ເຣື້ອງທີ່ເກັບບັນທຶກໄວ້
2011-02-01
ການລັກຕັດໄມ້ ທໍາລາຍປ່າ ຍັງມີຢ່າງ ແພ່ຫລາຍ ໃນເຂດແຂວງ ຕ່າງໆ ຂອງລາວ ເຖິງແມ່ນວ່າ ທາງການຈະມີ ຣະບຽບກົດໝາຍ, ມີການຄຸ້ມຄອງ ແລະ ກວດກາ ຢ່າງເຂັ້ມງວດ ຈົນເຮັດໃຫ້ ຫລາຍຄົນ ສົງສັຍກັນ ຢູ່ວ່າ ຮອດເວລາໃດ ຈຶ່ງຈະສາມາດ ຍັບຍັ້ງໄດ້.
2011-01-25
ຊາວລາວທ່ານນຶ່ງ ໃຫ້ຄໍາເທັນວ່າ ການສ້າງທາງ ຣົຖໄຟ ຄວາມໄວສູງ ຈາກເມືອງ ຊາຍແດນ ລາວ ຈີນ ບໍ່ເຕັນ ບໍ່ຫານ ມາຍັງນະຄອນ ຫລວງວຽງຈັນ ໃນຣະຍະສັ້ນ ສປປລາວ ຈະບໍ່ເຫັນຜົນປໂຍດ ອັນໃຫຍ່ໂຕໂລດ ແຕ່ຈະເປັນການ ກະຕຸ້ນ ໃຫ້ມີການ ລົງທືນ ຂອງຕ່າງປະເທດ ໃນລາວ ຫລາຍຂື້ນ.
2011-01-13
ຣັຖບານລາວ ກໍາລັງເລັ່ງລັດ ສ້າງເຂດ ເສຖກິດພິເສດ ຫລາຍແຫ່ງຂື້ນ ໃນລາວ ແລະ ເຂດເສຖກິດ ພິເສດເຫລົ່ານັ້ນ ມີຄວາມສໍາຄັນ ຕໍ່ການພັທນາ ເສຖກິດ ຂອງ ສປປລາວ ຢ່າງໃດ. ປະຊາຊົນ ລາວ ຄົນທັມມະດາ ຈະໄດ້ຮັບ ຜົລປໂຍດ ຈາກເຂດ ເສຖກິດພິເສດ ດັ່ງກ່າວນັ້ນ ຫລືບໍ?
2011-01-07
ການໂອ້ລົມ ກັບນັກ ທຸຣະກິດ ແລະ ປັນຍາຊົນລາວ ໃນນະຄອນຫລວງ ວຽງຈັນ ທ່ານນື່ງ ກ່ຽວກັບ ການສືກສາ ໃນລາວ. ທ່ານ ໃຫ້ຄໍາເຫັນວ່າ ການພັທນາ ເສຖກິດໃດໆ ກໍດີຕ້ອງ ພັທນາຄົນ ໃຫ້ໄດ້ຮັບ ການສືກສາ ຫລາຍຂື້ນ ໂດຍສະເພາະ ໃນປັດຈຸບັນ ນີ້ ຄວາມຕ້ອງການ ອັນຮີບດ່ວນ ແມ່ນດ້ານອາຊີວະ ເພື່ອຜລິດ ຜູ້ປະຕິບັດ ວຽກງານໂຕຈິງ ໃຫ້ຫລາຍ.
2011-01-04
ອົງການປົກປ້ອງ ສິ່ງແວດລ້ອມ ແລະ ທັມມະຊາດຕ່າງໆ ເຫັນວ່າ ການສ້າງເຂື່ອນ ໄຟຟ້າ ຫລາຍແຫ່ງຢູ່ ສປປລາວ ມີຜົນກະທົບ ຕໍ່ແຫລ່ງນໍ້າ, ຕໍ່ປະຊາຊົນ, ສັດສາວາສິ່ງ, ພືດພັນ ແລະ ປ່າໄມ້ ທີ່ອຸດົມສົມບູນ ຊຶ່ງຫຼາຍຄົນ ຄິດວ່າ ຕົ້ນເຫດມາຈາກ ຕ່າງປະເທດ ເປັນຕົ້ນແມ່ນໄທ ທີ່ຮັບຊື້ ກະແສໄຟຟ້າ ຈາກ ລາວ.
2010-12-29
ແຮງງານ ຕ່າງດ້າວ ສ້າງຜົລປໂຍດ ຫລື ຄວາມເຊື່ອມເສັຽ ຕໍ່ການພັທນາ ເສຖກິດ ສປປລາວ ຢ່າງໃດ ແລະ ຣັຖບານລາວ ເປັນຫຍັງຈື່ງ ບໍ່ປາບປາມ ແຮງງານ ກຸ່ມດັ່ງກ່າວ?
2010-12-23
ການລົງທຶນ ແລະ ການຂຍາຍ ອໍານາດ ຂອງຈິນ ເພີ້ມຂຶ້ນໃນລາວ ໃນປີນີ້ ເພາະຈີນຖືວ່າ ລາວ ເປັນຍຸທສາດ ທາງດ້ານ ເສຖກິດ ທາງພາກ ຕາເວັນຕົກ ສ່ຽງໃຕ້ ຂອງຈີນ ທີ່ຈະເຊຶ່ອມ ຕໍ່ໄປຫາ ປະຊາຄົມ ອາຊຽນ ໃນອະນາຄົດ.
2010-12-17
ຕລາດຮຸ້ນ ແມ່ນຫຍັງ ມີຄວາມສໍາຄັນ ຕໍ່ການພັທນາ ເສຖກິດ ສປປລາວ ຢ່າງໃດ ແລະ ສປປລາວ ຈະໄດ້ຜົລປໂຍດ ຫຍັງແດ່.
2010-12-16
ສປປລາວ ຍັງຂາດ ແຮງງານ ທີ່ມີສີມື ຈຶ່ງເຣັດໃຫ້ ນັກລົງທືນ ຕ່າງຊາຕ ບໍ່ຢາກເຂົ້າ ມາລົງທືນ ໃນລາວ ຫລາຍປານໃດ ບໍ່ເໝືອນດັ່ງ ປະເທດ ເພື່ອນບ້ານ ເຊັ່ນ ວຽດນາມ ແລະ ໄທ.
2010-12-14
ການປູກຝີ່ນ ໃນລາວ ເພີ້ມຂື້ນ 58% ໃນປີນີ້ ລອງຈາກ ພະມ້າ ແລະ ອັຟການິສຖານ ຕາມການສຳຣວດ ຈາກອົງການ ປາບປາມ ຢາເສບຕິດແລະ ອາຊຍາກັມ ສະຫປະຊາຊາດ ໃນປີ 2010 ສາເຫດ ເປັນຍ້ອນຫຍັງ. ສິດນີ ມີລາຍງານ.
2010-12-11
ທາງການລາວ ສລອງ ການສ້າງເຂື່ອນ ໄຟຟ້າ ນໍ້າເທີນ 2 ຢ່າງ ເປັນທາງການ ໃນມື້ວັນ ພຣະຫັດ ນີ້. ເຂື່ອນນໍ້າເທີນ 2 ມີຜົນດີ ຜົນຮ້າຍ ແນວໃດ ຕໍ່ປະເທດ ແລະ ປະຊາຊົນ ລາວ ນັ້ນ Avary ມີຣາຍງານ ມາສເນີທ່ານ ໃນອັນດັບ ຕໍ່ໄປ…..
2010-12-09
ນໍ້າໃນ ແມ່ນໍ້າຂອງ ບົກແຫ້ງ ລົງຫລາຍ ມີຜົນກະທົບ ຕໍ່ການເດີນເຮືອ ແລະການຫາປາ ຮວມທັງ ການປູກຝັງ ແລະລ້ຽງສັດ ຂອງ ປະຊາຊົນ ແຕ່ອໍານວຍ ຄວາມສະດວກ ໃຫ້ແກ່ການ ຂົນສົ່ງ ຢາເສບຕິດ ແລະ ການລັກຂ້າມ ໄປ-ມາ ຂອງຄົນງານ ລາວ ທີ່ຈໍາເປັນ ຕ້ອງໄດ້ສ່ຽງ ໄປຫາຂາຍ ແຮງງານ ຂອງຕົນ ຢູ່ ປະເທດໄທ ຈຳປາທອງ ມີຣາຍງານ ກ່ຽວກັບເຣື້ອງ ມາສເນີທ່ານ.
2010-12-07
ເສືອ ເປັນສັດປ່າ ຊນິດນຶ່ງ ທີ່ໃກ້ຈະ ສູນພັນ ຊຶ່ງປະເທດ ຕ່າງໆ ໃນທົ່ວໂລກ ຮວມທັງ ຢູ່ຂົງເຂດ ເອເຊັຍ ແລະ ເວົ້າສະເພາະ ຢູ່ລາວ ກໍມີ ນະໂຍບາຍ ອະນຸຮັກ ເອົາໄວ້ ເປັນຕົ້ນແມ່ນ ຕ້ານການຄ້າເສືອ ແລະ ສັດປ່າ ຊນິດອື່ນໆ ທີ່ຫາຍາກ ແລະ ໃກ້ຈະສູນ ພັນ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ...
2010-11-19
ປວັດສາດ ຄວາມເປັນມາ ຂອງ ນະຄອນຫລວງ ວຽງຈັນ ແຕ່ອະດີດ ເຖິງ ປັດຈຸບັນ ທີ່ນັກຄົ້ນຄວ້າ ທ່ານນື່ງ ໄດ້ບັລຍາຍ ຕໍ່ ເອເຊັຽເສຣີ ໃນຊ່ວງ ງານສລອງ ວັນຄົບຮອບ 450 ປີ ນະຄອນຫລວງ ວຽງຈັນ ໃນອາທີດ ນີ້. ສເນີໂດຍ: ສີດນີ
2010-11-17
ງານສເລີມ ສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ທີ່ຈັດຂື້ນ ຣະຍະດຽວກັນ ຂອງງານ ນະມັສການ ພຣະທາດຫລວງ ໄດ້ເລີ້ມຂື້ນ ໃນຕອນແລງ ຂອງມື້ວັນ ທີ່ 15 ພືສຈິກາ 2010 ນີ້ ຢ່າງຄືກຄື້ນ ໂດຍມີເປົ້າໝາຍ ເສີມສ້າງ ຄວາມສາມະຄີ ຣະຫວ່າງ ປວງຊົນ ທັງຊາດ ພ້ອມຍັງເປັນ ການດຶງດູດ ໃຫ້ນັກທ່ອງຫ່ຽວ ເດີນທາງເຂົ້າ ເມືອງລາວ ຫລາຍເພີ້ມຂື້ນ ແລະໃນຂນະ ດຽວກັນ ກໍມີຫລາຍຄົນ ເຊຶ່ອວ່າ ທາງການກ່ຽວຂ້ອງ ຄວນຈະນໍາເອົາ ງົບປະມານ ໄປຊ່ອຍເຫລືອ ປະຊາຊົນ ຜູ້ທີ່ ທຸກຍາກ ຕາມເຂດ ຊົນນະບົດ ໃນທົ່ວປະເທດ ຄົງຈະເປັນ ຜົນປໂຍດກວ່າ. ດັ່ງ ຫວາດ ສີມູມ ຈະນໍາມາ ສເນີທ່ານ ໃນອັນດັບ ຕໍ່ໄປ.