ເຣື້ອງທີ່ເກັບບັນທຶກໄວ້
2009-10-01
ສປປລາວ ມີທັງ ຣັຖທັມມະນູນ ແລະກົດໝາຍ, ຣັຖບັນຍັດ, ດຳຣັດຕ່າງໆ ຊຶ່ງທາງການລາວ ບອກວ່າມີໄວ້ ເພື່ອຄຸ້ມຄອງຣັດ ຄຸ້ມຄອງສັງຄົມ ແຕ່ຄົນສ່ວນຫລາຍ ເຂົ້າໃຈວ່າ ສິ່ງດັ່ງກ່າວ ແມ່ນມີໄວ້ເພື່ອ ສິດ ແລະຜົນປະໂຫຍດ ຂອງຄນະນຳ ພັກ-ຣັດ ຫລາຍກວ່າ. ຄວາມເຂົ້າໃຈ ທີ່ວ່ານັ້ນ ມາຈາກສາເຫດ ອັນໃດ? ຕົ້ນຕໍອັນໃດ? ຈຳປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ
2009-08-22
ມື້ນີ້ ຈຳປາທອງ ຈະນຳສເນີທ່ານ ກ່ຽວກັບການ ຜລິດພືດພັນ ເປັນຕົ້ນແມ່ນການ ຜລິດພັນເຂົ້າ ຊະໜິດໃໝ່ ແລະການປູກເຂົ້າ ຢູ່ປະເທດລາວ ຮວມທັງການຊ່ວຍເຫລືອ ແລະການລົງທຶນ ຂອງຕ່າງປະເທດ ການຊື້-ຂາຍ ແລະຣາຄາເຂົ້າ ຊຶ່ງເປັນບັນຫາ ທີ່ບໍ່ແນ່ນອນນັ້ນ ມາສເນີທ່ານ ເຊີນທ່ານຮັບຟັງໄດ້………
2009-08-13
ປະຊາຊົນລາວ ໃຫ້ຄຳເຫັນວ່າ ການສໍ້ຣາສບັງຫລວງ ໃນລາວ ຍັງມີຫລາຍຢູ່ຄືເກົ່າ ຍ້ອນຂາດການ ປະຕິບັດກົດຫມາຍ ຕ້ານການສໍ້ຣາສບັງຫລວງ ຢ່າງເຂັ້ມງວດຈາກ ທາງຣັຖບານ, ຈຶ່ງເຮັດໃຫ້ການ ສໍ້ຣາສບັງຫລວງ ໃນລາວ ກາຍເປັນໂຣຄຊຳເຮື້ອ ເທົ່າທຸກວັນນີ້ ແຕ່ເຈົ້າຫນ້າທີ່ຣັຖ ພັດເວົ້າວ່າ ການສໍ້ຣາສບັງຫລວງ ໃນລາວຜ່ອນລົງແດ່ແລ້ວ ຍ້ອນມີຫນ່ວຍງານ ກວດສອບໃນ ແຕ່ລະແຂວງ.
2009-08-11
ສປປລາວ ຈະເປັນເຈົ້າພາບ ຈັດງານມະຫາກັມ ກິລາຊີເກມ ໃນທ້າຍປີນີ້. ປະເທດລາວ ຈະມີຜົນໄດ້ ແລະຜົນເສັຍແນວໃດ ຈາກການຈັດງານ ແຂ່ງຂັນກິລາດັ່ງກ່າວ. ອາວະຣີ ຈະສເນີ ຄຳອະທິບາຍ ຕອບຂໍ້ຂ້ອງໃຈນັ້ນ ໃນອັນດັບຕໍ່ໄປ.
2009-04-16
ສປປລາວ ປະກາດໃຊ້ ກົດໝາຍວ່າດ້ວຍ ການກວດສອບ ການເງິນຂອງຣັຖ ແຕ່ຈົນເຖິງ ປັດຈຸບັນ ກໍຍັງບໍ່ສາມາດ ປະຕິບັດ ໄດ້ດີເທົ່າທີ່ຄວນ ການສໍ້ຣາສບັງຫລວງ ຍັງແຜ່ຣະບາດ.
2009-04-09
ປະຊາຄົມອາຊຽນ ມີຜົລປະໂຍດຢ່າງໃດ ຕໍ່ ສປປລາວ ແລະ ສປປລາວ ຈະໄດ້ຫຍັງແດ່ ຈາກການຮ່ວມກຸ່ມ ຂອງບັນດາ ປະເທດອາຊຽນ ໃຫ້ເປັນຕລາດ ອັນນື່ງອັນດຽວກັນ ເລີ້ມແຕ່ປີ 2015 ເປັນຕົ້ນໄປ.
2009-04-07
ຍ້ອນຣັຖບານ ໃຫ້ສັມປະທານ ທີ່ດິນແກ່ຕ່າງ ປະເທດ ເຊົ່າຫລາຍເກີນໄປ ປະຊາຊົນລາວ ຫລາຍໆຄົນ ຈຶ່ງມີຄວາມເປັນ ຫ່ວງຕໍ່ ອານາຄົດຂອງ ຕົນແລະຂອງຊາດ.
2009-03-17
ໂຄງການສ້າງເມືອງຈີນ ຫລືເອີ້ນວ່າ China Town ທີ່ບຶງທາດຫລວງ ເປັນແຜນພັທນາ ເຂດກຳແພງນະຄອນຫລວງຂອງລາວ ທີ່ມີປະສິດທິພາບ ຖ້າຣັຖບານຈ່າຍ ຄ່າຊົດເຊີຍໃຫ້ ແກ່ປະຊາຊົນ ທີ່ຈະຕ້ອງໂຍກຍ້າຍ ແບບຍຸທຕິທັມ ແລະສົມເຫດສົມຜົລ ແຕ່ໃນປັຈຈຸບັນ ທາງການ ແລະປະຊາຊົນ ຍັງຕົກລົງກັນບໍ່ໄດ້ ຈື່ງເຮັດໃຫ້ໂຄງການຊັກຊ້າ…..ສິດນີ ມີຣາຍງານ