ແຜນພັທນາ ເສຖກິດ-ສັງຄົມ ໃນໂຄງການ ຫ້າປີ ຄັ້ງທີຫົກ

ແຜນພັທນາເສຖກິດ ແລະສັງຄົມ ຫ້າປີຄັ້ງທີ່ຫົກ ຂອງຣັຖບານລາວ ບໍ່ໄດ້ຮັບຜົນສຳເຣັດ ເທົ່າທີ່ຄວນ.
ອາວະຣີ
2009.09.15

ໃນປັດຈຸບັນ ຣັຖບານສປປລາວ ກຳລັງປະຕິບັດ ຕາມແຜນພັທນາ ເສຖກິດສັງຄົມ ຫ້າປີຄັ້ງທີ່ຫົກ, ຊຶ່ງເປັນແຜນການ ພັທນານັບແຕ່ປີ 2006ຈົນເຖິງປີ2010. ໃນແຜນພັທນາດັ່ງກ່າວ ຣັຖບານລາວ ວາງເປົ້າໝາຍໄວ້ວ່າ, ຣັຖບານຈະເອົາ ໃຈໃສ່ພັທນາ ການກະສິກັມ ສາທາຣະນະສຸກ ການສຶກສາ, ປັບປຸງການປົກຄອງ ແລະ ການບໍຣິຫານ ໃຫ້ດີຂື້ນ. ຈະພັທນາເສຖກິດ ໃຫ້ຂຍາຍຕົວ ຢ່າງໜ້ອຍ7.5ສ່ວນຮ້ອຍ ຕໍ່ປີ, ແລະຈະສ້າງໃຫ້ ມີວຽກງານເຖິງ 670,000ບ່ອນ. ນອກຈາກນັ້ນ ຣັຖບານຈະ ພັທນາເສຖກິດ ແບບຍືນຍົງ ຫລືແບບຮັກສາ ສະພາບແວດລ້ອມ. ບັດນີ້ເຮົາມາ ສຶກສາເບິ່ງວ່າ, ທີ່ຜ່ານມາ ຣັຖບານລາວ ໄດ້ປະຕິບັດ ໃຫ້ໄດ້ຕາມເປົ້າໝາຍ ເຫລົ່ານັ້ນແນວໃດ?

ໃນດ້ານກະສິກັມ ຣັຖບານລາວ ຊຸກຍູ້ສົ່ງເສີມ ໃຫ້ຊາວກະສິກອນ ເພິ້ມພູນຜລິດຜົນ ໃຫ້ເຫລືອກິນແລະ ຂາຍເປັນສິນຄ້າ. ຜົນປະກົດວ່າ ຊາວລາວກໍຍັງ ບໍ່ຕື່ນໂຕ ຍັງບໍ່ມີທຶນຮອນ ແລະ ຍັງບໍ່ມີຄວາມຮູ້ ຄວາມສາມາດ ທີ່ຈະຜລິດໃຫ້ ໄດ້ຫລາຍຕາມຄຳແນະ ນຳຂອງຣັຖບານ. ຮ້າຍໄປກວ່ານັ້ນ ຣັຖບານລາວ ອະນຸຍາດໃຫ້ ຕ່າງປະເທດ ເຂົ້າມາເຊົ່າທີ່ດິນ ຢ່າງຍາວນານ ແລະ ໃນຣາຄາຖືກໆ ເພື່ອປູກພຶດສິນຄ້າ ເຊັ່ນຢາງພາຣາ, ຕົ້ນວິກ ຫລືຢູກາລິບຕັສ ແລະອ້ອຍ. ຜົນທີ່ໄດ້ຮັບ ໂຄງການນີ້ໄດ້ ສົ່ງຜົນກະທົບ ຕໍ່ປະຊາຊົນລາວ ແລະສະພາບແວດລ້ອມ ຢ່າງແຮງ, ເຮັດໃຫ້ຊາວລາວ ຂາດເຂີນ ບ່ອນຢູ່ອາໃສ ບ່ອນທຳມາຫາກິນ ແລະ   ການຖາງປ່າ ປູກພືດສິນຄ້າ ກໍທຳລາຍປ່າໄມ້ ສັດປ່າ ແລະຄຸນນະພາບ ຂອງດິນ.

ດິນທີ່ຣັຖບານ ໃຫ້ຕ່າງປະເທດເຊົ່າ ສ່ວນນຶ່ງເປັນຂອງ ປະຊາຊົນ; ປະຊາຊົນ ບໍ່ພໍໃຈຫລາຍ ຈົນຣັຖບານ ຈຳເປັນໂຈະການ ໃຫ້ສັມປະທານ ທີ່ດິນແກ່ ຕ່າງປະເທດ. ປະຊາຊົນຈົ່ມວ່າ ຣັຖບານໃຫ້ ຕ່າງປະເທດເຊົ່າ ທີ່ດິນດົນເກີນໄປ ດົນເຖິງ75ປີ ແລະ ເຮັດໃຫ້ລູກຫລານ ຂອງພວກເຂົາເຈົ້າ ບໍ່ມີບ່ອນຢູ່ ແລະບ່ອນ ທຳມາຫາກິນ  ດັ່ງຊາວລາວທ່ານນຶ່ງ ກ່າວເມື່ອບໍ່ດົນ ຜ່ານມາວ່າ:

"ການຜລິດເຂົ້າ ແລະອາຫານ ຍັງບໍ່ພໍກິນ ປະຊາຊົນ ໃນເຂດຊົນນະບົດ ຍັງຂາດເຂີນເຂົ້າກິນ ເປັນເວລາ ສາມສີ່ເດືອນຕໍ່ປີ. ເດັກນ້ອຍລາວເຖິງ ເຄິ່ງນຶ່ງກິນອາຫານ ບໍ່ພຽງພໍ."

ໃນດ້ານ ສາທາຣະນະສຸຂ, ຍ້ອນຂາດເຂີນ ງົບປະມານ ຣັຖບານລາວ ຈັດງົບປະມານ ສຳລັບການຮັກສາ ສຸຂພາບໜ້ອຍ ບໍ່ສາມາດສ້າງ ໂຮງໝໍ ແລະສຸຂສາລາ ໃຫ້ທົ່ວເຖິງ, ຣັຖບານ ຈຳເປັນຕ້ອງເກັບ ຄ່າຮັກສາສຸຂພາບ ຈາກປະຊາຊົນ, ແຕ່ບັນຫາ ພັດມີຢູ່ວ່າ ປະຊາຊົນລາວ ສ່ວນຫລາຍຍັງ ທຸກຍາກຂາດເຂີນ ບໍ່ມີເງິນຈ່າຍ ເພື່ອຮັກສາສຸຂພາບ ແລະທາງໂຮງໝໍ ກໍບໍ່ຢາກຮັບ ຮັກສາປິ່ນປົວ ຜູ້ທີ່ບໍ່ມີເງິນ.

ສຳຣັບຊາວລາວ ຜູ້ທີ່ມີເງິນແດ່ ພັດບໍ່ມັກ ຮັກສາປິ່ນປົວ ຢູ່ໃນປະເທດຂອງຕົນ ມັກໄປຫາໝໍ ຢູ່ຝັ່ງໄທຫລາຍກວ່າ. ອົງການ ອະນາໄມໂລກ ຣາຍງານວ່າ ອັດຕຣາ ການເສັຍຊີວິດ ຂອງຜູ້ຍິງແລະ ເດັກນ້ອຍ ໃນລາວຍັງສູງຢູ່. ປັດຈຸບັນ ເຂດຊົນນະບົດ ສ່ວນຫລາຍຍັງບໍ່ມີ ໂຮງໝໍ ຍັງບໍ່ມີສຸຂສາລາ ຖ້າມີກໍຢູ່ໄກ ຜູ້ຍິງຫລາຍຄົນ ເສັຍຊີວິດ ຫລືອອກລູກກ່ອນ ກ່ອນຈະໄປເຖິງ ສຸຂສາລາຫລື ໂຮງໝໍ, ບ້ານໃດເມືອງໃດ ມີສຸຂສາລາ ແຕ່ບໍ່ມີໝໍ ບໍ່ມີຢາແລະ ບໍ່ມີອຸປກອນ. ໝໍຜູ້ຮຽນຈົບ ມາໃໝ່ກໍບໍ່ ຢາກໄປປະຈຳການ ຢູ່ເຂດສອກຫລີກ ຫ່າງໄກ.

ໃນດ້ານການສຶກສາ ກໍເຊັ່ນດຽວກັນ ຂາດເຂີນງົບປະມານ ມາໂດຍຕລອດ. ສປປລາວ ເປັນປະເທດນຶ່ງ ໃນໂລກທີ່ຈັດ ງົບປະມານສຳລັບ ການສຶກສາໜ້ອຍ ຣັຖບານ ວາງແຜນໄວ້ຈະ ຂຍາຍໂຮງຮຽນ ໄປສູ່ເຂດຊົນນະບົດ, ເພື່ອໃຫ້ເດັກນ້ອຍລາວ ທົ່ວປະເທດໄດ້ຮັບ ການສຶກສາຢ່າງໜ້ອຍ ຈົບຊັ້ນປະຖົມ ໃນປີ2010,    ແຕ່ຫລາຍໆບ້ານ, ໂດຍສະເພາະບ້ານ ຂອງຊົນເຜົ່າ ຍັງບໍ່ມີໂຮງຮຽນ, ຖ້າມີກໍເປັນ ໂຮງຮຽນທີ່ເພພັງ ຝາກໍບໍ່ມີ ຫລັງຄາກໍຮົ່ວ, ນາຍຄູສອນກໍ ບໍ່ເອົາໃຈໃສ່ ເພາະໄດ້ ຮັບເງິນເດືອນບໍ່ ສມ່ຳສເມີ, ຖ້າໄດ້ກໍໄດ້ໜ້ອຍ, ນາຍຄຣູຫລາຍໆຄົນ ບໍ່ເອົາໃຈໃສ່ ການສອນ ເພາະຈຳເປັນຕ້ອງ ໄປຊອກຫາກິນ ຢ່າງອື່ນເພື່ອຢູ່ລອດ.

ອົງການອາຫານໂລກ ຣາຍງານວ່າ ເດັກນ້ອຍລາວບໍ່ຢາກ ໄປໂຮງຮຽນເພາະ ໂຮງຮຽນຢູ່ໄກ ແລະພວກເຂົາກໍ ຈຳເປັນຕ້ອງ ເຮັດວຽກຊ່ວຍພໍ່ແມ່. ສຳຣັບຜູ້ໃຫຍ່ ປັດຈຸບັນ ຜູ້ຍິງລາວ 46ສ່ວນຮ້ອຍ ຍັງກືກໜັງສື ຍັງອ່ານບໍ່ອອກ ຂຽນບໍ່ເປັນ ສ່ວນຜູ້ຊາຍ 23ສ່ວນຮ້ອຍ. ເຊັ່ນດຽວກັນກັບ ສາທາຣະນະສຸຂ ການສຶກສາຢູ່ລາວ ຍັງຂາດເຂີນນາຍຄຣູ ແລະອຸປກອນ ການຮຽນການສອນ, ສປປລາວ ຂາດເຂີນຄຣູສອນ ເຖິງ6,000ຄົນ. ເດັກນ້ອຍນັກຮຽນ ບໍ່ມີປື້ມອ່ານ ປື້ມຂຽນແລະ ບໍ່ມີຫໍສມຸດ.

ໃນດ້ານການປົກຄອງ ແລະບໍຣິຫານ ປະເທດ ຣັຖບານລາວ ວາງເປົ້າໝາຍໄວ້ ໃນແຜນພັທນາ ຫ້າປີຄັ້ງທີ່ຫົກ ກຳລັງ ປະຕິບັດຢູ່ ໃນປັດຈຸບັນ ນີ້ວ່າ ຣັຖບານຈະເອົາ ໃຈໃສ່ ປັບປຸງການປົກຄອງ ແລະບໍຣິຫານ ໃຫ້ດີຂື້ນ ໃຫ້ໂປ່ງໃສ ໂດຍຈະປາບປາມ ການສໍ້ຣາສບັງຫລວງ. ຣັຖບານໄດ້ອອກ ກົດໝາຍວ່າດ້ານ ການຕ້ານການ ສໍ້ຣາສບັງຫລວງ ແລະວ່າດ້ວຍການ ກວດກາການເງິນ ແຕ່ໃນພາກ ປະຕິບັດ ປະກົດວ່າການ ສໍ້ຣາສບັງຫລວງ ບໍ່ພຽງແຕ່ບໍ່ໄດ້ ຍຸຕິລົງ ແຕ່ຍັງແຜ່ຣະບາດ ເພິ້ມຂື້ນເລື້ອຍໆ.

ອົງການຄວາມໂປງໃສ ຈັດລາວ ເປັນປະເທດນຶ່ງ ທີ່ມີ ການສໍ້ຣາສບັງຫລວງ ຫລາຍທີ່ສຸດໃນໂລກ. ເຈົ້າໜ້າທີ່ໃຫ້ ການຊ່ວຍເຫລືອ ສາກົນ ຜູ້ນຶ່ງເວົ້າວ່າ ເງິນຊ່ວຍ ເຫລືອ ຈາກຕ່າງປະເທດ ຕົກເຮັ່ຍເສັຍຫາຍ ໄປຢ່າງນ້ອຍ 20ສ່ວນຮ້ອຍ ຢູ່ລາວ, ຍ້ອນການ ສໍ້ຣາສບັງຫລວງ ຂອງເຈົ້າໜ້າທີ່.

ຣັຖບານລາວ ວາງເປົ້າໝາຍໄວ້ ອີກວ່າຈະສ້າງ ພັທນາໃຫ້ເສຖກິດ ຂຍາຍຕົວຢ່າງໜ້ອຍ 7.5ສ່ວນຮ້ອຍ ຕໍ່ປີ. ແນ່ນອນວ່າ ຣັຖບານຈະບໍ່ ສາມາດປະຕິບັດ ໄດ້ໃນ ປີນີ້ ຍ້ອນໄດ້ຮັບຜົນ ກະທົບຈາກ ວິກິຕການດ້ານ ການເງິນຂອງໂລກ. ນາຍົກຣັຖມົນຕຣີ ບົວສອນ ບຸຜາວັນ ກໍກ່າວຍອມຮັບ ກັບກອງປະຊຸມ ສະພາແຫ່ງຊາດ ເມື່ອເດືອນມິຖຸນາ ປີນີ້ວ່າ:

"ໃນຂນະດຽວກັນ ທະນາຄານໂລກ ຊຶ່ງເປັນອົງການ ໃຫ້ການຊ່ວຍເຫລືອ ແກ່ຣັຖບານລາວ ຢ່າງໃກ້ຊິດ ຣາຍງານໃໝ່ ຫລ້າສຸດວ່າ ເສຖກິດຂອງລາວ ໃນປີ2009 ຈະຂຍາຍຕົວ ພຽງແຕ່ 5ສ່ວນຮ້ອຍ ຕ່ຳກວ່າຣະດັບ ຄາດໝາຍເຖິງ 2.5ສ່ວນຮ້ອຍ. ການລົງທຶນຂອງ ຕ່າງປະເທດ ຫລຸດລົງແລະ ມູນຄ່າການ ສົ່ງອອກຕ່ຳລົງ."

ຕໍ່ແຜນການຈະສ້າງ ໃຫ້ມີວຽກງານ ເຖິງ670,000ວຽກງານ ຍິ່ງໄກ. ຈີນທີ່ຫາເປີດ ໂຮງກາຊີໂນ ຢູ່ແຂວງບໍ່ແກ້ວ ຈ້າງຄົນງານທີ່ ເປັນຄົນຈີນເຖິງ 95 ສ່ວນຮ້ອຍ ຈ້າງຄົນລາວພຽງແຕ່ 5ສ່ວນຮ້ອຍ. ຍ້ອນດັ່ງນັ້ນຄົນລາວ ຊາວໜຸ່ມໄວລຸ້ນ ຍັງຂ້າມໄປເຮັດວຽກ ຢູ່ໄທຫລາຍຢ່າງ ບໍ່ຢຸດຢັ້ງ.

ແຜນພັທນາເສຖກິດ ແລະສັງຄົມຂອງ ຣັຖບານລາວ ຍັງບົ່ງໄວ້ວ່າ ຣັຖບານຈະພັທນາ ຢ່າງຍືນຍົງ ໂດຍຈະປົກປັກຮັກສາ ສະພາບແວດລ້ອມ ແຕ່ໃນພາກ ປະຕິບັດ ຕົວຈິ່ງ ການພັທນາເກືອບ ທຸກຢ່າງຢູ່ລາວ ລ້ວນແລ້ວແຕ່ທຳລາຍ ສະພາບແວດລ້ອມ ທັງນັ້ນ,  ເຊັ່ນການຕັດໄມ້ ທຳລາຍປ່າ ການສ້າງເຂື່ອນໄຟຟ້າ ການປູກຢາງພາຣາ ແລະການຂຸດຄົ້ນ ບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.