ເຣື້ອງທີ່ເກັບບັນທຶກໄວ້
2012-11-09
ຄຸນນະພາບ ການສຶກສາ ຢູ່ ສປປລາວ ຍັງຕໍ່າ ຖ້າທຽບໃສ່ ປະເທດ ສະມາຊິກ ອາຊຽນ. ຕາມຄວາມເຫັນ ຂອງທ່ານ ພູມີ ພັນທະວົງ ຄົນລາວ-ອະເມຣິກັນ ທີ່ ສະຫະຣັດ ອະເມຣິກາ ແລ້ວແມ່ນວ່າ ມີຄວາມ ຈໍາເປັນ ຕ້ອງໄດ້ ຍົກຣະດັບ ການສຶກສາ ໃຫ້ສູງຂຶ້ນ ເພື່ອ ຕອບສນອງ ໄດ້ຕາມ ຄວາມຕ້ອງການ ຂອງການ ພັທນາ ປະເທດ. ສເນີໂດຍ : ຈໍາປາທອງ
2012-11-08
ທາງການລາວ ຈັດພິທີ ວາງສີລາລຶກ ເລີ້ມສ້າງ ເຂື່ອນ ໄຊຍະບູຣີ ຢ່າງເປັນ ທາງການ ແລ້ວ. ຫລັງຈາກນັ້ນ ຣັຖບານ ແລະ ອົງການ ຕ່າງປະເທດ ປະຊາຊົນ ລາວ ແລະ ໄທ ສ່ວນຫລາຍ ສະແດງ ທ່າທີ ຄັດຄ້ານ. ສເນີໂດຍ : ອາວະຣີ
2012-11-07
ທາງການລາວ ຄົງໄດ້ ບົດຮຽນ ອັນດີ ຈາກການ ເຂົ້າຮ່ວມ ກອງປະຊຸມ ຕ້ານການ ສໍ້ຣາສ ບັງຫລວງ ທີ່ ມາເລເຊັຍ ເພື່ອນຳມາ ໃຊ້ໃນການ ແກ້ໄຂ ບັນຫາ ຢູ່ລາວ. ສເນີໂດຍ : ຈຳປາທອງ
2012-11-05
ພໍ່ແມ່ ແລະ ຜູ້ປົກຄອງ ເປັນຫ່ວງນຳ ອະນາຄົດ ຂອງນັກຮຽນ ຊັ້ນມັທຍົມ ທີ່ກິນດື່ມ ຂອງມືນເມົາ ຢ່າງເປັນ ຂະບວນ ໃນຂະນະ ທີ່ບໍ່ມີ ການເຂັ້ມງວດ ໃນການ ຊື້ຂາຍ ແລະ ບໍຣິໂພຄ ເຄື່ອງດື່ມ ດັ່ງກ່າວ ກັບນັກຮຽນ ທີ່ຍັງບໍ່ທັນ ບັນລຸ ນິຕິພາວະ ຊຶ່ງ ຈະກາຍເປັນ ບັນຫາ ສັງຄົມ ໃນພາຍໜ້າ. ສເນີໂດຍ : ຈະເຣີນສຸກ
2012-10-31
ການແກ້ໄຂ ບັນຫາ ທີ່ດີນ ຂອງ ປະຊາຊົນ ທີ່ຖືກທາງການ ຍຶດເອົາໄປໃຫ້ ພວກນັກ ລົງທືນ ສຳປະທານ ນັ້ນ ຄວນເປັນໄປ ຕາມຣະບຽບ ກົດໝາຍ ເພື່ອໃຫ້ສົມ ກັບວ່າ ສປປລາວ ເປັນຣັດ ຂອງ ປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງ ປະຊາຊົນ. ສເນີໂດຍ : ຈຳປາທອງ
2012-10-26
ຊາວນະຄອນຫລວງ ວຽງຈັນ ເຫັນດີນໍາ ຣັຖບານ ທີ່ຕັດສິນໃຈ ດໍາເນີນ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ແຕ່ພ້ອມດຽວກັນ ກໍມີຄວາມ ເປັນຫ່ວງວ່າ ລູກຫລານ ທີ່ເກີດໃຫມ່ ໃຫຍ່ລຸນ ຈະຕ້ອງໄດ້ ແບກຫາມ ໜີ້ສິນ ອັນ ມະຫາສານ ທີ່ ຣັຖບານລາວ ກູ້ຢືມມາ ຈາກຈີນ ຈໍານວນ 7 ຕື້ ໂດລ່າ ສະຫະຣັດ. ສເນີໂດຍ : ສົມເນ
2012-10-25
ໃນແຕ່ລະປີ ຣັຖບານລາວ ທັງໄດ້ຢືມເງີນ ທັງໄດ້ຮັບ ການຊ່ອຍເຫລືອລ້າ ຈາກ ຕ່າງປະເທດ ສຳລັບ ສ້າງ ຫລື ສ້ອມແປງ ຖນົນຫົນທາງ ທີ່ເປ່ເພ ຄິດເປັນ ຈຳນວນເງີນ ຫລາຍສິບ ລ້ານ ໂດລາ ສະຫະຣັຖ. ມາຮອດ ປີນີ້ ມີຖນົນ ແຫ່ງຊາດ ສາຍໃດແດ່ ທີ່ສ້າງ ຫລືໄດ້ຮັບ ການສ້ອມແປງ ໃຫ້ສຳເຣັດ? ສເນີໂດຍ : ສົມເນ
2012-10-23
ນັກຊ່ຽວຊານ ວ່າ ການປົກປັກ ຮັກສາ ສິ່ງແວດລ້ອມ ໃນໂຄງການ ເຂື່ອນ ຜລິດກະແສ ໄຟຟ້າ ບໍ່ພຽງແຕ່ ສະເພາະ ໃນອ່າງເກັບນໍ້າ ເທົ່ານັ້ນ ແຕ່ຈະຕ້ອງ ຮັກສາ ປ່າໄມ້ ສັດປ່າ ແລະ ປັບປຸງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ນັ້ນນໍາດ້ວຍ. ສເນີໂດຍ:ສົມເນ
2012-10-23
ການຄ້າມະນຸດ ແລະ ຄ້າປະເວນີ ຂອງ ແມ່ຍິງລາວ ໃນໄທ ເພີ້ມຂື້ນ ນໍາທຸກມື້ ໃນແຕ່ລະປີ ຈະມີ ແມ່ຍິງລາວ ຫລາຍພັນຄົນ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ແລະ ຫລາຍຄົນ ກໍຫາຍສາບສູນ ໄປເລີຍ ທາງການລາວ ກໍບໍ່ສາມາດ ແກ້ໄຂ ບັນຫານີ້ໄດ້. ສເນີໂດຍ : ສິດນີ
2012-10-22
ສປປ ລາວ ຈະເດີນຫນ້າ ແຕ່ຜູ້ດຽວ ໃນການລົງທຶນ ສ້າງເສັ້ນທາງ ຣົຖໄຟ ຄວາມໄວສູງ ຫລັງຈາກ ທີ່ຈີນ ໄດ້ຖອນ ການລົງທຶນ ທີ່ເປັນ ຈຳນວນເງິນ ເຖິງ 7 ຕື້ ໂດລາ ສະຫະຣັຖ ຈະເປັນການ ລົງທຶນ ທີ່ກຸ້ມຄ່າ ຫລືບໍ່? ນັກວິຊາການ ເວົ້າວ່າ ບໍ່ກຸ້ມຄ່າ ເພາະ ສປປລາວ ບໍ່ແມ່ນ ປະເທດຜລິດ ສິນຄ້າ ສົ່ງອອກ ລາຍໃຫຍ່. ສເນີໂດຍ : ສິດນີ
2012-10-12
ຊາວລາວ ສ່ວນຫລາຍ ມີຄວາມ ເປັນຫ່ວງ ທີ່ຣັຖບານ ອະນຸມັດ ການໃຫ້ ສັມປະທານ ທີ່ດິນ ແກ່ນັກລົງທືນ ຕ່າງປະເທດ ເພື່ອ ການປູກຝັງ ກະສິກັມ ແລະ ປູກຕົ້ນໄມ້ ອຸດສາຫະກັມ ຫລາຍຂື້ນ ເລື້ອຍໆ ໃນແຕ່ລະປີ ເພາະເຫັນວ່າ ມື້ນື່ງ ຂ້າງໜ້າ ປະຊາຊົນ ລາວ ຈະບໍ່ມີ ບ່ອນ ທໍາມາ ຫາກິນ ຂອງຕົນເອງ ເລີຽ. ສເນີໂດຍ : ສົມເນ
2012-10-11
ການລັກລອບ ສົ່ງໄມ້ທ່ອນ ຈາກ ສປປລາວ ຜ່ານເຂດ ຊາຍແດນ ລາວ-ຈີນ ລາວ-ວຽດນາມ ແລະ ລາວ-ໄທ ເພື່ອໄປຂາຍ ຕ່າງປະເທດ ຍັງມີຢູ່ ຢ່າງ ຕໍ່ເນື່ອງ. ສເນີໂດຍ : ອໍຣະໄທ
2012-10-10
ບໍຣິສັດ ຣັຖວິສາຫະກິດ ນ້ຳປະປາ ນະຄອນຫລວງ ວຽງຈັນ ມີແຜນການ ຂຍາຍ ໂຮງງານ ເພື່ອ ການຜລິດ ເພື່ອໃຫ້ ຊາວລາວ ໃນຕົວເມືອງ ແລະ ນອກເຂດ ເທສບານ ໄດ້ໃຊ້ ຢ່າງທົວເຖິງ ໂດຍອາໄສ ເງີນກູ້ຢືມ ຣະຍະຍາວ ດອກເບັ້ຽຕ່ຳ ຈາກ ຈີນ. ສເນີໂດຍ : ມະນີຈັນ
2012-10-09
ນັກຊ່ຽວຊານ ຝ່າຍນ້ຳ ທີ່ ນະຄອນຫລວງ ວຽງຈັນ ກ່າວວ່າ ສະພາວະ ນ້ຳເປື້ອນ ໃນນະຄອນ ຫລວງ ວຽງຈັນ ຍັງບໍ່ຢູ່ ໃນຣະດັບ ທີ່ໜ້າ ເປັນຫ່ວງ ແຕ່ ຖ້າບໍ່ມີ ການວາງແຜນ ແລະ ຈັດຕັ້ງ ປະຕິບັດ ໃຫ້ທັນກັບ ການເພີ້ມຂື້ນ ຂອງ ພົລເມືອງ ກໍອາດເກີດ ເປັນບັນຫາ ໄດ້. ສເນີໂດຍ : ສົມເນ
2012-10-09
ສປປລາວ ບໍ່ສາມາດ ປາບປາມ ກຸ່ມຄ້າ ໄມ້ເຖື່ອນ ອົງການ ປົກປ້ອງ ສິ່ງແວດລ້ອມ ແຖລງວ່າ ການຄ້າ ໄມ້ເຖື່ອນ ໃນລາວ ມີສ່ວນພົວພັນ ກັບຂັ້ນສູງ ຂອງ ຣັຖບານລາວ ແລະ ກອງທັບ ວຽດນາມ. ສເນີໂດຍ : ສິດນີ