ເຣື້ອງທີ່ເກັບບັນທຶກໄວ້
2010-12-29
ແຮງງານ ຕ່າງດ້າວ ສ້າງຜົລປໂຍດ ຫລື ຄວາມເຊື່ອມເສັຽ ຕໍ່ການພັທນາ ເສຖກິດ ສປປລາວ ຢ່າງໃດ ແລະ ຣັຖບານລາວ ເປັນຫຍັງຈື່ງ ບໍ່ປາບປາມ ແຮງງານ ກຸ່ມດັ່ງກ່າວ?
2010-12-23
ການລົງທຶນ ແລະ ການຂຍາຍ ອໍານາດ ຂອງຈິນ ເພີ້ມຂຶ້ນໃນລາວ ໃນປີນີ້ ເພາະຈີນຖືວ່າ ລາວ ເປັນຍຸທສາດ ທາງດ້ານ ເສຖກິດ ທາງພາກ ຕາເວັນຕົກ ສ່ຽງໃຕ້ ຂອງຈີນ ທີ່ຈະເຊຶ່ອມ ຕໍ່ໄປຫາ ປະຊາຄົມ ອາຊຽນ ໃນອະນາຄົດ.
2010-12-17
ຕລາດຮຸ້ນ ແມ່ນຫຍັງ ມີຄວາມສໍາຄັນ ຕໍ່ການພັທນາ ເສຖກິດ ສປປລາວ ຢ່າງໃດ ແລະ ສປປລາວ ຈະໄດ້ຜົລປໂຍດ ຫຍັງແດ່.
2010-12-16
ສປປລາວ ຍັງຂາດ ແຮງງານ ທີ່ມີສີມື ຈຶ່ງເຣັດໃຫ້ ນັກລົງທືນ ຕ່າງຊາຕ ບໍ່ຢາກເຂົ້າ ມາລົງທືນ ໃນລາວ ຫລາຍປານໃດ ບໍ່ເໝືອນດັ່ງ ປະເທດ ເພື່ອນບ້ານ ເຊັ່ນ ວຽດນາມ ແລະ ໄທ.
2010-12-14
ການປູກຝີ່ນ ໃນລາວ ເພີ້ມຂື້ນ 58% ໃນປີນີ້ ລອງຈາກ ພະມ້າ ແລະ ອັຟການິສຖານ ຕາມການສຳຣວດ ຈາກອົງການ ປາບປາມ ຢາເສບຕິດແລະ ອາຊຍາກັມ ສະຫປະຊາຊາດ ໃນປີ 2010 ສາເຫດ ເປັນຍ້ອນຫຍັງ. ສິດນີ ມີລາຍງານ.
2010-12-11
ທາງການລາວ ສລອງ ການສ້າງເຂື່ອນ ໄຟຟ້າ ນໍ້າເທີນ 2 ຢ່າງ ເປັນທາງການ ໃນມື້ວັນ ພຣະຫັດ ນີ້. ເຂື່ອນນໍ້າເທີນ 2 ມີຜົນດີ ຜົນຮ້າຍ ແນວໃດ ຕໍ່ປະເທດ ແລະ ປະຊາຊົນ ລາວ ນັ້ນ Avary ມີຣາຍງານ ມາສເນີທ່ານ ໃນອັນດັບ ຕໍ່ໄປ…..
2010-12-09
ນໍ້າໃນ ແມ່ນໍ້າຂອງ ບົກແຫ້ງ ລົງຫລາຍ ມີຜົນກະທົບ ຕໍ່ການເດີນເຮືອ ແລະການຫາປາ ຮວມທັງ ການປູກຝັງ ແລະລ້ຽງສັດ ຂອງ ປະຊາຊົນ ແຕ່ອໍານວຍ ຄວາມສະດວກ ໃຫ້ແກ່ການ ຂົນສົ່ງ ຢາເສບຕິດ ແລະ ການລັກຂ້າມ ໄປ-ມາ ຂອງຄົນງານ ລາວ ທີ່ຈໍາເປັນ ຕ້ອງໄດ້ສ່ຽງ ໄປຫາຂາຍ ແຮງງານ ຂອງຕົນ ຢູ່ ປະເທດໄທ ຈຳປາທອງ ມີຣາຍງານ ກ່ຽວກັບເຣື້ອງ ມາສເນີທ່ານ.
2010-12-07
ເສືອ ເປັນສັດປ່າ ຊນິດນຶ່ງ ທີ່ໃກ້ຈະ ສູນພັນ ຊຶ່ງປະເທດ ຕ່າງໆ ໃນທົ່ວໂລກ ຮວມທັງ ຢູ່ຂົງເຂດ ເອເຊັຍ ແລະ ເວົ້າສະເພາະ ຢູ່ລາວ ກໍມີ ນະໂຍບາຍ ອະນຸຮັກ ເອົາໄວ້ ເປັນຕົ້ນແມ່ນ ຕ້ານການຄ້າເສືອ ແລະ ສັດປ່າ ຊນິດອື່ນໆ ທີ່ຫາຍາກ ແລະ ໃກ້ຈະສູນ ພັນ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ...
2010-11-19
ປວັດສາດ ຄວາມເປັນມາ ຂອງ ນະຄອນຫລວງ ວຽງຈັນ ແຕ່ອະດີດ ເຖິງ ປັດຈຸບັນ ທີ່ນັກຄົ້ນຄວ້າ ທ່ານນື່ງ ໄດ້ບັລຍາຍ ຕໍ່ ເອເຊັຽເສຣີ ໃນຊ່ວງ ງານສລອງ ວັນຄົບຮອບ 450 ປີ ນະຄອນຫລວງ ວຽງຈັນ ໃນອາທີດ ນີ້. ສເນີໂດຍ: ສີດນີ
2010-11-17
ງານສເລີມ ສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ທີ່ຈັດຂື້ນ ຣະຍະດຽວກັນ ຂອງງານ ນະມັສການ ພຣະທາດຫລວງ ໄດ້ເລີ້ມຂື້ນ ໃນຕອນແລງ ຂອງມື້ວັນ ທີ່ 15 ພືສຈິກາ 2010 ນີ້ ຢ່າງຄືກຄື້ນ ໂດຍມີເປົ້າໝາຍ ເສີມສ້າງ ຄວາມສາມະຄີ ຣະຫວ່າງ ປວງຊົນ ທັງຊາດ ພ້ອມຍັງເປັນ ການດຶງດູດ ໃຫ້ນັກທ່ອງຫ່ຽວ ເດີນທາງເຂົ້າ ເມືອງລາວ ຫລາຍເພີ້ມຂື້ນ ແລະໃນຂນະ ດຽວກັນ ກໍມີຫລາຍຄົນ ເຊຶ່ອວ່າ ທາງການກ່ຽວຂ້ອງ ຄວນຈະນໍາເອົາ ງົບປະມານ ໄປຊ່ອຍເຫລືອ ປະຊາຊົນ ຜູ້ທີ່ ທຸກຍາກ ຕາມເຂດ ຊົນນະບົດ ໃນທົ່ວປະເທດ ຄົງຈະເປັນ ຜົນປໂຍດກວ່າ. ດັ່ງ ຫວາດ ສີມູມ ຈະນໍາມາ ສເນີທ່ານ ໃນອັນດັບ ຕໍ່ໄປ.
2010-10-29
ນະໂຍບາຍ ການເມືອງ ແລະເສຖກິດ ຂອງຄິວບາ ໃນຣະຍະໃໝ່ ຂອງທ່ານ ຣາອູນ ກາສໂຕຣ ມີຫຍັງແດ່ ທີ່ເປັນໜ້າ ສົນໃຈ ພາຍຫລັງທີ່ ທ່ານ ຟີແດນ ກາສໂຕຣ ຜູ້ເປັນອ້າຍ ວາງອໍານາດໃຫ້. ຈໍາປາທອງ ມີຣາຽງານກ່ຽວ ກັບເຣື້ອງນີ້ ມາສເນີທ່ານ.
2010-10-27
ຕ່າງປະເທດ ທີ່ໃຫ້ການ ຊ່ວຍເຫລືອ ຕົກລົງທີ່ ຈະສນັບສນູນ ແຜນການພັທນາ ເສຖກິດ-ສັງຄົມ 5 ປີຊຸດໜ້າ ຂອງ ສປປລາວ ໃນກອງປະຊຸມ ຊຶ່ງທາງຝ່າຍລາວ ຮຽກຮ້ອງ ການຊ່ວຍເຫລືອ ຫລາຍຂຶ້ນກວ່າ ຊຸດກ່ອນ ຄືຮອດ 3 ພັນ 9 ຮ້ອຍລ້ານໂດລາ ເພື່ອປະຕິບັດ ໂຄງການຕ່າງໆ ໃຫ້ບັນລຸ ເປົ້າໝາຍ ຮວມທັງເປົ້າ ໝາຍສະຫັດສວັດ ຂອງ ສະຫະປະຊາຊາດ.
2010-10-06
ທາງກາຣ ສປປລາວ ໄດ້ປັບປຸງ ກົດໝາຍ ດ້ານກາຣລົງທຶນ ແລະກາຣຄ້າ ເພື່ອດຶງດູດ ນັກທຸຣະກິຈ ຕ່າງຊາຕ ເຂົ້າມາລົງທຶນ ໃນເມືອງ ລາວ ຕາມໂຄງກາຣພັທນາ ຕ່າງໆໃຫ້ຫລາຍ ກວ່າເກົ່າ ເພື່ອຊ່ວຍເຮັດໃຫ້ ສະພາບກາຣເປັນຢູ່ ຂອງປະຊາຊົນ ລາວ ດີຂຶ້ນກວ່າເກົ່າ, ແຕ່ນັກຊ່ຽວຊານ ເປັນຫ່ວງ ຢ້ານຈະບໍ່ ສາມາດ ບັນລຸເປົ້າໝາຍໄດ້ ຖ້າຫາກວ່າ ບໍ່ກໍາຈັດ ແລະປາບປາມ ກາຣທຸຈຣິຕ ຕາມມາຕກາຣ ເສັຽກ່ອນ.
2010-10-05
ອິດທິພົນ ຂອງຈີນ ແບບທີ່ມີ ໃນເຂດ ເສຖກິດພິເສດ ບໍ່ເຕັນ ຢູ່ຊາຍແດນພາກ ເໜືອຂອງລາວ ຊື່ງຈີນ ໄດ້ຮັບສັມປະທານ ຈາກຣັຖບານ ລາວ ເປັນເວລາ 99 ປີນັ້ນ ຈະສາມາດ ແພ່ຂຍາຍ ໄປເຂດອື່ນໆ ຂອງລາວ ໄດ້ຫຼືບໍ?
2010-10-01
ສປປລາວ ໃກ້ຄວາມຈິງ ທີີ່ຈະໄດ້ ເປັນສະມາຊິກ ອົງການ ການຄ້າໂລກ ຫລັງຈາກ ໄດ້ລົງນາມ ການຄ້າ ແລະ ການບໍຣິການ ກັບຕົວແທນ ຂອງຈີນ ໃນມື້ກ່ອນ ແລະ ກັບຍີ່ປຸ່ນ ຫວ່າງເດືອນ ກໍຣະກະດາ ປີນີ້ ຊື່ງສອງ ປະເທດດັ່ງກ່າວ ຢູ່ໃນຄນະ ກັມມະການ ອອກສຽງ ພິຈາຣະນາ. ແຕ່ການເປັນ ສະມາຊິກ ອົງການ ການຄ້າໂລກ ຂອງລາວນັ້ນ ສປປລາວ ຈະໄດ້ຜົລປໂຍດ ຫຍັງແດ່?