ເຣື້ອງທີ່ເກັບບັນທຶກໄວ້
2012-08-23
ການຍຶດຄອງ ທີ່ດີນ ຂອງ ປະຊາຊົນ ເປັນບັນຫາ ຮຸນແຮງ ທີ່ບໍ່ມີ ພຽງແຕ່ ຢູ່ ສປປລາວ ເທົ່ານັ້ນ ແຕ່ຫາກຍັງມີ ຢູ່ປະເທດ ເພື່ອນບ້ານ ນໍາອີກ ເຮັດໃຫ້ ປະຊາຊົນ ຜູ້ໄດ້ຮັບ ຜົນກະທົບ ຮ້ອງຂໍ ຕໍ່ວ່າ ເພື່ອປົກປ້ອງ ສິດ ແລະ ຜົນປະໂຫຍດ ອັນຊອບທັມ ຂອງພວກຕົນ. ສເນີໂດຍ : ຈຳປາທອງ
2012-08-22
ການຂໍຮ້ອງ ຄວາມເປັນທັມ ໃນບັນຫາ ທີ່ດິນ ຍັງຖືກ ຂົ່ມຂູ່ ຢູ່ຕໍ່ມາ ຂນະທີ່ ທາງການລາວ ກໍຈໍາກັດ ຣາຽການ ອອກອາກາດ ກ່ຽວກັບ ການສົນທະນາ ເຮື່ອງການ ຢຶດທີ່ດິນ ຂອງ ປະຊາຊົນ ໃນທົ່ວປະເທດ. ສເນີໂດຍ: ຈໍາປາທອງ
2012-08-21
ຄຽງຄູ່ກັນໄປ ກັບການ ເຄື່ອນໄຫວ ຂອງ ຂະບວນຕ້ານ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ບໍຣິສັດ ຊ.ການຊ່າງ ຂອງໄທ ກໍພຍາຍາມ ຫາຊ່ອງທາງ ເພື່ອໃຫ້ໄດ້ ກໍ່ສ້າງຕໍ່ໄປ ຊຶ່ງດຽວນີ້ ກໍໄດ້ເລີ່ມ ວຽກງານ ພື້ນຖານ ຂອງ ໂຄງການນັ້ນ ແດ່ແລ້ວ. ສເນີໂດຍ : ຈໍາປາທອງ
2012-08-17
ບໍຣິສັດ ຕ່າງປະເທດ ທີ່ລົງທືນຢູ່ ສປປລາວ ວ່າເປັນປະເທດ ທີ່ບໍ່ມີ ຄວາມປອດພັຍ ໃນການລົງທືນ. ສເນີໂດຍ : ຈຳປາທອງ
2012-08-16
ອຸດສາຫະກັມ ບໍ່ແຮ່ ເປັນ ຂແນງການນຶ່ງ ສໍາຄັນ ທີ່ ທາງການລາວ ເອົາໃຈໃສ່ ໃຫ້ຕ່າງປະເທດ ເຂົ້າມາຂຸດຄົ້ນ ເພື່ອການສົ່ງອອກ ຊຶ່ງໃນອີກ 4 ປີ ຂ້າງໜ້າ ກໍວ່າ ຈະຊຸກຍູ້ ໃຫ້ມີການ ລົງທຶນ ຫຼາຍຂຶ້ນ. ສເນີໂດຍ: ຈໍາປາທອງ
2012-08-15
ອຸດສາຫະກັມ ການທ່ອງທ່ຽວ ໃນລາວ ຂຍາຍໂຕ ພາຍໃນ ບໍ່ເທົ່າໃດປີ ຜ່ານມາ ຊື່ງເປັນທຸຣະກິຈ ທີ່ນໍາເງິນເຂົ້າ ປະເທດ ໄດ້ຫລາຍ ເປັນ ອັນດັບສອງ ຮອງຈາກ ອຸດສາຫະກັມ ບໍ່ແຮ່ ແຕ່ຍັງຕ້ອງ ເພິ່ງພາອາໄສ ສະພາບການ ທີ່ເກີດຂຶ້ນ ພາຍໃນ ປະເທດ ໃນເຂດ ພູມີພາຄ ແລະ ຂອງໂລກ ຫລາຍພໍສົມຄວນ. ສເນີໂດຍ : ໂພໄຊສະວັດ
2012-08-07
ນັກກິລາລາວ ແຂ່ງຂັນ ກິລາ ໂອລີມປິກ ສີ້ນສຸດແລ້ວ ເຖິງວ່າບໍ່ໄດ້ ເຂົ້າຮອບ ຕໍ່ໄປ ຫລື ບໍ່ໄດ້ຫລຽນ ແນວໃດກໍຕາມ ແຕ່ກໍໄດ້ຮັບ ຜົນສຳເຣັດ ຕາມຄາດໝາຍ. ສເນີໂດຍ : ອາວະຣີ
2012-08-02
ສປປລາວ ຄາດວ່າ ວຽກງານຂອງ ຂແນງ ກະສິກັມ ປ່າໄມ້ ຈາກນີ້ໄປ ຫາ ປີ 2015 ຄາດວ່າ ຈະມີການ ຂຍາຍຕົວ ເພື່ອໃຫ້ ລວມຍອດ ຜລິດຕະພັນ ເພີ່ມຂຶ້ນ ສະເລັ່ຍ 3.1 ຫາ 3.5% ຕໍ່ປີ. ວຽກງານນີ້ ຈະບັນລຸຜົນ ສໍາເຣັດ ຫລືບໍ່ນັ້ນ ແລະ ມີອັນໃດແດ່ ທີ່ເປັນສິ່ງ ທ້າທາຍ? ສເນີໂດຍ : ຈໍາປາທອງ
2012-08-01
ທາງການລາວ ຕ້ອງການ ຢາກມີ ບ່ອນຫລິ້ນ ການພະນັນ ກາຊີໂນ ຫລາຍເພີ້ມຂຶ້ນ ເພື່ອດຶງດູດ ນັກທ່ອງທ່ຽວ ແຕ່ໃນເວລາ ດຽວກັນ ກໍກັບສ້າງ ບັນຫາ ສັງຄົມ ທີ່ຮຸນແຮງ ຂຶ້ນເລື້ອຍໆ. ສເນີໂດຍ : ໂພໄຊສວັດ
2012-07-31
ໃນກິລາ ໂອລິມປິກ ລະດູຮ້ອນ ທີ່ ກຸງລອນດອນ 2012 ເທື່ອນີ້ ສປປລາວ ໄດ້ສົ່ງ ນັກກິລາ 3 ຄົນ ເຂົ້າຮ່ວມ ແຂ່ງຂັນ ໃນກິລາ 2 ປະເພດ ລອຍນໍ້າ 50 ແມັດ ຊາຍ ແລະ ແລ່ນ 100 ແມັດ ຊາຍ-ຍິງ. ສເນີໂດຍ : ໂພໄຊສວັດ
2012-07-26
ເຈົ້າໜ້າທີ່ ຂອງ ຣັຖບານ ສປປລາວ ທີ່ໃຫ້ສັມພາດ ແກ່ ໜັງສືພິມ ບາງກອກໂພສ ໃນວັນ ອາທິດ ນີ້ ປະຕິເສດ ກ່ຽວກັບ ຣາຍງານ ຂອງ ສື່ມວລຊົນ ທີ່ວ່າ ຣັຖບານ ລາວ “ຕົວະ” ກ່ຽວກັບ ການສ້າງ ເຂື່ອນ ໄຊຍະບູຣີ ນັ້ນ “ບໍ່ມີມູນ ຄວາມຈິງ” ສເນີໂດຍ : ສົມເນ
2012-07-20
ການໃຫ້ ຕ່າງປະເທດ ສັມປະທານ ທີ່ດິນ ຢູ່ ສປປລາວ ຢ່າງ ຫຼວງຫຼາຍນັ້ນ ເປັນບັນຫາ ທີ່ປວງຊົນ ຊາວລາວ ມີຄວາມ ກັງວົນ ທີ່ສຸດ ເຖິງແມ່ນວ່າ ຣັຖບານ ປະກາດ ໂຈະ ມາໄດ້ເກືອບ ເດືອນ ແລ້ວກໍຕາມ. ສເນີໂດຍ : ຈໍາປາທອງ
2012-06-28
ແຕ່ກ່ອນ ເຮົາໄດ້ຍີນ ຜູ້ຄົນ ຈົ່ມວ່າ ຖ້າຈະຄ້າຂາຍ ກັບ ພໍ່ຄ້າ ແມ່ຄ້າ ຊາວວຽດນາມ ນີ້ຕ້ອງ ເກັ່ງອີ່ຫລີ ຈຶ່ງຈະທັນ ເຂົາ ແຕ່ດຽວນີ້ ພໍ່ຄ້າ ແມ່ຄ້າ ຊາວວຽດນາມ ຈົ່ມວ່າ ພໍ່ຄ້າ ແມ່ຄ້າຈີນ ມີຢູ່ໝົດ ທຸກບ່ອນ ໃນວຽດນາມ ເຂົາຊອກຊື້ ຜົລປູກ ແລະ ເຄື່ອງປ່າ ຂອງດົງ ເພື່ອສົ່ງໄປ ເມືອງຈີນ ເຮັດໃຫ້ ຣາຄາ ຜລິຕຜົນ ກະສິກັມ ຕົກຕ່ຳ. ບັນຫາ ທີ່ຊາວ ວຽດນາມ ປະເຊີນຢູ່ນີ້ ມີອັນໃດແດ່ ຄ້າຍຄືກັນ ກັບ ຢູ່ລາວ. ສເນີໂດຍ : ສົມເນ
2012-06-27
ການພັທນາ ຂຸດຄົ້ນ ບໍ່ແຮ່ ໂຄງການ ປູກຕົ້ນໄມ້ ອຸດສາຫະກັມ ຂອງ ຣັຖບານລາວ ປະເຊີນກັບ ບັນຫາ ຫລາຍຢ່າງ ຮວມທັງ ສ້າງຄວາມ ເສັຽຫາຽ ໃຫ້ແກ່ ປະເທດຊາດ ແລະ ປະຊາຊົນ. ດັ່ງຈະຮູ້ໄດ້ ຈາກຄໍາເວົ້າ ຂອງບັນດາ ຜູ້ແທນ ໃນກອງປະຊຸມ ສະພາ ແຫ່ງຊາດ. ສເນີໂດຍ : ຈໍາປາທອງ
2012-06-21
ຮອງປະທານ ປະເທດ ວຽດນາມ ມາຢ້ຽມຢາມ ສປປ ລາວ ພາຍຫລັງ ຜູ້ເປັນ ປະທານ ມາຢ້ຽມຢາມ ພຽງ 4 ເດືອນ ຊຶ່ງ ອາດມີ ການເວົ້າເຖິງ ເຂື່ອນ ໄຊຍະບູຣີ ທີ່ມີການ ຂັດແຍ່ງ ກັນນັ້ນ. ສເນີໂດຍ : ຈໍາປາທອງ