຕ່າງປະເທດ ຢາກຟື້ນຟູການ ເຈຣະຈາ ເພື່ອຍຸດຕິໂຄງການ ອາວຸດປະຣຳ ມະນູຂອງເກົາຫລີ ເໜືອ ເພາະທີ່ຜ່ານມາ ເກົາຫລີເໜືອຂູ່ ຈະເຮັດສົງຄາມກັບ ເກົາຫລີໃຕ້ແລະ ມື້ວັນພະຫັດນີ້ ບໍ່ທໍ່ໃດຊົ່ວ ໂມງກ່ອນ ມາດາມ Clinton ຈະໄປເຖິງກຸງ ໂຊນເກົາຫລີໃຕ້ ກໍຍັງນາບຂູ່ອີກ ອ້າງອີງຕາມລາຍ ງານຂ່າວຂອງ ແຫລ່ງຂ່າວ AFP ມື້ວັນທີ 19 ກຸມພານີ້. ນອກຈາກນີ້ເມື່ອ ວັນຈັນ ວັນທີ 16 ທີ່ ຜ່ານມາຍັງໄດ້ ປະກາດວ່າ ຈະທົດລອງຍິງ ຈະຣວດລະຍະຍາວ ອີກໂດຍອ້າງວ່າ ເປັນສ່ວນນຶ່ງຂອງ ໂຄງການອາວະກາດ ຊຶ່ງປະເທດໃດ ກໍມີສິດເຮັດໄດ້. ຕໍ່ຄຳຂູ່ເຂັນ ນີ້ ມາດາມ Clinton ກ່າວຈາກກຸງໂຕກຽວ ປະເທດຍີ່ປຸ່ນ ວ່າການທົດລອງ ຍິງຂີປະນາວຸດ ຈະບໍ່ຊ່ອຍໃຫ້ ສະຖານະການ ໃນປັດຈຸບັນ ດີຂື້ນເລີຍ. ນອກຈາກນີ້ ມາ ດາມ Clinton ກໍຍັງຈະປຶກສາ ຫາລືບັນຫາ ສະພາບໂລກຮ້ອນ ຍ້ອນວ່າກຸ່ມປະເທດ ໃນເອເຊັຍ ປະເຊີນກັບບັນຫາ ອາກາດຮ້ອນອົບເອົ້າ ເພີ້ມຂື້ນເລື້ອຍໆ ຍ້ອນ ຫລາຍປະເທດ ຜະລິດຄວັນພິດ ຈາງໂຮງງານອຸດ ສາຫະກັມ ໂດຍສະເພາະ ຈີນ ຊຶ່ງຜະລິດຫລາຍ ທີ່ສຸດໃນໂລກ. ບັນຫາ ອາກາດ ອົບເອົ້າຮ້ອນແຮງ ນີ້ພາໃຫ້ເກີດ ລົມພະຍຸ ພັຍແຫ້ງແລ້ງ ຫລືນ້ຳຖ້ວມ ຊຶ່ງບໍ່ເກີດຕາມ ລະດູການ ແຕ່ແມ່ນຍ້ອນ ຄວັນພິດ.

ຈາກການເລືອກ ຢ້ຽມຢາມ ຂົງເຂດເອເຊັຍ ເປັນບ່ອນທຳອິດ ຂອງມາດາມ Clinton ສະແດງໃຫ້ເຫັນວ່າ ຄະນະຣັຖບານ ຂອງ ປະທານາທິບໍດີ Obama ແລະ ສະຫະຣັຖ ຫັນປ່ຽນ ຄວາມສຳຄັນ ຂອງນະໂຍບາຍ ການຕ່າງປະເທດ ມາສຸມໃສ່ ເອເຊັຍ ປາຊີຝິກແລະ ເອເຊັຍຕາເວັນ ອອກສ່ຽງໃຕ້ ຄົງຈະຫລິງເຫັນ ຄວາມລໍ່ ແຫລມ ໃນຫລາຍໆດ້ານ ເຊັ່ນບັນຫາອາ ວຸດນິວເຄລັຍ ເກົາຫລີເໜືອ ບັນຫາຊາວ ມຸດສະລິມ ຂອງໂລກຊຶ່ງ ອິນໂດເນເຊັຍ ອາດເປັນທາງອອກ ບັນຫາ ເສດຖະກິດ  ຊຶ່ງຈີນ ຍີ່ປຸ່ນ ແລະ ເກົາຫລີໃຕ້ ກໍເປັນກະແຈ ດອກສຳຄັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.