ເຣື້ອງທີ່ເກັບບັນທຶກໄວ້
2010-09-22
ສປປລາວ ໃຫ້ຄໍາໝັ້ນ ສັນຍາວ່າ ຈະຕັດສີນໃຈ ເພື່ອບັນລຸ ເປົ້າໝາຍ ສະຫັດສວັດ ດ້ານການພັທນາ ຂອງ ສະຫະ ປະຊາຊາດ ໂດຍອາສັຍ ກໍາລັງແຮງ ພາຍໃນ ແລະ ການສນັບສນູນ ຊ່ວຍເຫລືອ ຢູ່ກອງ ປະຊຸມສຸດຍອດ ທີ່ນະຄອນ New York ຊື່ງມີຜູ້ນໍາ ຈາກຫລາຍກວ່າ 130 ປະເທດເຂົ້າຮ່ວມ. ມະນີຈັນ ມີຣາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ ໃນອັນດັບຕໍ່ໄປ...
2010-09-21
ການເພີ້ມທະວີ ສາຍພົວພັນ ມິຕພາບ ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ຣະຫວ່າງ ລາວ-ວຽດນາມ ໃນຂນະນີ້ ເປັນພື້ນຖານ ໃຫ້ແກ່ການ ປະຕິບັດ ຍຸທສາດ ຂອງພັກ ຄອມມິວນິສ ວຽດນາມ ໃນການຂຍາຍ ອິດທິພົນ ຢູ່ ສປປລາວ ແລະ ໃນຂົງເຂດ ເອເຊັຽຕາເວັນ ອອກຊ່ຽງໃຕ້. ຈໍາປາທອງ ມີລາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-16
ຄອມມຸນິດ ສປປລາວ ຍັງມີ ການພົວພັນ ຢ່າງເລີກເຊີ່ງ ກັບກຸ່ມ ປະເທດ ຄອມມຸນີດ ອື່ນໆ ໃນໂລກ ຫລາຍຢູ່, ປະເທດ ຄອມມຸນີດ ທີ່ໃກ້ຊິດ ທີ່ສຸດ ກໍ່ແມ່ນ ວຽດນາມ ແລະຈີນ ຍັງບໍ່ມີ ຮ່ອງຮອຍວ່າ ຈະມີການ ປ່ຽນແປງໄດ້ ຢ່າງງ່າຍໆ ໃນອະນາຄົດ ອັນໃກ້ໆນີ້.
2010-08-27
ພາຍຫລັງທີ່ ທາງການລາວ ຖືຈີນ ເປັນປໍຣະປັກ ແຕ່ທ້າຍຊຸມປີ 1970 ເຖິງຕົ້ນຊຸມປີ 1980 ການພົວພັນ ແລະ ການຮ່ວມມື ຣະຫວ່າງ ລາວ ແລະ ຈີນ ຂຍາຍຕົວ ບົນພື້ນຖານ 4 ຫຼັກການ ຂອງການພົວພັນ ສາກົນ ແຕ່ຫາກບໍ່ແມ່ນ ຫລັກການສາກົນ ກັມມະຊີພ ທີ່ຊ່ວຍເຫລືອ ກັນແບບສະຫາຍ ຄືຕັ້ງແຕ່ກ່ອນ.
2010-08-26
ລາວແລະວຽດນາມ ເພີ້ມຄວາມສັມພັນ ແລະການຮ່ວມມື ຖານພິເສດ ຢ່າງເຫລິກເຊີ່ງ ຫລາຍຂື້ນ ຈະເຫັນໄດ້ ຈາກການ ຢ້ຽມຢາມ ສປປລາວ ຂອງປະທານ ປະເທດ ວຽດນາມ ທ່ານ ຫງຽນ ມີນ ຈຽດ ໃນອາທີດນີ້.
2010-08-13
ການພົວພັນ ແລະ ການຮ່ວມມື ຣະຫວ່າງ ສະຫະຣັດ ອະເມຣິກາ ແລະ ລາວ ມີການຂຍາຍ ຕົວຫຼາຍຂຶ້ນ ນັບຕັ້ງແຕ່ ທາງການ ສປປລາວ ປ່ຽນແປງ ນະໂຍບາຍ ຫັນສູ່ໂລກ ປະຊາທິປະໄຕ ຫລື ໂລກຕາເວັນຕົກ ໃນທ້າຍຊຸມປີ 1980 ມານີ້. ຈຳປາທອງ ມີລາຍງານ ກ່ຽວກັບ ເລື້ອງນີ້ມາ ສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-05-18
ການປະທ້ວງ ທີ່ດົນນານ ຢູ່ໄທ ສົ່ງຜົນກະທົບ ຕໍ່ລາວ ໂດຍສະເພາະ ຕໍ່ການທ່ອງທ່ຽວ ແລະເສຖກິດ. ອາວະຣີ ມີຣາຍງານ ໃນອັນດັບ ຕໍ່ໄປ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-03-19
ກອງປະຊຸມ ຂອງປະເທດ ພາຄີ ສົນທິສັນຍາ ວ່າດ້ວຍ ຣະເບິດບອມບີ້ ຊື່ງຈະຈັດຂຶ້ນ ໂດຍລາວເປັນເຈົ້າພາບ ຢູ່ນະຄອນຫຼວງ ວຽງຈັນ ໃນທ້າຍປີ 2010 ນີ້ ຈະເຮັດໃຫ້ ການເກັບກູ້ ຣະເບິດ ບອມບີ້ ຢູ່ໃນ ດິນແດນຂອງລາວ ໄວກວ່າເກົ່າຫຼືບໍ່? ຈຳປາທອງ ມີຣາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ ໃນອັນດັບຕໍ່ໄປ ເຊີນຮັບຟັງໄດ້… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-03-09
ເຈົ້າໜ້າທີ່ ອາວຸໂສ ຝ່າຍການຕ່າງປະເທດ ສະຫະຣັຖ ທ່ານ Kurt Campbell ເດີນທາງໄປ ຢ້ຽມຢາມ ເອເຊັຍຕາເວັນ ອອກສ່ຽງໃຕ້ ອີກເທື່ອນຶ່ງ ແລະ ສປປລາວ ກໍຢູ່ໃນຈໍານວນ ປະເທດ ທີ່ທ່ານຈະໄປ. ແຕ່ບໍ່ພໍເທົ່າໄດມື້ ກ່ອນທ່່ານ ຈະອອກເດີນທາງ ທ່ານ Campbell ກໍໄດ້ໄປໃຫ້ການ ຕໍ່ຣັຖສະພາ ກ່ຽວກັບ ຂົງເຂດເອເຊັຍ ປາຊີຟິກ ຊຶ່ງ ວຽງໄຊ ຈະນໍາເອົາຕອນ ສຳຄັນ ກ່ຽວກັບ ສປປລາວ ມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-11
ການແກ້ໄຂ ບັນຫາຂັດແຍ່ງ ກ່ຽວກັບ ເຂດນໍ້າດິນແດນ ຣະຫວ່າງ ວຽດນາມ ແລະ ຈີນ ຊຶ່ງເປັນປະເທດ ທີ່ປົກຄອງ ດ້ວຍຣະບອບ ຜະເດັດການ ແບບດຽວກັນນັ້ນ ຈະຖືກແກ້ໄຂ ໂດຍທາງສັນຕິ ຫລືບໍ່ ໃນຂນະທີ່ ທັງສອງ ປະເທດນີ້ ຕ່າງກໍຂຍາຍ ຄັງອາວຸດ ສົງຄາມ ທີ່ທັນສໄມ ຂອງຕົນ. ຈໍາປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ…
2010-02-09
ການຂຍາຍ ຄັງອາວຸດ ສົງຄາມ ທີ່ທັນສໄມ ຂອງວຽດນາມ ຮວມທັງ ເຮືອດຳນ້ຳ ແລະ ເຮືອບິນສູ້ຮົບ ຮຸ່ນລ່າສຸດ ຈາກຣັດເຊັຍນັ້ນ ຈະມີຜົນກະທົບ ຢ່າງໃດ ຕໍ່ການພົວພັນ ຣະຫວ່າງ ວຽດນາມແລະຈີນ ທີ່ມີບັນຫາ ການຂັດແຍ່ງກັນ ກ່ຽວກັບໝູ່ເກາະ ຢູ່ທະເລຈີນໃຕ້ ແລະ ຈະມີຜົນສະທ້ອນ ຕໍ່ລາວ ຊຶ່ງເປັນປະເທດ ທີ່ມີການພົວພັນ ແບບພິເສດກັບ ວຽດນາມ ແລະ ມີການຮ່ວມມື ຮອບດ້ານກັບຈີນ. ຈຳປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີ ທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"