ເຣື້ອງທີ່ເກັບບັນທຶກໄວ້
2011-04-21
ໂຄງການ ກໍ່ສ້າງ ເຂື່ອນ ໄຟຟ້າ ໄຊຍະບູຣີ ຂອງລາວ ຍັງປະເຊີນ ກັບການ ກົດດັນ ຈາກ 3 ປະເທດ ເພື່ອນບ້ານ ແຕ່ທາງ ການລາວ ວ່າຈະ ເດີນໜ້າ ຢູ່ຕໍ່ໄປ.
2011-04-20
ການຂາດເຂີນ ເຂົ້າກີນ ຢູ່ທາງ ພາກໃຕ້ ແລະ ພາກກາງ ຂອງ ສປປລາວ ເຣັດໃຫ້ ປະຊາຊົນ ຈໍານວນ ຫລວງຫລາຍ ຕ້ອງໄປ ຊອກຫາ ເຮັດວຽກ ໃນປະເທດ ໄທ. ໃນຂນະທີ່ ທາງການລາວ ປະກາດວ່າ ມີເຂົ້າ ເຫລືອກີນ ຈົນວ່າໄດ້ ໄປຂາຍ ຕ່າງປະເທດ ຈໍານວນນຶ່ງ.
2011-04-12
ບໍຣິສັທ ເອກຊົນລາວ ໃຫ້ຄວາມຮ່ວມມື ກັບທາງ ຣັຖບາລ ໃນໂຄງກາຣ ສົ່ງເສີມ ຊາວກະສິກອນ ດ້ວຍກາຣ ແຈກຢາຍ ພັນເຂົ້າ ທີ່ມີ ຄຸນພາບ ແລະຊຸກຍູ້ ໃຫ້ປູກພຶຊຜັກ ຕ່າງໆທີ່ປອດ ສາຣເຄມີ ເພື່ອບໍຣິໂພຄ ແລະສົ່ງອອກ ຕ່າງປະເທສ.
2011-04-08
ທະນາຄານ ພັທນາເອເຊັຽ ຫລື ADB ວ່າອັດຕຣາເງິນເຟີ້ ຣາຄາ ສິ່ງຂອງແພງ ຢູ່ໃນລາວ ສໍາລັບປີ 2011 ນີ້ ຈະກະທົບ ກະເທືອນຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ມີລາຍໄດ້ຕໍ່າ.
2011-04-05
ຣາຄາອາຫານ ການກິນ ແລະເຄື່ອງ ອຸປໂພກ ບໍຣິໂພກ ຕ່າງໆ ທົ່ວໂລກ ໄດ້ ຫຍັບສູງຂື້ນ 7-8 ເດືອນຕິດຕໍ່ກັນ. ອົງການ ອາຫານ ແລະກະສິກັມ ສະຫະປະຊາຊາດ FAO ໄດ້ເຕືອນວ່າ ປະເທດ ທີ່ຍັງ ບໍ່ທັນ ພັທນາ ແລະທຸກ ຍາກຢູ່ ຈະໄດ້ ຮັບຜົນ ກະທົບ ກະເທືອນ ຫລາຍທີ່ສຸດ ຊື່ງ ສປປລາວ ກໍກໍາລັງ ປະເຊີນ ກັບບັນຫາ ດັ່ງກ່າວຢູ່.
2011-03-30
ກໍາມັນຕະພາບຣັງສີ ນີວເຄລັຽ ທີ່ຮົ່ວຈາກ ໂຮງງານໄຟຟ້າ ພະລັງນີວເຄລັຽ ທີ່ປະເທດ ຍີ່ປຸ່ນນັ້ນ, ໃນເວລານີ້ ຈະມີຜົນ ສະທ້ອນຕໍ່ ສຸຂພາບຂອງຄົນ ໃນປະເທດຍີ່ປຸ່ນ ແລະ ຊາວເອເຊັຽ ຫລືບໍ່? ແລະ ຈະມີໜ້ອຍຫລາຍ ປານໃດ? ສົມເນ ມີລາຍລະອຽດ ປະກອບກັບ ການໂອ້ລົມ ກັບ ດຣ. ແກ້ວ ອິນທະວົງສາ ສາສດາຈານ ຈາກ ມະຫາວິທຍາໄລ ຊືກຸບະ ປະເທດຍີ່ປຸ່ນ.
2011-03-30
ປະຊາຊົນລາວ ຈະປະເຊີນກັບ ການຂາດແຄນເຂົ້າ ຢ່າງໃຫຍ່ຫລວງ ໃນ 2-3 ເດືອນຂ້າງໜ້າ ຍ້ອນຄວາມແຫ້ງແລ້ງ ໃນປັຈຈຸບັນ, ຈົນເຮັດໃຫ້ ອົງການ ອາຫານໂລກ ຮຽກຮ້ອງ ການຊ່ອຍເຂົ້າກິນ ໃນເຫດສຸກເສີນ ແກ່ຄົນລາວກວ່າ ນຶ່ງແສນຄົນ ສ່ວນໃຫຍ່ໃນແຂວງ ພາກກາງ ແລະ ພາກໃຕ້.
2011-03-29
ເຊີນທ່ານ ຮັບຟັງ ການສັມພາດ ຫົວໜ້າ ປະສານງານ ໂຄງການ ທາງຣົຖໄຟ ປະຈໍາແຂວງ ອຸດົມໄຊ ກ່ຽວກັບບັນຫາ ບາງຢ່າງ ທີ່ ໂຄງການ ດັ່ງກ່າວ ກໍາລັງປະສົບຢູ່.
2011-03-11
ລາຍງານ ຍຸທສາດ ການຄວບຄຸມ ຢາເສບຕິດ ລະຫ່ວາງ ປະເທດ ຂອງສະຫະຣັດ ອະເມຣິກາ ລະບຸວ່າ ສປປ ລາວ ຍັງ ເປັນປະເທດທາງ ຜ່ານ ຫລືປະເທດ ຜລິດຢາເສບຕິດ ລາຍສໍາຄັນຢູ່.
2011-03-08
ເຊີນທ່ານຮັບຟັງ ການສໍາພາດ ຊາວລາວ ທີ່ເມືອງ ໄຊຍະບຸຣີ ກ່ຽວກັບການ ສ້າງຖນົນຫົນທາງ ແລະ ບຸນຊ້າງ. ສໍາພາດໂດຍ: ອາວະຣີ
2011-03-03
ລາວເຄີຍເປັນ ປະເທດ ທີ່ອຸດົມສົມບູນ ໄປດ້ວຍ ເຂົ້ານໍ້າຊ້າມປາ ມາຕລອດ ແຕ່ດຽວນີ້ ຊໍ້າພັດ ບໍ່ມີເຂົ້າພຽງພໍ ຕໍ່ຄວາມຕ້ອງການ. ໃນເວລາ ທີ່ເຄື່ອງ ອຸປໂພກ ບໍຣິໂພກ ກໍາລັງເພີ້ມສູງ ຂຶ້ນທົ່ວໂລກ ຍ້ອນພັຍທັມຊາຕ ແລະ ເຫດການປັ່ນປ່ວນ ໃນພາກຕາເວັນ ອອກກາງ ແລະ ອາຟຣິກກາ ເໜືອຢູ່ນີ້ ຊະຕາກັມ ຂອງ ປະຊາກອນລາວ ທີ່ທຸກຍາກ ຂາດເຂີນຢູ່ແລ້ວ ຈະເປັນແນວໃດ ໃນຂັ້ນຕໍ່ໄປ?
2011-03-02
ໃນຂນະທີ່ ມີການ ວິພາກວິຈານ ກັນ ກ່ຽວກັບໂຄງການ ສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ທີ່ແຂວງ ໄຊຍະບູຣີ ນັ້ນ ປະຊາຊົນ ໃນແຂວງ ທີ່ຈະໄດ້ ຮັບຜົນໄດ້ ຜົນເສັຍ ຈາກໂຄງການ ດັ່ງກ່າວ ມີປະຕິກິຣິຍາ ແນວໃດແດ່.
2011-02-25
ເຊີນຟັງບົດ ສໍາພາດ ຂອງ ຍານາງ ສຸວັນນີ ພອນວິໄລ ຮອງຫົວໜ້າ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກ່ຽວກັບເຫດການ ແຜ່ນດິນໄຫວ ຢູ່ແຂວງ ໄຊຍະບຸຣີ ໃນຄືນວັນທີ 23 ກຸມພາ ຜ່ານມາ. ສໍາພາດໂດຍ: ອະວາຣີ
2011-02-24
ບັນຫາທີ່ດີນ ຢູ່ ສປປລາວ ເປັນບັນຫາ ທີ່ຫຍຸ້ງຍາກ ສັບສົນ ແລະ ແກ້ໄຂໄດ້ຍາກ ຍ້ອນຄຸນຄ່າ ແລະ ຜົນປະໂຫຍດ ຂອງທີ່ດິນນັ້ນ ສະຫລັບສັບຊ້ອນ ຮວມທັງ ຢູ່ໃນ ກຸ່ມຜູ້ນໍາ ຂອງພັກ ປະຊາຊົນ ປະຕິວັດລາວ.
2011-02-03
ໂຄງກາຣ ສ້າງທາງຣົຖໄຟ ຄວາມໄວສູງ ຂອງຈີນ ເພື່ອເຊື່ອມໂຍງ ກັບບັນດາ ປະເທສ ສະມາຄົມ ປະຊາຊາຕ ອາຊ໊ຽນ ຈະຕ້ອງໃຊ້ ງົບປະມານ ອັນມະຫາສານ ແຕ່ທາງກາຣຈີນ ມີເປົ້າໝາຍ ທີ່ຈະເຣີ່ມລົງມື ໃນໄວໆນີ້ ເພື່ອຜົລກາຣຄ້າ ໃນອະນາຄົຕ.