ເສດຖກິດ-ສັງຄົມ ຢູ່ ສປປລາວ
2009.05.27
ທາງການລາວ ພະຍາຍາມມາໄດ້ ຫລາຍປີທີ່ຈະ ພັທນາ ເສດຖກິດ-ສັງຄົມ ໂດຍອາສັຍ ເງິນທຶນທີ່ໄດ້ ຈາກການຂາຍ ຊັພຍາກອນ ທັມມະຊາດ ເຊັ່ນໄມ້ ກະແສໄຟ ຟ້າແລະ ໂລຫະທາດຕ່າງໆ. ນອກຈາກນີ້ຍັງ ໃຊ້ເງິນຈາກການ ເກັບພາສີອາກອນ ຕ່າງໆເຊັ່ນຈາກ ນັກທຸຣະກິດ ບໍລິສັດ ຫ້າງຮ້ານ ການທ່ອງທ່ຽວ ແລະການ ບໍຣິການ. ນອກຈາກນັ້ນແລ້ວ ກໍຍັງມີເງິນ ຈາກການຊ່ອຍເຫລືອ ຂອງຕ່າງປະເທດ ໃນໂຄງການຕ່າງໆ ຊ້ຳບໍ່ພໍຍັງມີ ເງິນຊ່ອຍເຫລືອ ຫລືຢືມມາ ຈາກຕ່າງ ປະເທດ ເພື່ອການ ພັທນາອີກນຳ.
ເປັນທີ່ຮູ້ກັນວ່າ ທາງການລາວ ໄດ້ເລີ້ມຂາຍ ໄມ້ທ່ອນ ແລະໄມ້ແປຮູບ ເພື່ອນຳເງິນມາ ເປັນທຶນໃຫ້ ຮັຖບານ ເຖິງວ່າຈະເປັນ ການທຳລາຍປ່າ ທົ່ວປະເທດ ຢ່າງວ່ອງ ໄວກໍຕາມ.
ລາຍງານຂອງ ສະຫະ ປະຊາຊາດ ແລະອົງການ ອະນຸລັກ ທັມມະຊາດ ແລະປ່າໄມ້ ເປີດເຜີຍວ່າ ໃນຊຸ່ມປີ 1980 ການລຳລາຍປ່າ ໃນລາວ ມີລະດັບ ເພີ້ມຂື້ນ 1.2 ສ່ວນຮ້ອຍ ຕໍ່ປີ ຫລືປະມານ 150,000 ຫາ 160,000 ເຮັກຕາ ແຕ່ທາງການ ລາຍງານວ່າ ອາຈເຖິງສອງເທົ່າ ໂຕເລກນີ້ ພາຍໃນເຄິ່ງ ທຳອິດສອງ ທົສວັດ ທີ່ຜ່ານມາ.
ຊັພຍາກອນ ປ່າໄມ້ ຖືກໃຊ້ເປັນແຫລ່ງ ລາຍໄດ້ທີ່ນຳ ເງິນຕຣາຕ່າງ ປະເທດ ເຂົ້າມາໃນປະເທດ. ແຕ່ເມື່ອຮອດປີ 1988 ເປັນຕົ້ນມາ ສິນຄ້າ ປະເພດໄມ້ ໄດ້ກາຍ ເປັນລາຍຮັບ ຈາກການສົ່ງອອກ ກວ່າເຄິ່ງຂອງ ລາຍຮັບການ ສົ່ງອອກທັງໝົດ. ເມື່ອຮອດ ປີ 1992 ສິນຄ້າ ປະເພດໄມ້ທ່ອນ ແລະ ໄມ້ແປຮູບ ໄດ້ກາຍເປັນ 1 ສ່ວນ 3 ຂອງລາຍໄດ້ ຈາກການສົ່ງອອກ ທັງໝົດ ຫລືປະມານ 500 ລ້ານ ໂດລາ ສະຫະຣັຖ ຕໍ່ປີ.
ພ້ອມກັນນັ້ນ ລາວກໍຍັງຂາຍ ກະແສໄຟຟ້າ ຈາກເຂື່ອນນ້ຳຕົກ ທີ່ລາວໄດ້ ສ້າງເສັດແລ້ວ ແລະ ກຳລັງຂາຍໄປ ສ່ວນຫລາຍ ກໍຈະແມ່ນໃຫ້ ປະເທດ ເພື່ອນບ້ານໄທ ແລະວຽດນາມ ຊຶ່ງມີລາຍຮັບ ຢ່າງໜ້ອຍ 100 ລ້ານໂດລາ ຕໍ່ປີ ແມ່ນນຳເອົາມາ ໃຊ້ເພື່ອສ້າງສາ ພັທນາ ປະເທດຊາດ ໂດຍຫວັງຈະໃຫ້ ລາວ ພົ້ນຈາກຄຳວ່າ ເປັນ ປະເທດ ດ້ອຍພັທນາໃຫ້ໄດ້.
ການຂາຍ ກະແສໄຟຟ້າ ໃຫ້ໄທ ເປັນລາຍຮັບທີ່ ນຳເງິນຕຣາຕ່າງ ປະເທດ ເຂົ້າທີ່ສຳຄັນ ຕລອດມາ ນອກຈາກ ລາຍຮັບຈາກການ ຂາຍຜລິດຕະພັນ ປະເພດໄມ້ ແລະ ກະແສໄຟແລ້ວ ລາວຍັງມີລາຍຮັບ ທາງດ້ານ ອຸດສາຫະກັມ ບໍ່ແຫ່ ຕັດຫຍິບ ແລະ ການທ່ອງທ່ຽວ ແລະ ອື່ນໆນຳອີກ ຂະແໜງ ລະປະມານ 120ລ້ານໂດລາ ໃນແຕ່ລະປີ. ທັງໝົດນີ້ໄດ້ ສ້າງລາຍຮັບໃຫ້ ສປປລາວ ນັບເປັນຈຳນວນ ເງິນຫລາຍ ພໍສົມຄວນ ເພື່ອການສ້າງສາ ພັທນາປະເທດຊາດ.
ຊ້ຳບໍ່ພໍ ສປປລາວ ຍັງໄດ້ຮັບການ ຊ່ອຍເຫລືອ ຈາກປະເພດ ບໍລິຈາກ ຕ່າງປະເທດ ປີນຶ່ງໄລ່ ສະເຫລັ່ຍ 420 ລ້ານໂດລາ ແລະ ຍັງມີເງິນກູ້ຢືມ ດອກເບັ້ຍຕໍ່າ ຫລາຍຮ້ອຍລ້ານ ໂດລາ ໃນແຕ່ລະປີອີກ ເພື່ອຊ່ອຍເຫລືອ ໃນການສ້າງສາ ພັທນາປະເທດ. ດັ່ງເອກ ອະທິບໍດີ ປະຈໍາກະຊວງ ແຜນການ ແລະ ການລົງທຶນ ໄດ້ ອະທິບາຍວ່າ:
ເພາະວ່າຄັນເບິ່ງ ຕາມແຜນການ ແມ່ນຢາກໃຫ້ ໄດ້ລະດັບ ບໍ່ຕໍ່າກວ່າ 600 ລ້ານໂດລາ ສະຫະຣັຖ ປະເທດລາວ ກໍມີການລະດົມ ຄວາມຄິດເຫັນ ຫລາຍພາກສ່ວນ ເພື່ອໃຫ້ຊອກຫາ ວິທີທາງອອກ ວ່າເຮັດແນວໃດ ຈະສາມາດ ລະດົມທຶນນັ້ນ ມາໃຫ້ໄດ້ຫລາຍ ຕາມຄາດໝາຍຫັ້ນ.
ເມື່ອສົກ ງົບປະມານປີ 2007/2008 ຣັຖບານລາວ ໄດ້ຮັບເງິນ ຊ່ອຍເຫລືອ ບໍລິຈາກ ຫລືເງິນກູ້ຢືມ ທັງໝົດ 420 ລ້ານໂດລາ ສະຫະຣັຖ ຈາກສະຖາບັນ ການເງິນ ນາໆຊາດ ເພື່ອໃຊ້ໃນໂຄງ ການພັທນາ 95 ໂຄງການ ທົ່ວປະເທດ.
ທາງການລາວ ປະກາດ ຢູ່ເລື້ອຍໆວ່າ ການສ້າງສາ ພັທນາ ປະເທດຊາດ ປະສົບ ຄວາມສຳເຣັດ ອັນໃຫຍ່ຫລວງ ໃນຫລາຍດ້ານ ເສດຖກິດ ແຫ່ງຊາດ ມີການຂຍາຍໂຕ ຢ່າງຕໍ່ເນື່ອງ ລາຍຮັບສະເລັ່ຍ ຕໍ່ຫົວຄົນ ບັນລຸ 810 ໂດລາ ສະຫະຣັຖ ຕໍ່ປີ.
ຊີວິດການ ເປັນຢູ່ຂອງ ປະຊາຊົນລາວ ບັນດາເຜົ່າ ໄດ້ຮັບການ ປັບປຸງດີຂື້ນ ຢ່າງຈະແຈ້ງ ແຕ່ທະນາຄານ ທັທນາເອເຊັຍ ຊ້ຳພັດມີ ສະຖິຕິວ່າ ລາຍຮັບສະເລັ່ຍ ຕໍ່ ຫົວຄົນ ບັນລຸພຽງແຕ່ 450 ໂດລາ ສະຫະຣັຖ ຕໍ່ປີ ຄືຄົນລາວ ຜູ້ນຶ່ງ ມີລາຍຮັບ ສະເລັ່ຍ ໂດລາ ກວ່າໆທໍ່ນັ້ນ ຕໍ່ມື້. ແລະປະຊາຊົນ ລາວສ່ວນຫລາຍ ຍັງທຸກຍາກ ຂາດເຂີນ ຢູ່ຕລອດມາ. ຈະເຫັນໄດ້ຢ່າງ ແຈ່ມແຈ້ງວ່າ ເດັກນ້ອຍລາວ 40 ສ່ວນຮ້ອຍ ທີ່ມີອາຍຸ ຕໍ່າກວ່າ 5 ປີ ຍັງໄດ້ຮັບການ ກະທົບຈາກການ ຂາດສານອາຫານ ຢູ່ແລະອີກ 41 ສ່ວນຮ້ອຍ ເປັນໂຣກຂາດເລືອດ ຊຶ່ງສ່ວນໃຫຍ່ຈະ ເປັນເດັກນ້ອຍ ຢູ່ຕາມເຂດ ຊົນນະບົດ ອັນນີ້ແມ່ນ ອີງຕາມຄຳເວົ້າ ຂອງປະທານ ຄະນະ ກັມມະການ ເພື່ອແມ່ແລະເດັກ ທີ່ໄດ້ກ່າວ ໃນພິທີເປີດ ກອງປະຊຸມ ເພື່ອເຜີຍແຜ່ ໂພສນາການ ຂອງນະໂຍບາຍ ແຫ່ງຊາດ ທີ່ໄດ້ຈັດຂື້ນ ເມື່ອວັນພຸດ ທີ 8 ເມສາ ຜ່ານມາ.
ນອກຈາກການ ບໍ່ມີອາຫານ ການກິນພຽງພໍ ແລ້ວ ປະຊາຊົນລາວ ຍັງຖືກຈັດເຂົ້າ ໃນກຸ່ມຄົນທີ່ ບໍ່ຮູ້ໜັງສື ຍັງມີອັດຕຣາ ສະເລັ່ຍສູງ ຊຶ່ງຄາດວ່າ ບໍ່ຕໍ່າກວ່າ 20 ສ່ວນຮ້ອຍ ດັ່ງເຈົ້າໜ້າທີ່ ຈາກສະຖາບັນ ຄົ້ນຄວ້າ ພາສາສາດ ທີ່ນະຄອນ ຫລວງວຽງຈັນ ໄດ້ອະທິບາຍ ວ່າ:
ມີປະມານ 20% ກວ່າໆ ທັງໝົດຈະມີ ຊົນເຜົ່າຕ່າງໆ ຮວມກັນ ສ່ວນຫລາຍຈະເປັນ ຊົນເຜົ່າ ຄົນລາວ ກໍມີແຕ່ພວກ ຢູ່ຊົນນະບົດໄກໆ ຈະບໍ່ມີເສັ້ນທາງ ໄປເຖິງ ຂະເຈົ້າ ຂະເຈົ້າກໍ ບໍ່ໄດ້ຮຽນ ກໍເປັນອຸປສັກ ສົມຄວນ ທີ່ເຮົາຈະພັທນາ ຄວາມຮູ້ ໃຫ້ຂະເຈົ້າ ໃນເມື່ອຂະເຈົ້າ ບໍ່ຮູ້ອ່ານ.
ນອກເໜືອໄປຈາກ ການຂາດເຂີນ ອາຫານ ເດັກນ້ອຍຮອດ 40ສ່ວນຮ້ອຍ ແລະ ການຮຽນການ ສຶກສາບໍ່ພຽງພໍ ສຳລັບ ປະຊາຊົນແລ້ວ ສິ່ງທີ່ ປະຊາຊົນລາວ ຂ້ອງໃຈຫລາຍ ທີ່ສຸດກໍແມ່ນ ກະແສໄຟຟ້າ ຊຶ່ງລາວໄດ້ມີ ໂຄງການສ້າງເຂື່ອນ ຮອດ 75 ແຫ່ງທົ່ວປະເທດ ຮວມທັງ 23 ແຫ່ງ ໃນແມ່ນ້ຳຂອງ ແລະສາຂາ ແລະ ຫລາຍໆແຫ່ງ ກໍເສັດແລ້ວ ແລະຂາຍອອກໄປ ໃຫ້ປະເທດ ເພື່ອນບ້ານ ສ່ວນປະຊາຊົນ ລາວຊ້ຳພັດ ຍັງໄດ້ຈ່າຍຄ່າ ໄຟຟ້າແພງ ຫລືຕາມເຂດ ຊົນນະບົດ ຫ່າງໄກ ສອກຫລີກ ຜູ້ເປັນເຈົ້າຂອງ ຍັງບໍ່ມີ ໄຟຟ້າໃຊ້ ດັ່ງນາງ ອຳໄພ ພອນຄຳ ປະຊາຊົນລາວ ຜູ້ນຶ່ງໄດ້ໃຫ້ ຄວາມເຫັນວ່າ:
ແມ່ນວ່າຂນາດ ຂາຍໄຟໃຫ້ ປະເທດອື່ນ ປະເທດເພື່ອນ ບ້ານຂາຍໃຫ້ໄທ ປະຊາຊົນລາວ ຍັງຈ່າຍຄ່າໄຟ ແບບແພງໆ ແທນທີ່ມັນ ຄວນຈະຖືກລົງ ເພາະຄ່າໄຟໂຕ ເອງຜລິດເອງ ຢູ່ປະເທດນີ້ ຍັງເກັບຄ່າ ໄຟແບບແພງໆ. ຂື້ນຣາຄາ ຕລອດ ປີນຶ່ງຢ່າງນ້ອຍ ກໍຂື້ນເທື່ອນຶ່ງ ເຂົາເອົາ ປະລິມານ ທີ່ເຮົາໃຊ້ ມາຄູນກັບ 40ກີບ ແລ້ວກໍມີ ຄ່າພາສີ 5ສ່ວນຮ້ອຍ ທຸກຢ່າງ 5ສ່ວນຮ້ອຍ ໝົດ ນ້ຳມັນ ອີຫຍັງ..
ເຮົາຈະເຫັນໄດ້ວ່າ ປະຊາຊົນລາວ ຜູ້ທຸກຍາກ ຂາດເຂີນ ບໍ່ມີເງິນ ທີ່ຈະຕໍ່ ໄຟຟ້າເຂົ້າເຮືອນ ຂອງໂຕເອງໄດ້ ເຖິງວ່າ ທະນາຄານ ພັທນາເອເຊັຍ ໄດ້ຊ່ອຍຂະຫຍາຍ ເນັ່ງສາຍໄຟຟ້າ ໄປເຖິງຫລາຍເຂດ ຂອງລາວ ພາຍໃນລະຍະ 5ປີ ຜ່ານມາກໍຕາມ ເພາະປະຊາຊົນ ໃນເຂດ ຊົນນະບົດ ຜູ້ທີ່ທຸກຍາກ ໃນລາວ ບໍ່ສາມາດ ຈ່າຍຄ່າ ຕິດຕັ້ງ ແລະຄ່າໃຊ້ ໄຟຟ້າໄດ້ ເພາະວ່າມີ ລາຍໄດ້ຕໍ່າ. ປະຊາຊົນ ກວ່າ 40ສ່ວນຮ້ອຍ ບໍ່ສາມາດ ເກັບເງິນກັນ ມາເສັຍຄ່າຕໍ່ ໄຟຟ້າ ທັງໆທີ່ສາຍໄຟ ຜ່ານບ້ານຂອງ ພວກຂະເຈົ້າໄປ.
ນອກຈາກ ສະພາບການ ບົກພ່ອງທາງດ້ານ ການສຶກສາ ການຂາດເຂີນ ດ້ານການຢູ່ກິນ ປະຊາຊົນ ລາວຍັງຂາດເຂີນ ຄວາມສະດວກ ໃນການຮັກສາ ສຸຂພາບອີກ. ຂາດໂຮງໝໍທີ່ ມີຄຸນພາບ ທັງຍັງຂາດເຂີນ ຢາຢົວພະຍາດ ພື້ນຖານຂອງ ປະຊາຊົນ ທົ່ວໄປອີກ. ດັ່ງຈະໄດ້ຍິນ ຄຳກ່າວຢອກລໍ້ ວ່າ: ຢູ່ ສປປລາວ ຜູ້ຮັ່ງບໍ່ໄດ້ ຕິດຄຸກ ແລະ ຜູ້ທຸກ ບໍ່ສາມາດ ເຂົ້າໂຮງໝໍ ກໍເພາະບໍ່ມີ ເງິນຄ່າປິ່ນປົວ. ອີກອັນນຶ່ງ ການຜລິດຂອງ 80ສ່ວນຮ້ອຍ ຂອງຄົນລາວ ກໍຈະໄດ້ໂດຍ ບໍ່ພຽງພໍ ແມ່ນແຕ່ ຈະກຸ້ມໂຕເອງ.
ໝາຍຄວາມວ່າ ຄົນລາວ ທີ່ທຸກຍາກ ຈະຜລິດຜົລປູກ ເພື່ອລ້ຽງໂຕເອງ ໄດ້ພຽງແຕ່ 8ຫາ9 ໃນ12ເດືອນ ສ່ວນທີເຫລືອ ກໍຂາດໆເຂີນໆ.
ດັ່ງນັ້ນຈຶ່ງພໍ ສລຸບໄດ້ວ່າ ການພັທນາ ເສດຖກິດ ຢູ່ ສປປລາວ ມີຄວາມກ້າວໜ້າ ຫລາຍພໍສົມຄວນ ແຕ່ ປະຊາຊົນລາວ ສ່ວນຫລາຍ ຍັງບໍ່ໄດ້ຮັບ ຜົນປໂຍດ ແລະ ຍັງທຸກຍາກ ຂາດເຂີນ ຢູ່.









