ເຣື້ອງທີ່ເກັບບັນທຶກໄວ້
2011-07-22
ຜູ້ໍນໍາ ພັກ ປະຊາຊົນ ປະຕິວັດ ລາວ ຕັ້ງເປົ້າໝາຍ ເອົາໄວ້ວ່າ ນັບຕັ້ງແຕ່ ປີ 2011 ນີ້ ໄປເຖິງ ປີ 2015 ຈະສົ່ງຂາຍ ເຂົ້າ ໃຫ້ຕ່າງ ປະເທດ ໃຫ້ໄດ້ ປີລະ 1 ລ້ານ ຕັນ ແຕ່ບໍ່ ເປີດເຜີຍ ວ່າ ໃນ ແຕ່ລະປີ ຜ່ານມາ ຮວມທັງ ປີນີ້ ໄດ້ຊື້ ເຂົ້າມາຈາກ ປະເທດໄທ ນັ້ນ ຈໍານວນ ເທົ່າໃດ ກັນແທ້. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາ ສເນີ ທ່ານ.... ໃນອັນດັບຕໍ່ໄປ......
2011-07-19
ໃນຣະຍະ 5 ປີ 2011-2015 ນີ້ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ມອບໝາຍ ໜ້າທີ່ ອັນໃດແດ່ ໃຫ້ ແນວລາວ ສ້າງຊາດ ປະຕິບັດ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຮື້ອງນີ້ ມາສເນີ ທ່ານ ໃນອັນດັບ ຕໍ່ໄປ.....
2011-07-15
ທາງກາຣ ແຂວງ ຫລວງພຣະບາງ ມີຣາຍຮັບ ຈາກ ທຸຣະກິຈ ກາຣ ທ່ອງທ່ຽວ ກວ່າ 128 ລ້ານ ດອລລາຣ໌ ສະຫະຣັຖ ໃນຣະຍະ 9 ເດືອນ ທໍາອິດ ຂອງ ສົກປີ 2010 - 2011 ນີ້ ແລະ ມີແນວໂນ້ມ ທີ່ຈະ ເພີ່ມຂຶ້ນ ໃນຂັ້ນ ຕໍ່ໄປ ຫລັງຈາກ ໂຄງກາຣ ຂຍາຍ ເດີນເຮືອບິນ ຫລວງພຣະບາງ ຫາກສ້າງ ສໍາເຣັຈ.
2011-07-14
ການ ປະຕິບັດ ແຜນພັທນາ ທີ່ດິນ ຂອງ ທາງການລາວ ໃນ 5 ປີ ຜ່ານມາ ມີຜົນດີ ຫລືວ່າ ສ້າງຄວາມ ເສັຽຫາຍ ອັນໃຫຍ່ຫລວງ ໃຫ້ແກ່ ປະເທດຊາດ ແລະ ປະຊາຊົນ ລາວ.
2011-07-13
ນໍ້າຖ້ວມ 4 ແຂວງ ຂອງລາວ ໄດ້ຮັບຄວາມ ເສັຍຫາຍ ຫລາຍສົມຄວນ ແຕ່ ທາງການ ລາວ ອາດຈະ ແກ້ໄຂໄດ້ ໂດຍຕົນເອງ ບໍ່ຕ້ອງຂໍ ການຊ່ວຍເຫລືອ ຈາກ ຕ່າງ ປະເທດ ໃນຂນະທີ່ ມີລາຍໄດ້ ຫລາຍຈາກ ການຕັດໄມ້ ໄປຂາຍ, ການຂາຍ ໄຟຟ້າ, ຄໍາ, ທອງແດງ ແລະ ການທ່ອງທ່ຽວ.
2011-07-12
ຢູ່ ສປປ ລາວ ປີ 2010 ມີການ ປູກຝີ່ນ ຫລາຍຂື້ນ ເຖິງ 7,300 ເຮັກຕາ ຈາກປີ 2007 ຊຶ່ງເປັນ ປີທີ່ມີ ການປູກ ຫນ້ອຍ ທີ່ສຸດ ຄືມີ 1,500 ເຮັກຕາ ຂນະທີ່ ຄົນຕິດ ຢາເສບຕິດ ກໍມີຫລາຍ ເພີ້ມຂື້ນ.
2011-07-08
ເບື້ອງຫລັງ ທີ່ພາໃຫ້ ທາງການ ລາວ ປິດ ກິຈການ ບາງຢ່າງ ຢູ່ໃນເຂດ ເສຖກິດ ພິເສດ ”ບໍ່ເຕັນ-ແດນຄໍາ” ລົງນັ້ນ ຍັງເປັນ ທີ່ລຶກລັບ ຢູ່. ຫລາຍຄົນ ຕັ້ງຄໍາຖາມ ຂື້ນວ່າ ໂຄງການ ນີ້ ລົ້ມເຫລວ ບໍ? ມີບົດຮຽນ ແນວໃດແດ່? ທີ່ຄວນ ຖອດຖອນເອົາ ເພື່ອໃຫ້ ໂຄງການ ເຂດ ເສຖກິດ ພິເສດ ແຫ່ງອື່ນໆ ປະສົບ ຜົນສໍາເຣັດ...
2011-07-07
ໂຄງກາຣ ປຸກສ້າງ ໂຮງງານ ຜລິຕ ອາຫາຣ ສັຕ ທີ່ຣັຖບາລ ຮັງກາຣີ ໃຫ້ທຶນ ຊ່ວຍເຫລືອ ລາວ ແຕ່ຕົ້ນ ປີ 2011 ນີ້ມານັ້ນ ທາງ ຣັຖບາລ ລາວ ກໍຕ້ອງກາຣ ໃຫ້ພາຄສ່ວນ ເອກຊົນ ເຂົ້າມາ ມີສ່ວນ ຮ່ວມນໍາ ແຕ່ເທົ່າ ປັຈຈຸບັນ ກໍຍັງບໍ່ທັນ ມີຄວາມ ຄືບໜ້າ ແຕ່ຢ່າງໃດ.
2011-07-06
ສປປລາວ ມີແຜນການ ສ້າງເຂື່ອນ ໄຟຟ້າ 10 ເຂື່ອນ ໃນຣະຍະ 5 ປີ ຂ້າງໜ້າ ແລະ ການທີ່ວ່າ ຈະກາຍເປັນ ໝໍ້ໄຟ ແຫ່ງເອເຊັຽ ໄດ້ຊໍ່າໃດ ໃນເມື່ອ ເຂື່ອນ ໄຊຍະບູຣີ ຊຶ່ງເປັນພຽງ ເຂື່ອນດຽວ ໃນຈໍານວນ ຫລາຍເຂື່ອນ ທີ່ວ່າ ຈະສ້າງ ໃນແມ່ນໍ້າຂອງ ນັ້ນກໍຍັງ ຖືກໂຈະ ຍ້ອນວ່າ ມັນອາດ ຈະເປັນໄພ ອັນໃຫຍ່ຫລວງ ຕໍ່ທັມມະຊາດ ແລະ ສິ່ງແວດລ້ອມ.
2011-06-29
ສປປ ລາວ ມີ ແຜນການ ຈະປະຕິຮູບ ລະບົບ ການສືກສາ ໃນທົ່ວ ປະເທດ ໃນລະຍະ 5 ປີ ຂ້າງໜ້າ ເພື່ອ ພັທນາ ຊັພຍາກອນ ມະນຸດ ໃຫ້ ທ່ວງທັນ ກັບ ຄວາມຕ້ອງການ ຂອງການ ພັທນາ ເສຖກິດ. ນັກຊ່ຽວຊານ ວ່າ ມັນເປັນ ບັນຫາ ທ້າທາຍ ຊື່ງເຫັນວ່າ ຍາກ ຈະບັນລຸ ເປົ້າໝາຍ ໄດ້.
2011-06-22
ສປປລາວ ບໍ່ສາມາດ ຫລີກລ້ຽງ ສະພາບ ເງິນເຟີ້ ໄດ້ ເຖິງວ່າ ຈະຢູ່ ໃນຖານະ ທີ່ ບໍ່ໄດ້ຮັບ ຜົນກະທົບ ກະເທືອນ ຈາກ ສະພາບ ເງິນເຟີ້ ຂອງໂລກ ໄດ້ງ່າຍ ກໍຕາມ. ອີງຕາມ ທາງການລາວ, ເຫດຜົນ ກໍມີຢູ່ວ່າ ສປປລາວ ປ່ອຍເງິນກູ້ ຫລາຍເກີນໄປ, ຍ້ອນ ສປປລາວ ສ້າງໜີ້ສິນ ຫລາຍເພີ້ມຂຶ້ນ ເລື້ອຍໆ. ບັນຫາ ແລະ ສະພາບ ເງິນເຟີ້ ໃນ ສປປລາວ ສ້າງຄວາມ ກັງວົນ ໃຫ້ ສະມາຊິກ ສະພາ ຊຸດ ປັດຈຸບັນ ແລະ ປະຊາຊົນ ລາວ ໂດຍທົ່ວໄປ.
2011-06-21
ປ່າໄມ້ ໃນລາວ ຖືກທໍາລາຍ ເກືອບ ຈະໝົດແລ້ວ ຈາກກຸ່ມ ຄ້າໄມ້ທ່ອນ ແລະຈາກ ໂຄງການ ພັທນາ ເຂື່ອນໄຟຟ້າ. ການຂຸດຄົ້ນ ແຮ່ທາດ ແລະ ການ ປູກຕົ້ນໄມ້ ເສຖາກິດ; ເປັນຕົ້ນ ການປູກ ຢາງພະຣາ ແລະ ຕົ້ນໄມ໊ ເສຖາກິດ ອື່ນໆ. ພື້ນທີ່ ບາງແຫ່ງ ໃນລາວ ກາຍເປັນພູ ຫົວໂລ້ນ ໄປໝົດແລ້ວ.
2011-06-15
ການຮັກສາ ສຸຂພາບ ແລະ ອະນາໄມ ທີ່ບໍ່ໄດ້ ມາຕຖານ ຫລື ທີ່ ຂາດໆ ເຂີນໆ ເຮັດໃຫ້ ສປປລາວ ເສັຍລາຍຮັບ ຫລາຍກວ່າ 200 ລ້ານ ໂດລາ ສະຫະຣັຖ ຕໍ່ປີ. ນອກຈາກ ທີ່ຄົນລາວ ຈະເສັຍ ລາຍຮັບ ໂດຍກົງແລ້ວ ຄົນລາວ ຍັງມັກ ໄປໃຊ້ ບໍຣິການ ດ້ານການ ຮັກສາ ປິ່ນປົວ ໃນຕ່າງ ປະເທດ ຊຶ່ງເປັນການ ສີ້ນເປືອງ ແລະ ທຸຣະກິດ ການທ່ອງທ່ຽວ ຍັງໄດ້ ຮັບຜົນ ກະທົບ ອີກດ້ວຍ.
2011-06-14
ໂຮງແຮມ ສໍາລັບ ໃຊ້ເປັນ ສະຖານທີ່ ຫລິ້ນກາຣ ພະນັນ ຄາຊິໂນ Casino ໃນເຂຕ ບໍ່ເຕັນ ແຂວງ ຫລວງນໍ້າທາ ໃກ້ໆກັບ ຊາຍແດນ ຈີນ ອາຈຕ້ອງ ປິດລົງ ກໍເປັນໄດ້, ຍ້ອນນັກ ຫລິ້ນ ກາຣພະນັນ ຫັນປ່ຽນ ໄປຫລິ້ນ ຢູ່ບ່ອນໃໝ່.
2011-06-09
ເຊື້ອພຍາດ ອີ. ໂຄໄລ ທີ່ຣະບາດ ໃນອາຫານ ແລະ ນໍ້ານັ້ນ ກໍາລັງ ຣະບາດ ໜັກ ໃນຢູໂຣບ, ໂດຍ ສະເພາະ, ເຢັຽຣະມັນ, ຊຶ່ງມີ ຜູ້ເສັຍ ຊີວິດ ແລ້ວ 25 ຄົນ ແລະ ປ່ວຍ 2600 ກ່ວາຄົນ. ມາເຖິງ ປັຈຈຸບັນ ກໍຍັງ ບໍ່ທັນ ຮູ້ສາເຫດ ທີ່ ແນ່ນອນ ເທື່ອ.