ເຣື້ອງທີ່ເກັບບັນທຶກໄວ້
2010-11-16
ມາດາມ ອອງຊານຊຸຈິ ຜູ້ນໍາ ປະຊາທິປະໄຕ ພະມ້າ ທີ່ໄດ້ຮັບ ລາງວັນ Nobel ຂແນງສັນຕິພາບ ຖືກປ່ອຍຕົວ ຈາກການກັກຂັງ ອັນເປັນ ສັງກາດໃໝ່ ທີ່ຈະນໍາ ໄປສູ່ ປະຊາທິປະໄຕ ແລະຄວາມຖືກຕ້ອງ ປອງດອງຊາດ ຊຶ່ງຊາວໂລກ ຕ່າງກໍມີ ຄວາມຊື່ນຊົມ ຍີນດີນໍາ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ.
2010-11-12
ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຢູ່ພະມ້າ ຊຶ່ງປະຊາຄົມ ສາກົນ ກ່າວຂານ ກັນວ່າ ເປັນການ ເລືອກຕັ້ງ ທີ່ບໍ່ຍຸຕິທັມ ບໍ່ມີ ປະຊາທິປະໄຕ ແລະ ຮັບໃຊ້ ຜົນ ປະໂຫຍດ ຂອງ ຣັຖບານທະຫານ ນັ້ນ, ມີຫຍັງຄືກັນ ແລະ ແຕກຕ່າງຈາກ ການເລືອກຕັ້ງ ຢູ່ ສປປລາວ ແລະ ມີຫຍັງແດ່ ທີ່ສໍາຄັນ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ.
2010-11-10
ພາຍຫລັງຢ້ຽມຢາມ ປະເທສອິນເດັຽ ເປັນເວລາ 3 ມື້ ປະທານາທິບໍດີ Barack Obama ຈະເດີນທາງ ຕໍ່ໄປຢ້ຽມຢາມ ອິນໂດນີເຊັຽ ເພື່ອເສີມຂຍາຍ ສາຍກາຣ ພົວພັນ ກັບ ປະຊາຄົມ ມູສລີມ ໃນທົ່ວໂລກ ກ່ອນທີ່ຈະ ເດີນທາງ ຕໍ່ໄປຍັງ ເກົາຫລີໃຕ້ ແລະ ຍີ່ປຸ່ນ ໃນສັປດາ ນີ້. ໂດຍ: ຫວາດ ສີມູນ
2010-11-06
ສປປລາວ ຈະເປັນເຈົ້າພາບ ຈັດກອງປະຊຸມ ປະເທດພາຄີ ກ່ຽວກັບ ສົນທິສັນຍາ ບັງຄັບ ຫ້າມໃຊ້ ຣະເບີດລູກຫວ່ານ ຫລືຣະເບີດ ບອມບີ ເປັນຄັ້ງ ທໍາອິດ ໃນອາທີດໜ້າ. ກອງປະຊຸມ ດັ່ງກ່າວ ມີຄວາມສໍາຄັນ ແລະ ຈະໃຫ້ປະໂຍດ ຫຍັງແດ່ ແກ່ ສປປລາວ. ສິດນີ ມີລາຍງານ.
2010-11-04
ຜົນການເລືອກຕັ້ງ ເຄິ່ງສໄມ ຂອງ ສະຫະຣັຖ ອະເມຣິກາ ທີ່ເລືອກເອົາ ສະມາຊີກ ສະພາຕໍ່າ ທັງໝົດ, ສະມາຊີກ ສະພາສູງ ປະມານ ນຶ່ງສ່ວນສາມ ແລະ ຜູ້ປົກຄອງຣັຖ ຈໍານວນ ສາມສ່ວນສີ່ ຂອງຣັຖທັງໝົດ ໃນທົ່ວປະເທດ, ໃນວັນທີ 2 ພືສຈິກາ ມີຜົນອອກມາ ແນວໃດ? ຈໍາປາຫອງ ມີຣາຍງານ ມາສເນີທ່ານ ໃນອັນດັບ ຕໍ່ໄປ.
2010-11-03
ຜົນການ ຢ້ຽມຢາມ ວຽດນາມ, ຈີນ ແລະກໍາພູຊາ ຂອງມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ ມີຄວາມໝາຍ ສໍາຄັນ ແນວໃດແດ່ ຕໍ່ນະໂຍບາຍ ຂອງ ສະຫະຣັຖ ຮວມທັງ ບັນຫາ ສິດທິມະນຸດ ແລະ ຄວາມໝັ້ນຄົງ ນໍາດ້ວຍ. ມະນີຈັນ ມີລາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ ໃນອັນດັບ ຕໍ່ໄປ.
2010-10-29
ສະຫະຣັຖ ເລີ້ມວາງຍຸທສາດ ການພົວພັນ ກັບບັນດາ ປະເທດເອເຊັຽ ຄືນໃຫມ່ ເພື່ອສ້າງຄວາມ ສົມດູນກັບຈີນ ໃນການຂຍາຍ ອິດທິພົລ ໃນຂົງເຂດ ໂດຍທີ່ ເຈົ້າຫນ້າທີ່ ຣະດັບສູງ ຂອງສະຫະຣັຖ ຫລາຍທ່ານ ໄປພົບປະກັບ ຜູ້ນໍາ ຈາກບັນດາ ປະເທດດັ່ງກ່າວ. ສີດນີ ມີລາຍງານ.
2010-10-28
Mme Hillary Clinton ຣັຖມົນຕຣີ ກາຣຕ່າງ ປະເທສ ສະຫະຣັຖ ອອກເດີນ ທາງຢ້ຽມຢາມ ຫລາຍປະເທສ ເຂຕເອເຊັຽ ພ້ອມມີກໍາໜົດ ເຂົ້າຮ່ວມກອງ ປະຊຸມສຸດຍອດ ອາຊ໊ຽນ ຢູ່ກຸງຮ່າໂນຽ ໃນສັປດານີ້.
2010-10-20
ການປັກຫລັກ ໝາຍຊາຍແດນ ຣະຫວ່າງ ລາວແລະໄທ ມີຄວາມຄືບໜ້າ ແຕ່ຍັງເປັນການຍາກ ໃນການກໍານົດ ວັນເວລາ ທີ່ຈະປັກປັນ ໃຫ້ເສັດສິ້ນ ຂນະທີ່ມີ ການເລື່ອນ ມາແລ້ວຫລາຍເທື່ອ ແລະຍັງມີອີກ 10 ກວ່າເຂດທີ່ ຍັງບໍ່ທັນ ຕົກລົງກັນໄດ້ ທັງທາງບົກ ແລະທາງນໍ້າ ຮ່ວມທັງເຂດ ສາມໝູ່ບ້ານ ທີ່ເຄີຍເກີດການ ຕໍ່ສູ້ກັນມາ.
2010-10-13
ກອງປະຊຸມ ບັນດາ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ 10 ຊາດ ອາຊຽນ ແລະ 8 ປະເທດ ຮວມທັງ ສະຫະຣັດ ອະເມຣິກາ ທີ່ມີສ່ວນກ່ຽວຂ້ອງ ຢູ່ຮ່າໂນ້ຍ ໃນວັນທີ 12 ຕຸລາ 2010 ເຮັດໃຫ້ຄວາມເຄັ່ງຕຶງ ຢູ່ທະເລຈີນໃຕ້ ຜ່ອນຄາຍລົງ.
2010-10-05
ຄວາມສັມພັນ ຣະຫວ່າງ ລາວກັບພະມ້າ ມີຫຍັງແດ່ ສໍາຄັນ ແລະ ສປປລາວ ໄດ້ຜົລປໂຍດ ຫຍັງແດ່ ຈາກການຂຍາຍ ຄວາມສັມພັນ ອັນແໜ້ນແຟ້ນກັບ ພະມ້າ ໃນເວລານີ້.
2010-09-29
ຜົນກະທົບ ຈາກໂຄງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ປາກົດວ່າ ຈະມີຢ່າງ ຫລວງຫລາຍ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລະ ຣະບົບນິເວດ ຮວມທັງ ປູປານານໍ້າ ຊນິດຕ່າງໆ ແລະ ກໍເປັນບັນຫາ ສໍາຄັນ ຊຶ່ງໄດ້ນໍາຂຶ້ນ ອະພິປາຍ ຢູ່ສະພາສູງ ສະຫະຣັຖ ໃນກຸງ Washington DC ເມື່ອວັນທີ 24 ກັນຍາ ນີ້.
2010-09-28
ເນື້ອໃນບາງຕອນ ທີ່ເວົ້າເຖິງ ສະພາບ ການສາກົນ ແລະ ບັນຫາລາວ ໃນຄໍາປາໄສ ຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປລາວ ຕໍ່ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 65 ທີ່ ນິວຢ໊ອກ ສະຫະຣັດ ອະເມຣິກາ ໃນວັນທີ 24 ກັນຍາ 2010. ຈຳປາທອງ ມີລາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ...
2010-09-27
ຄນະກັມມະກາຣ ຄວາມສັມພັນ ກາຣຕ່າງປະເທສ ຂອງສະພາສູງ ສະຫະຣັຖ ມີກາຣຮັບຟັງ ກາຣອະພິປຣາຍ ຂອງ Mme Karen Brevard Stewart ທີ່ຖືກສເນີ ໃຫ້ເປັນ ເອກອັຄຣາຊທູຕ ຄົນໃໝ່ ປະຈໍາລາວ ຊື່ງຍານາງ ກໍຢືນຢັນ ທີ່ຈະສຶບຕໍ່ ໂຄງກາຣເສີມສ້າງ ສາຍພົວພັນ ກັບ ສປປລາວ ໃຫ້ແໜ້ນແຟ້ນ ກ່ວາເກົ່າ ດັ່ງ ຫວາດ ສີມູນ ມີຣາຍງານ ໃນອັນດັບ ຕໍ່ໄປ….
2010-09-24
ປະທານາທິບໍດີ ສະຫະຣັຖ ທ່ານ Barack Obama ຮຽກຮ້ອງ ຕໍ່ຜູ້ນໍາ ຈາກທົ່ວໂລກ ໃຫ້ເພີ້ມຄວາມ ຮ່ວມມື ເພື່ອໃຫ້ສາມາດ ບັນລຸເປົ້າໝາຍ ໂຄງກາຣພັທນາ ສະຫັຕສວັຕ ຂອງອົງກາຣ ສະຫະ ປະຊາຊາຕ ໃນຣະຍະ 5 ປີ ຂ້າງໜ້ານີ້ ເພື່ອຫລຸດຜ່ອນ ບັນຫາ ຄວາມທຸກຂ໌ຈົນ ຂອງປະຊາຊົນ ໃນທົ່ວໂລກ ຕລອດຮອດດ້ານ ກາຣສົ່ງເສີມ ກາຣສຶກສາ ສນັບສນູນ ຣະບົບ ກາຣປົກຄອງ ແບບໂປ່ງໃສ ກາຣມີ ປະຊາທິປະໄຕ ແລະອື່ນໆ.