ເຣື້ອງທີ່ເກັບບັນທຶກໄວ້
2011-10-11
ໂຄງການ ເຂຶ່ອນ ໄຊຍະບຸຣີ ຍັງບໍ່ ໂປ່ງໄສ ຕໍ່ປະເທດ ເພຶ່ອນບ້ານ ໂດຍສະເພາະ ກັບບັນດາ ປະເທດ ລຸ່ມ ແມ່ນ້ຳຂອງ ທິ່ຕິດກັບ ລາວ ຕາມ ຄວາມຄິດເຫັນ ຂອງ ນັກຊ່ຽວຊານ ກ່ຽວກັບ ເລື່ອງນີ້ ໃນເວທີ ການ ສົນທະນາ ທີ່ບາງກອກ ປະເທດໄທ ໃນມໍ່ໆ ມານີ້. ສິດນີ ມີ ລາຍງານ...
2011-10-07
ພາຍຫລັງ ທີ່ມີຂ່າວ ກ່ຽວກັບ ກຸ່ມແກ້ງ ຕ່າງໆ ເຄືື່ອນໄຫວ ຫລອກລວງ ເອົາຊັບສີນ ຄົນທາງ Internet ແລະ ກໍຖືກ ຈັບໄດ້ ຢູ່ປະເທດ ໃກ້ຄຽງ ມາແລ້ວ ເຣັດໃຫ້ ຕຳຣວດລາວ ຈັບແກ້ງ ຈີນ ທີ່ສໍ້ໂກງ ຕົວະຕົ້ມ ຢູ່ ສປປລາວ ໄດ້ເຖິງ 68 ຄົນ. ຈຳປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີ ທ່ານ.
2011-10-04
ພາຍຸ ໃຕ້ຝຸ່ນ ລູກໃໝ່ “ ນາລແກ “ ອາຈຈະສ້າງ ຄວາມເສັຍຫາຍ ໃຫ້ ສປປລາວ ຫລາຍຕື່ມອີກ ພຽງໃດ ໃນຂນະທີ່ ທາງການ ຍັງບໍ່ ສາມາດ ແກ້ໄຂ ຜົນເສັຍຫາຍ ຍ້ອນນໍ້າຖ້ວມ ຊຶ່ງເກີດ ຈາກ ພາຍຸ ລູກ ທີ່ ຜ່ານໄປ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີ ທ່ານ...
2011-10-04
ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເປັນຄວາມຫວັງ ຂອງ ຣັຖບານ ສປປລາວ ທີ່ຢາກ ຍົກຣະດັບ ການພັທນາ ປະເທດ ໃຫ້ ທັນສມັຍ, ແຕ່ດ້ານ ວິຊາການ ເທັກໂນໂລຈີ ຂອງ ຈີນ ສ່ວນໃຫຍ່ ແມ່ນລອກແບບ ແລະ ນຳຊິ້ນສ່ວນ ເຂົ້າມາ ຈາກ ຕ່າງ ປະເທດ ນັກວິສວະກອນ ຈີນ ຍັງບໍ່ມີ ຄວາມຊຳນານ ພຽງພໍ ກ່ຽວກັບ ເລຶ້ອງນິ້ ຈຶ່ງເຮັດໃຫ້ ເກິດ ອຸບັດຕິເຫດ ຂຶ້ນເລຶ້ອຍໆ. ໂຄງການ ຣົຖໄຟ ຄວາມໄວສຸງ ຂອງ ຈີນ ໃນລາວ ຍັງບໍ່ແນ່ວ່າ ຈະເກິດຂຶ້ນ ໄດ້ຫລືບໍ່? ຫຼືຈະ ເປັນໄປ ໃນຮູປ ແບບໃດ? ສິດນີ ມີ ລາຍງານ.
2011-09-30
ເປັນຫຍັງ ຈຶ່ງ ເກີດເຫດ ນໍ້າຖ້ວມ ຮຸນແຮງ ໃນລາວ ໃນ ປັດຈຸບັນ? ຍ້ອນ ສະພາບ ດິນຟ້າ ອາກາດ, ພາຍຸ ເຂດຮ້ອນ, ມໍຣະສຸມ ພາຍຸ ໃຕ້ຝຸ່ນ ຫລື ເຫດການ ອື່ນ ເຊັ່ນການ ຕັດໄມ້ ທໍາລາຍ ປ່າ, ຫລືຍ້ອນ ສະພາບ ພູມີ ປະເທດ ແລະ ການຢູ່ ອາສັຍ ຂອງ ປະຊາຊົນ ລາວ. ໂພໄຊສວັດ ມີບົດຄວາມ ມາສເນີ ທ່ານ.
2011-09-29
ພຽງແຕ່ ບໍ່ເທົ່າໃດ ປີ ຜ່ານມາ ການຄ້າ, ການເສພ ແລະ ການຜລິດ ຢາເສພຕິດ ທຸກໆ ປະເພດ ເພີ້ມຂຶ້ນ ໃນລາວ. ເຖິງວ່າ ທາງການລາວ ຈະ ສາມາດ ຫລຸດຜ່ອນ ການປູກຝິ່ນ ລົງໄດ້ ຫລາຍ ກໍຕາມ, ແຕ່ ໃນປີ 2010 ການປູກຝິ່ນ ໄດ້ ຂຍາຍໂຕ ຄືນອີກ. ນອກຈາກນັ້ນ ລາວ ຍັງເປັນ ທາງຜ່ານ ຂອງ ການຄ້າ ຢາເສພຕິດ ທີ່ສໍາຄັນ ແລະ ໃນເວລາ ດຽວກັນ ຍັງເປັນ ບ່ອນຜລິດ ຝິ່ນ ແລະ ຢາເສພຕິດ ອື່ນໆ ອີກດ້ວຍ. ໂພໄຊສວັດ ມີບົດຄວາມ ມາສເນີ ທ່ານ ໃນອັນດັບ ຕໍ່ໄປ.
2011-09-28
ແຜນ ພັທນາ ເສຖກິດ ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 7 (2011-2015) ຂອງ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ທີ່ວ່າ ເມື່ອຮອດ ປີ 2015 ຈະ ເຮັດ ໃຫ້ ຄອບຄົວ ທຸກຍາກ ຫລຸດ ຕໍ່າກວ່າ 10% ຂອງ ຈໍານວນ ຄອບຄົວ ໃນທົ່ວ ປະເທດ ນັ້ນ ຫລາຍຄົນ ເຫັນວ່າ ເປັນແຜນ ທີ່ຈະ ປະຕິບັດ ໄດ້ ຫລືບໍ່? ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີ ທ່ານ...
2011-09-27
ທາງກາຣລາວ ກຳລັງ ວາງແຜນ ໃຫ້ຄວາມ ຊ່ວຍເຫລືອ ປະຊາຊົນ ປະມານ 1,800 ຄອບຄົວ ທີ່ປະສົບ ພັຍນ້ຳຖ້ວມ ໃນບໍ່ຕໍ່າ ກວ່າ 12 ແຂວງ ທົ່ວ ປະເທສ ແລະ ອາຈໄດ້ ປະເຊີນ ກັບ ລົມພາຍຸ ລູກໃໝ່ ໃນ ສັປດາ ນີ້ ດັ່ງ: ຫວາດ ສີມູນ ຈະນຳມາ ເສນີ ໃນອັນດັບ ຕໍ່ໄປ..
2011-09-22
ໂຄງການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ຈະກະທົບ ປະຊາຊົນ ພົລເມືອງ ເຖິງ 300 ລ້ານ ຄົນ ທີ່ ອາສັຍ ຢູ່ອ້ອມແອ້ມ ແມ່ນໍ້າຂອງ ແຕ່ ເໜືອຮອດໃຕ້, ໂດຍສະເພາະ ໃນອ່າງ ພາກລຸ່ມ ຊຶ່ງ ມີລາວ, ໄທ, ກໍາພູຊາ ແລະ ວຽດນາມ. ໂພໄຊສວັດ ມີບົດຄວາມ ມາສເນີ ທ່ານ.
2011-09-20
ເຊື້ອໂຣຄ ແລະ ພຍາດ ຫລາຍໆຢ່າງ ທີ່ ບໍ່ຕິດຕໍ່ກັນ ເຊັ່ນ ໂຣຄມະເຮັງ, ໂຣຄຫົວໃຈ, ໂຣຄເບົາຫວານ ແລະ ໂຣຄປອດ ຊໍາເຮື້ອ ແລະ ການອອກ ກໍາລັງກາຍ ທີ່ ບໍ່ສມໍ່າ ສເມີ ເປັນ ບັນຫາ ທາງ ສຸຂພາບ ທີ່ຮ້າຍແຮງ ທີ່ປະເທດ ກໍາລັງ ພັທນາ ປະເຊີນຢູ່. ໂພໄຊສວັດ ມີບົດຄວາມ ມາ ສເນີ ທ່ານ.
2011-09-16
ລາວ ຕ້ອງການ ລະບົບ ປ່າວເຕືອນ ຕຣຽມ ໃຫ້ ຣະວັງ ພັຍ ເຊັ່ນໄພ ນໍ້າຖ້ວມ ທີ່ສາມາດ ຄາດໝາຍ ລ່ວງໜ້າ ໄດ້. ນອກນັ້ນ ຍັງ ຕ້ອງການ ຈັດຕັ້ງ ໜ່ວຍກູ້ໄພ ໃຫ້ການ ຊ່ວຍເຫລືອ ບັນເທົາ ທຸກ ແລະ ຟື້ນຟູ ຈາກ ພັຍພິບັດ ຕ່າງໆ ທີ່ເກີດຂຶ້ນ ເລື້ອຍໆ ນັ້ນ ນໍາດ້ວຍ.
2011-09-16
ພື້ນທີ່ ດີນດອນ ຕ່ອນຫຍ້າ ຢູ່ ສປປລາວ ເປັນ ກັມມະສິດ ຂອງ ວົງຄະນາຍາຕ ແຫ່ງຊາດ ສໍາລັບ ປະຊາຊົນ ພົລເມືອງ ລາວ ມີສິດ ນໍາໃຊ້, ເຊົ່າ ຫຼື ສຳປະທານ ເທົ່ານັ້ນ ແລະ ຊາວຕ່າງດ້າວ ກໍມີສິດ ເຊົ່າ ຫຼື ສັມປະທານ ໄດ້ ເຊັ່ນກັນ ຊື່ງບໍ່ ແຕກຕ່າງ ຫຍັງກັບ ລູກລາວ ຫຼານລາວ ຄົນລາວ ຮ້ອຍ ເປີເຊັນ .
2011-09-13
ເສຖກິຈ ລາວ ຈະເຕີບໃຫຍ່ ຣະຫວ່າງ 8% ໃນປີນີ້ ຍ້ອນການ ສົ່ງ ສິນຄ້າ ປະເພດ ແຜ່ນແພ, ແຮ່ທາດ, ກະແສ ໄຟຟ້າ, ແລະ ຜລິຕພັນ ທາງດ້ານ ການ ກະເສຕ ແຕ່ ອຸດສາຫະກັມ ການຜລິດ ບາງ ຂະແໜງ ຍັງຕົກຕໍ່າ ຢູ່. ສິດນີ ມີຣາຍງານ ມາສເນີ ທ່ານ ໃນອັນດັບ ຕໍ່ໄປ…
2011-09-09
ບັນຫາ ການ ຄ້າມະນຸດ ເປັນ ບັນຫາ ທີ່ ຮ້າຍແຮງ ທີ່ສຸດ ໃນ ສປປລາວ ທຸກໆປີ ຈະມີ ຜູ້ຍິງລາວ ຫລາຍພັນ ຄົນ ຖືກຫລອກລວງ ໄປຄ້າ ປະເວນີ ທີ່ ປະເທດໄທ ບາງຄົນ ກໍສາມາດ ລອດ ອອກມາໄດ້ ແຕ່ຫລາຍຄົນ ກໍຫາຍ ສາບສູນ ໄປເລີຍ ຣັຖບານ ລາວ ຍັງບໍ່ມີ ມາຕການ ໃດໆ ໃນການ ກຳຈັດ ກຸ່ມ ຄ້າມະນຸດ ກຸ່ມນີ້. ສິດນີ ມີລາຍງານ ມາສເນີ ທ່ານ ໃນອັນດັບ ຕໍ່ໄປ.
2011-09-07
ໝາ ກາຍເປັນ ສິນຄ້າ ສໍາຄັນ ປະເພດ ໜຶ່ງ ທີ່ກຸ່ມ ພໍ່ຄ້າ ລັກລອບ ສົ່ງຈາກ ປະເທສໄທຽ ຜ່ານລາວ ໄປຍັງ ປະເທສ ວຽຕນາມ ຢ່າງ ຫລວງຫລາຍ ຕລອດ ຣະຍະ 30 ກວ່າປີ ຜ່ານມາ ດັ່ງຈະ ເຫັນໄດ້ ເມື່ອຖືກ ຈັບໄດ້ ທີ່ດ່ານ ຊາຍແດນ ໃນມື້ວັນ ທີ 12 ສິງຫາ ຜ່ານມານີ້ ພ້ອມດ້ວຍ ຂອງກາງ ເປັນຣົຖ ບັນທຸກ 4 ຄັນ ມີໝູ່ໝາ ກວ່າ 1,200 ໂຕ ຊຶ່ງ ປັຈຈຸບັນ ຖືກນຳໄປ ຮັກສາ ໄວ້ ບ່ອນຂັງສັຕ ຢູ່ ນະຄອນ ພະນົມ ເພື່ອດຳເນີນ ກາຣສືບສວນ ຜູ້ເປັນ ເຈົ້າຂອງ ແລະ ປະກອບ ຄະດີ ຕາມຂັ້ນຕອນ. ຫວາດ ສີມູນ ຈະນຳມາ ສເນີ ໃນອັນດັບ ຕໍ່ໄປ