ເຣື້ອງທີ່ເກັບບັນທຶກໄວ້
2011-09-06
ນັກວິເຄາະ ສັງຄົມສາດ ເວົ້າວ່າ ມັນເປັນໄປ ໄດ້ຍາກ ທີ່ ປະເທດ ກຳລັງ ພັທນາ ຈະສາມາດ ກຳຈັດ ການ ທຸຈຣິດ ຫຼື ສໍ້ຣາສ ບັງຫລວງ ໄດ້ ເພາະວ່າ ມັນ ກາຍເປັນ ລະບົບ ແລະ ກາຍເປັນ ຄ່ານິຍົມ ໃນສັງຄົມ ໄປແລ້ວ. ພຽງແຕ່ ຢາກ ປ້ອງກັນ ບໍ່ໃຫ້ມີ ຫລາຍຂຶ້ນ ທໍ່ນັ້ນ ກໍຍັງ ບໍ່ໄດ້. ສົມເນ ມີບົດຄວາມ ມາ ສເນີ ທ່ານ...
2011-09-02
ການປະທ້ວງ ຕໍ່ຕ້ານ ການສໍ້ຣາສ ບັງຫລວງ ຂອງ ປະຊາຊົນ ອິນເດັຽ ເມື່ອ 10 ກວ່າມື້ ມານີ້ ເຮັດໃຫ້ ສະພາ ແຫ່ງຊາດ ອິນເດັຽ ຕ້ອງນໍາເອົາ ກົດໝາຍ ຕໍ່ຕ້ານ ການ ສໍ້ຣາສ ບັງຫວງ ມາຖົກຖຽງ ກັນ ເພື່ອດັດແກ້ ໃຫ້ ເຂັ້ມງວດ ຂື້ນ. ໄຊຊນະ ຂອງ ປະຊາຊົນ ອິນເດັຽ ເທື່ອນີ້ ຣັຖບານ ໃນຫລາຍ ປະເທດ ທີ່ກໍາລັງ ພັທນາ ຄວນຮຽນຮູ້ ຈາກ ອິນເດັຽ ຫລືບໍ່? ສົມເນ ມີລາຍງານ ມາສະເໜີ ທ່ານ.
2011-08-30
ສະຫະ ປະຊາຊາດ ເຕືອນວ່າ ປະຊາຊົນ ຫລາຍລ້ານ ຄົນ ໃນ ທົ່ວໂລກ ກໍາລັງ ປະເຊີນ ກັບຄວາມ ອຶດຢາກ, ໃນນັ້ນ ສປປລາວ ບໍ່ໄດ້ ຕົກຢູ່ໃນ ສະພາບ ດຽວກັນ, ແຕ່ ສປປລາວ ກໍຈະ ເປັນ ປະເທດ ນຶ່ງ ໃນຫລາຍໆ ປະເທດ ທີ່ບໍ່ສາມາດ ບັນລຸ ເປົ້າໝາຍ ສະຫັດສວັດ ຫລຸດຜ່ອນ ຄວາມ ທຸກຍາກ ຂາດເຂີນ ໄດ້ເທື່ອ. ໂພໄຊສວັດ ມີບົດຄວາມ ມາສເນີ ທ່ານ ໃນອັນດັບ ຕໍ່ໄປ.
2011-08-19
ຣົດໄຟ ຄວາມໄວສູງ ທີ່ຈີນ ຖືວ່າ ເປັນ ສັນຍາລັກ ຂອງ ຄວາມສໍາເຣັດ ແລະ ເປັນພື້ນຖານ ຂອງ ອຸດສາຫະກັມ ທີ່ໃຊ້ ເຕັກໂນໂລຢີ ສູງ ເພື່ອການ ສົ່ງອອກ ນັ້ນ ຈະມີ ອະນາຄົດ ທີ່ ສົດໃສ ຫລືບໍ່? ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີ ທ່ານ.
2011-08-17
ທະນາຄານ ພັທນາ ເອເຊັຍ ກ່າວວ່າ ເອເຊັຍ ຈະກາຍເປັນ ກໍາລັງ ອັນສໍາຄັນ ທາງ ເສຖກິດ ຂອງໂລກ ແລະ ຈະມີ ເສຖກິດ ເຖີງເຄິ່ງນຶ່ງ ຂອງ ເສຖກິດ ໂລກ ພາຍໃນ ປີ 2050 ຫາກ ເອເຊັຍ ສາມາດ ຕ້ານທານ ການ ທ້າທາຍ ຈາກຄວາມ ບໍ່ສເມີພາບ, ການສໍ້ຣາສ ບັງຫລວງ, ການປ່ຽນແປງ ຂອງ ສະພາບ ດິນຟ້າ ອາກາດ ແລະ ອຸປສັກ ອື່ນໆ ໄດ້.
2011-08-17
ການພັທນາ ຊົນນະບົດ ເພື່ອໃຫ້ ປະຊາຊົນ ກຸ້ມຢູ່ ກຸ້ມກິນ ໄດ້ຮັບການ ປີ່ນປົວ ແລະ ໃຫ້ເດັກນ້ອຍ ໄດ້ຮຽນ ໜັງສື ແມ່ນ ພາລະກິດ ທີ່ຄວນ ເອົາໃຈໃສ່ ປະຕິບັດ ຢ່າງ ຈິງຈັງ ບໍ່ແມ່ນວ່າ ຈະມີແຕ່ ແຜນການ ຊຶ່ງຜ່ານ ມາໄດ້ 35 ປີ ກວ່າ ແລ້ວ ກໍຍັງ ບໍ່ສາມາດ ແກ້ໄຂ ໄດ້ ພໍເທົ່າໃດ. ຈໍາປາທອງ ມີຣາຍງານ ມາສເນີ ທ່ານ.
2011-08-16
ການສອບເສັງ ເອົາ ໃບປະກາດ ໄຊຍະບັດ ມັທຍົມ ປາຍ ໃນທົ່ວ ປະເທສ ຈັດຂຶ້ນ ໃນຊ່ວງທ້າຍ ເດືອນ ມີຖຸນາ ຜ່ານມາ ໂດຽມີ ນັກຮຽນ ທັງໝົດ 40,300 ກວ່າຄົນ ເຂົ້າຮ່ວມ ແລະ ຜ່ານການ ສອບເສັງ ເກືອບເຕັມ ຮ້ອຍ ສ່ວນຮ້ອຍ ແຕ່ ທາງການ ລາວ ກໍຍັງ ມີຄວາມ ເປັນຫ່ວງ ນຳ ຄຸນນະພາບ ຂອງ ການ ສືກສາໃນ ສປປລາວ. ຫວາດ ສີມູນ ມີຣາຍງານ ມາ ສເນີ ທ່ານ.
2011-08-09
ກະຊວງ ກາຣຕ່າງ ປະເທສ ວຽຕນາມ ປະຕິເສຕ ກາຣ ຣາຍງານ ຂອງ ໜ່ວຍງານ ກວດສອບ ດ້ານ ສະພາບ ແວດລ້ອມ ທີ່ວ່າຍັງມີ ກາຣລັກໄມ້ ຈາກ ເມືອງລາວ ເຂົ້າໄປ ແປຮູບ ສຳລັບ ຜລິຕເປັນ ເຄື່ອງເຮືອນ ສົ່ງຂາຍ ຕ່າງ ປະເທສ. ຫວາດ ສີມູລ ມີ ຣາຍງານ
2011-08-09
ນໍ້າຖ້ວມ ໃນ ແຂວງ ຊຽງຂວາງ ຄໍາມ່ວນ ແລະ ນະຄອນຫລວງ ວຽງຈັນ ເຮັດໃຫ້ ປະຊາຊົນ ໄດ້ຮັບ ຄວາມ ຫຍຸ້ງຍາກ, ໄຮ່ນາ, ສັດລ້ຽງ ຕລອດເຖິງ ບ້ານເຮືອນ ເສັຽຫາຽ ຊຶ່ງ ເວລານີ້ ກໍໄດ້ ມີການ ຟື້ນຟູ ແດ່ແລ້ວ. ຈໍາປາທອງ ມີຣາຍ ງານ ມາສເນີ ທ່ານ...
2011-08-05
ລົມພະຍຸ ຣະດູຮ້ອນ ”ນົກເຕັນ” ໄດ້ພັດເຂົ້າ ຖລົ່ມ ທາງ ພາກເໜືອ ຂອງລາວ ລົງໄປເຖິງ ພາກກາງ ແຂວງ ຄໍາມ່ວນ ເຮັດໃຫ້ມີ ຝົນ ຕົກໜັກ ແລະ ພັຍນໍ້າຖ້ວມ ນັ້ນ, ໄດ້ສ້າງ ຄວາມ ເສັຍຫາຍ ຢ່າງ ຫລວງຫລາຍ. ໃນຂນະ ດຽວກັນ ປະຊາຊົນ ກໍເປັນຫ່ວງ ແລະ ຢ້ານວ່າ ສະພາບ ນໍ້າຖ້ວມ ຈະຮ້າຍແຮງ ຕື່ມອີກ ຖ້າຫາກວ່າ ລົມພະຍຸ ລູກໃໝ່ ”ມຸຍຟ໋າ” ຍັງຈະພັດເຂົ້າ ຊໍ້າອີກ ເທື່ອສອງ. ຫວາດ ສີມູນ ມີຣາຍ ລະອຽດ ມາສເນີ ທ່ານ.
2011-08-02
ແຕ່ຕົ້ນປີ 2011 ມານີ້ ມີການ ລັກລອບ ຄ້າ ຢາເສບຕິດ ຈາກ ສປປ ລາວ ໄປ ປະເທດໄທ ຫລາຍຂຶ້ນ ໃນຂະນະທີ່ ທາງການ ຂອງ 2 ປະເທດ ພຍາຍາມ ປາບປາມ ຕລອດມາ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີ ທ່ານ ໃນອັນດັບ ຕໍ່ໄປ...
2011-07-29
ຕົ້ນໄມ້ ຢູ່ ສປປ ລາວ ຖືກຕັດ ສົ່ງໄປ ຕ່າງປະເທດ ໃນແຕ່ລະປີ ເປັນຈໍານວນ ຫລວງຫລາຍ ທັງ ຖືກ ກົດໝາຍ ແລະ ຜິດ ກົດໝາຍ ທັ້ງໆທີ່ ທາງການລາວ ປະກາດ ວ່າ ມີການ ຄຸ້ມຄອງ ການຂຸດຄົ້ນ ໄມ້ ແລະ ທຸຣະກິດ ໄມ້ ຢ່າງເຂັ້ມງວດ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີ ທ່ານ.
2011-07-27
ສປປລາວ ມີແຜນການ ຈະສ້າງ ເຂດ ເສຖກິດ ພິເສດ ໃຫ້ໄດ້ ໃນທົ່ວ ປະເທດ 10 ແຫ່ງ ໃນຣະຍະ 5 ປີ ຂ້າງຫນ້າ ເພື່ອຍົກ ຣະດັບ ເສຖກິດ ແລະ ດຶງດູດ ນັກລົງທືນ ຕ່າງຊາດ ແຕ່ບັນຫາ ມີຢູ່ວ່າ ຣັຖບານ ລາວ ຈະສາມາດ ຄວບຄຸມ ນັກລົງທືນ ຜູ້ທີ່ບໍ່ ປະຕິບັດ ຕາມ ກົດຣະບຽບ ໄດ້ຫລືບໍ່?
2011-07-27
ຄ່າແຮງງານ ໃນ ສປປລາວ ຍັງຕໍ່າຫລາຍ ຢູ່ຄືເກົ່າ ໃນຂນະທີ່ ຣາຄາ ອາຫານ ແລະ ເຄື່ອງຂອງ ຕ່າງໆ ຖີບຕົວ ສູງຂຶ້ນ ເລື້ອຍໆ ເຮັດໃຫ້ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ລາວ ຜູ້ຫາເຊົ້າ ກິນຄໍ່າ ໄດ້ຮັບຄວາມ ຫຍຸ້ງຍາກ ລໍາບາກ ຫຼາຽຂຶ້ນ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ ໃນອັນດັບ ຕໍ່ໄປ...
2011-07-26
ເງີນເຟີ້ ເພີ້ມຂື້ນ ຢູ່ ສປປລາວ ແລະໃນ ປັຈຈຸບັນ ໄດ້ສ້າງ ຄວາມຫຍຸ້ງຍາກ ໃຫ້ແກ່ ຊິວິດ ການເປັນຢູ່ ຂອງ ພນັກງານ ຣັຖກອນ ແລະ ປະຊາຊົນ ທົ່ວໄປ ແບບຊໍ້າເຕີມ ຕື່ມອີກ, ໃນຂນະທີ່ ຜູ້ນໍາ ພັກ-ຣັຖ ຜູ້ມີຣາຍ ໄດ້ພິເສດ ບໍ່ຮ້ອນ ບໍ່ເຄືອງ ຢູ່ຢ່າງ ສະບາຍ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີ ທ່ານ.